ຢ້ຽມຢາມຫໍພິພິດທະພັນຊົນເຜົ່າແຂວງດັກລັກ

(vovworld)-ໃນ​ລາຍ​ການ​ຢ້ຽມ​ຢາມ​ນະ​ຄອນ ບວນ​ມາ​ທວດ ແລະ ເຂດ​ດິນ​ໄຕ​ງວຽນ, ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ຫນຶ່ງທີ່​​ນັກ​ທ່ອງ​ທ່ຽວສ່ວນ​ຫຼາຍ​ມັກ​ແວ່​ຢາມ ນັ້ນ​ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ. ນີ້​ແມ່ນ​ສາງ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ໄຕ​ງວຽນ. ​​ໃນ​ໄລຍະ​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັ້ງ​ເມື່ອປີ 1990 ຫໍພິພິດທະພັນ​ນີ້​ມີ​ວັດ​ຖຸ​ພັນພຽງ​ 500 ຢ່າງແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ໄດ້ປະ​ມານ 1000 ເທື່ອ​ຄົນ​/ປີ​ ເທົ່າ​ນັ້ນ, ​ແຕ່ມາ​ຮອດ​ປະ​ຈຸ​ບັນ, ​ ຫໍ​ພິ​ພິ​ດ​ທະ​ພັນ​ຊົນ​ເຜົ່າ​ດັກ​ລັກ ​ໄດ້ມີວັດ​ຖຸ​ພັນກວ່າ 10.000 ຢ່າງ ແລະ ສາມາດຕ້ອນ​ຮັບນັກ​ທ່ອງ​ທ່ຽວ​ໄດ້​ກວ່າ 100.000 ເທື່ອ​ຄົນ/ປີ, ໃນ​ນັ້ນເກືອບ 1/3 ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກຕ່າງ​ປະ​ເທດ​.
ຢ້ຽມຢາມຫໍພິພິດທະພັນຊົນເຜົ່າແຂວງດັກລັກ - ảnh 1
ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ
ພາບ:baomoi.com

        ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ຕັ້ງ​ຢູ່​ໃ​ກາງ​ນະ​ຄອນ ບວນ​ມາ​ທວດໃນ​​ເຂດ​ວີ​ລາ​ຂອງ ເຈົ້າ​ຊີ​ວິດ ບ໋າວ​ດ້າຍ, ກ່ອນນີ້​ເກືອບ 100 ປີ.  ​ຕຶກ​ອາ​ຄານຢູ່​ໃຈ​ກາງ​ຫໍ​ພິ​ພິດ​ທະ​ພັນ​ນີ້ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ​​ຢູ່ໄຕ​ງວຽນ. ອາ​ຄານ​ຫລັງ​ນີ້​ມີ​ຮູບ​ຊົງ​ຄື ເຮືອນ​ຣົງ ແລະ ເຮືອນ​ຮ້ານ​ຂອງ ຊາວ​ເຜົ່າ ເອ​ເດ ແຕ່​ເມື່ອ​ສັງ​ເກດ​ຈາກທາງ​ໄກ ພັດ​ຄ້າຍ​ຄື​ເຮືອນ​​ຂອງ​ຊາວ​ເຜົ່າ ເມີ​ນົງ. ເບິ່ງ​ລວມ​ແລ້ວ, ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນີ້​ແມ່ນ​ເໝາະ​ສົມ​ກັບ​ເຂດ​ວີ​ລາ​ທີ່​ສະຫງົບ​ງຽບ​ດ້ວຍ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທູ່​ມ ທີ່​ມີ​ມາ​ນັບ​ຮ້ອຍ​ປີ.

        ໄລ​ຍະ​ທຳ​ອິດ ຫໍ​ພິ​ພິດ​ທະ​ພັນ​ ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ຂອບ​ຂະ​ຫນາດ​ນ້ອຍ, ວັດ​ຖຸ​ພັນ​ວາງ​ສະ​ແດງ​ກໍ​ບໍ່​ມີ​ຫລາຍ ແລະ ເອີ້ນ​ວ່າ ຫໍ​ມູນ​ເຊື້ອ​ຂອງ​ແຂວງ ດັກ​ລັກ. ຮອດ​ປີ 1990, ອາ​ຄານ​ຫລັງ​ນີ້​ຖືກ​ປ່ຽນ​ຊື່​ເປັນ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ແລະ ຮອດ​ປີ 2008, ຫໍ​ພິ​ພິດ​ທະ​ພັນ​ຊົນ​ແຫ່ງນີ້ ໄດ້​ຮັບ​ການກໍ່​ສ້າງ​ຄືນ​ໃຫມ່​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່ກວ່າ​ຄື​ປະ​ຈຸ​ບັນ. ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ຖືກ​ແບ່ງ​ເປັນ 3 ເຂດ ແລະ ວາງ​ ​ຕາມ 3 ຫົວ​ເລື່ອ​ງ​ໃຫຍ່​ເຊັ່ນ: ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ປະ​ຕິ​ວັດ, ​ລັກ​ສະ​ນະ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ. ໃນ​ນັ້ນ ເຂດ​ແນະ​ນຳ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່ ໄຕ​ງວຽນ ​ໄດ້​ວາງສະ​ແດງວັດ​ຖຸ​ພັນ​ກວ່າ 520 ຢ່າງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ຢູ່ ດັກ​ລັກ​ຄື: ເອ​ເດ, ເມີ​ນົງ, ຢາ​ຣາຍ... ດ້ວຍວັດ​ທະ​ນະ​ທຳ​ທີ່​ມີຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງວົງ​ຄະ​ນາ​ຍາດ​ບັນ​ດາ​ເຜົ່າ ​ເຊິ່ງ​ສະ​ແດງ​ອອກ​ຜ່ານ​ບັນ​ດາ​ຮູບ​ພາບ, ວັດ​ຖຸ​ພັນ ແລະ ຮູບ​ແບບ, video ວາດ​ພາບ​ຕົວ​ຈິງ ​ໄດ້ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​, ຮີດ​ຄອງ​ປະ​ເພ​ນີ, ບັນ​ດາ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ​ງວຽ​ນ. ທ່ານ ຫງວຽນ​ຈ້ອງ​ຮຽວ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

        “ເມື່ອ​ມາ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ, ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ໄຕ​ງວຽນ. ເມື່ອ​ໄດ້​ຮັບ​ຊົມ​ບັນ​ດາ​ວັດ​ຖຸ​ພັນ​ຢູ່​ ຫໍ​ພິ​ພິດ​ທະ​ພັນ​ນີ້ ຂ້າ​ພະ​ເຈົ້າ​ຮູ້​​ໄດ້ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ຊາ​ວ​ຊົນ​ເຜົ່າ​, ເປັນ​ຕົ້ນ​ແມ່ນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ຢູ່ ໄຕ​ງວຽນ.”

ຢ້ຽມຢາມຫໍພິພິດທະພັນຊົນເຜົ່າແຂວງດັກລັກ - ảnh 2
ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ
ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:internet

        ເຂດ​ວາງສະ​ແດງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່ ແຂວງ ດັກ​ລັກ ໄດ້​ດຶງ​ດູດ​ນັກ​ຄົ້ນ​ຄ້​ວາ, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ແຕ​່​ຫລາຍກວ່າ​ໝູ່​ແມ່ນ​ນັກ​ຮຽນ, ນັກ​ສຶກ​ສາ​ຢູ່​ແຂວງດັກ​ລັກ ແລະ ໂຮງ​ຮຽນ​ຕ່າງໆໃນ​ທົ່ວ​ປະ​ເທດ​ມາ​ທັດ​ສະ​ນະ​ສຶກ​ສາ. ເອື້ອຍ​ຄູ ຫງວຽນ​ທິ​ຫງວຽດ, ຄູ​ສອນ ໂຮງ​ຮຽນ ເລືອງ​ເທວີງ, ນະ​ຄອນ ບວນ​ມາ​ທວດ ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ພາ​ພວກ​ນ້ອງ​ນັກ​ຮຽນ​ມາ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກເປັນ​ປະ​ຈຳ. ມາ​ແຫ່ງ​ນີ້ແຕ່​ລະ​ເທື່ອ​ພວກ​ນ້ອງ​ກໍ່​ໄດ້​ຮູ້​ຕື່ມຫລາຍ​ສິ່ງ​ທີ່​ໃຫມ່​ອ່ຽມ.

        “ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ  ຊ່ວຍ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ມີ​ຄວາມ​ຮູ້ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ທ້ອງ​ຖິ່ນ ແລະ ເຂດ​ດິນ​ແດນ​ໄຕ​ງວຽນ. ໃນ​ຂົງ​ເຂດ​ສຶກ​ສາ, ຄວາມ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ທ້ອງ​ຖິ່ນ​ແມ່ນ​ສຳ​ຄັນ​ທີ່​ສຸດ, ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ສົມ​ທົບ​ກັບ ສະ​ມາ​ຄົມ​ພໍ່​ແມ່​ນັກ​ຮຽນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຈັດ​ຕັ້ງ​ໃຫ້​ພວກ​ນ້ອງ​ໄປ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ​ໃນ​ແຕ່​ລະ​ປີ.”

         ໃນ​ໂອ​ກາດ​ທ້າຍ​ສັບ​ປະ​ດາ, ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ໄດ້​ຈັດ​ຕັ້ງ​ລາຍ​ການ​ແນະ​ນຳ​ບັນ​ດາ​ອາ​ຊີບ​ຫັດ​ຖະ​ກຳ​ຫລື​ວາດ​ພາບ​ງານ​ບຸນ​ພື້​ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ. ການ​ເຄື່ອນ​ໄຫວນີ້ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ໃກ້​ຊິດ​ຕິດ​ແທດກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ເທົ່າ​ນັ້ນ ຫາກ​ຊ່ວຍ​ໃຫ້​ຊາວ​ຊົນ​ເຜົ່າ​ມີ​ໂອ​ກາດ​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ​ໃນ​ຊີ​ວິດ​ປະ​ຈຸ​ບັນອີກ​ດ້ວຍ. ​ທ່ານ​ນາງ ເລືອງ​ແທງ​ເຊີນ, ຜູ້​ອຳ​ນວຍ​ການ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ເວົ້າ​ວ່າ:

        “ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກແມ່ນ​ສະ​ຖານ​ທີ່​ຮັກ​ສາ​ວັດ​ຖ​ຸ​ພັນ, ຮູບ​ພາບຫຼາຍ​ຢ່າງ ແລະ ເມື່ອ​ຊອກ​ຮູ້​ກໍ່​ເຂົ້າ​ໃຈ​ໄດ້​ວ່າ ວັດ​ຖະ​ພັນ​ແຕ່​ລະ​ຢ່າງ​ລ້ວນ​ແຕ່​ຕິດ​ພັນ​ກັບເລື່ອງ​ລາວ​ໃດ​ຫນຶ່ງ, ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ລາວ​ໃນ​ເມື່ອກ​ອ່ນ​ເທົ່າ​ນັ້ນ ຫາກ​​ໃນອະ​ນາ​ຄົດ​ອີກ​ດ້ວຍ, ອັນ​ຈະ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ພັດ​ທະ​ນາ​ອາ​ຊີບ​ພື້ນ​ເມືອງ​ຂອງ​ທ້ອງ​ຖິ່ນ, ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ໃຫ້​ຄົນ​ລຸ້ນ​ຫລັງ.”

        ແນວ​ຄວາມ​ຄິດ​ຊ່ວຍ​ໃຫ້​ລຸ້ນ​ຫນຸ່ມເຂົ້າ​ໃຈ ແລະ ເຊີດ​ຊູ​ຄຸນ​ຄ່າ​ວັດ​ທະ​ນ​ະ​ທຳ, ມີ​ສະ​ຕິ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຄົນ​ລຸ້ນ​ກ່ອນ ນັ້ນກ​ໍ​ແມ່ນ​ຄາດ​ໝາຍ​ຊື່ງ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ມຸ່ງ​ໄປ​ເຖິງ. ປະ​ຈຸ​ບັນ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ມີ​ປື້ມໜາ 10 ກວ່າຫົວ ທີ່​ຈົດ​ໄວ້​ບັນ​ດາ​ຄວາມ​ຮູ້​ສຶກ​ຂອງນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​ພາ​ຍ​ຫລັງ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ​. ເຂົາ​ເຈົ້າ​​ໄດ້​ຂຽນຄວາມ​ຮູ້​ສຶກ​ຂອງ​ຕົນຢ່າງ​ຈິງ​ໃຈ, ສະ​ແດງ​ໃຫ້​ເຫັນຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ດາ​ຄຸນ​ຄ່າ​ຂອງມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ຊື່ງ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ ດັກ​ລັກ ໄດ້​ນຳ​ມາ​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ