ຍູ້ແຮງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ, ຫວຽດນາມ

(vovworld)- ກອງປະຊຸມສຸດຍອດຄັ້ງທີ 7 ເຂດສາມຫລ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ຫາກໍດຳເນີນໄປຢູ່ນະຄອນຫລວງ ວຽງຈັນ ໄດ້ຢືນຢັນຄວາມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສາມ​ປະ​ເທດກວ່າ​ອີກ. ກອງປະຊຸມ​ກໍ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ກໍ່ສ້າງ​ເຂດ​ສາມຫລ່ຽມ​ພັດທະນາ​ໃຫ້​ກົມກຽວ ​ແລະ ວັດທະນາ​ຖາ​ວອນ ຜ່ານ​ການ​ສືບ​ຕໍ່​ເປີດ​ກວ້າງ, ຍົກ​ສູ​ງປະສິດທິ​ຜົນ, ຄຸນ​ນະພາ​ບການ​ຮ່ວມ​ມື ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​​ເຂດ.

ຍູ້ແຮງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ, ຫວຽດນາມ - ảnh 1
ນາຍົກລັດຖະມົນຕີ ກຳປູເຈຍ, ລາວ ແລະ ຫວຽດນາມ ລົງນາມໃນຖະແຫລງການຮ່ວມ
ພາບ:internet

        ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫລ່ຽ​ມພັດທະນາ ກຳປູ​ເຈຍ - ລາວ, ຫວຽດນາມ ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເວົ້າ​ລວມ ​ແລະ ລະຫວ່າງ​ສາມ​ປະ​ເທດ​ເວົ້າ​ສ​ະ​ເພາະ ນັບ​ມື້​ນັບ​ຟົດ​ຟື້ນ ​ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ. ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ປະສານ​ງານ ກຳປູ​ເຈຍ, ລາວ ​- ຫວຽດນາມ ທີ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​- ຫວຽດນາມ ​ໃນ​ຊຸມ​ປີຜ່ານ​ມາ​ບັນລຸ​ໝາກຜົນ​ສຳຄັນ​ຫລາຍ​ຢ່າງ​ໃນ​ຫລາຍ​ຂົງ​ເຂດຄື: ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ເມືອງ, ​ເສດ​ຖະກິດ​ສັງຄົມ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ ຊາຍ​ແດນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ໝາກຜົນ​ດັ່ງກ່າວ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດສາມຫລ່ຽມພັດທະນາ. ​ເພື່ອ​ຍູ້​ແຮງ​ວິວັດ​ການ​ພັດທະນາ​ຂອງ​ເຂດ​ສາມຫລ່ຽມພັດທະນາ​ນີ້, ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ຄວນ​ມີ​ການ​ປະສານ​ສົມທົບ​ຮ່ວມ​ລະຫວ່າງ​ສາມ​ປະ​ເທດ ພ້ອມ​ທັງ​ສຸ​ມ​ໃສ່​ລົງທຶນ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ ​ແລະ ກັບ​ບັນດາ​ແລວ​​ເສດຖະກິດ. ທ່ານ ດັ້ງ​ຊວນ​ກວາງ, ຮອງ​ຫົວຫນ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​​ເວົ້າ​ວ່າ:

        “​ເມື່ອ​ທຽບ​ໃສ່​ເຂດ​ອື່ນ ພື້ນຖານ​ໂຄງ​ລ່າງ​ຂອງ​​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​- ຫວຽດນາມ ບໍ່​ທັນ​ສະດວກປານ​​ໃດ ​ແລະ ບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ດຶງ​ດູດ​ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ​ໄດ້. ຂ້າພະ​ເຈົ້າ​ຖື​ວ່າ ຖ້າ​ຫາກ​ສາມປະ​ເທດ ກຳປູ​ເຈຍ, ລາວ ​- ຫວຽດນາມ ​ເປັນ​ເອກະ​ພາບ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກ​ຍູ້​ການ​ລົງທຶນ​ເຂົ້າ​ເຂດ​ສາມຫລ່ຽມ​ພັດທະນາ ​ແລະ ໂຄງການ​ດຳ​ເນີນ​ງານ​ນຳ​ກັນ​ ຈະ​ບັນລຸ​ປະສິດທິ​ຜົນ​ກວ່າ.”

        ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ແລະ ນາຍົກລັດຖະ​ມົນຕີ ກຳປູ​ເຈຍ ສົມ​ເດັດ​ ຮຸ​ນ​ແຊນ ພ້ອມ​ກັນ​ຕີ​ລາຄາ​ສູງບັນດາ​ຄວາ​ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ສາມຫລ່ຽມ​ພັດທະນາ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສາມ​ປະ​ເທດ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າ, ຮ່ວມ​ມື​ຢ່າງ​ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​​ຄວາມວັດ​ທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ. ກ່ຽວ​ກັບ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ກໍ​ຄື​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ເຂດ​ສາມຫລ່ຽມ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “​ເພື່ອ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ ກຳປູ​ເຈຍ, ລາວ ​- ຫວຽດນາມ ບັນລຸ​ປະສິດທິ​ຜົນ​ສູງ ​ແລະ ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ​ສາມຫລ່ຽ​ມພັດທະນາ ​ແລະ ການ​ພົວພັນ​ທີ່​​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສາມ​ປະ​ເທດ, ລັດຖະບານ ສາມ​ປະ​ເທດ​ຄວນ​ມີ​ບາດກ້າວ​ເດີນ​ຢ່າງ​ແຮງ​ແຂງ ​ແລະ ​ເດັດດ່ຽວ​ກວ່າ​ອີກ. ກອງ​ປະຊຸມ​ຄັ້ງ​ກ່ອນ​ນີ້ ພວກ​ເຮົາ​ໄດ້​ດັດ​ປັບ​ການ​ວາງ​ແຜນ​ກຳນົດ​ສັງ​ລວມ​ໃຫ້​ສອດ​ຄອ່ງກັບ​ສະພາບ​ການ​ໃຫມ່ ​ແລະ ຄວາມ​ຕ້ອງການ​ພັດທະນາ​ຂອງ​​ເຂດ​ສາມຫລ່ຽມ​ພັດທະນາ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ພວກ​ເຮົາ​ພ້ອມ​ກັນ​ປຶກສາ​ຫາລື​ຍົກ​ອອກ​ຄຳ​ເຫັນ​ຊີ້​ນຳ, ກຳນົດ​ທິດ​ໃຫ້​ແກ່​ຄະນະ​ກຳມະການປະສານ​ງານ, ຈັດ​ຕັ້ງ​ການ​ປຶກສາ​ຫາລື ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ຜະລິດ, ລັກສະນະ​ແກ້ງ​ແຍ້​ງ ​ແລະ ຄວາມ​ສາມາດ​ດຶງ​ດູດ​ການ​ລົງທຶນ, ການຫນູນ​ຊ່ວຍ​ຈາກ​ພາຍ​ນອກ​ຂອງ 13 ​ແຂວງ​ໃນ​ເຂດ.”

ຍູ້ແຮງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ, ຫວຽດນາມ - ảnh 2
ດ່ານຊາຍແດນ ພູເກືອ
ພາບ:internet

        ການ​ນຳ​ສາມ​ປະ​ເທດ ກຳປູ​ເຈຍ, ລາວ ​- ຫວຽດນາມ ​ເປັນ​ເອກະ​ພາບກັນ​ວ່າ: ການຮ່ວມ​ມື​​ເຂດ​ສາມຫລ່ຽ​ມພັດທະນາ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ​ໃນ​ນັ້ນ ບຸລິມະສິດ​ການ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ຢາ​ງພາລາ, ສຸມ​ໃສ່​ພັດທະນາ​ແຫ​ລ່ງຄົນ​ງານ​ມີ​ຄຸນ​ນະພາ​ບສູງ ຮັບ​ໃຊ້​ບັນດາ​ໂຄງການ​ລົງທຶນ​ຢູ່​ເຂດ​ສາມຫລ່ຽມພັດທະນາ. ນອກ​ນັ້ນ ການ​ເປັນ​ເຈົ້າ​ການ ​ແລະ ຕັ້ງຫນ້າ​ປະຕິບັດ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ປົກກະ​ຕີ ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ກໍ​ຄື​ປະຊາຊົນ​ຢູ່​ເຂດ​ສາມຫລ່ຽມ​ພັດທະນາ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສາມ​ປະ​ເທດ.

        ສິ້ນ​ສຸດ​ກອງ​ປະຊຸມ, ນາຍົກລັດຖະມົນຕີສາມປະ​ເທດ ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​- ຫວຽດນາມ, ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ສາມ​ປະ​ເທດ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ 13 ​ແຂວງ​ໃນ​ເຂດ​ ​ແລະ ​ເຮັດ​ໃຫ້​ເຂດ​ສາມຫລ່ຽມ​ພັດທະນາ​ເປັນ​ແບບຢ່າງ​​ແຫ່ງການ​ຮ່ວມ​ມື​ສຳ​ເລັດ​ຜົນ​ໃນ​ພາກ​ພື້ນ.

        ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​- ຫວຽດນາມ ຖືກ​ຈັດ​ຂຶ້ນ 2 ປີ/​ເທື່ອ​ຫນຶ່ງ. ກອງ​ປະຊຸມ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສາມ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນລວມຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ມຸ່ງ​ໄປ​ເຖິງ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ