ໝູ່ເກາະຫາຍຕັກ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ

    ໂດຍນອນ​ຢູ່​ຫ່າງ​ຈາກເທດ​ສະ​ບ​ານ​ເມ​ືອງ​ຮ່າ​ຕຽນ ປະ​ມານ 30 ກິ​ໂລ​ແມັດ, ໝູ່​ເກາະ​ຫາຍ​ຕັກ​ແປ​ວ່າ ໂຈນ​ສະ​ລັັດໄດ້​ຮັບ​ຖື​ວ່າ ແມ່ນ​ແກ້ວ​ມະ​ນີ​ດິບ​ຂອງ​ພື້ນ​ຖານ​ທ່ອງ​ທ່ຽວ​ແຂວງ​ກຽນ​ຢາງ. ບໍ່​ມີ​ຊື່​ສຽງ​ຄື​ກັບ​ເກາະ​ຟູ້​ກ໋ວກ ແລະ ໝູ່​ເກາະ​ນາມ​ຢູ, ແຕ່ໝູ່​ເກາະ​ຫາຍ​ຕັກ ທີ່​ຂຶ້ນ​ກັບ​ຕາ​ແສງ​ຕຽນ​ຫາຍ ໄດ້​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ຊື່​ເອີ້ນ​ທີ່​ລຶກ​ລັບ, ຄວາມ​ງາມ​ທີ່​ຮົກ​ເຮື້ອ ແລະ ຊີວ​ິດ​ແບບ​ລຽບ​ງ່າຍຂອງ​ປະ​ຊາ​ຊົນ​ໃນ​ເກາະ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ເທດ​ສະ​ບ​ານ​ເມ​ືອງ​ຮ່າ​ຕຽນໄດ້​ສຸມ​ໃສ່​ລົງ​ທຶນ​ດ້ານແຫຼ່ງ​ກຳ​ລັງເພື່ອນ​ແນ​ໃສ່​ນຳ​ຕາ​ແສງ​ຕຽນ​ຫາຍ ແລະ ໝູ່​ເກາະ​ຫາຍ​ຕັກກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູ​ດດື່ມຂອງ​ຕາ​ແສງ.

 

ໝູ່ເກາະຫາຍຕັກ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ - ảnh 1
ໝູ່ເກາະຫາຍຕັກ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ    (baomoi)

      ໝູ່​ເກາະ​ຫາຍ​ຕັກແມ່ນ​ຂຶ້ນ​ກັບຕາ​ແສງ​ຕຽນ​ຫາຍ, ໃນ​ນັ້ນ, ເກາະ​ແຈ​ເລີ້ນຫຼື​ເອີ້ນ​ວ່າ ເກາະ​ດົກ​ແມ່ນ​ໃຈ​ກາງ​ຕາ​ແສງ​ຕຽນ​ຫາຍຊຶ່ງ​ເປັນ​ແຫ່ງ​ເຕົ້າ​ໂຮມ​ປະ​ຊາ​ຊົນ​ດຳ​ລົງ​ຊີວ​ິດ​ຢ່າງ​ໜາ​ແໜ້ນ. ໝູ່​ເກາະ​ຫາຍ​ຕັກປະ​ກອບ​ດ້ວຍ​ເກາະ​ດອນ​ນ້ອຍ​ໃຫຍ່ 16 ແຫ່ງ​ຊຶ່ງ​ປະ​ຊາ​ຊົນ​ໄດ້​ເອີ້ນ​ດ້ວຍ​ຊື່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ວ່າ : ເກາະ​ແກວ​ເງື້ອ, ເກາະ​ກ້ຽນ​ວ່າງ, ເກາະ​ແຈ​ເລີ້ນ, ແຈ​ວິງ, ເກາະ​ກຸຍ, ເກາະ​ອູ, ເກາະ​ຮ່ອນ​ຢາງ…

    ກໍ​ເຊັ່ນ​ດຽວ​ກັນ​ກັບ​ປະ​ຊາ​ຊົນ​ຢູ່​ເຂດ​ທະ​ເລ​ອື່ນໆ, ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ນັບ​ແຕ່​ໃດໆ​ມາ, ຍັງ​ຄົງ​ດຳ​ລົງ​ຊີ​ວິດ​ດ້ວຍ​ອາ​ຊີບ​ຈັດ​ຫາ, ລ້ຽງ​ປູກ​ສິນ​ໃນ​ນ້ຳ. ທັງ​ຕາ​ແສງ​ເກາະໃນ​ປະ​ຈຸ​ບັນ​ມີ​ປະ​ມານ 70 ຄອບ​ຄົວ​ປະ​ກອບ​ອາ​ຊີບ​ລ້ຽ​ງ​ປາ​ໃນ​ກະ​ຊັງ​ດ້ວຍ​ຈຳ​ນວນກວ່າ 200 ກະ​ຊັງ, ຊຶ່ງ​ຕົ້ນ​ຕໍ​ແມ່ນ​ສິນ​ທະ​ເລ​ທີ່​ມີ​ມຸນ​ຄ່າ​ສູງ. ຍ້ອນ​ຖືກ​ຊ້ອນ​ຕົວ​ໃນ​ອ່າວ​ຮ່າ​ຕຽນ - ແຣກ​ຢ້າ ແລະ ອ່າວ​ໄທ, ດັ່ງ​ນັ້ນ​ບໍ​ລະ​ເວນ​ທະ​ເລນີ້ບໍ່​ເຄີຍ​ປະ​ສົບ​ກັບ​ພາ​ຍຸ, ນ້ຳ​ທະ​ເລ​ຢູ່ນີ້ ຂຽວ​ເຢັນ ແລະ ບໍ່​ຖືກ​ມົນ​ລະ​ພິດ, ດັ່ງ​ນັ້ນ​ມີ​ຄວາມ​ສະ​ດວກຫຼາຍ​ຢ່າງ​ໃນ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ກໍ​ຄື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ລຸງ​ຮົ່ງ​ຊວນ​ເທີນ ຢູ່​ໜ່ວຍ 5, ບ້ານ​ຮ່ອນ​ແຈ, ​ຕາ​ແສງ​ຕຽນ​ຫາຍ ຊຶ່ງ​ແມ່ນ​ຜູ້​ໄດ້​ກຳ​ເນີດ ແລະ ເຕີບ​ໃຫຍ່​ຢູ່​ຕາ​ແສງ​ເກາະ​ນີ້​ໃຫ້​ຮູ້​ວ່າ : ຊຸມ​ປີ​ກ່ອນນີ້, ຊາວ​ປະ​ມົງ​ພຽງ​ແຕ່​ເດີນ​ທະ​ເລ​ໄປ​ຫາ​ປາ​ເທົ່າ​ນັ້ນ, ແຕ່​ໃນປະ​ຈຸ​ບັນ, ​ແຂກ​ທ່ອງ​ທ່ຽວ​ມາ​ທ່ອງ​ທ່ຽວ​ຢູ່​ເກາະ​ແຫ່ງນີ້ນັບ​ມື້​ນັບຫຼາຍ​ຂຶ້ນ. ເມື່ອ​ເຂົາ​ເຈົ້າ​ມາ​ທ່ຽວ, ເຮົາ​ກໍ​ໄດ້​ຕ້ອນ​ຮັບ​ເຂົາ​ມາ​ນອນ​ເຮືອນ​ຂອງ​ຕົນ ພ້ອມ​ທັງ​ພາ​ເຂົາ​ເຈົ້າ​ໄປ​ຢ້ຽມ​ຊົມການ​ລ້ຽງ​ປາ​ໃນ​ກະ​ຊັງ, ຂີ່​ເຮືອ​ອ້ອມ​ເກາະ, ງົມ​ຈັບ​ຫອຍ, ກະ​ປູ. ຍ້ອນ​ເຫດນີ້​ເອງ, ໝູ່​ເກາະ​ຢູ່​ຫ່າງ​ໄກ​ສອກຫຼີກນີ້​ຈຶ່ງ​ຄຶກ​ຄື້ນ​ມ່ວນ​ຊື່ນຫຼາຍ​ຂຶ້ນ. ປະ​ຊາ​ຊົນ​ໃນ​ເກາະ​ກໍ​ມີ​ວຽກ​ເຮັດ​ງານ​ທຳ​ເພື່ອ​ເພີ່ມ​ລາຍ​ຮັບ. ລຸງ​ຮົ່ງ​ຊວນ​ເທີນ ໃຫ້​ຮູ້ວ​່າ : 

    “ ຢູ່ນີ້, ບາງ​ຄັ້ງ​ບາງ​ຄາວ ມີ​ແຂກ​ທ່ອງ​ທ່ຽວ​ຢາກ​ມາ​ຢ້ຽມ​ຊົມ, ເຮົາ​ກໍ​ຊ່ວຍ​ເຫຼືອ. ເມື່ອ​ມີ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວ, ທາງ​ທ້ອງ​ຖິ່ນ​ກໍ​ມີ​ລາຍ​ໄດ້​ຕື່ມ​ອີກ. ຍົກ​ຕົວ​ຢ່າງ​ເຊັ່ນ​ເຮັດ​ບໍ​ລິ​ການ​ການ​ກິນ, ການ​ຢູ່, ພ້ອມ​ກັນ​ນັ້ນ ປະ​ຊາ​ຊົນ​ກໍ​ມີ​ວຽກ​ເຮັດ​ງານ​ທຳ ແລະ ເພີີ່ມ​ລາຍ​ຮັບ ”

       ຄວາມ​ດູ​ດດື່ມຢູ່​ເກາະ​ແຫ່ງນີ້, ທຳ​ອິດ​ແມ່ນ​ກ່ຽວ​ກັບ​ຊື່​ເອີ້ນ​ຊຶ່ງ​ມີ​ພຽງ​ແຕ່​ໜຶ່ງບໍ່​ມີ​ສອງ​ຂອງ​ມັນ. ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ແຫ່ງນີ້​ເປັນ​ຄັ້ງ​ທຳ​ອິດ, ສ່ວນຫຼວງຫຼາຍ​ກໍ​ຍ້ອນ​ຢາກ​ຊອກ​ຄົ້ນ​ຫາ​ກ່​ຽວ​ກັບແຫ່ງ​ທີ່​ມີ​ຊື່​ເອີ້ນ​ທີ່​ແປກ​ປະຫຼາດນີ້. ແຕ່​ເມື່ອ​ໄດ້​ມາ​ຢ້ຽມ​ຊົມ​ຢູ່​ເກາະ​ແຫ່ງນີ້, ໄດ້​ເຫັນ​ຄວາມ​ງາມ​ຂອງ​ຫາດ​ຊາຍ​ຂາວທີ່ຍາວ​ຢຽດ​ສຸດ​ສາຍ​ຕາ, ແສງ​ແດນ​ທີ່​ອົບ​ອຸ່ນ​ສາດ​ສ່ອງ​ລົງ​ມາ​ໜ້ານ້ຳ​ທະ​ເລ​ທີ່​ຂຽວ​ເຢັນ ພ້ອມ​ທັງ​ໄດ້​ຮັບ​ຟັງ​ເລື່ອງ​ລາວ​ເລົ່າ​ສານ​ສືບ​ກັນ​ມາ​ກ່ຽວ​ກັບ​ບັນ​ດາ​ກອງ​ໂຈນ​ສະ​ລັດ​ທີ່​ຕິດ​ພັນ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ດິນ​ແດນ​ແຫ່ງນີ້ ກໍ​ແມ່ນ​ຄວາມປະ​ທັບ​ໃຈ​ທີ່​ສຸດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ອ້າຍ​ຫງວຽນ​ແທງ​ຢາງ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ ອານ​ຢາງ ເປີດ​ເປີຍ​ວ່າ : 

     “ ເມື່ອ​ໄດ້​ຮັບ​ຟັງ​ການ​ແນະ​ນຳ​ຂອງ​ໝູ່​ເພື່ອນ​ກ່ຽວ​ກັບເກາະ​ຫາຍ​ຕັກທີ່​ຍັງ​ຮົກ​ເຮື້ອ, ດັ່ງນັ້ນເຮົາ​ຢາກ​ໄປ​ຄົ້ນ​ຫາ​ເບິ່ງວ່າ ຈະ​ເປັນ​ແນວ​ໃດ. ມາ​ທ່ອງ​ທ່ຽວ​ຢູ່​ແຫ່ງນີ້ ບໍ່​ຄື​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນ​ຄື​ໄດ້​ພັກ​ຢູ່​ໂຮງ​ແຮມ, ບ້ານ​ພັກ, ໄດ້​ກິນ​ເຂົ້າ​ໃນ​ພັດ​ທະ​ຄານ. ຢູ່ນີ້​ແມ່ນ​ໄດ້​ນອນ​ໃນ​ເຮືອນ​ຕູບ​ມຸງ​ຫຍ້າ​ທີ່​ຮົກ​ເຮື້ອ ແລະ ເຢັນ​ສະ​ບາຍ. ເຮົາ​ມັກ​ທີ່​ສຸດ ”

    ໃນ​ປີ 2015 ທີ່​ຜ່ານ​ມາ, ​ຕາ​ແສງ​ເກາະຕຽນ​ຫາຍ​ດຶງ​ດູດແຂກ​ທ່ອງ​ທ່ຽວເຂົາ​ມາ​ທ່ອງ​ທ່ຽວ​ໄດ້ 30.000 ເທື່ອ​ຄົນ, ອັນ​ໄດ້​ນຳ​ລາຍ​ໄດ້​ເກືອບ 8 ຕື້​ດົງ​ມາ​ໃຫ້​ທ້ອງ​ຖິ່ນ. ທ່ານ​ຕັງ​ຮົ່ງ​ເຟືອກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ​ຕາ​ແສງ​ຕຽນ​ຫາຍ ໃຫ້​ຮູ້​ວ່າ : ເພື່ອ​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ງາມ​ໂດຍ​ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ໝູ່​ເກາະ​ແຫ່ງນີ້, ທາງ​ແຂວງ​ກຽນ​ຢາງ​ໄດ້​ເຫັນ​ດີ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ເຊົ່າເກາະ​ບາງ​ແຫ່ງ​ໃນ ໝູ່​ເກາະ​ຫາຍ​ຕັກ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ທະ​ເລ, ເຂດ​ພັກ​ຜ່ອນບຳ​ລຸງ​ສຸ​ຂະ​ພາບ, ເຂດ​ກິ​ລາ​ທະ​ເລ ແລະ ບັນ​ດາ​ການ​ບໍ​ລິ​ການ​ບັນ​ເທິງ, ທ່ອງ​ທ່ຽວ​ອື່ນໆ​ໃນ​ເກາະ​ຕ່າງໆ. ພ້ອມ​ກັນ​ນັ້ນ, ພື້ນ​ຖານ​ໂຄງ​ລ່າງ​ກໍ​ໄດ້​ຮັບ​ການ​ລົງ​ທຶນ​ໃນ​ເກາະ​ເຊັ່ນ: ທາງ​ອ້ອມ​ເກາະ, ລະ​ບົບ​ສະ​ໜອງ​ນ້ຳ​ສະ​ອາດ, ໃຫ້​ປະ​ຊາ​ຊົນກູ້​ຢືມທຶນເພື່ອກໍ່​ສ້າງ​ເຮືອນ​ພັກ...ເພື່ອ​ສ້າງ​ທ່ວງ​ທ່າ​ໃຫ້​ຕາ​ແສງ​ຕຽນ​ຫາຍພັດ​ທະ​ນາ​ການ​ທ່ອງ​ທ່ຽວ.  ​ ທ່ານ​ຕັງ​ຮົ່ງ​ເຟືອກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ​ຕາ​ແສງ​ຕຽນ​ຫາຍ ໃຫ້​ຮູ້​ວ່າ : 

    “ ໃນ​ຈຳ​ນວນ​ສະ​ຖານ​ທີ່​ເປົ້າ​ໝາຍ​ລົງ​ທຶນ​ດ້ານ​ການ​ທ່ອງ​ທ່ຽວນັ້ນ, ແມ່ນ​ມີ​ຕາ​ແສງ​ຕຽນ​ຫາຍ. ໃນ​ອະ​ນາ​ຄົດ​ຖ້າ​ຫາກ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ຄົບ​ຊຸດນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ​ຂອງ ​ຕາ​ແສງ​ຕຽນ​ຫາຍ​ຈະ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ”

    ສະ​ເພາະ​ປີນີ້, ມີ​ກິດ​ຈະ​ກຳ​ໃຫຍ່ຫຼາຍ​ແຫ່ງ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ດຳ​ເນີນກໍ່​ສ້າງ​ຢູ່ ​ຕາ​ແສງ​ຕຽນ​ຫາຍ​ເຊັ່ນ: ສູນ​ກາງ​ປົກ​ຄອງ​ຕາ​ແສງ, ຕະຫຼາດ, ເຂດ​ຊຸມ​ຊົນ, ທ່າ​ເຮືອ, ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ໂຮງ​ງານ​ກຳ​ຈັດ​ຂີ້​ເຫຍື້ອ, ສິ່ງ​ເສດ​ເຫຼືອ ແລະ ຄາດ​ວ່າ​ໃນ​ປີ 2017, ​ຕາ​ແສງ​ຕຽນ​ຫາຍຍັງ​ຈະ​ເຊື່ອມ​ຕໍ່​ກັບ​ຕາ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ ຊຶ່ງ​ຈະ​ຊ່ວຍ​ເພີີ່ມ​ຄວາມ​ງາມ​ຢູ່​ເກາະ​ແຫ່ງນີ້. ຍ້ອນ​ເຫດນີ້​ເອງ, ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ການ​ທ່ອງ​ທ່ຽວ​ຢູ່​ໝູ່​ເກາະ​ຫາຍ​ຕັກຈະ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຈາກ​ສາ​ລະ​ທິດ, ທັງ​ໃກ້ ແລະ ໄກເຂົ້າ​ມາ​ຄົ້ນຫາ.

ຕອບກັບ

ຂ່າວ/ບົດ​ອື່ນ