ໝາກຜົນດີເດັ່ນຫລາຍຢ່າງໃນເດືອນຊາວໜຸ່ມ 2017

ໝາກຜົນດີເດັ່ນຫລາຍຢ່າງໃນເດືອນຊາວໜຸ່ມ 2017 - ảnh 1
ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ
​ແລະ ຂະ​ບວນການ​ຊາວ​ໜຸ່ມ​ເຍົາວະ​ຊົນ​ປີ 2017


(vovworld) – ວັນ​ທີ 11/04, ທີ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິ​ນ ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ເຍົາວະ​ຊົນ​ປີ 2017. ບົດ​ລາຍ​ງານ​ສະຫລຸບ​ເດືອນຊາວ​ໜຸ່ມ 2017 ​ໃຫ້​ເຫັນ​ວ່າ ​ໃນ 3 ​ເດືອນ​ຜ່ານ​ມາ, ອົ​ງການ​ຊາວ​ໜຸ່ມ​ຂັ້ນ​ຕ່າງໆໃນ​ທົ່ວ​ປະ​ເທດ​ໄດ້ລະດົມ​ແຫຼ່ງກຳລັງ​ທີ່​ມີ​ມູນ​ຄ່າ​ກ່ວາ 58 ຕື້ດົ່ງ ​ເພື່ອ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ໃໝ່ ​ແລະ ບູລະນະ​ເສັ້ນທາງ​ຄົມມະນາຄົມ​ຊົນນະບົດ. ທ່ານ ​ເລກ​ວກຟອງ ​ເລຂາ​ຜູ້​ທີ 1 ສູນ​ກາງ​ຊາວ​ໜຸ່ມ​ຖື​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ​ເລຂາ​ຊາວ​ໜຸ່ມ​ຂັ້ນ​ແຂວງ ​ແລະ ທຸກ​ຂັ້ນ​ໄດ້​ພົບ​ປະ​ໂດຍ​ກົງ​, ແລກ​ປ່ຽນ, ​ເຈລະຈາ​ກັບຊາວ​ໜຸ່ມ. ນີ້​ແມ່ນ​ສັນຍານ​ຕັ້ງໜ້າ, ນັ້ນ​ແມ່ນ​ວິທີ​ການ ​ເພື່ອ​ໃຫ້​ພວກ​ເຮົາ​ຮັບ​ຮູ້​ໄດ້​ສະພາບ​ການ​ຂອງ ຊາວ​ໜຸ່ມຢ່າງ​ໄວ​ທີ່ສຸດ, ມີ​ປະສິດ​ທິຜົນ​ທີ່​ສຸດ. ຜ່ານ​ນັ້ນ ພວກ​ເຮົາກໍ່​ໄດ້​ຮັບ​ຟັງ, ​ເຂົ້າ​ໃຈ ​ແລະ ຖ່າຍ​ທອດເພື່ອ​ໃຫ້​ຊາວ​ໜຸ່ມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ແບ່ງປັນ​ການ​ເຄື່ອນ​ໄຫວກັບ​ພວກ​ເຮົາ ”


ຕອບກັບ

ຂ່າວ/ບົດ​ອື່ນ