VOV ເປີດ​ລາຍ​ການ​ພາ​ສາ ເກົາຫຼີ

(VOVWORLD) - ແວບໄຊ vovworld.vn ດ້ວຍພາສາ ເກົາຫຼີ ແມ່ນມຸ່ງໄປເຖິງຜູ້ອ່ານເຊິ່ງແມ່ນຊາວຕ່າງປະເທດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ຕ່າງປະເທດ, ພິເສດ, ຜູ້ອ່ານຊາວ ເກົາຫຼີ ແລະ ຜູ້ນຳໃຊ້ພາສາ ເກົາຫຼີ, ກໍ່ຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເກົາຫຼີ.

ນັບແຕ່ວັນທີ 15 ມີນາ 2018 ເປັນຕົ້ນໄປ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ ມີລາຍການກະຈາຍສຽງ ພາສາຕ່າງປະເທດອີກລາຍການໜຶ່ງ, ນັ້ນແມ່ນລາຍການກະຈາຍສຽງພາກພາສາ ເກົາຫຼີ. ແລະ ລາຍການນີ້ຈະລົງໃນແວບໄຊດ້ວຍລະຫັດ vovworld.vn ດ້ວຍຄໍລຳຕ່າງໆຄື: ບົດສະຖານະການການເມືອງ; ເສດຖະກິດ; ວັດທະນະທຳ; ສີສັນ 54 ຊົນເຜົ່າ ແລະ ຊາວ ຫວຽດນາມ ແບບຢ່າງດີເດັ່ນ… ພິເສດ, ຜູ້ອ່ານຍັງໄດ້ຊອກຮູ້ບັນດາຂໍ້ມູນຂ່າວ, ເຫດການຕ່າງໆກ່ຽວກັບການພົວພັນທາງການທູດອັນດີງາມລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ໃນຄໍລຳ “ການພົວພັນ ຫວຽດນາມ -  ສ. ເກົາຫຼີ”.

        ແວບໄຊ vovworld.vn ດ້ວຍພາສາ ເກົາຫຼີ ແມ່ນມຸ່ງໄປເຖິງຜູ້ອ່ານເຊິ່ງແມ່ນຊາວຕ່າງປະເທດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ຕ່າງປະເທດ, ພິເສດ, ຜູ້ອ່ານຊາວ ເກົາຫຼີ ແລະ ຜູ້ນຳໃຊ້ພາສາ ເກົາຫຼີ, ກໍ່ຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເກົາຫຼີ.

        ເຊີນທ່ານຜູ້ຟັງ ແລະ ຜູ້ອ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າແວັບໄຊ vovworld.vn ພາກພາສາ ເກົາຫຼີ ເພື່ອອັບເດັດບັນດາຂໍ້ມູນຂ່າວມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ