ວັດວີ້ງງຽມແຂວງບັກຢາງ

(vovworld)-ວັດ​ວິ້ງ​ງຽມ ຫຼື​ເອີ້ນ​ວ່າ​ວັດ​ດຶກ​ລາ ​ແມ່ນ​ວັດ​ທີ່​ມີ​ຊື່​ສຽງ​ຢູ່​ຫວຽດນາມ, ຕັ້ງຢູ່ຕາແສງຈີ໋ອຽນ, ເມືອງອຽນຢຸ້ງ, ແຂວງບັກຢາງ, ຫ່າງຈາກຮ່າໂນ້ຍ ໄປທາງທິດເໜືອປະມານ 80 ກມ. ໃນປະຫວັດສາດ, ວັດວີ້ງງຽມ ເຄີຍແມ່ນສູນພຸດທະສາສະໜາ, ​ແມ່ນ​ແຫ່ງ​ສຶກສາພະສົງສາມະ​ເນນ​ໃຫ້​ທົ່ວ​ປະ​ເທດ. ປະຈຸ​ບັນ, ວັດ​ວີ້ງງຽມ ບໍ່​ພຽງ​ແຕ່​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ​ທຸກ​ສາລະ​ທິດມາຊອກ​ຫາ​ຄວາມ​ສະຫວາດ​ສະ​ເຫວີຍທາງຈິດ​​ໃຈອີກ​ດ້ວຍ.

ວັດວີ້ງງຽມແຂວງບັກຢາງ - ảnh 1

ວັດວີ້ງງຽມ (ພາບ:google.com)

   ວັດ​ວີ້ງງຽມ ຕັ້ງ​ເທິງ​ໂນນ​ພູ​ແຄມ​ແມ່​ນ້ຳ​ເທືອງ. ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານກັນ​ມາ​ວ່າ, ວັດ​ວີ້ງງຽມ ມີ​ມາ​ແຕ່​ສະ​ໄໝ​ເຈົ້າ​ຊີວິດຫຼີທ້າຍ​ໂຕ (ປີ 1010-1028). ຮອດ​ສະ​ໄໝ​ເຈົ້າ​ຊີວິດ​ເຈິ່ນ​ແທ໋ງຕົງ (1258-1278) ວັດ​ວີ້ງງຽມ​ ​ໄດ້​ມີ​ທີ່​ຕັ້ງ​ພິ​ເສດ​ໃນ​ປະຫວັດສາດ​ພຸດທະ​ສາສະໜາຫວຽດນາມ, ກາຍ​ເປັນ​ແຫ່ງຖື​ສິນ​ຂອງພະສົງສາມະ​ເນນ. ບຸລຸດ​ສາມ​ອົງ​ຂອງ​ນິກາຍ​ຈຸກ​ເລິ​ມ​ຄື: ​​ເຈົ້າ​ຊີວິດ​ເຈິ່ນຍີ​ນຕົງ, ຟາ​ບລວາ ​ແລະ ຮ່ວຽນ​ກວາງ ​​ແມ່ນ​ຜູ້​ກໍ່​ຕັ້ງ​ນິກາຍ​ທ່ຽນ​ຕົງ ຂອງ​ພຸດທະ​ສາສະໜາ​ຫວຽດນາມ, ​ແລະ​ຖື​ນີ້​ແມ່ນ​ສູນ​ພຸດທະ​ສາສະໜາ​ໃນ​ສະ​ໄໝ​ລາຊະວົງ​ເຈິ່ນ ​ເພື່ອ​ສຶກສາ​ພະສົງ ​ແລະ ​ແຕ່ງ​ຕັ້ງ​ຍົດ​ສັກ​ໃຫ້​ພະສົງ​ສາມະ​ເນນຢູ່​ວັດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ຜ່ານ​ຫຼາຍ​ທົດ​ສະ​ວັດ, ວັດ​ວີ້ງງຽມ ຍັງ​ຄົງ​ຮັກສາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ວັດ​ບູຮານ​ທີ່​ສຸດ​ຢູ່​ພາກ​ເໜືອ​ຫວຽດນາມ​ໄວ້​ໄດ້. ວັດ​​ແຫ່ງ​ນີ້​ທັງໃຫຍ່​ໂຕ​ໂອ​ໂຖງ, ທັງ​ສວຍ​ງາມ ​ເຊິ່ງປະກອບ​ດ້ວຍ ສະຖາປັດຕະຍະກຳ​ຫຼາຍ​ຢ່າງທີ່​ແຕກ​ຕ່າງ​ກັນ, ​ໃນ​ບໍລິ​ເວນ​ເນື້ອ​ທີ່ປະມານ 1 ​ເຮັກຕາ. ວັດ​ຖືກ​ກໍ່ສ້າງ​ ​ແລະ​ ປະດັບ​ປະດາ​​ຕາມຮູບ​ດອກ​ບົວ​ທີ່ພວມ​ບານ​ອອກ​. ບັນດາ​ວັດຖຸ​ພັນ​ຢູ່​​ໃນ​ວັດ​ກໍ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ​ທີ່​ສຸດ​, ດ້ວຍ​ພະພຸດທະ​ຮູບ, ລະບົບ​ສີ​ລາ, ​​ເຄື່ອງ​ບູຊາ, ​ແຜ່ນ​ຄຳ​ຜະ​ຫຍາ… ພິ​ເສດ, ປະຈຸ​ບັນ, ​ໃນ​ວັດ​ຍັງ​ຄົງ​ຮັກສາ​ວັດຖຸ​ອັນ​ລ້ຳ​ຄ່າ​ຫຼາຍ​ຊິ້ນ, ​ໂດຍ​ສະ​ເພາະ​ແມ່ນ​ແຜ່ນ​ພິມ​ຄຳ​ພີ​ດ້ວຍ​ໄມ້ 3000 ກວ່າ​ແຜ່ນ, ​ເຖິງ​ວ່າ​ໄດ້​ມີ​ມາ​ກ່ອນ​ນີ້​ກວ່າ 300 ປີ​​ແລ້ວ​ກໍ່ຕາມ, ​ແຕ່​ບັນດາ​ແຜ່ນ​ພິມ​ດັ່ງກ່າວຍັງ​ຄົງ​​ຮັກສາ​ຮູບ​ເດີມໄວ້​​ໄດ້ຢ່າງຄົບຖ້ວນ ​​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ວັດຖຸ​ພັນ​ທີ່​ມີຄ່າ​ຂອງ​ຊາດ. ພະ​ອາຈານ ທິກ​ແທງ​ວີ້ງ, ​ເຈົ້າ​ອາວາດ​ວັດວີ້ງງຽມ, ​ໃຫ້​ຮູ້​ວ່າ:

ວັດວີ້ງງຽມແຂວງບັກຢາງ - ảnh 2
ວັດວີ້ງງຽມ (ພາບ:google.com)

    ​ແຜ່ນ​ພິມ​ຄຳ​ພີ​ດ້ວຍ​ໄມ້ຊຸດ​ທຳ​ອິດຂອງ​ວັດ​ວີ້ງງຽມ ​ແມ່ນ​ມີ​ແຕ່​ຕົ້ນສະຕະວັດທີ 17 ​ແລະ​ແຜ່ນ​ພິມຄຳ​ພີ​ຊຸດຫຼ້າສຸດ​ແມ່ນ​ມີ​ແຕ່​ທ້າຍສະຕະວັດ​ທີ 19 ຕົ້ນ​ສະຕະວັດ​ທີ 20… ບັນດາຕຳລາຄຳ​ພີ​ທັງ​ໝົດຢູ່​ທີ່​ນີ້​ລ້ວນ​ແຕ່​ພິມ​ດ້ວຍ​ແຜ່ນ​ພິມດັ່ງກ່າວ.

    ຕາມ ພະ​ອາຈານ ທິກ​ແທງ​ວີ້ງ ​ແລ້ວ, ​ເລື່ອງ​ປະດິດ​ແຜ່ນ​ພິມ​ດ້ວຍ​ໄມ້ ​ຖືກດຳ​ເນີນ​ໄປ​ໃນ​ຕະຫຼອດ​​ໄລຍະ​​ເວລານັບ​ຮ້ອຍ​ປີ, ນັກ​ສິລະ​ປະກຳ, ຊ່າງ​ໄມ້​ໃນ​ເມື່ອ​ກ່ອນ ບໍ່​ພຽງ​ແຕ່​ມີ​ສີມື​ການ​ຊ່າງ​ເທົ່າ​ນັ້ນ, ຫາກ​ຍັງ​​ເກັ່ງ​ທັງ​ພາສາ​ຈີນ​, ພິ​ເສດ​ແມ່ນ​ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​​ໃນ​ວຽກ​ງານຄວັດ​ແຜ່ນ​ພິມອີກ​ດ້ວຍ. ຜ່ານ​ການ​ຄົ້ນ​ຄ້ວາ​ບັນດາ​ແຜ່ນ​ພິມ​ດ້ວຍ​ໄມ້, ສາມາດ​ເຫັນ​ໄດ້​ຄວາມ​ສົມ​ບຸນ​ດ້ານຂໍ້​ມູນ​ຂ່າວ​, ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ ທາງດ້ານ​ປະຫວັດສາດ​ພຸດທະ​ສາສະໜາ ​ແລະ ​ແນວ​ຄິດ​ໃນ​ການ​ເທດ​ສະໜາ​ຂອງ​ນິກາຍຈຸກ​ເລິ​ມ, ນອກ​ນັ້ນ​ຍັງ​ມີ​ບັນດາ​ບົດ​ກະວີ, ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ພະສົງ ​ແລະ​ປື້​ມຂຽນ​ກ່ຽວ​ກັບ​ອາຊີບ​ການ​ຢາ​ຈຳນວນ​ໜຶ່ງ.

    ​ໃນ​ຕະຫຼອດ​ໄລຍະກວ່າ 7 ສະຕະວັດ, ວັດ​ວີ້ງງຽມ ​ແມ່ນ​ໜຶ່ງ​ໃນ​ບັນດາບ່ອນທີ່​ຮັກສາ​ ​ແລະ ​ພິມ​ຄຳ​ພີ​ໃຫ້​​ແກ່ພຸດທະ​ສາສະໜາ​ຫວຽດນາມ. ນັບ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ ​ເລ​ແກງ​ຮຶງ (ສະຕະວັດ​ທີ XVII) ​ເຖິງ​ສະ​ໄໝ​ລາດ​ຊະ​ວົງ ຫງວຽນ​ແທ່ງ​ທ້າຍ (ສະຕະວັດ​ທີ XIX) ສາງ​ຄຳ​ພີ​ໄດ້​ຮັບ​ການ​ເພີ່ມ​ເຕີມແຜ່ນ​ພິມ​ພຳພີ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ປະຈຸ​ບັນ, ວັດ​ວີ້ງງຽມ ກາຍ​ເປັນ​ວັດ​ທີ່​ມີ​ສາງຮັກສາ​ຄຳ​ພີດ້ວຍ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ ​ແລະ​ລ້ຳ​ຄ່າ​ທີ່​ສຸດ​ຢູ່​ຫວຽດນາມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງບັກ​ຢາງ ​ໄດ້​ໃຫ້​ພິມ​ຄຳ​ພີ​ທັງ​ໝົດ​ອອກ​ເຈ້ຍ​ເພື່ອ​ຄົ້ນ​ຄ້ວາ. ​ໃນ​ເບື້ອງ​ຕົ້ນ​ເຫັນ​ວ່າ​ບັນດາຄຳພີມີຄຸນຄ່າຄົ້ນ​ຄ້ວາ​ກ່ຽວ​ກັບ​ປັດ​ສະ​ຍາ​ພຸດທະ​ສາສະໜາ ​ແລະ ວັດທະນະທຳ​ຫວຽດນາມ. ທ່ານ ​ໂງ​ວັນ​ຈຸ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ແຂວງບັກ​ຢາງ, ​ໃຫ້​ຮູ້​ວ່າ:

ວັດວີ້ງງຽມແຂວງບັກຢາງ - ảnh 3

ວັດວີ້ງງຽມແມ່ນຈຸດນັດພົບຂອງນັກທ່ອງທ່ຽວ (ພາບ:google.com)

    ”ບັນດາ​ແຜ່ນ​ພິມ​ທີ່ເຕື້ອງ​ເຖິງ​ນິກາຍ ຈຸກ​ເລິ​ມ ອຽນ​ຕື ​ມີ​ຄຸນຄ່າຄົ້ນ​ຄ້ວາ​ກ່ຽວ​ກັບ​ພຸດທະ​ສາສະໜາ​ນິກາຍ​ຈຸກ​ເລິ​ມ, ​ສິລະ​ປະ​ຄວັດ​ໄມ້​ຂອງ​ສະ​ໄໝ​ລາຊະວົງ​ເລ, ​ແລະ ຫງວຽນ, ກໍ່​ຄືຄົ້ນ​ຄ້ວາ​ກ່ຽວ​ກັບ​ຫໍສະໝຸດ, ປະຫວັດສາດ​ຂອງ​ປື້​ມຢູ່​ຫວຽດນາມ”.

    ມີ​ນັກ​ຄົ້ນ​ຄ້ວາ​ປະຫວັດສາດ, ວັດທະນະທຳ​ຫຼາຍ​ຄົນ​ຍັງ​ຖື​ວັດ​ແຫ່ງ​ນີ້​ແມ່ນ​ຫໍສະໝຸດວັດທະນະທຳ​ພຸດທະ​ສາສະໜາ​ມະຫາຍານ​ທີ່​ພົ້ນ​ເດັ່ນ​ຢູ່​ພາກ​ເໜືອ​ຫວຽດນາມ. ມາ​ຢ້ຽມຢາມ​ວັດ​ວີ້ງງຽມ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນຄວາມ​ສະຫງົບ​ງຽບ, ຄວາມ​ເຄັ່ງຂຶມ​​ຂອງ​ວັດ​ ​ແລະ​ທັດສະນີ​ຍະ​ພາບທີ່​ສວຍ​ງາມ​ຂອງພູຜາ​ປ່າ​ໄມ້​. ປ້າ ​ເຈິ່ນທິຮວາ, ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

    ”ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້, ​ເຖິງ​ວ່າ​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ຫຼາຍ​ແຫ່ງ​ແລ້ວ​ກໍ່ຕາມ ​ແຕ່​ເຫັນ​ວ່າ​ນີ້​ແມ່ນ​ວັດ​ ທັງບູຮານ​ທັງສວຍ​ງາມ​ແທ້ໆ”.

    ​ໂດຍ​ຜ່ານ​ຫຼາຍ​ສະຕະວັດ, ວັດ​ວີ້ງງຽມ ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນດາ​ວັດ​ທີ່​​ມີ​ຄວາມສຳຄັນ​ຂອງ​​ພຸດທະ​ສາສະໜາ​ຢູ່​ຫວຽດນາມ. ດ້ວຍ​ຄຸນຄ່າ​ດ້ານ​ປະຫວັດສາດ, ສິລະ​ປະ​ດ້ານສະຖາປັດຕະຍະກຳ, ວັດ​ວີ້ງງຽມ ​ໃນ​ປະຈຸ​ບັນ ບໍ່​ພຽງ​ແຕ່​ດຶງ​ດູດ​ບັນດາ​ນັກ​ຄົ້ນ​ຄ້ວາ​ມາ​ຊອກ​ຮູ້​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ​ເທົ່າ​ນັ້ນ,ຫາກ​ຍັງ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ພຸດທະສາສະນິກະຊົນ, ນັກ​ທ່ອງ​ທ່ຽວ​ຊອກ​ຫາ​ຄວາມ​ສະຫວາດສະ​ເຫວີຍທາງ​ຈິດ​ໃຈ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ