ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຄິດຮອດບຸນປີໃໝ່ຢູ່ພາກເໜືອ

(vovworld) ເຖິງວ່າຈະບໍ່ມີດອກຄາຍ, ບໍ່ໄດ້ໄປທ່ຽວລະດູບານໃໝ່ໃນຍາມຝົນຝອຍທີ່ໜາວເຢັນກໍ່ຕາມ. ​ແຕ່ຊາວຮ່າໂນ້ຍ ຢູ່ເມືອງເລິມດົ່ງ, ແຂວງ ເລິມດົ່ງຍັງຄົງຕ້ອນຮັບບຸນປີໃໝ່ປະຈຳຊາດຕາມວິທີສະເພາະຂອງຊາວຈ່າງອານ. ຕ້ອນຮັບບຸນປີໃໝ່ໃນແສງແດດຂອງເຂດພູພຽງ, ຍາມໃດຈິດໃຈຂອງຊາວຮ່າໂນ້ຍກໍ່ມຸ້ງໄປສູ່ນະຄອນຫຼວງ, ແລະ ຄິດຮອດດິນຟ້າອາກາດທີ່ໜາວເຢັນໃນບຸນປີໃໝ່ຢູ່ພາກເໜືອ. ໃນໂອກາດຕົ້ນລະດູບານໃໝ່, ພວກເຮົາຂໍແນະນຳບົດຂອງນັກຂ່າວ ລານແອງ ດ້ວຍຫົວຂໍ້ວ່າ: “ຊາວຮ່າໂນ້ຍຢູ່ເລິມດົ່ງຄິດຮອດບຸນປີໃໝ່ຢູ່ພາກເໜືອ”.

ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຄິດຮອດບຸນປີໃໝ່ຢູ່ພາກເໜືອ - ảnh 1

ພາເຂົ້າໃນບຸນປີໃໝ່ປະເພນີຂອງຫວຽດນາມ

(ພາບປະກອບ)

        30 ປີ​ທີ່​ຕິດ​ພັນ​ກັບເຂດ​ດິນເລິມ​ຮ່າ, ​ແຕ່ປ້າ​ ຫວູ​ທິ​ຕວຽກ​ກວີ່ນ ພັດ​ບໍ່​ຊິນ​ເຄີຍ​ກັບ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ໃນ​ແສງ​ແດດ​ຈ້າ​ຂອງ​ເຂດໄຕ​ງວຽນ. ປ້າ​ຄິດ​ຮອດ​ຄິດ​ເຖິງ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ພາກ​ເໜືອ ແລະ ຢາກ​ໄດ້​ໄປ​ທ່ຽມ​ຊົມ​ຄຸ້ມຖະ​ໜົນຮ່າ​ໂນ້ຍ ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່

        “ເມື່ອຫາກໍ່ມາແຫ່ງນີ້, ວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂ້າພະເຈົ້າຄິດຮອດບ້ານເກີດ, ຄິດຮອດພໍ່, ແມ່ຈົນນ້ຳຕາໄຫຼຫຼັ. ໃນຊຸມປີຕົ້ນແມ່ນຄິດຮອດຫຼາຍ, ຄິດຮອດແຕ່ລະຮ່ອມບ້ານ. ປະຈຸບັນຍັງຄົງຄິດຮອດບ້ານເກີດຢູ່. ອ້າຍນ້ອງ, ຍາດຕິພີ່ນ້ອງຂອງຂ້າພະເຈົ້າຍັງຢູ່ຮ່າໂນ້ຍ. ຄ່ຳຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂ້າພະເຈົ້າເຄີຍໂທໄປຍັງຮ່າໂນ້ຍ ເພື່ອອວຍພອນປີໃໝ່”.

        ຕະຫຼອດ​ປີ​ເມົາ​ມົວ​ກັບ​ວຽກ​ງານ​ບົວ​ລະ​ບັດ​ສວນ​ກາ​ເຟ, ໝາກ​ພິກ​ໄທ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ກໍ່ລຶງ​ເຄີຍ​ແລ້ວ, ແຕ່​ຮອດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ປ້າ​ຍັງ​​ຄົງຈັດ​ພິ​ທີ​ຕາມ​ວິ​ທີ​ສະ​ເພາະ​ ເພື່ອ​ໃຫ້​ລູກຫຼານ​ຂອງ​ຕົນ​ຈື່​ໄດ້​ວ່າ ຕົນ​ເອງ​ແມ່ນ​ຊາວຮ່າ​ໂນ້ຍ.

        “ຂ້າພະເຈົ້າຄິດວ່າຕົນເອງແມ່ນພໍ່ແມ່, ແມ່ນລຸ້ນກ່ອນ ຕ້ອງແນະນຳໃຫ້ລູກຫຼານເຮັດແນວໃດໃຫ້ຖືກຕ້ອງກັບແບບແຜນດຳລົງຊີວິດຂອງຕົນ. ວັນທີ 26/12 ໄລ່ຕາມຈັນທະປະຕິທິນຫວຽດນາມ, ຂ້າພະເຈົ້າ​​ເຄີຍຕັກເຕືອນພວກຫຼານລ້າງໃບຕອງ, ຫໍ່ເຂົ້າຕົ້ມ. ຮອດວັນທີ 30/12 (ເຊິ່ງແມ່ນວັນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ແມ່ນຈັດພິທີບູຊາບັນພະບຸລຸດ ໂດຍມີເຂົ້າໜຽວ ແລະ ໄກ່ລວກ”.

ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຄິດຮອດບຸນປີໃໝ່ຢູ່ພາກເໜືອ - ảnh 2

ຫໍ່ເຂົ້າຕົ້ມ (ພາບປະກອບ)

        ໂດຍ​ແມ່ນ​ລູກ​ກົກ​ໃນ​ຄອບ​ຄົວ, ອ້າຍ ຫງວຽນ​ແມ້ງ​ຮຸ່ງ ເຂົ້າ​ໃຈ​ໄດ້​ແນວ​ຄິດ​ຈິດ​ໃຈ​ຂອງ​ແມ່. ເຖິງວ່າ​ອາ​ກາດ​ຢູ່​ເລິມ​ດົ່ງ​ ຈະ​ຮ້ອນ​ກໍ່​ຕາມ ແຕ່​ບຸນ​ປີ​ໃໝ່ ອ້າຍ​ຍັງ​ຊື້​ເຄື່ອງ​ຂອງ​ຢ່າງ​ຄົບ​ຖ້ວນ​ຄື: ຢໍ່, ໄກ່​ລວກ, ແກງ​ໜໍ່​ໄມ້… ເພື່ອ​ບູ​ຊາ​ບັນ​ພະ​ບຸ​ລຸດ.

        “ຕົ້ນ​ໄມ້​ມີ​ກົກ, ນ້ຳມີ​ບໍ່, ປູ​ຍາ​ຕາ​ຍາຍ, ບັນ​ພະ​ບຸ​ລຸດ​ແມ່ນ​ເສຍ​ຊີ​ວິດ​ຢູ່​ ຮ່າ​ໂນ້ຍ, ດັ່ງ​ນັ້ນ​ຕອນ​ບ່າຍ​ວັນ​ທີ 30/12 ເມື່ອ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່, ຂ້າ​ພະ​ເຈົ້າ​ກໍ່​ເຊື້ອ​ເຊີນບັນ​ພະ​ບຸ​ລຸດ​ຂອງ​ຕົນ​ກັບ​ມາ. ເມື່ອ​ຂ້າ​ພະ​ເຈົ້າສວດ​ມົນ, ພວກ​ລູກ​ຟັງ​ກໍ່​ເຂົ້າ​ໃຈ ແລະ ມຸ່ງ​ໄປ​ສູ່ກົກ​ເຄົ້າ​ເຫງົ້າ​ກໍ, ບ້ານ​ເກີດ​ເມືອງນອນ. ຂ້າ​ພະ​ເຈົ້າ​ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ”.

        ອ້າຍ ຫງວຽນ​ວັນ​ຫາຍ, ບ້ານ​ເກີດ​ຢູ່​ເມືອງແທງ​ຈີ່, ຮ່າ​ໂນ້ຍ ເວົ້າ​ວ່າ, ເຖິງວ່າ​ຈະຕິດ​ຄາ​ກັບ​ວຽກ​ໄຮ່​ການ​ນາ​ກໍ່​ຕາມ, ແຕ່​ບຸນ​ປີ​ໃໝ່​ຕ້ອງ​ຫໍ່​ເຂົ້າ​ຕົ້ມ​ເອງ, ນັ້ນ​ແມ່ນ​ຄວາມ​ຊິນ​ເຄີຍ​ທີ່​ຂາດ​ບໍ່​ໄດ້.

        “ນັບ​ແຕ່​ຍ້າຍ​ໄປເລິມ​ດົ່ງ ມາ​ຮອດ​ປະ​ຈຸ​ບັນ, ວັນ​ທີ 29 /12 ​ປີ​ໃດກໍ່ຕ້ອງ​ມີ​ໝໍ້​ເຂົ້າ​ຕົ້ມ ເພື່ອ​ສ້າງບັນ​ຍາ​ກາດ​ຂອງ​ບຸນ​ປີ​ໃໝ່. ເມື່ອ​​ຫໍ່ເຂົ້າ​ຕົ້ມ​ເອງ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ໄດ້​ວ່າ​ມີ​ບັນ​ຍາ​ກາດ​ຂອງ​ບຸນ​ເຕັດ”.

        ສ່ວນພໍ່​ເຖົ້າ ຟ້າມ​ວັນ​ຈ້ອງ, ອາ​ຍຸ 82 ປີ, ແມ່ນ​ຊາວຮ່າ​ໂນ້ຍ ລຸ້ນ​ທຳ​ອິດ​ທີ່​ຍ້າຍ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ເ​ລິມ​ດົ່ງ ພັດ​ຄິດ​ວ່າ, ບັນ​ດາຮີດ​ຄອງ​ປະ​ເພ​ນີທີ່​ດີ​ແມ່ນ​ຕ້ອງ​ຮັກ​ສາ​ໄວ້, ສ່ວນ​ອັນ​ໃດ​ທີ່​ຫ​ຍໍ້​ທໍ້, ບໍ່​ເໝາະ​ສົມ​ແມ່ນ​ຕ້ອງ​ລົບ​ລ້າງ​ໄປ. ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ບູ​ຊາ​ບັນ​ພະ​ບຸ​ລຸດ, ໄປ​ອວຍ​ພອນ​ປີ​ໃໝ່ ພໍ່​ຕູ້, ແມ່​ຕູ້, ຍາດ​ຕິ​ພີ່​ນ້ອງ.

        “ບຸນ​ປີ​ໃໝ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ວ່າ, ເຖິງວ່າ​ຈະ​ຕິດ​ຄາ​ກັບ​ວຽກ​ງານ​ຄື​ແນວ​ໃດ ກໍ່​ຢຸດ​ຕິ​ໄວ້​ເພື່ອ​​ກະ​ກຽມ​ຈັດ​ບຸນ​ປີ​ໃໝ່. ພວກ​ລູກຫຼານ​ກໍ່​ລໍ​​ຖ້າ​ຮອດ​ບຸນ​ປີ​ໃໝ່ເພື່ອ​ໄປ​ຢື້​ຢາມ​ຖາມ​ຂ່າວ, ອວຍ​ພອນ​ພໍ່​ເຖົ້າ​ແມ່​ເຖົ້າ, ອ້າຍນ້ອງ, ເພື່ອນ​ມິດ ​ເພື່ອເພີ່ມ​ຄວາມ​ສະ​ໜິດ​ຕິດ​ພັນ​ນຳ​ກັນກວ່າ”.

ຊາວຮ່າໂນ້ຍ ຢູ່ເລິມດົ່ງ ຄິດຮອດບຸນປີໃໝ່ຢູ່ພາກເໜືອ - ảnh 3

ອວຍພອນປີໃໝ່ຍາດຕິພີ່ນ້ອງ

(ພາບປະກອບ)

        ເລິມ​ດົ່ງ​ ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ແຂວງ, ນະ​ຄອນ​ຕ່າງໆ​ຂອງ​ຫວຽດ​ນາມ. ເຖິງວ່າຈະ​ມາ​ຈາກ​ທຸກ​ສາ​ລະ​ທິດ​ກໍ່​ຕາມ, ແຕ່ເຂົາ​ເຈົ້າ​ຍັງ​ຄົງ​ຮັກ​ສາ​ສີ​ສັນ​ສະ​ເພາະ​ຂອງ​ແຕ່​ລະ​ເຂດ​ແຄວ້ນ​ໄວ້​ໄດ້. ອ້າຍ ຫງວຽນ​ແມ້ງ​ຮຸ່ງ ເວົ້າ​ວ່າ, ເຖິງວ່າຊີ​ວິດ​ຂອງ​ເຂົາເຈົ້າຈະ​ຕິດ​ພັນ​ກັບ​ເຂດ​ດິນ​ພູ​ພຽງ​ນີ້​ຕະຫຼອດ​ໄປ​ກໍ່​ຕາມ, ແຕ່​ໃນ​​ຈິດໃຈ​ຂອງ​ຕົນ ຍາມ​ໃດ​ເຂົາ​ເຈົ້າ​ກໍ່​ຄິດ​ຮອດ ຮ່າ​ໂນ້ຍ.

        “ຍ້ອນ​​ທຳ​​ມາ​ຫາ​ກິນ, ​ເພື່ອການ​ດຳ​ລົງ​ຊີ​ວິດ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຍ້າຍ​ອອກ​ຈາກ​ບ້ານ​ເກີດ​ຂອງ​ຕົນ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຄິດ​ວ່າ, ເຖິງວ່າ​ຈະ​ບໍ່​ໄດ້ກັບ​ມາ​ບ້ານ​ເກີດກໍ່​ຕາມ, ແຕ່ຍັງ​ຄົງ​ຮັກ​ສາ​ສີ​ສັນ​ສະ​ເພາະ​ຂອງ​ແຫ່ງ​ກຳ​ເນີດ​ໄວ້ ເພື່ອ​ເຮັດ​ໃຫ້​ບຸນ​ປີ​ໃໝ່​ທັງມີ​ຄວາມອົບ​ອຸ່ນ, ແລະ ລູກຫຼານ​ກໍ່​ຮ່ຳ​ຮຽນ​ນຳ”.

        ດອກ​ໄມ້​ແຕ່​ລະ​ກີບ, ຕົ​້ນ​ໄມ້​ແຕ່​ລະ​ແຖວ ພາຍ​ໃຕ້​ແສງແດດເລິມ​ດົ່ງ ລ້ວນ​ແຕ່​ມີ​ຮູບພາບ​ຂອງຮ່າ​ໂນ້ຍ​ທີ່​ແສນຮັກ… ເນື້ອ​ໃນ​ບົດ​ເພງ​ຂອງ​ນັກ​ດົນ​ຕີ ຊວນກວີ່ນ ໄດ້​ເວົ້າ​ເຖິງຈິດ​ໃຈ​ຂອງ​ຊາວ​ຮ່າ​ໂນ້ຍ ຢູ່ເລິມ​ດົ່ງ ສ່ວ​ນ​ໃດ​ສ່ວນ​ໜຶ່ງ. ເຖິງວ່າ​ຈະ​ຢູ່​ໄກ​ຈາກ​ບ້ານ​ເກີດ​ມາຫຼາຍ​ປີ​ແລ້ວ​ກໍ່​ຕາມ, ແຕ່​ເມື່ອ​ລະ​ດູ​ບານ​ໃໝ່, ບຸນ​ປີ​ໃໝ່​ແຕ່​ລະ​ປີ​ວຽນ​ມາ, ຊາວຮ່າ​ໂນ້ຍ ​ຢູ່​ເລິມ​ດົ່ງ ຍາມ​ໃດ​ກໍ່​ຄິດ​ຮອດ​ຄິດ​ເຖິງ​ດິນ​ແດນ​ແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ