ໝາກຜົນແຫ່ງການເຈລະຈາດ້ານເສດຖະກິດລະຫວ່າງ ຈີນ ແລະ ຍີ່ປຸ່ນ ຄັ້ງທີ 5

(VOVWORLD) - ວັນທີ 14 ເມສາ, ທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ເປັນປະທານການເຈລະຈາດ້ານເສດຖະກິດຂັ້ນສູງຄັ້ງທີ 5 ຢູ່ ປັກກີ່ງ.
ໝາກຜົນແຫ່ງການເຈລະຈາດ້ານເສດຖະກິດລະຫວ່າງ ຈີນ ແລະ ຍີ່ປຸ່ນ ຄັ້ງທີ 5 - ảnh 1 ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານ Taro Kono ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ (ພາບ: REUTER)

ຕາມທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລ້ວ, ການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ໄດ້ກັບຄືນສູ່ສະພາບເປັນປົກກະຕິອັນດີງາມ ແລະ ບັນລຸໄດ້ບັນດາໝາກຜົນໃໝ່ ໂດຍອີງໃສ່ບັນດາຄວາມມານະພະຍາຍາມລວມຂອງບັນດາການນຳ ແລະ ປະຊາຊົນ 2 ປະເທດ. ທ່ານ ຫວາງອີ ເນັ້ນໜັກວ່າ ຈີນ ແລະ ຍີ່ປຸ່ນ ຄວນປະຕິບັດບັນດາຄວາມມານະພະຍາຍາມລວມ ແນໃສ່ຊຸກຍູ້ຄວາມເສລີ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ປົກປັກຮັກສາສະພາບແວດລ້ອມແຫ່ງການດຳເນີນທຸລະກິດຍຸຕິທຳ, ສະເໝີພາບ…

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ຖືວ່າ: ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນພື້ນຖານສຳຄັນ ແລະ ແມ່ນກຳລັງນຳພາບັນດາການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຈີນ. ປະເຊີນໜ້າຕໍ່ສະພາບການຂາດສະຖຽນລະພາບຢ່າງຮ້າຍແຮງໃນທົ່ວໂລກ, 2 ຝ່າຍຄວນຮ່ວມມືປົກປັກຮັກສາກົນໄກການຄ້າຫລາຍຝ່າຍ ໂດຍອີງໃສ່ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ