ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ

(vovworld) - ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ຊາວລາວ ​ແລະ ຫວຽດນາມຫຼາຍ​ທ່ານ. ​ໃນ​ລາຍ​ການ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍຄັດ​​ສະ​ເໜີ​ເນື້ອ​ໃນຄຳ​ເຫັນ ກໍ່​ຄື​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາຫາລາ​ຍ​ການ​​.

 ລຸງ ຫງວຽນ​ວັນ​ແຕ້​ວ, ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ຢູ່​ໄທ ​ໄດ້​ສົ່ງ​ອີ​ແມວ ມາ​ຍັງ​ລາຍການ ​ໂດຍ​ແບ່ງປັນ​ວ່າ: ຍັງ​ອີກ 2 3 ອາທິດ​ຈະ​ຮອດ​ບຸນ​ປິ​ໃໝ່​ປະຈຳ​ຊາດ ​ແລະ ​​ໃນ​ເວລາໃກ້​ຈະ​ຮອດ​ບຸນປີ​ໃໝ່ ບັນຍາ​ກາດ​ຂອງ​ວັນ​ບຸນ​ນັບ​ມື້​ນັບຄຶກຄື້ນມ່ວນ​ຊື່ນ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກຍິ່ງ​ຄິດ​ຮອດ​ບ້ານ​ເກີດ​ເມືອງ​ນອນກວ່າ​ເວລາ​ໃດ​ໝົດ. ຂ້າພະ​ເຈົ້າ​ຂໍຂອບ​ໃຈ​ວິທະຍຸ​ກະຈາຍສຽງ​ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຜູ້​ຟັງ​ຄື​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ແນະນຳ​ໃຫ້​ເພື່ອນຂອງ​ຕົນ​ຮັບ​ຟັງ, ອ່ານ​ຂ່າວ ​ແລະ ບົດຜ່ານ​ເວັບໄຊ ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຊາ​ຊາດ ​ແລະ ຊາວ​ຫວຽດນາມ​ ຫຼາຍກວ່າ.

ລຸງ ຫງວຽນ​ວັນ​ແຕ້​ວ ທີ່​ຮັກ​ແພງ, ຍັງພຽງ​ເກືອ​ບ 1 ​ເດືອນອີກ ຈະ​ຮອດ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽ​ດນາມ ໝາຍ​ເຖິງ​ບຸນ​ເຕັດ. ​ໃນ​ໄລຍະ​​ໃກ້​ຈະ​ຮອດ​ບຸນປີ​ໃໝ່​ປີ​ມະ​ເມຍ 2014, ບໍ່​ພຽງ​ແຕ່​ຊາວ​ຫວຽດນາມ ທີ່​ດຳລົງ​ຊີວິດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມີຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກໍ່​ລ້ວນ​ແຕ່​ຢາກ​ກັບ​ຄືນ​ເມືອ​ປະ​ເທດ ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ທີ່​ອົບ​ອຸ່ນ​ພ້ອມ​ກັບ​ຄອບຄົວ ​ແລະ ​ເພື່ອນ​ມິດ​ອີກ​ດ້ວຍ. ບັນນາທິການ​ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຂໍ​ອວຍພອນ​​ລຸງ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ແດ່ສິ່ງ​ທີ່​ໂຊກ​ດີ ​ແລະ ຕິດຕາມ​ລາຍກາ​ນຂອງ​ພວກ​ເຮົາ​ເປັນ​ປະຈຳ ​ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ນັບ​ມື້​ນັບ​ດີກ​ວ່າ​​ເກົ່າ.

ເພ່ືອນ ມາດ​ທິດາ ມາ​ໄຊ​ຍະ​ວົງ, ດຳລົງ​ຊີວິດ​ຢູ່​ແຂວງ ຫົວພັນ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​​ໂດຍຂຽນ​ວ່າ. ຂ້າພະ​ເຈົ້າ​ເປັນ​ຄົນ​ລາວ ເຊື້ອ​ຊາດ​ຫວຽດນາມ ລຸ້ນທີ 3. ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ, ມີ​ພໍ່​ຕູ້ພວມ​ເກັບ​ຮັກສາ​ໝໍ້ຫຸງ​ເຂົ້າ​ເຮັດ​ດ້ວຍ​ຂາງ, ຢູ່​ຝາອັດ​ທັງ​ມີ​ຊື່ ​ແລະ ຕົວ​ເລກ​ອີກ​ດ້ວຍ. ພໍ່​ຕູ້​ໃຫ້​ຮູ້​ວ່າ ໝໍ້​ນີ້​ໄດ້​ມີ​ແຕ່​ດົນ​ແລ້ວ ​ແລະ ​ໄດ້​ສັ່ງ​ເຮັດ​ເອງ. ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້ວ່າ ​ເຮັດ​ໝໍ້​ນີ້​​ເສຍ​ເວລາ​ບໍ່? ມີ​ຈຸດ​ພິ​ເສດ​ຫຍັງ​ບໍ່​ເມື່ອ​ທຽບ​ໃສ່​ໝໍ້​ທຳ​ມະ​ດາ​ຄື​ປະຈຸ​ບັນ? ຢູ່​ຫວຽດນາມ ມີ​ຄົນ​ຍັງ​ເຮັດ​ອາຊີບ​ນີ້​ບໍ່?

ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ - ảnh 1
ອາຊີບ​ຫຼໍ່​ໝໍ້, ໝໍ້​ຕົ້ນ​ນ້ຳ..

ເພ່ືອນ ມາດ​ທິດາ ມາ​ໄຊ​ຍະ​ວົງ ທີ່​ຮັກ​ແພງ, ອາຊີບ​ຫຼໍ່​ໝໍ້, ໝໍ້​ຕົ້ມ​ນ້ຳ.. ​ເຮັດ​ດ້ວຍ​ຂາງ ​ໄດ້​ມີ​ມາ​ແຕ່​ດົນ​ແລ້ວ​ຢູ່​ຫວຽດນາມ. ອາຊີບ​ຫຼໍ່​ຂາງ ​ເຊິ່ງ​ພໍ່​ຕູ້​ເລົ່າ​​ໃຫ້​ຟັງນັ້ນ ປະຈຸ​ບັນ​ນີ້​ຫວຽດນາມ ບໍ່​ມີ​ຫຼາຍ​ອີກ​ແລ້ວ, ​ເພື່ອ​ນສາມາດ​ຊອກ​ເຫັນ​ຜູ້​ທີ່ປະກອບອາຊີບຫຼໍ່​ຂາງ​ຢູ່​ບັນດາ​ໝູ່​ບ້ານ​ອາຊີບຫັດຖະກຳ ​ຫຼື​ຢູ່​ບັນດາ​ເຂດ​ຊົນນະບົດ​ຂອງ​ຫວຽດນາມ.







(ສຽງ​ຕີ​ຂາງ)

ສຽງ​ທີ່​ພວກເພື່ອນ​ຫາ​ກໍ່​ຮັບ​ຟັງ​ຜ່ານ​ໄປແມ່ນ​ສຽງ​ຕີ​ຂາງ, ​ເຊິ່ງປະຈຸ​ບັນ​ບໍ່​ມີ​ຫຼາຍ​ຄົນ​ໄດ້​ຮັບ​ຟັງ​ອີກ ​ແລະ ​ເພື່ອ​ຜະລິດ​ໄດ້​ຜະລິດ​ຕະພັນ​ຄື​ແນວ​ນັ້ນ​ເພື່ອ​ໃຊ້​ໃນ​ເຮືອນ​ຄົວ, ຜູ້​ຫຼໍ່​ຂາງ​ຕ້ອງ​ເຮັດ​ຫຼາຍ​ຂັ້ນ​ຕອນ​ດ້ວຍ​ມື. ​ເພື່ອ​ຊອກ​ຮູ້​ໃຫ້​ແຈ້ງ​ກວ່າກ່ຽວ​ກັບ​ບັນດາ​ຂັ້ນ​ຕອນ​ນັ້ນ, ອ້າຍ ກາວ​ຊວນ​ທຸຍ, ຢູ່​ເມືອງ​ແທງ​ລຽມ, ​ແຂວງ ຮ່າ​ນາມ, ຜູ້​ທີ່​ໄດ້​ເມົາ​ມົວ​ກັບ​ອາຊີບ​ຫຼໍ່​ຂາງ​ເປັນ​ເວລາກວ່າ 20 ປີ​ແບ່ງປັນ​ວ່າ.

“​ເພື່ອ​ຫຼໍ່​ໝໍ້​ຫຸ່ງ​ເຂົ້າ 1 ໜ່ວຍ, ຕ​້ອງກະ​ກຽມຫຼາຍ​ຢ່າງ​ຄື: ຂີ້​ຊາຍ, ອາ​ລູມີຍົມ, ​ເບົ້າ​ຫຼໍ່, ໝໍ້​ຕົ້ມ​... ​ແລະ ​ເພ່ືອ​ເຮັດ​ໝໍ້ 1 ໜ່ວຍທີ່​ມີນຳ​ໜັກ 10 ກິ​ໂລກຣາມ ຕ້​ອງ​ເສຍ​ເວລາ​ປະມານກວ່າ 2 ຊົ່ວ​ໂມງ. ຖ້າ​ຫາກ​ບໍ່​ມີ​ການ​ກະກຽມ​ທີ່​ດີ​ບາງ​ເທື່ອ​ຕ້ອງ​ເສຍ​ເວລາ​ກວ່າ 3 ຊົ່ວ​ໂມງ​ຈຶ່ງ​​ໄດ້”.

ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການໃນອາທິດຜ່ານມາ - ảnh 2

ໝໍ້​ແຕ່ລະ​ໜ່ວຍ​ເມື່ອ​​ຫຼໍ່​ສຳ​ເລັດລ້ວນ​ແຕ່​ໄດ້​ຄວັດ​ຊື່​ຂອງ​ຜູ້​ສັ່ງ​​ເຮ​ັດ​ໃສ່​ຝາອັດ, ນັ້ນ​ກໍ່​ແມ່ນ​ຈຸດ​ພິ​ເສດ​ເຊິ່ງບັນດາ​ໝໍ້​ໃນ​ປະຈຸ​ບັນ​ບໍ່​ມີ, ໝໍ້​ກໍ່​ຖືກ​ຈັດແບ່ງ​ເປັນ​ບັນດາ​ຊະນິດ​ຄື ໝໍ້ 14, 30, 50... ​ຊື່​ເອື້​ນ​ແບບ​ນັ້ນ​ແມ່ນ​ຊີ້​ໃຫ້​ເຫັນ​ຂະໜາດ​ຂອງ​ໝໍ້​ແຕ່ລະ​ໜ່ວຍ. ນອກຈາກ​ນັ້ນ, ຕາມການ​ປຽບທຽບ​ຂອງ​ປະຊາຊົນ, ໝໍ້​ເຮັດດ້ວຍຂາງຫຸງ​ເຂົ້າ​ຈະ​ແຊບ​ກວ່າ​ໝໍ້​ໃຊ້ໄຟໄຟ້. ປະຈຸ​ບັນ, ຢູ່​ຫວຽດນາມ ຜູ້​ທີ່​ຜູກ​ພັນ​ກັບ​ອາຊີບ​ຫຼໍ່​ຂາງ​ນີ້​ບໍ່​ມີ​ຫຼາຍ​ອີກ​ແລ້ວ. ອ້າຍ ກາວ​ຊວນ​ທຸຍ ​ໃຫ້​ຮູ້​ເຕື່ມ​ອີກ​ວ່າ.

“ອາຊີບ​ນີ້​ມີ​ຕົ້ນ​ກຳ​ເນີ​ດຢູ່​ແຂວງ​ບັ໋ກນິງ, ບັ໋ກຢາງ, ​ໃນ​ເມື່ອ​ກ່ອນ​ຢູ່​ແຂວງ​ນັ້ນ​ມີ​ເຕົາຫຼໍ່​ຂາງ​ປະມານ 20 ​ເຕົາ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ຍັງມີ​ພຽງ 5 7 ​ເຕົາ​ເທົ່າ​ນັ້ນ, ທຸກ​ຄົນ​ກໍ່ຄ່ອຍໆບໍ່​ເຮັດ​ອີກ​ແລ້ວ. ຍ້ອນ​ວ່າ, ທີ 1 ​ແມ່ນ​ບໍ່​ມີ​ວຽກ​ເຮັດ, ທີ 2 ​ແມ່ນ​ປະຊາ​ຊົນ​ໄດ້​ປະກອບເຄື່ອງ​ໃຊ້​ໃນ​ເຮືອນຄົວ​​ແບບທັນ​ສະ​ໄໝ​ເກືອບ​ໝົດ​ແລ້ວ, ບັນດາ​ໝໍ້​ຄື​ແບບ​ນີ້ຂາຍ​ກໍ່​ຊ້າ. ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ອີກ 2 3 ປີ​ຈະ​ມາ​ເຖິງຈະມີ​ໃຜ​ໃຊ້​ໝໍ້​ນີ້​ອີກ​ບໍ່”.

ໃກ້​ຈະ​ຮອດ​ບຸນ​ປິ​ໃໝ່​ປະຈຳ​ຊາດ, ຖ້າ​ຫາກ​ເພື່ອນ​ມີ​ໂອກາດ​ກັບ​ເມືອ​​ຫວຽດນາມ ​ແລະ ​ໄປ​ຢ້ຽມຢາມບັນດາ​ເຂດ​ຊົນນະບົດ, ​ເພື່ອ​ນອາດ​ຈະ​ພົບ​ເຫັນ​ບັນດາ​ຜູ້​ຫຼໍ່​ຂາງ ​ເຊິ່ງພວກ​ຂ້າພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ເພື່ອ​ນຄື​ດັ່ງກ່າວ.

ນັບ​ແຕ່​ອາທິດ​ນີ້ ລາຍການ​ພາກ​ພາສາ​ລາວ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຈະ​ມີ​ຄຳ​ຖາມ​​ເພື່ອ​ໃຫ້​ຮູ້​ຟັງ​ຊອກ​ຮູ້ເຫດ​ການ​ຕ່າງ​ໆຂອງ​ຫວຽດນາມ. ພວກ​ເຮົາ​ຈະ​ມີ​ຂອງຂວັນ​ໃຫ້​ຜູ້​ຟັງ​ທ່ານ​ໃດ​ຕອບ​​ໄວ ​ແລະ ຖືກຕ​້ອງກວ່າ​ໝູ່​.

ຄຳ​ຖາມ​ຂອງ​ອາທິດ​ນີ້​ແມ່ນ: ລະບົບ​ລາຍການພາສາ​ຕ່າງປະ​ເທດຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ ​ໄລ່​ມາຮອດ​ປະຈຸ​ບັນ​​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ເປັນ​ເວລາ​ຈັກ​ປີ​ແລ້ວ?

1.   69 ປີ

2.   70 ປີ

3.   71 ປີ

ທ່ານ​ຜູ້​ຟັງ, ຜູ້ອ່ານ ຝາກ​ຄຳ​ຕອບ​ດ້ວຍ​ວິທີຄື: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ ຫຼື ສົ່ງ​ຈົດໝາຍ​ທາງອີ​ແມວ: laovov@yahoo.com​. ທ່ານ​ຜູ້​ຟັງສາມາດໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631.

ຕອບກັບ

ຂ່າວ/ບົດ​ອື່ນ