ຫໍພິພິທະພັນວັດທະນະທຳຊາຮີ່ງໃນຄຸ້ມຖະໜົນເກົ່າໂຫຍ້ອານ

(VOVWORLD) -     ບັນດາວັດຖຸພັນຖືກວາງສະແດງໃນຕຶກເຮືອນທີ່ສວຍງາມຊຶ່ງແມ່ນສະຖາປັດຕະຍະກຳຝະລັ່ງຖືກຕັ້ງຢູ່ຄຸ້ມຖະໜົນເກົ່າໂຫຍ້ອານ, ແຂວງກວາງນາມ ແມ່ນຫໍພິພິທະພັນຊາຮີ່ງ ຊຶ່ງໄດ້ວາດພາບເຖິງພື້ນຖານວັດທະນະທຳທີ່ມີມາກ່ອນນີ້ 2000 ປີຂອງບາງກຸ່ມຄົນທີ່ຕັ້ງຖິ່ນຖານກ່ອນໝູ່ຢູ່ຫວຽດນາມ
ຫໍພິພິທະພັນວັດທະນະທຳຊາຮີ່ງໃນຄຸ້ມຖະໜົນເກົ່າໂຫຍ້ອານ  - ảnh 1 ແຈໜຶ່ງໃນຫໍພິພິທະພັນວັດທະນະທຳຊາຮີ່ງ

    ຢູ່ເດີນຫຼັງເຮືອນເລກທີ 149 ຖະໜົນເຈີນຟູ້, ໂຫ້ຍອານ, ທ່ານ ປ.ອ ບຸຍຮິ້ວຕ້ຽນ ຮອງຜູ້ອຳນວຍການ ຫໍພິພິທະພັນມະນຸດວິທະຍາ, ມະຫາວິທະຍາໄລວິທະຍາສາດ ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຊຶ່ງແມ່ນຜູ້ຊ່ຽນຊານມາຊ່ວຍຖັນແຖວພະນັກງານຂອງ ຫໍພິພິທະພັນວັດທະນະທຳຊາຮີ່ງ ໃນການຟື້ນຟູບັນດາເຄື່ອງຂອງວັດຖຸພັນທີ່ຝັງຕາມຄົນຕາຍຢູ່ໃນຂຸມຝັງສົບຂອງຊາວໂຫ້ຍອານກ່ອນນີ້. ທ່ານ ປ.ອ ບຸຍຮິ້ວຕ້ຽນ ໃຫ້ຮູ້ວ່າ : 

    “ ມານີ້, ຜູ້ຄົນທັງຫຼາຍສາມາດຮູ້ຈັກ ແລະ ວາດພາບໄດ້ເຖິງວັດທະນະທຳໃນການຝັງສົບແມ່ນຄືແນວໃດ, ທັງສາມາດເຂົ້າໃຈກ່ຽວກັບຊີວິດດ້ານວັດຖຸ ແລະ ຈິດໃຈ, ຊີວິດສັງຄົມເສດຖະກິດ ຂອງມະນຸດໃນອະດີດຕະການແມ່ນຄືແນວໃດ. ນີ້ກໍເປັນການເປີດຊ່ອງທາງເພື່ອໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາກ່ຽວກັບວັດທະນະທຳຊາຮີ່ງຫຼາຍກ່ວາອີກ. ”

     ໂຖດິນເຜົາໜ່ວຍໜຶ່ງ ພວມໄດ້ຮັບການຟື້ນຟູຈາກທ່ານ ປ.ອ ບຸຍຮິ້ວຕ້ຽນ ແລະ ທ່ານ ເຈີນກົງຈຸງ ພະນັກງານສູນອະນຸລັກຮັກສາມໍລະດົກວັດທະນະທຳໂຫ້ຍອານ. ນີ້ແມ່ນໜຶ່ງໃນຈຳນວນວັດຖຸພັນ 946 ຢ່າງທີ່ກ່ຽວຂ້ອງເຖິງຊາວບູຮານໃນສະໄໝວັດທະນະທຳຊາຮີ່ງ ຖືກນຳມາວາງສະແດງທີ່ ຫໍພິພິທະພັນວັດທະນະທຳຊາຮີ່ງ. ທ່ານ ເຈີນກົງຈຸງ ພະນັກງານສູນອະນຸລັກຮັກສາມໍລະດົກວັດທະນະທຳໂຫ້ຍອານ ໃຫ້ຮູ້ວ່າ : 

    “ຫໍພິພິທະພັນວັດທະນະທຳຊາຮີ່ງໄດ້ຮັບການສ້າງຕັ້ງເມື່ອປີ 1995. ກ່ອນນີ້, ບັນດານັກຄົ້ນຄ້ວາບູຮານຄະດີໄດ້ສຳຫຼວດ, ຄົ້ນຫາ ແລະ ໄດ້ຂຸດຄົ້ນທັງລະບົບປູຊະນີຍະສະຖານ, ຮ່ອງຮອຍສະຖານບູຮານຄະດີຂອງຊາວຊາຮີ່ງໃນດິນແດນໂຫ້ຍອານ. ຫໍພິພິທະພັນວັດທະນະທຳຊາຮີ່ງ ໄດ້ຮັບການສ້າງຕັ້ງຂຶ້ນບົນໝາກຜົນຂອງວິວັດການຂຸດຄົ້ນນັ້ນ. ວັດຖຸພັນທັງໝົດເຫຼົ່ານີ້ ແມ່ນມີຕົ້ນກຳເນີດມາຈາກສະໄໝບູຮານ  ”

        ທ່ານ ເຈີນກົງຈຸງ ແນະນຳກ່ຽວກັບວັດຖຸພັນແຕ່ລະຢ່າງ ກໍຄືຊີວິດການເປັນຢູ່ຂອງຊາວຊາຮີ່ງ, ກໍຄືວົງຄະນະຍາດຊາວຫວຽດນາມໃນສະໄໝກ່ອນ ຄ. ສ 1000 ປີຫາສະຕະວັດທີ 2 ຫຼັງ ຄ. ສ. ຊຶ່ງແມ່ນກຸ່ມຄົນມາຕັ້ງຖິ່ນຖານກ່ອນໝູ່ຢູ່ພາກກາງຫວຽດນາມວ່າ : 

     “ ທຳອິດແມ່ນຕ້ອງເວົ້າເຖິງຊຸດວັດຖຸບູຮານຂອງຊາວຊາຮີ່ງ ນັ້ນແມ່ນໄຫບັນຈຸກະດູກທີ່ມີຮູບຮ່າງແຕກຕ່າງກັນ ພ້ອມກັບວັດຖຸເຄື່ອງຂອງທີ່ຝັງຕາມຄົນຕາຍໃນສະໄໝນັ້ນ ຊຶ່ງໄດ້ສະແດງໃຫ້ເຫັນສັງຄົມຊາຮີ່ງສະໄໝນັ້ນ ພັດນະນາທີ່ສຸດ ແລະ ມີການຈັດແບ່ງເປັນຫຼາຍຊົນຊັ້ນ. ຊຸດວັດຖຸພັນທີ 2 ແມ່ນເຄື່ອງອຸປະກອນເຮັດດ້ວຍເຫຼັກຊຶ່ງຂຶ້ນກັບວັດທະນະທຳ ອ໋ອກແອວ ຢູ່ເຂດທາງທິດໃຕ້ ແລະ ວັດທະນະທຳ ດົງເຊີນທາງພາກເໜືອ. ສິ່ງນີ້ໄດ້ສະແດງໃຫ້ເຫັນຊາວຊາຮີ່ງໄດ້ມີການຕິດຕໍ່ພົວພັນຄ້າຂາຍກັບຊາວພາກເໜືອ ແລະ ພາກໃຕ້ຫວຽດນາມ. ຊຸດວັດຖຸພັນທີ 3 ແມ່ນເຄື່ອງເອ້ຢ້ອງ ຄື ຕຸ້ມຫູ, ສາຍຄໍຖືກເຮັດດ້ວຍຫີນປະເສີດ.  ”

     ເປັນເອກະລັກກວ່າມູ່ໃນ ຫໍພິພິທະພັນວັດທະນະທຳຊາຮີ່ງ ນັ້ນແມ່ນຊຸດໄຫບັນຈຸກະດູກຂອງຊາວບູຮານຊາຮີ່ງ ໄດ້ຮັບການເກັບຮັກສາໄວ້ເໝືອນເດີມ. ພ້ອມກັນນັ້ນ ກໍແມ່ນບັນດາເຄື່ອງປັ້ນດິນເຜົາດ້ວຍສີສັນຫຼາກຫຼາຍທີ່ມີມາກ່ອນນີ້ນັບພັນປີ.

      ສິ່ງທີ່ເປັນໜ້າຈັບໃຈຢູ່ຫໍພິພິທະພັນວັດທະນະທຳຊາຮີ່ງ ແມ່ນຢູ່ບ່ອນວ່າ : ບັນດາວັດຖຸພັນແຕ່ລະຢ່າງ ລ້ວນແຕ່ມີເອກະສານແນະນຳ, ຮູບຖ່າຍໃນເວລາຂຸດຄົ້ນ ຊຶ່ງເປັນການຢັ້ງຢືນແມ່ນວັດຖຸບູຮານແທ້. ພ້ອມກັບວັດຖຸພັນຕ່າງໆ, ຫໍພິພິທະພັນວັດທະນະທຳຊາຮີ່ງ ຍັງມີບັນດາເອກະສານແນະນຳກ່ຽວກັບປະເພນີຝັງສົບ, ຄວາມສຳນຶກລະຫວ່າງຄວາມເປັນ-ຕາຍ, ການພົວພັນຄ້າຂາຍ….ຂອງຊາວບູຮານໃນສະໄໝວັດທະນະທຳຊາຮີ່ງອີກດ້ວຍ.

     ຫໍພິພິທະພັນວັດທະນະທຳຊາຮີ່ງຢູ່ໂຫ້ຍອານເປີດປະຕູຮັບໃຊ້ແຂກແຕ່ເວລາ 7 ໂມງ ຫາ 21 ໂມງ ທຸກໆວັນໃນອາທິດ. ສະເພາະວັນທີ 10 ໃນແຕ່ລະເດືອນ, ຫໍພິພິທະພັນວັດທະນະທຳຊາຮີ່ງ ປິດປະຕູເພື່ອປະຕິບັດວຽກງານວິຊາສະເພາະ. ຂໍເຊີນບັນດາທ່ານຈົ່ງສະຫຼະເວລາແວ່ຢ້ຽມຊົມຫໍພິພິທະພັນວັດທະນະທຳຊາຮີ່ງຢູ່ໂຫ້ຍອານນີ້ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ