ດິນແດນນາຂັ້ນໄດໃນຍາມສຸກເຫຼືອງ

(VOVWORLD) -ເມືອງບັກອຽນແຂວງເຊີນລາແຕ່ດົນມາແລ້ວໄດ້ມີຊື່ສຽງດ້ວຍກຸ່ມເມກເລື່ອນລອຍງົດງາມຢູ່ຕາແສງຕ່າຊົ່ວ ແຫ່ງຖືກອຸປະມາດັ່ງແດນສະຫວັນເມກເຝື້ອເຂດ ເຕິຍບັກທາງທິດຕາເວັນຕົກພາກເໜືອແຕ່ຢູ່ແຫ່ງນີ້ກໍ່ຍັງມີສະຖານທີ່ດ້ວຍທິວທັດງາມຕາເປັນໜ້າຈັບໃຈບໍ່ນ້ອຍໜ້າກວ່າເມື່ອທຽບໃສ່ແຫ່ງອື່ນ, ນັ້ນແມ່ນເຂດສິມຫວ່າງ
ດິນແດນນາຂັ້ນໄດໃນຍາມສຸກເຫຼືອງ  - ảnh 1ວັດອົງແໝດ

    ສິມຫວ່າງໃນຊຸມວັນລະດູໃບໄມ້ຫຼົ່ນເດືອນກັນຍາຈາກເທດສະບານເມືອງບັກອຽນຂີ່ລົດຈັກໄປຕາມເສັ້ນທາງລະອິດລະອ້ຽວໂດຍໄດ້ເຊື່ອມຕົວເຂົ້າກັບແດດລົມທິວທັດທຳມະຊາດຢູ່ເຂດພູສູງເຕິຍບັກ. ເດີນຜ່ານຕ່າຊົ່ວ 15 ກິໂລແມັດຈາກຄວາມສູງກວ່າ 1.000 ແມັດ, ບັນດາໝູ່ບ້ານຊາວເຜົ່າ ມົ້ງໄດ້ປາກົດຕົວໃນແສງແດດຍາມເຊົ້າ. ສິມຫວ່າງມີອາກາດເຢັນສະບາຍຕະຫຼອດປີອຸນຫະພູມໃນຍາມລະດູຮ້ອນສະເລ່ຍແຕ່ 15 ຫາ 23 ອົງສາC. ຍ້ອນພູມມີສັນຖານທຸລະກັນດານດ້ວຍເສັ້ນທາງຄົດລ້ຽວພູສູງຊັນແລະໃຫຍ່ໂຕມະໂຫຖານ, ບັນດາຫ້ວຍນ້ຳໄຫຼຈາກປ່າດົງດິບ, ດັ່ງນັ້ນຢູ່ ສິມຫວ່າງມີຄວາມຮົກເຮື້ອສະຫງົບສຸກແລະເປັນໜ້າຈັບໃຈ. ເມື່ອໄດ້ເຫັນປະຈັກຕາບັນດາຮ່ອມພູນາຂັ້ນໄດຍາວຢຽດຈົນສຸດສາຍຕາ, ບໍ່ເທົ່າໃດຄົນທີ່ຈະຮູ້ວ່າກ່ອນນີ້ 40 ປີສິມຫວ່າງພຽງແຕ່ແມ່ນເຂດດິນແຫ່ງກະແດ້ງ, ຫວ່າງເປົ່າ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ປະສົບກັບຄວາມທຸກຍາກຂາດເຂີນຫຼາຍຢ່າງ; ໃນເວລານັ້ນຊາວເຜົ່າມົ້ງຢູ່ແຫ່ງນີ້ ພຽງແຕ່ທຳການປູກຝັງຕາມປະເພນີຂອງເຜົ່າຕົນເທົ່ານັ້ນດັ່ງນັ້ນກໍ່ທຸກຍາກອຶດຫິວຕະຫຼອດປີ. ທ່ານຢ່າງອານິງ ປະທານຄະນະກຳມະການປະຊາຊົນຕາແສງສິມຫວ່າງໃຫ້ຮູ້ວ່າ: ແຕ່ປາງກ່ອນການຂົນຂວາຍຊາວເຜົ່າ ມົ້ງປູກເຂົ້ານາທາມຢູ່ເນື້ອທີ່ນາຂັ້ນໄດແມ່ນຫຍຸ້ງຍາກທີ່ສຸດເພາະວ່າລະບົບຊົນລະປະທານຍັງບໍ່ທັນມີອາກາດກໍ່ຮ້າຍແຮງບົດຮຽນໃນການຜະລິດຖືກຈຳກັດດັ່ງນັ້ນກໍ່ບໍ່ເທົ່າໃດຄົນທີ່ຈະເຊື່ອວ່າປະຊາຊົນກໍ່ສາມາດພັດທະນາການປູກເຂົ້າໄດ້. ແຕ່ຍ້ອນມີແຜນນະໂຍບາຍ,ນະໂຍບາຍ, ການລົງທຶນຢ່າງທັນການຂອງລັດດັ່ງນັ້ນພໍ່ແມ່ພີ່ນ້ອງຢູ່ຕາແສງສິມຫວ່າງມີຄວາມໝັ້ນໃຈທຳການບຸກເບີກເນື້ອທີ່ນາຂັ້ນໄດປູກເຂົ້ານາທາມ. ທ່ານຢ່າງອານິງໃຫ້ຮູ້ວ່າ:

   “ກວ່າ 40 ປີຄືນຫຼັງ ພໍ່ແມ່ພີ່ນ້ອງເຮັດໄຮ່ເປັນຕົ້ນຕໍດັ່ງນັ້ນກໍ່ໃຫ້ສະມັດຕະພາບຕ່ຳ, ຄວາມທຸກຍາກອຶດຫິວເກີດຂຶ້ນເປັນປະຈຳ ໄລຍະເວລານັ້ນທາງຕາແສງຕ້ອງໂຄສະນາໃຫ້ແກ່ແຕ່ລະໝູ່ບ້ານແຕ່ລະຄອບຄົວຕ້ອງຂຸດທາງນ້ຳໄຫຼໜ້າບ້ານຫຼັງຈາກນັ້ນກໍ່ໂຄສະນາໃຫ້ບັນດາຄອບຄົວໄປບຸກເບີກບັນດາພື້ນທີ່. ກໍ່ມີ ຫຼາຍ ຄອບຄົວບໍ່ເຮັດຕາມແຕ່ປັດຈຸບັນໃຜໆກໍ່ຮູ້ໄດ້ເຖິງປະສິດທິຜົນຂອງການບຸກເບີກພື້ນທີ່ນຳມາເຊິ່ງສະມັດຕະພາບສູງ”.

   ໃນຊຸມປີມໍ່ໆມານີ້,ຍ້ອນປະສິດທິຜົນຈາກໂຄງການກໍ່ສ້າງຊົນນະບົດໃໝ່ ພ້ອມກັບຄວາມເອົາໃຈໃສ່ລົງທຶນຂອງລັດ ເຂົ້າໃນລະບົບຊົນລະປະທານ, ເນື້ອທີ່ນາຂັ້ນໄດຢູ່ ສິມຫວ່າງໄດ້ເປີດກວ້າງຂຶ້ນຢ່າງວ່ອງໄວທັງຕາແສງໃນປັດຈຸບັນມີຫຼາຍກວ່າ 320 ເຮັກຕາດ້ວຍສະມັດຕະພາບສະເລ່ຍ 6 ໂຕນຕໍ່ເຮັກຕາ. ນາງມົ່ວທິຄົວຢູ່ບ້ານສິມຫວ່າງຕາແສງສິມຫວ່າງໃຫ້ຮູ້ວ່າ:

   “ເມື່ອກ່ອນນີ້ຄອບຄົວຂ້າພະເຈົ້າປູກພຽງແຕ່ເຂົ້າໄຮ່ເທົ່ານັ້ນອຶດຫິວຫຼາຍ ແຕ່ນັບແຕ່ເມື່ອຕາແສງໄດ້ຂົນຂວາຍບຸກເບີກພື້ນທີ່ປູກເຂົ້ານາທາມກໍ່ມີຄວາມແຕກຕ່າງກັນແລ້ວປັດຈຸບັນຊີວິດການເປັນຢູ່  ກໍ່ໄດ້ຮັບການປົວແປງໃຫ້ດີຂຶ້ນ”.

ມາຮອດສິມຫວ່າງໃນທຸກວັນນີ້ ກໍ່ປາກົດມີແຂກທ່ອງທ່ຽວຫຼາຍຄະນະຈາກທຸກສາລະທິດຫຼັ່ງໄຫຼມາຢ້ຽມຊົມເນື້ອທີ່ນາຂັ້ນໄດໃນຍາມສຸກເຫຼືອງ.ນາງໂຮ່ທິກວິ່ງຈາງ ມາຈາກຮ່າໂນ້ຍແບ່ງປັນວ່າ:

“ເປັນຄັ້ງທຳອິດນ້ອງຈາກ ຮ່າໂນ້ຍມານີ້  ນ້ອງຮູ້ສຶກພູຜາປ່າໄມ້ໃຫຍ່ໂຕມະໂຫຖານທິວທັດນາຂັ້ນໄດງົດງາມທີ່ສຸດ; ນ້ອງໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດເປັນໜ້າຈັບໃຈທີ່ສຸດ”.

 ໂດຍໄດ້ກຳເນີດແລະດຳລົງຊີວິດຢູ່ ສິມຫວ່າງເປັນເວລາເກືອບ 70 ປີ ລຸງຢ່າງອາແຈວ ໄດ້ເລົ່າສູ່ຟັງກ່ຽວກັບການປ່ຽນແປງໃນແຕ່ລະວັນຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນວ່າ :

   “ນັບແຕ່ຄາວມີການທ່ອງທ່ຽວຢູ່ເຂດພູສູງ, ເສັ້ນທາງກໍ່ຂະຫຍາຍອອກກ້ວາງ, ປະຊາຊົນກໍ່ມີຄວາມອຸ່ນອຽນໃຈ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເທື່ອລະກ້າວ, ປັດຈຸບັນຄອບຄົວໃດກໍ່ມີຕູ້ເຢັນ ມີຈັກໄຖນາ,ມີຈັກຝາດເຂົ້າ...”

ເມື່ອລະດູໃບໄມ້ຫຼົ່ນວຽນມາ ທັງຕາແສງສິມຫວ່າງຖືກປົກຄຸມໄປດ້ວຍສີເຫຼືອງອາຮາມຂອງນາຂັ້ນໄດ.  ບັນດາເນື້ອທີ່ນາຂັ້ນໄດໄດ້ນຳຄວາມອົບອຸ່ນ ຄວາມອີ່ມໜຳສຳລານມາສູ່ປະຊາຊົນພ້ອມທັງເຮັດໃຫ້ແຂກທ່ອງທ່ຽວຈາກສາລະທິດມີຄວາມຫຼົງໄຫຼ.

ຕອບກັບ

ຂ່າວ/ບົດ​ອື່ນ