ໝາກຜົນການປະຕິບັດງານຢູ່ ສິງກາໂປ ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ

ໝາກຜົນການປະຕິບັດງານຢູ່ ສິງກາໂປ ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ເປັນ​ນັກ​ປາຖະກະຖາ​ທີ່​ກອງ​ປະຊຸມ Shangri - La 12
(ພາບ: vnexpress.net)

(vovworld) – ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໄດ້​ຕອບ​ສຳພາດ​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ ສິງ​ກາ​​ໂປ ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ. ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 31/5 ​ແລະ 1/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ການ​ຢ້ຽມຢາມ ສິງ​ກາ​ໂປ ​ແລະ​ ​​ເປັນ​ນັກ​ປາຖະກະຖາ​ທີ່​ກອງ​ປະຊຸມ Shangri - La 12. ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ວີ​ງ ຢືນຢັນ​ວ່າ: ບົດ​ກ່າວ​ປາ​ໃສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢູ່​ກອງ​ປະຊຸມ Shangri - La 12 ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ. ທ່ານ​ປະທານາທິບໍດີ ​ແລະ ນາຍົກລັດຖະມົນຕີ ສິງ​ກາ​ໂປ, ຫົວໜ້າ​ຄະນະ​ຜູ້​ແທນ​ປະ​ເທດ​ຕ່າງໆ​ຫຼາຍທ່ານ, ສື່​ມວນ​ຊົນ​ຂອງ​ພາກ​ພື້ນ ​ແລະ ​ໂລກ ຕີ​ລາຄາ​ສູງ​ບົດ​ກ່າວ​ປາ​ໄສຂອງ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ. ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສົ່ງ​ສານ​ສຳຄັນ​ທີ່​ວ່າ: ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ, ຮ່ວມ​ມື ​ແລະ ວັດ​ຖະນາ​ຖາວອນ​ຂອງ ອາຊີ - ປາຊີ​ຟິກ,​ ​ສານ​ໄດ້​ເນັ້ນ​ໜັກ​ວ່າ: ຢາກ​ມີ​ສັນຕິພາບ, ການ​ພັດທະນາ, ຄວາມ​ວັດ​ຖະນາ​ຖາວອນ ​ແມ່ນຕ້ອງ​ເພີ່ມ​ທະວີ​ການ​ສ້າງ ​ແລະ ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ.

    ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ວີ​ງ ກໍ​​ໃຫ້​ຮູ້​ວ່າ: ​ໃນ​​ເດີນທາງ​ປະຕິບັດ​ງານ​ຄັ້ງ​​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ການ​ພົບ​ປະ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ກັບ​ທ່ານ​ປະທານາທິບໍດີ Tony Tan ​ແລະ ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຂອງ ສິງ​ກາ​ໂປ. 2 ຝ່າຍ​ໄດ້​ແລກປ່ຽນ​ຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ​ແທດ​ຈິງ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ​ເພີ່ມ​ທະ​ວີ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ສິງ​ກາ​ໂປ ​ໃນ​ທຸກໆ​ຂົງ​ເຂດ​ຫຼາຍ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ​ເຊັນ​​ເອກະສານ​ຍົກ​ກາ​ນພົວພັນ ຫວຽດນາມ - ສິງ​ກາ​ໂປ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ