ໝາກຜົນການສຳຫລວດPAPI2016:ສະຫນອງບໍລິການສາທາລະນະສືບຕໍ່ໄດ້ຮັບການປັບປຸງ

ໝາກຜົນການສຳຫລວດPAPI2016:ສະຫນອງບໍລິການສາທາລະນະສືບຕໍ່ໄດ້ຮັບການປັບປຸງ - ảnh 1
ເຫດ​ການ​ຈັດ​ຂຶ້ນ​ໃນ​ວັນ​ທີ 4/4
(ພາບ: ເຢື​ອງຫຼຽວ)

(vovworld)- ບົດ​ລາຍ​ງານ “ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ສາ​ທາ​ລະ​ນະ​ຂັ້ນ​ແຂວງ ຢູ່​ຫວຽດ​ນາມ (PAPI) ​ປີ 2016: ​ວັດ​ແທກ​ຈາກ​ບົດ​ຮຽນ​​ພຶດ​ຕິ​ກຳຂອງ​ປະ​ຊາ​ຊົ​ນ” ໄດ້​ຮັບ​ການ​ປະ​ກາດ​ໃນ​ວັນ​ທີ 4/4 ຢູ່ ຮ່າ​ໂນ້ຍ. ບົດ​ລາຍ​ງານ​ດັ່ງ​ກ່າວ​ໂດຍ​ໂຄງ​ການ​ພັດ​ທະ​ນາ ສະ​ຫະ​ປະ​ຊາ​ຊາດ ຢູ່ ຫວຽດ​ນາມ ສົມ​ທົບ​ກັບ​ສູນ​ບຳ​ລຸງ​ພະ​ນັກ​ງານ ແລະ ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ສູນ​ຄົ້ນ​ຄ້​ວາ​ພັດ​ທະ​ນາ ແລະ ຫ​ນູນ​ຊ່ວຍ​ປະ​ຊາ​ຄົມ​ປະ​ຕິ​ບັດ ເພື່ອ​ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ບໍ​ລິ​ຫານ, ຄຸ້ມ​ຄອງ​ແຫ່ງ​ລັດ ແລະ ການ​ສະ​ຫນອງ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຈາກ​ຂັ້ນ​ແຂວງ, ນະ​ຄອນ​ລົງ​ຮອດ​ຂັ້ນ​ຕາ​ແສງ. ບົດ​ລາຍ​ງານ​ແມ່ນ​ອີງ​ໃສ່​ຄຳ​ເຫັນ​ຕີ​ລາ​ຄາ​ຂອງ​ປະ​ຊາ​ຊົນ​ກວ່າ 14.000 ຄົນ ຢູ່ 63 ແຂວງ, ນະ​ຄອນ. ໝາກ​ຜົນ PAPI 2016 ໃຫ້​ເຫັນ​ວ່າ: ມ​ີ 3 ທ່າ​ອ່ຽງ​ປ່ຽນ​ແປງ​ຢ່າງ​ຕັ້ງ​ຫ​ນ້າ. ທີ​ຫ​ນຶ່ງ, ສະ​ຫນອງ​ບໍ​ລິ​ການ​ສາ​ທາ​ລະ​ນະ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ປີ 2016, ສະ​ແດງ​ໃຫ​້​ເຫັນ​ຜ່ານ​ລະ​ດັບ​ຄະ​ແນນ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ​ຢູ່​ໃນ​ຕົວ​ເລກ​ເນື້ອ​ໃນ “ສະ​ຫນອງ​ບໍ​ລິ​ການ​ສາ​ທາ​ລະ​ນະ”. ທີ​ສອງ, ອັດ​ຕາ​ຜູ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປີ 2016 ເພີ່ມ​ຂຶ້ນກວ່າ 2% ເມື່ອ​ທຽບ​ໃສ່​ປີ 2011. ທີ່​ສາມ, ບັນ​ດາ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫ​ນ້າ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ນັບ​ແຕ່​ເມື່ອ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະ​ບັບ​ປັບ​ປຸງ​ປີ 2013 ມີ​ຜົນ​ສັກ​ສິດ.


ຕອບກັບ

ຂ່າວ/ບົດ​ອື່ນ