ວຸງໂຣ ແຫ່ງມະຫັດສະຈັນ ແລະ ງາມດັ່ງໃນຝັນ

(vovworld)-ບົນ​ເສັ້ນ​ທາງ​ແຕ່​ພາກ​ເໜືອ​ລົງ​ພາກໃຕ້, ເມື່ອ​ໄປ​ຮອດ​ກີ່ວ​ກາ, ໃນ​ບໍ​ລິ​ເວນ​ແຂວງ​ຟູ໋​ອຽນ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​​ເຂດພູ​ຜາ​ປ່າ​ໄມ້​ທີ່​​ໃຫ​ຍ່​ໂຕ​ມະ​ໂຫ​ຖານແລະຂຽວ​ສົດ​ງົດ​ງາມ. ນັ້ນ​ແມ່ນ​ວຸງ​ໂຣ, ທີ່ຂຶ້ນ​ກັບ​ຕາ​ແສງ​ຊວນ​ນາມ, ເມືອງ​ດົງ​ຮ່​ວາ​, ຫ່າງ​ຈາກ​ຈອມ​ກີ່ວ​ປະ​ມານ 3 ກມ, ນີ້ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອ່າວ​ງາມກວ່າ​ໝູ່​ຂອງ​ແຂວງ​ຟູ໋​ອຽນ ກໍ່​ຄື​ທັງ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ​ຫວຽດ​ນາມ. ວຸງ​ໂຣ ຍັງ​ແມ່ນ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ທີ່​ຕິດ​ພັນ​ກັບ​ເສັ້ນ​ທາງ​ໂຮ່​ຈີ​ມິນ​ ບົນ​ທະ​ເລ.

ວຸງໂຣ ແຫ່ງມະຫັດສະຈັນ ແລະ ງາມດັ່ງໃນຝັນ - ảnh 1

ທະເລວຸງໂຣແຂວງຟູ໋ອຽນ

(ພາບ: ອິນເຕີແນດ)

        ຕາມ​ເສັ້ນ​ທາງຫຼວງ 1A ຈາດ​ພາກເໜືອ​ລົງພາກ​ໃຕ້, ວຸງ​ໂຣ ​ຫ່າງ​ຈາກ​ນະ​ຄອນ​ຕູຍ​ຮ່​ວາ 25 ກມ.ໂດຍ​ຕັ້ງ​ຢູ່​ຕີນ​ກີ່ວ​ກາທີ່ຂຽວ​ອຸ່ມ​ທູ່ມ​, ວຸງ​ໂຣຖືກ​ອ້ອມຮອບ​ທັງ​ສາມທິດ​ຄື: ທິດ​ເໜືອ, ທິດ​ຕາ​ເວັນ​ອອກ ແລະ ທິດ​ຕາ​ເວັນ​ຕົກ​ ​ດ້ວຍສາຍ​ພູ​ແດ່ວ​ກາ, ດ໋າ​ເບຍ, ຮ່ອນ​ບ່າ. ສ່ວນຢູ່​ທິດ​ໃຕ້​ແມ່ນ​ປາກແມ່​ນ້ຳ, ດ້ວຍ​​ເກາະ​ຮ່ອນ​ເນືອ​ທີ່​ມີ​ຮູບຊົງ​ຄ້າຍຄືກັບເສົາຄ້ຳສູງ 105 ແມັດ ​ທີ່ແບ່ງ​ເຄິ່ງ​ເປັນ 2 ບານ​ປະ​ຕູ​ເຂົ້າ​ວຸງ​ໂຣ. ເບິ່ງ​ໃນ​ແຜນ​ທີ່​ຟູ໋​ອຽນ, ເຫັນ​ວ່າ​ຢູ່​ທິດ​ຕາ​ເວັນ​ອອກສ່ຽງ​ໃຕ້​ກໍ່ມີ​ແຫຼມ​​ແຫ່ງໜຶ່ງ​ທີ່​ມີຮູບ​ຄ້າຍຄື​ກັນ​ກັບຫົວ​ນົກ​. ແຫຼມ​ແຫ່ງນີ້​​​​ໂດຍພູ​ວຸງ​ໂຣ ສ້າງ​ຂຶ້ນ, ອັນ​ໄດ້ເຮັດ​ໃຫ້​ຝັ່ງ​ທະ​ເລ​ທັງ​ມີ​ຄວາມສູງ ແລະ ຊັນ. ວຸງ​ໂຣ ມີຫາດ​ນ້ອຍຫຼາຍ​ແຫ່ງ​ຄື​ຫາດ​ແລກ, ຫາດ​ຈົ່ວ (​ວັດ), ຫາດເຈີນ​ເຈົາ (​ຕີນ​ຄວາຍ), ຫາດ​ຫ​ຍໍ (ນ້ອຍ), ​ຫາດຈີ່ນ (​ຕົ້ນ​ຕໍ່), ຫາດ​ເລົາ… ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ນັ້ນ,ໄດ້ສ້າງ​ຄວາມ​ດຶງ​ດູດ​​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​​ແຫ່ງ​ນີ້.

        ທະ​ເລ​ວຸງ​ໂຣ ມີ​ສິນ​ທະ​ເລຫຼາຍ​ປະ​ເພດ, ຢູ່​ພື້ນ​ທະ​ເລ​ມີ​ຫີນ​ປະ​ກາ​ລັງ​ນາໆ​ສີ​ເໝາະ​ສົມ​ກັບ​ຮູບ​ການ​ທ່ອງ​ທ່ຽວ​ຕຶກ​ປາ, ລອຍ​ນ້ຳ, ດຳ​ນ້ຳ. ຖ້າ​ນັກ​ທ່ອງ​ທ່ຽວ​ມີ​ເວ​ລາ​ຢ້ຽມ​ຢາມຫຼາຍ​ວັນ, ສາ​ມາດ​ກະ​ກຽມຄັນ​ເບັດ​ເພື່ອຕຶກ​ປາຢູ່ໂກນ​ຫີນ ຫຼື​ເທິງ​ເຮືອ​ເພ​ລ້ຽງ​ປາ​, ກຸ້ງຂອງ​ຊາວ​ປະ​ມົງ, ນັກ​ທ່ອງ​ທ່ຽວ​ກໍ່​ສາ​ມາດ​ເຊົ່າເຮືອ​ຈັກນ້ອຍ​ຂອງ​ຊາວ​ປະ​ມົງ​ໃນ​ທ້ອງ​ຖີ່ນ​ເພື່ອ​ໄປທັດ​ສະ​ນາ​ຈອນ​ຢູ່​ອ້ອມ​ເຂດ​ອ່າວ ຫຼື ໄປ​ຫ່ອນ​ເນືອ ເພື່ອ​ທ່ຽວ​ຊົມທັດ​ສະ​ນີ​ຍະ​ພາບ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າຂອງ​ທະ​ເລ​ໝູ່ເກາະ, ຫຼື​ອາບ​ນຳ​້​ທີ່​ຂຽວ​ສະ​ອາດ​ຢູ່​ທີ່​ນີ. ອ້າຍ ເລ​ຮ່​ວາງ​ແທງ​ຕຸ່ງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຕູຍ​ຮ່​ວາ, ແນະ​ນຳ​ວ່າ:

        “ຢູ່​ລຽບ​ຕາມ​ອ່າວ​ວຸງ​ໂຣ​ ມີ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມຫຼາຍ​ແຫ່ງ, ຫາດ​ມົນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫາດ​ອາບ​ນ້ຳ​ທະ​ເລທີ່​ສວຍ​ງາມກວ່າ​ໝູ່. ຂີ້​ຊາຍ​ຢູ່​ທີ່ນີ້​ຂາວ​ແລະກ້ຽງ​ສະ​ເໝີ, ສ່ວນ​ນ້ຳ​ທະ​ເລ​ແມ່ນ​ໄສ​ສະ​ອາດ, ຖ້າ​ພວກ​ເຮົາ​ຢືນ​ເທິງ​ເຮືອຫຼຽວ​ລົງ​ມາ​ກໍ່​ສາ​ມາດ​ເຫັນ​ປາ ຫຼື​ຫີນ​ປະ​ກາ​ລັງ​ຢູ່​ພື້ນ​ທະ​ເລ​ໄດ້”.

ວຸງໂຣ ແຫ່ງມະຫັດສະຈັນ ແລະ ງາມດັ່ງໃນຝັນ - ảnh 2

ທະເລວຸງໂຣແຂວງຟູ໋ອຽນ

(ພາບ: ອິນເຕີແນດ)

        ວຸງ​ໂຣ ຍັງ​ຕິດ​ພັນ​ກັບ​ເສັ້ນ​ທາງ​ແຫ່ງ​ເທບ​ນິ​ຍາຍ​ກ່ອນນີ້ 50 ກວ່າປ​ີ, ນັ້ນ​ແມ່ນ​ເສັ້ນ​ທາງ ໂຮ່​ຈີ​ມິນ​ ບົນ​ທະ​ເລ. ​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ທີ່​ສຳ​ຄັນ ເພື່ອ​ຮັບ​ເອົາ​ອາ​ວຸດ​ນັບ​ຮ້ອຍ​ໂຕນ​ ໂດຍ​ກ່ຳ​ປັ່ນ​ບໍ່​ມີ​ໝາຍ​ເລກ​ຂົນ​ສົ່ງ​ຈາກ​ພາກ​ເໜືອໄປ​ຍັງ​ສະ​ໜາມ​ຮົບ​ພາກ​ໃຕ້ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ. ພາຍ​ໃນ​ເວ​ລາອັນ​ສັ້ນໆ​ຄື​ແຕ່​ເດືອນ 11/1964 – 02/1965 ເທົ່າ​ນັ້ນ​, ແຕ່​ທ່າ​ກ່ຳ​ປັ່ນ​ວຸງ​ໂຣ ໄດ້​ຮັບ​ກ່ຳ​ປັ່ນ​ບໍ່​ມີ​ໝາຍ​ເລກ 4 ລຳ​ເຂົ້າ​ທຽບ​ທ່າ. ສະ​ເພາະ​ກ່ຳ​ປັ່ນ​ລຳ​ທີ 4 ເມື່ອ​ເຂົ້າ​ທຽບ​ທ່າ​ໃນ​ວັນ​ທີ 15/2/1965 ກໍ່ຖືກ​ສັດ​ຕູ​ພົບ​ເຫັນ. ເພື່ອ​ຮັກ​ສາ​ຄວາມ​ລັບ​ໃຫ້​ເສັ້ນ​ທາງ​ ໂຮ່​ຈີ​ມິນ ບົນ​ທະ​ເລ, ທະ​ຫານ​ປົດ​ປ່ອຍ​ພາກ​ໃຕ້ຕ້ອງ​ທຳ​ລາຍ​ກ່ຳ​ປັ່ນ​ນີ້​ໃນ​ທັນ​ທີ. ອ້າຍ ເລ​ຮ່​ວາງ​ແທງ​ຕຸ່ງ, ເລົ່າ​ສູ່​ຟັງ​ວ່າ:

        “ເມື່ອ​ໄປ​ຢ້ຽມ​ຢາມ​ຫາດຢູ່​ເບື້ອງຫຼັງ​ຂອງວຸງ​ໂຣ, ເພື່ອນ​ຈະ​ເຫັນ​ອະ​ນຸ​ສາ​ວະ​ລີ​​ແຫ່ງ​ໜຶ່ງ​ທີ່​ຖືກ​ກໍ່ສ້າງ​ຕາມຮູບ​ກ່ຳ​ປັ່ນລຳ​ໜຶ່ງ​ພວມ​ມຸ່ງ​ໄປ​ສູ່​ທິດ​ໃຕ້, ໃນ​ນັ້ນ​ມີ​ຮູບ​ບັນ​ດາ​ນັກ​ຮົບ​​ທີ່ເຮັດ​ໜ້າ​ທີ່ປົກ​ປັກ​ຮັກ​ສາ​ກ່ຳ​ປັ່ນ​ໃນ​ຊຸດເຄື່ອງ​ແບບ​ຂອງ​ຊາວ​ປະ​ມົງ. ໃນ​ນັ້ນ​ຍັງ​ມີ​ຮູບ​ຈຳ​ລອງ​ສາງ​ອາ​ວຸດ ແລະ ອຸ​ປະ​ກອນ​ຂອງ​ກ່ຳ​ປັ່ນ​ອີກ”.

ວຸງໂຣ ແຫ່ງມະຫັດສະຈັນ ແລະ ງາມດັ່ງໃນຝັນ - ảnh 3

ອະ​ນຸ​ສາ​ວະ​ລີ​​ແຫ່ງ​ໜຶ່ງ​ທີ່​ຖືກ​ກໍ່ສ້າງ​ຕາມຮູບ​ກ່ຳ​ປັ່ນລຳ​ໜຶ່ງ​ພວມ​ມຸ່ງ​ໄປ​ສູ່​ທິດ​ໃຕ້
(ພາບ: ອິນເຕີແນດ)

        ວຸງ​ໂຣ​ ປຽບ​ເໝືອນ​ຂອງ​ຂວັນ​ໂດຍ​ທຳ​ມະ​ຊາດ​ບັນ​ດານ​ໃຫ້​ແຂວງ​ຟູ໋​ອຽນ, ປະ​ຈຸ​ບັນ, ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ແຂວງ​ພວມ​ຂຸດ​ຄົ້ນບັນ​ດາ​ຫາດ​ຊາຍ​ທີ່​ສວຍ​ງາມ​ຢູ່​ທີ່ນ​ີ້​ເພື່ອ​ແນະ​ນຳ​ໃຫ້​​ນັກ​ທ່ອງ​ທ່ຽວ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ຂອງ​ດິນ​ແດນ​ແຫ່ງນີ້. ທ່ານ ເຈິ່ນກວາງ​ເຍິດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຟູ໋​ອຽນ, ໃຫ້​ຮູ້​ວ່າ:

        “ດ້ວຍ​ປູ​ຊະ​ນີ​ຍະ​ສະ​ຖານ​ຢູ່​ວຸງ​ໂຣ, ພວກ​ຂ້າ​ພະ​ເຈົ້າ​ຈະ​ລົງ​ເລິກ​ວຽກ​ງານຂຸດ​ຄົ້ນການ​ທ່ອງ​ທ່ຽວ​ທະ​ເລ​ຕິດ​ພັນ​ກັບ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ຂຶ້ນ​ພູ. ພວກ​ຂ້າ​ພະ​ເຈົ້າ​ຈະ​ພັດ​ທະ​ນາ​ທ່ອງ​ທ່ຽວ​ວຸງ​ໂຮ ນີ້​ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ພາກ​ກາງ​ກໍ່​ຄື​ທົ່ວ​ປະ​ເທດ”.

ວຸງໂຣ ແຫ່ງມະຫັດສະຈັນ ແລະ ງາມດັ່ງໃນຝັນ - ảnh 4
ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມຢູ່ທະເລວຸງໂຣ
(ພາບ: ອິນເຕີແນດ)

        ​ເລື່ອງ​ອົງ​ການ​ທ່ອງ​ທ່ຽວ​ໂລກ (CWT) ຕີ​ລາ​ຄາ​ວຸງ​ໂຣ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມກວ່າ​ໝູ່​ຢູ່​ອາ​ຊີ ແລະ ເຂດ​ຕາ​ເວັນ​ອອກ​ໄກ, ​ແລະ ແມ່ນ​ແຫ່ງ​ທີ່​ສາ​ມາດ​ປຽບ​ທຽບ​ກັບ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ໂລກ​ນັ້ນ​ບໍ່ແມ່ນ​ເລື່ອງ​ບັງ​ເອີນ, ຫາກ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ວ່າງ​ເປົ່າ, ມະ​ໂຫ​ຖານ​ຂອງ​ພູ​ຜາ​ປ່າ​ໄມ້ ແລະ ທະ​ເລ​ຢູ່​ແຫ່ງນີ້ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່ມາ​ຢາມດິນ​ແດນ​ແຫ່ງນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ