ກູຈີ ຄວາມເອກອ້າງທະນົງໃຈ ຂອງຊາດຫວຽດນາມ

​(vovworld) - ໃນ​ການ​ຕໍ່ສູ້​ອັນ​ດຸ​ເດືອດ, ຍາວ​ນານ ​ຕະຫຼອດ​ເວລາ 30 ປີ ເພື່ອ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​, ຍາດ​ເອົາ​ເອກະລາດ, ອິດ​ສະລະ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ​ນັ້ນ, ອຸ​ໂມງກູ​ຈີ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ສັນຍາ​ລັກ ”​ແຫ່ງຈິດ​ໃຈ​ທີ່​ແຂງ​ແກ່ນ​ປຽບ​ເໝືອນ​ເຫຼັກ​ກ້າ” ຂອງ​ຊາດ​ຫວຽດນາມ. ປະຈຸ​ບັນ, ກູ​ຈີ​ໄດ້​ຮັບ​ການ​ຮູ້ຈັກ​ກັນ​ດີ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​

ກູຈີ ຄວາມເອກອ້າງທະນົງໃຈ ຂອງຊາດຫວຽດນາມ - ảnh 1
ຄະນະຜູ້ແທນລາວ ຢ້ຽມຢາມ ອຸ​ໂມງກູ​ຈີ

       ​ໂດຍ​ຫ່າງ​ຈາກ​ໃຈກາງ​ນະຄອນ ​ໂຮ່ຈີ​ມິນ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ປະມານ 30 ກມ, ອຸ​ໂມງ ກູ​ຈີ ​ແມ່ນອຸ​ໂມງ​ໃຕ້​ດິນມະຫັດສະຈັນໜຶ່ງ​ດຽວ​ຢູ່​ໂລກ, ດ້ວຍ​ຄວາມ​ຍາວ 250 ກມ. ອຸ​ໂມງ​ເລິກ​​ໃຕ້​ດິນແຕ່ 3-8 ມ, ສູງພໍດີ​ໃຫ້​ຄົນ​ກົ້ມ​ຫົວລອດ​ໄປ​ໄດ້. ​ໃນ​ອຸ​ໂມງ​ຕອນ​ທຳ​ອິດມີ​ນ້ຳສ້າງ​ເພື່ອ​ສະໜອງ​ນ້ຳ​ດື່ມ, ນ້ຳ​ໃຊ້​ໃຫ້​ທົ່ວ​ທັງເຂດ​ອຸ​ໂມງ. ລົງ​ໄປ​​ໃນອຸ​ໂມງ, ນັກ​ທ່ອງ​ທ່ຽວ​ຍັງ​ເຫັນ​ມີ​ຫ້ອງອາຫານ, ຫ້ອງ​ນອນ, ຫ້ອງ​ປະ​ຊຸມ, ສຸກສາລາ, ຫ້ອງ​ພັກຜ່ອນ, ນັບ​ທັງ​ເຮືອນຄົວ​ອີກ. ທັງ​ໝົດ​ລ້ວນ​ແຕ່​ຢູ່​ໃຕ້​ພື້ນ​ດິນ. ​ໃນ​ຕະຫຼອດ​ຊຸມ​ເດືອນ​ປີແຫ່ງ​ການ​ຕໍ່ສູ້​ອັນ​ດຸ​ເດືອດ​ນັ້ນ, ການ​ເຄື່ອນ​ໄຫວ, ຮຳ່ຮຽນ, ດຳ​ລົງ​ຊີວິດ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ດຳ​ເນີນ​ຢູ່ໃຕ້​ພື້ນ​ດິນ ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ການກວາດ​ລ້າງ, ​ມ້າງ​​ເພທຳລາຍຢ່າງ​ໂຫດຮ້າຍ​ສາມານ​ຂອງສັດຕູ. ​ໃນ​ຊຸມ​ປີ​ອັນ​ດຸ​ເດືອດ​ນັ້ນ, ອາ​ເມ​ລິ​ກາ​ໄດ້​ລະດົມ​ລົດ​ຕັງ​, ​ປືນ​ໃຫຍ່, ​ເຮືອບິນ B 52 ນັບ​ພັນ​ລຳ ມາ​ຖີ້ມລະ​ເບີດ, ທຳລາຍ​ອຸ​ໂມງ ກູ​ຈີ. ດ້ວຍ​ ”ປ້ອມ​ໝັ້ນ​” ນີ້, ​ໃນ 21 ປີ ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ ອາ​ເມ​ລິ​ກາ, ປະຊາຊົນ ກູ​ຈີ​ດັບ​ສູນ​ສັດຕູ​ໄດ້ 20.000 ຄົນ, ທຳລາຍ​ລົດ​ຕັງ, ລົດ​ຫຸ້ມ​ເກາະ​ໄດ້ 5000 ຄັນ, ຍິງ​ເຮືອບິນ​ຕົກ 250 ລຳ. ​ເມື່ອ​ມາ​ຢ້ຽມຢາມ​ອຸ​ໂມງ​ກູ​ຈີ, ນັກ​ທ່ອງ​ທ່ຽວ​ສາມາດຮູ້​ໄດ້​ການ​ດຳລົງ​ຊີວິດຂອງ​ຊາວ ກູ​ຈີ ​ໃນ​ເມື່ອ​ກ່ອນ. ພາຍຫຼັງ​ໄປ​ທ່ອງ​ທ່ຽວ​ອຸ​ໂມງ​ກູ​ຈີ, ທ່ານ​ບົວລະພາ ທັນ​ພິລົມ, ບັນນາທິການ​ໃຫຍ່​ໜັງສືພິມ​ປະຊາຊົນ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ວ່າ:

ກູຈີ ຄວາມເອກອ້າງທະນົງໃຈ ຂອງຊາດຫວຽດນາມ - ảnh 2
ຫ້ອງປະຊຸມໃນອຸ​ໂມງກູ​ຈີ
( ພາບຈາກອີນເຕີແນດ )

​ສຽງ​ທ່ານບົວລະພາ ທັນ​ພິລົມ

        ​ໃນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ອຸ​ໂມງ​ກູ​ຈີ​ນັ້ນ, ​​​ມີ​ເພື່ອນ​ໜຸ່ມ​ຫຼາຍ​ຄົນ. ​ເຂົາ​ເຈົ້າ​ມາ​ແຫ່ງ​ນີ້​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ການ​ຕໍ່ສູ້, ການ​ເສຍສະຫຼະ​ອັນ​ພິລະ​ອາດ​ຫານ​ຂອງ​ລຸ້ນກ່ອນ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ອັນ​ພິລະ​ອົງອາດ​ຂອງ​ຊາດ. ​ເພື່ອນ ​ເຈິ່ນ​ແອ້ງ​ເຟືອ​ກ, ນັກ​ສຶກສາ​ວິທະຍາ​ໄລ​ສ້າງ​ຄູ​ວິຈິດ​ສິນ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ແບ່ງປັນ​ຄວາມ​ຕື້ນ​ຕັນ​ໃຈ​ຂອງ​ຕົນ​ເມື່ອ​ມາ​ຢ້ຽມຢາມ​ອຸ​ໂມງ ກູ​ຈີ.

        ”ນ້ອງ​ໄດ້​ຮູ້​ອຸ​ໂມງ​ກູ​ຈີ​ຜ່ານ​ປື້​ມໜັງສື, ​ແຕ່​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ນ້ອງ​ມາ​ຢ້ຽມຢາມ​ແຫ່ງ​ນີ້. ​ເມື່ອ​ເຫັນປະຈັກ​ຕາ​ອຸມົງ​ກູ​ຈີ, ນ້ອງ​ຮູ້ສຶກ​ເຄົາລົບ​ນັກຮົບ ​ແລະ ປະຊາຊົນ ກູ​ຈີ​ຫຼາຍ, ​ດ້ວຍ​ອຸປະກອນ​ທີ່​ທຳ​ມະ​ດາ, ງ່າຍ​ດາຍ ​ແຕ່​ເຂົາ​ເຈົ້າ​ໄດ້​ສ້າງ​ເປັນ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ໃຫ້​ແກ່​ປະ​ເທດ. ນັ້ນ​ກໍ່​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນທົ່ວ​ປະ​ເທດ​ເວົ້າລວມ ​ແລະ ຊາວ​ໜຸ່ມ​ເວົ້າ​ສະ​ເພາະ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ນ້ອງ​ຫວັງ​ວ່າ​ລຸ້ນຕໍ່ໆ​ໄປ​ຈົ່ງ​ຮູ້​ບຸນຄຸນ​ຂອງ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ, ​ເລືອດ​ເນື້ອ​ຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”.

ກູຈີ ຄວາມເອກອ້າງທະນົງໃຈ ຂອງຊາດຫວຽດນາມ - ảnh 3
ສຸກສາລາໃນ ອຸ​ໂມງກູ​ຈີ
( ພາບຈາກອີນເຕີແນດ )

    ມາ​ຢ້ຽມຢາມອຸ​ໂມງ​ກູ​ຈີ, ນັກ​ທ່ອງ​ທ່ຽວ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ຫຍຸ້ງຍາກ, ລຳບາກ​ຂອງ​ບັນດາ​ນັກຮົບ​ຫວຽດນາມ, ​ແລະ​ນັກ​ທ່ອງ​ທ່ຽວ​ຈະ​ສາມາດ​ຮູ້​ໄດ້​ວ່າ, ​ເປັນ​ຫຍັງ​ປະ​ເທດ​ຫວຽດນາມ​ນ້ອຍໆ​ຄື​ແນວ​ນັ້ນ, ​ແຕ່​ພັດ​ເອົາ​ຊະນະ​ສັດຕູ​ເຊິ່ງ​ແມ່ນ​ປະ​ເທດ​ໃຫຍ່ ​ແລະ​ ຮັ່ງມີ​ກວ່າ​ໝູ່​ຢູ່​ໂລກ. ການ​ເວລາ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່​ອຸ​ໂມງ​ກູ​ຈີ​ຍັງ​ຄົງ​​ໄດ້​ຮັບການຮັກສາ​​ໄວ້, ດ້ວຍ​ບັນດາໄຊຊະນະ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ​ຫວຽດນາມ​

 

ຕອບກັບ

ຂ່າວ/ບົດ​ອື່ນ