ເກາະເພັດ ຟູ໋ກວກ


(vovworld) - ພາຍຫຼັງ​ຂີ່​ເຮືອ​ຈາກ​ນະ​ຄອນ​ໂຮ່​ຈີ​ມິນ ເປັນ​ເວ​ລາກວ່າ 1 ຊົ່ວ​ໂມງ ຫຼື ຈາກ​ຮ່າ​ໂນ້ຍ ເປັນ​ເວ​ລາກວ່າ 2 ຊົ່ວ​ໂມງ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ເກາະ​ທີ່​ສວຍ​ງາມ​ແຫ່ງ​ໜຶ່ງ​ຢູ່​ກາງ​ທະ​ເລ, ນັ້ນ​ແມ່ນ​ເກາະ​ເພັດ​ຟູ່ກວົກ, ເຊິ່ງ​ແມ່ນ​ເກາະ​ໃຫ​ຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ທຳ​ມະ​ຊາດ​ໄດ້ບັນ​ດານ​ໃຫ​້​ຟູ໋ກວກ ​ບັນ​ດາ​ຫາດ​ຊາຍ​ທະ​ເລທີ່​ສວຍ​ງາມ, ໃນ​ນັ້ນ​ມີ​ຫາດ​ຊາວ, ແມ່ນ​ຫາດ​ຊາຍ​ທະ​ເລ​ທັງຂາວ ແລະ ຮາບ​ພຽງ, ພ້ອມ​ກັບ​ນ້ຳ​ທະ​ເລ​ທີ່​ຂຽວ​ສະ​ອາດ.

ເກາະເພັດ ຟູ໋ກວກ - ảnh 1

ກາະ​ເພັດ​ຟູ່ກວົກຢູ່​ກາງ​ທະ​ເລ

(ພາບ: ອິນເຕີແນດ)

        ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ຂອງ​ນັກ​ທ່ອງ​ທ່ຽວ ເມື່ອ​ມາ​​ຟູ໋ກວົກ ​ນັ້ນ​ແມ່ນ ເກາະ​ແຫ່ງນີ້​ຖືກ​ປົກ​ຄຸມໄປ​ທົ່ວ​ດ້ວຍ​ສີ​ຂຽວ, ນັ້ນ​ແມ່ນ​ສີ​ຂຽວ​ຂອງ​ຕົ້ນ​ໄມ້, ທະ​ເລ ແລະ ທ້ອງຟ້າ. ມາ​ຟູ໋ກວກ, ນັກ​ທ່ອງ​ທ່ຽວ​ຢາ​ກ​ປ່ອຍ​ຕົວ​ໃນນ້ຳ​ທະ​ເລ​ທີ່​ເຢັນ​ສະ​ບາຍ, ຕາກ​ແດດ​ເທິງ​ຫາດ​ຊາຍ​​ທີ່​ຮາບ​ພຽງ ແລະ ຮັບ​ເອົາ​ສາຍ​ລົມ​ທີ່​ພັດ​ມາ​ຈາກ​ທະ​ເລ.

ເກາະເພັດ ຟູ໋ກວກ - ảnh 2

ກາະ​ເພັດ​ຟູ່ກວກ

(ພາບ: ອິນເຕີແນດ)

        ຫາດ​ຊາວ ຕັ້ງ​ຢູ່​ທິດ​ໃຕ້​ເກາະ​ຟູ໋​ກວົກ, ຂີ້​ຊາຍ​ຢູ່​ທີ່ນີ້​ຂາວ​ປຽບ​ເໝືອນ​ແກ້ວ​ມະ​ນີ, ນ້ຳ​ໃສສ​​ະອາດ​ຈົນ​ເຫັນ​ໄດ້ພື້ນ​ທະ​ເລ. ​ຍາມ​ເຊົ້າ​​ຫາດ​ຊາຍ​ທະ​ເລແຫ່ງນີ້​ຍັງງຽບ​ເຫງົາ​ຢູ່, ​ຮອດ​ຕອນ​ທ່ຽງນັກ​ທ່ອງ​ທ່ຽວ​ຈຶ່ງ​ໄປ​ອາບ​ນ້ຳ​ເປັນ​ຈຳ​ນວນຫຼວງຫຼາຍ. ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ມັກ​ນອນ​ຕາກ​ແດດ​ເທິງ​ຫາດ​ຊາຍ​ທະ​ເລ​ນີ້ຫຼາຍ, ເຂົາ​ເຈົ້າ​ປຽບ​ທຽບ​ຫາດ​ຊາຍ​ທະ​ເລ​ຢູ່​ທີ່ນີ້​ງາມ​ເທົ່າ​ກັບ​ຫາດ​ຊາຍ Hawaii, ຢູ່​ບາ​ລີ, ປະ​ເທດ​ອິນ​ໂດ​ເນ​ເຊຍ. ບັນ​ດາ​ຜູ້​ທີ່​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ​ຢູ່​ຟູ໋ກວົກ ໄດ້​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທັງ​ໝົດ​ຢູ່​ທີ່ນີ້ ເພື່ອ​ສ້າງບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ ຮັບ​ໃຊ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​. ທ່ານ​ຟຸ່ງ​ຊວນ​ມາຍ, ຜູ້​ອຳ​ນວຍ​ການ​ໂຮງ​ແຮມ​ໄຊ​ງ່ອນ - ຟູ໋ກວົກ, ໃຫ້​ຮູ້​ວ່າ:

        “ພວກ​ຂ້​າ​ພະເຈົ້າ​ຂຸດ​ຄົ້ນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ເປັນ​ຕົ້ນ​ຕໍ່, ເຊິ່ງ​ລວມ​ມີ​ບັນ​ດາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຕ້​ທະ​ເລ​ຄື​ດຳ​ນ້ຳ, ຕຶກ​ປາ, ຕຶກ​ປາ​ມຶກ, ຕຶກມອງ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຢູ່​ຟູ໋ກວົກ. ທີ​ສອງ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ສ້າງ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ພະ​ຈົນ​ໄພ, ຂຶ້ນ​ພູ… ນັ້ນ​ແມ່ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ ທັງແມ່ນ​ທ່າ​ແຮງ​ຂອງ​ຟູ໋ກວກ”.

ເກາະເພັດ ຟູ໋ກວກ - ảnh 3

ຫາດ​ຊາວ ຕັ້ງ​ຢູ່​ທິດ​ໃຕ້​ເກາະ​ຟູ໋​ກວກ

(ພາບ: ອິນເຕີແນດ)

        ນອກ​ຈາກ​ຫາດ​ຊາວ ຢູ່​ທິດ​ໃຕ້​ເກາະ​ຟູ໋ກວົກ ແລ້ວ, ຫາດ​ຢ່າຍ (ຫາດ​ຊາຍ​ທະ​ເລ​ຍາວ) ຢູ່​ທິດ​ເໜືອ​ກໍ່​ງາມ​ທີ່​ສຸດ. ຫາດ​ຊາຍ​ທະ​ເລນີ້​ຍາວ​ຢຽດ ດ້ວຍ​ຂີ້​ຊາຍ​ສີ​ເຫຼືອງ​ອ່ອນ, ປະ​ຈຸ​ບັນ​ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ໄວ້​ໄດ້. ສຳ​ນັກ​ຂ່າວ​ສານ​ຂອງ​ອາ​ເມ​ລິ​ກາ ໄດ້​ເລືອກ​ເຟັ້ນ​ຫາດ​ຊາຍນີ້​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ ແລະ ສະ​ອາດ​ຢູ່​ໃນ​ໂລກ. ນອກ​ຈາກ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ດັ່ງ​ກ່າວ​ແລ້ວ, ໝູ່​ບ້ານ​ປະ​ມົງ​ຫ່າມ​ນິງ ກໍ່​ແມ່ນ​ແຫ່ງ​ທີ່​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ. ຢູ່​ຕໍ່​ໜ້າ​ໝູ່​ບ້ານ​ແມ່ນ​ທະ​ເລ​ທີ່ກວ້າງ​ໃຫ​ຍ່, ທາງຫຼັງ​ໝູ່​ບ້ານ​ແມ່ນ​ພູ​ຜາ​ປ່າ​ໄມ້. ຊາວ​ປະ​ມົງ​ຢູ່​ທີ່ນີ້ຫາ​ເງິນລ້ຽງ​ຊີບ​ດ້ວຍ​ການດຳ​ນ້ຳ​ຫາໄຂ່​ມຸກ, ຫາປີງ​ທະ​ເລ. ໄປທ່ຽວອ້ອມ​ໝູ່​ບ້ານ​ປະ​ມົງ, ນັກ​ທ່ອງ​ທ່ຽວ​​ສາ​ມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ເກາະ​ເພັດ​ແຫ່ງນີ້.

ເກາະເພັດ ຟູ໋ກວກ - ảnh 4

ຫາດ​ຊາຍ​ທະ​ເລ​ຍາວຢູ່​ທິດ​ເໜືອເກາະ​ຟູ໋ກວກ
(ພາບ: ອິນເຕີແນດ)

        ເມື່ອ​ເວົ້າ​ເຖິງ​ຟູ໋ກວົກ, ແມ່ນ​ຕ້ອງ​ເວົ້າ​ເຖິງ​ນ້ຳປາ. ນ້ຳ​ປາ​ຟູ໋ກວົກ ມີທາດ ​ປ​ໂຮ​ເຕ​ອີນຫຼາຍ, ມີ​ລົດ​ນົວ ແລະ ​ມີ​ກິ່ນຫອມ​ຂອງ​ປາຊິວ. ປາ​ຊິວ​ປະ​ເພດ​ຕ່າງໆ​ທີ່​ຫາ​ໄດ້​ຢູ່​ທະ​ເລ​ຟູ໋ກວົກ ແມ່ນ​ພາກ​ສ່ວນ​ຕົ້ນ​ຕໍ່​ເພື່ອ​ຜະ​ລິດ​ນ້ຳ​ປາ​ຟູ໋ກວົກ. ​ປາ​ຊິວ​ທີ່​ຫາ​ໄດ້ຈາກ​ທະ​ເລ​ຈະຖືກ​ເອືອບ​​ກັບເກືອ ແລ້ວ​ບົ່ມ​ໃນ​ຖັງ​ໄມ້​ຈົນ​ຮອດ​ເວ​ລາ​ປາ​ຖືກລະ​ລາຍ​ໃຫ້​ໝົດ, ປາ​ບົ່ມຍິ່ງ​ດົນ​ເທົ່າ​ໃດ, ນ້ຳ​ປາ​ຍິ່ງ​ແຊບ​ເທົ່າ​ນັ້ນ. ​ບັນ​ດາຖັງ​ໄມ້​​ບັນ​ຈຸ​ປາ​ຊິວເພື່ອ​ຜະ​ລິດ​ນ້ຳ​ປາ​ຟູ໋ກວົກ​ນັ້ນ​, ​ແມ່ນ​ຮູບ​ພາບ​ທີ່​ແຂກ​ທ່ອ​ງ​ທ່ຽວ​ລືມ​ບໍ່​ໄດ້​ເມື່ອ​ມາຢາມ​ຟູ໋ກວົກ. ປ້າ​ດັ້ງ​ທິ​ກ໋າຍ, ຫາ​ກໍ່​ກັບ​ມາ​ຈາກ​ຟູ໋ກວົກ, ໃຫ້​ຮູ້​ວ່າ:

        “ໃນ​​ລາຍ​ການ​ທ່ອງ​ທ່ຽວ​ຟູ໋​ກວກ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢາມ​ບໍ​ລິ​ສັດ​ຜະ​ລິດ​ນ້ຳ​ປາ, ໄດ້​ເຫັນປະ​ຈັກ​ຕາ​ວິ​ທີ​ຜະ​ລິດ​ນ້ຳ​ປາ. ຂ້າ​ພະ​ເຈົ້າ​ກໍ່ໄດ້​ຂີ່​ເຮືອ​ອອກ​ສູ່​ທະ​ເລ ແລະ ປ່ອຍ​ຄັນ​ເບັດຕຶກ​ປາເອງ. ປາ​ທີ່​ຫາ​ໄດ້, ເຂົາ​ເຈົ້າຈະ​ປຸງ​ແຕ່​ງອາ​ຫານ​ໃຫ້​ນັກ​ທ່ອງ​ທ່ຽວ​ກິນ​ເທິງ​ເຮືອ. ທະ​ເລ​ຟູ໋ກວົກ​ ງາມຫຼາຍ. ນີ້​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​ໃຈທີ່​ສຸດ”.

ເກາະເພັດ ຟູ໋ກວກ - ảnh 5

ນ້ຳ​ປາ​ຟູ໋ກວກ

(ພາບ: ອິນເຕີແນດ)

        ຟູ໋ກວກ ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ ແລະ​ ມີຜະ​ລິດ​ຕະ​ພັນພິ​ເສດຫຼາຍ​ຢ່າງ​ຄື: ໄຂ່​ມຸກທຳ​ມະ​ຊາດ, ນ້ຳ​ປາ​ຊິວ, ໝາກຜິກໄທ. ໝາກຜິກໄທຟູ໋ກວົກ ທັງເຜັດ ແລະ ຫອມກວ່າ​ຢູ່​ບ່ອນ​ອື່ນ. ກໍ່​ເຊັ່ນ​ດຽວ​ກັບ​ນ້ຳ​ປາ, ໝາກຜິກໄທຟູ໋ກວກ ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​​ພິ​ເສດ​ຂອງ ຟູ໋ກວົກ. ຕົ້ມໝາກຜິກໄທແມ່ນ​ພາກ​ສ່ວນ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່​ນີ້. ທ່ານ​ ຟ້າມວັນ​ມິງ, ຊາວ​ຟູ໋ກວກ, ໃຫ້​ຮູ້​ວ່າ:

        “ຕົ້ນໝາກຜິກໄທໄດ້​ປະ​ກົດ​ມີ​ຢູ່​ໃນ​ເກາະ​ກ່ອນນີ້​ນັບ​ຮ້ອຍ​ປີ​ແລ້ວ, ແນວໝາກຜິກໄທນີ້ແມ່ນ​ມາ​ຈາກ​ອິນ​ເດຍ. ອາ​ກາດ ແລະ ທີ່​ດິນ​ຢູ່​ເກາະ​ຟູ໋​ກວົກ ແມ່ນ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ໃຫ້​ຕົ້ນໝາກຜິກໄທພັດ​ທະ​ນາ”.

ເກາະເພັດ ຟູ໋ກວກ - ảnh 6
ໝາກຜິກໄທຟູ໋ກວກ
(ພາບ: ອິນເຕີແນດ)

        ບໍ່​ພຽງ​ແຕ່​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ຄ່າ​ເທົ່າ​ນັ້ນ, ຫາກ​ສວນໝາກມວງ​ຫິມ​ມະ​ພານຟູ໋ກວົກ ຍັງ​ແມ່ນ​​ທີ່​ຢູ່​ອາ​ໄສ​ຂອງ​ນົກຫຼາຍ​ປະ​ເພດ, ແມ່ນສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ນິ​ຍົມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ. ​ນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້​ໄດ້​ຊົມ​ເຫັນ ແລະ ດົມ​ກິ່ນ​ຫອມ​ຂອງໝາກມວງ​ຫິມ​ມະ​ພານສຸກ​ງອມໃນ​ເຂດ​ສວນ ກໍ່​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ ແລະ ມີ​ຄວາມ​ປະ​ທັບ​ໃຈ​​ຕໍ່​ເກາະ​ເພັດ​ຟູ໋ກວົກ ກວ່າ​ອີກ.

ຂ່າວ/ບົດ​ອື່ນ