ການຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ຝາກມາໃຫ້ລາຍການ

(vovworld) - ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ແລະ ຫວຽດນາມຫຼາຍ​ທ່ານ. ​ໃນ​ລາຍ​ການ​ໂອ້​ລົ​ມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າ​ຂໍຄັດ​​ສະ​ເໜີ​ເນື້ອ​ໃນ​ ຈົດໝາຍ, ອີ​ແມວ, ​ໂທລະສັບ ​ເຊິ່ງທ່ານ​ຜູ້​ຟັງ​​ຝາກ​ມາ​ໃຫ້​ລາຍການ. ​

ເພື່ອນ​ຮ່ວາງ​ວັນ​​ເຟືອງ, ອະດີ​ດນັກ​ສຶກສາ​ຫວຽດນາມ ທີ່​ເຄີຍ​ຮໍ່າຮຽນ​ຢູ່​ລາວ ​ໄດ້ຝາກຈົດໝາຍ​ມາ​ຫາ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​​ໄດ້​ຮັບ​ຊາບ​ວ່າ ວັນ​ທີ 02/12 ຜ່ານ​ມາ ​ເຊິ່ງ​ແມ່ນ​ວັນຊາດ​ຂອງ​ສປປລາວ, ​ເປັນຜູ້​ໜຶ່ງທີ່​ໄດ້​ຮໍ່າຮຽນ​ຢູ່​ລາວ ຂ້າພະ​ເຈົ້າ​ຂໍອວຍພອນ​​ໃຫ້ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ນັບ​ມື້​ນັບ​​ສະ​ໜິດ​ແໜ້ນ. ຂໍ​ອວຍພອນໃຫ້​ຄູ​ອາຈານ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ເຊິ​່ງ​ແມ່ນ​ໂຮງຮຽນ​ທີ່​ຂ້າພະ​ເຈົ້າ​ເຄີ​ຍຮຽນ ມີ​ສຸຂະ​ພາບ​​ເຂັ້ມ​ແຂງ ​ແລະ ຫວັງ​ວ່າ ​ຂ້າພະ​ເຈົ້າ​ຈະມີ​ໂອກາດ​​​ໄປ​ລາວ​ ເພື່ອ​ຢ້ຽມຢາມ​ຄູ​ອາຈານ ​ແລະ ​ໂຮງຮຽນ​ຂອງ​ຕົນ.

ການຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ຝາກມາໃຫ້ລາຍການ - ảnh 1
(ໄພ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ)

​ເພື່ອນ ​ແກ້ວ ພຸດທະ​ສອນ, ຢູ່​ເມືອງປາກ​ເຊ ​ໄດ້​ໂທລະສັບ​ມາ​ຫາ​ລາຍການ​ໂດ​ຍ​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ອັນ​ໜັກໜ່ວງ​ທັງ​ທາງ​ດ້ານ​ມະນຸດ ​ແລະ ຊັບ​ສິນ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າປະຊາ​ຊົນ​ຢູ່​ພາກ​ກາງ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ຟື້ນ​ຟູ​ການ​ຜະ​ລິດ, ກໍ່​ຄື​ກັບ​ຄືນ​ສູ່​ການ​ດຳລົງຊີວິດ​​​ເປັນ​ປົກກະຕິ​ໂດ​ຍ​ໄວ.

        ລາຍການພາກ​ພາສາ​ລາວ, ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ, ຂໍ​ຂອບ​ໃຈ​ເພື່ອນ ແກ້ວ ພຸດທະ​ສອນ ​ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນຢູ່​ທາງ​ພາກ​ກາງຂອງ​ຫວຽດນາມ. ​ເຖິງ​ວ່າ ພະຍຸ​ໄດ້​​ເຊົາ​ແລ້ວກໍ່ຕາມ, ​ແຕ່​ຜົນ​​ເສຍ​ຫາຍ​ຍັງ​ໜັກໜ່ວງ​ຢູ່. ປະຈຸ​ບັນ​ບັນດາ​​ແຂວງ, ນະຄອນ​ຢູ່​ພາຍ​ໃນ​ປະ​ເທດ ​ກໍ່​ຄື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລ້ວນ​ແຕ່​ຮ່ວມ​ແຮງ​ຮ່ວມ​ໃຈ ​ເພື່ອ​ຊ່ວຍ​​ເຫຼືອ​ປະຊາຊົນ​ພາກ​ກາງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ປະ​ຈຸ​ບັນ. ນອກຈາກ​ນັ້ນ, ບັນດາ​ຄຳ​ລະດົ​ມກຳລັງ​ໃຈ​ຂອງ​ພວກເພື່ອ​ນທີ່​ຝາກ​ໄປ​ຍັງ​ປະຊາຊົນພາກ​ກາງ​ຫວຽດນານ ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ສຸດ, ​ເພື່ອ​ແນ​​ໃສ່​ລະດົ​ມກຳລັງ​​ໃຈ​ໃຫ້​ເຂົາ​ເຈົ້າພະຍາ​ຍາມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ການຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ຝາກມາໃຫ້ລາຍການ - ảnh 2
(ວັດ​ຖຸພັນທີ່ໄດ້ນຳມາວາງສະແດງຢູ່ຫໍ​ພິພິດ​ທະ​ພັນ)

ເພື່ອນ​ ວິ​ໄລ​ວຽງ ຢູ່​ແຂວງ ຫຼວງ​ພະ​ບາງ ​ສົ່ງ​ອີ​​ແມວ ​​​ເຊິ່ງລາ​ຍການ​ໄດ້​ຖາມ​ວ່າ: ຂ້າພະ​ເຂົ້າ​ຕິດຕາມ​ລາຍການ​ກະ​ຈາ​ຍສຽງ​ພາກ​ພາສາ​ລາວ ​ແລະ ​ເຫັນ​ວ່າມ​ີຂ່າວ​ເວົ້າ​ເຖິງ​ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້, ​ແຕ່​ຂ້າພະ​ເຂົ້າ​ບໍ່​ຮູ້​ວ່າ ​ໃນ​ຫໍ​ພິພິດ​ທະ​ພັນ​ນັ້ນໄດ້​ວາງສະ​ແດງວັດ​ຖຸພັນ​ຫຼາຍ​ບໍ່? ຂໍ​​ໃຫ້​ລາຍການ​ແນະນຳ​​ໂດ​ຍຫຍໍ້​ກ່ຽວ​ກັບ​ຫໍພິພິດທະພັນ​ດັ່ງກ່າວ. ຂໍ​ຂອບ​ໃຈ.

        ​ເພື່ອນ​ ວິ​ໄລ​ວຽງ ທີ່​ຮັກ​​ແພງ, ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ​ໄດ້​ຮັບ​ການ​ກໍ່ສ້າງ​ເປັນ​ເວລາ  6 ປີຜ່ານມາ ​ແລະ ປະຈຸ​ບັນ​ໄດ້​ເປີດ​ປິ​ຕູ​ເພື່ອ​ຕ້ອນຮັບ​ແຂກ​ເຂົ້າ​ຢ້ຽມຢາ​ມ. ​ຫໍພິພິດທະພັນ​ມີ 4 ຊັ້ນ, ຊັ້ນ​ທີ 1 ​ເພື່ອ​ວາງສະ​ແດງ​ກ່ຽວກັບວັດທະນະທຳ​ຂອງ​ອາຊີ ​ໃນ​ນັ້ນ​​ໄດ້​ວາງສະ​ແດ​ງກ່ຽວກັບ​ບັນດາ​ຫົວ​ຂໍ້​ຄື: ຊີວິດ​ປະຈຳ​ວັນ, ຊີວິດ​ວັດ​ທະ​ທຳ, ສິລະ​ປະການ​ສະ​ແດງ ​ແລະ ສາສະໜາ. ຊັ້ນ 2 ​​ໄດ້​ວາງສະ​ແດງ​ບັນດາ​ວັດ​ຖຸພັນ​ຊຶ່ງ​ແມ່ນ​ຂອງ​ບໍລິຈາກ ​ແລະ ຂອງຂວັນ​ພາກສ່ວນ​ອື່ນ​ມອບ​ໃຫ້. ຊັ້ນ 3 ​ແມ່ນ​ວາງສະ​ແດ​ງຕາມຫົວ​ຂໍ້​ໃນ​ສະ​ໄໝປະ​ຈຸ​ບັນ, ຊັ້ນ 4 ​ແມ່ນ​ສາງ​​ເກັບຮັກສາ​ວັດຖຸ​ພັນ ​ແລະ ​ເອກະ​ສານ. ປະຈຸ​ບັນ, ຫໍ​ພິພິດ​ທະ​ພັນ​ໄດ້​ມີ​ວັດຖຸ​ພັນ​ກວ່າ 2000 ຢ່າງ​ ​ແລະ ຮູບ​ເອກະສານ​ກ່ຽວກັບ​ອາຊີ​ຕາ​ເວັນອອກ​ສ່ຽງ​ໃຕ້​ເກືອບ 5000 ​ແຜ່ນ. ອາ​ດ​ເວົ້າ​ໄດ້​ວ່າ ນີ້​​ແມ່ນ​ຫໍພິພິດທະພັນ​ແຫ່ງ​ທຳ​ອິດ​ກ່ຽວ​ກັບ​ວັດທະນະທຳ​ຊົນ​ເຜົ່າ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້,​ ​ແມ່ນ​ສະຖານ​ທີ່​ເຊື່ອມ​ຕໍ່ດ້ານ​ວັດທະນະທຳລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກພື້ນ ​ແລະ ​ມີ​ກາ​ລະ​ໂອກ​າດຫຼາຍ​ຢ່າງ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບວັດທະນະທຳ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເຂົ້າ​ໃຈ​ໄດ້​ຄວາມ​ຄ້າຍ​ຄື​ກັນ ​ແລະ ຈຸດ​ທີ່​ແຕກ​ຕ່າງກັນ​ໃນ​ວັດທະນະທຳ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ບັນດາ​ວັດຖຸ​ພັນ​ທີ່​ວາງສະ​ແດງທີ່​ຫໍພິພິດທະ​ພັນ​ມີ: ບັນດາ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ບາງ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຕົວ​ລະຄອນ​ຕຸກກະຕາ, ກອງ​ບູຮານ, ​ເຄື່ອງ​ດົນ​ຕີ...

        ນີ້​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ