ໝາກມ່ວງເຊີນລາ ສົ່ງອອກໄປຍັງຫຼາຍປະເທດໃນໂລກ

(VOVWORLD) -ປະຈຸບັນ, ເມືອງ ມາຍເຊີນ ມີເນື້ອທີ່ປູກຕົ້ນໝາກມ່ວງກວ່າ 2.600 ເຮັກຕາ, ໃນນັ້ນມີ 2.000 ເຮັກຕາໄດ້ປູກຕາມມາດຕະຖານ VietGap
ໝາກມ່ວງເຊີນລາ ສົ່ງອອກໄປຍັງຫຼາຍປະເທດໃນໂລກ - ảnh 1 (ໝາກມ່ວງຢູ່ຕາແສງ ກໍ່ນອຍ)

ໃນຊຸມມື້ນີ້, ຢູ່ບັນດາສວນຕົ້ນໝາກມ່ວງຢູ່ຕາແສງ ກໍ່ນອຍ, ເມືອງ ມາຍເຊີນ, ແຂວງ ເຊີນລາ ໄດ້ພ້ອມກັບຫົວໜ່ວຍເກັບຊື້ໄດ້ເລືອກເອົາໝາກມ່ວງທີ່ບັນລຸມາດຕະຖານ, ງາມ, ມີຄຸນນະພາບສູງ ເພື່ອສົ່ງໄປຂາຍໃຫ້ຕະຫຼາດອາເມລິກາ. ນອກຈາກສົ່ງອອກໄປຍັງປະເທດອາເມລິກາ, ຈີນ ແລ້ວ, ໝາກມ່ວງ ມາຍເຊີນ ກໍ່ໄດ້ນຳໄປຂາຍຢູ່ຕະຫຼາດພາຍໃນປະເທດອີກດ້ວຍ. ອ້າຍ ບຸຍວັນລົກ, ຢູ່ຕາແສງ ກໍ່ນອຍ, ເມືອງ ມາຍເຊີນ, ໃຫ້ຮູ້ວ່າ.

        “ປີນີ້ເປັນປີທີ 3 ແລ້ວທີ່ຄອບຄົວຂ້າພະເຈົ້າສົ່ງອອກໝາກມ່ວງ, ໃນຊຸມປີຜ່ານມາ ໝາກມ່ວງ ພວມຖືກສົ່ງອອກໄປຍັງຈີນ ເປັນປົກກະຕິພໍສົມຄວນ. ປີນີ້, ຍ້ອນໂລກລະບາດໂຄວິດ - 19 , ສະນັ້ນລາຄາຢູ່ທ້ອງຕະຫຼາດກໍ່ບໍ່ເປັນປົກກະຕິ, ແຕ່ມີຂ່າວທີ່ວ່າ, ໝາກມ່ວງ ຂອງເມືອງ ມາຍເຊີນ ຈະສົ່ງໄປເອີລົບ, ສະນັ້ນພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຫຼາຍ, ຕັດສິນໃຈພ້ອມກັນສົ່ງອອກໝາກມ່ວງທີ່ມີຄຸນນະພາບສູງ.”

        ປະຈຸບັນ, ເມືອງ ມາຍເຊີນ ມີເນື້ອທີ່ປູກຕົ້ນໝາກມ່ວງກວ່າ 2.600 ເຮັກຕາ, ໃນນັ້ນມີ 2.000 ເຮັກຕາໄດ້ປູກຕາມມາດຕະຖານ VietGap, ປະລິມານເກັບກ່ຽວບັນລຸ 14.000 ໂຕນ/ປີ. ຄາດວ່າ, ປີນີ້ຢູ່ທົ່ວເມືອງ ມາຍເຊີນ ຈະສົ່ງອອກໝາກມ່ວງ 40 ລ້ານໂຕນໄປຍັງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ