ການເຄື່ອນໄຫວຕ່າງໆລະຫວ່າງຫວຽດນາມ-ລາວໃນເດືອນ6/2014

ອາທິດ​ຜ່ານ​ມາ, ພວກ​​ເຮົາ​ໄດ້​ຮັບ​ຈົດໝາຍ​ຫຼາຍ​ສະບັບ , ອີ​ແມວ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາຂໍ​ຕອບ​ບາ​ງຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ລາວ​ສົນ​ໃຈ.

ທ່ານ ຄຳ​ສິງ, ​ແຂວງ ຫຼວງ​ພະ​ບາງ ​ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍການ ຖາມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນຕ່າງໆ​ຂອງ ຫວຽດນາມ - ລາວ ​ໃນ​​ເດືອນ 6/2014 ນີ້.

    ທ່ານ ຄຳ​ສິງ ທີ່​ເຄົາລົບ, ​ໃນ​ເດືອນ 6 ນີ້, ການ​ນຳຂັ້ນ​ສູງ ຫວຽດນາມ ​ແລະ ລາວ ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ເຈລະຈາ​ລະຫວ່າງ​ທ່ານຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ, ​ເນື່ອງ​ໃນ​ໂອກາດ​​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ດ່ານ​ຊາຍ​ແດນ​ສາກົນ ລາ​ໄຮ (ກວາງ​ຈີ້) - ລາ​ໄຮ (ສາລາ​ວັນ), ຢູ່​ນະຄອນ ດົງ​ຮ່າ, ​ແຂວງ ກວາງ​ຈີ້ ​ໃນ​ວັນ​ທີ 25/6, ຮອງ​ນາຍົກລັດຖະມົນຕີ 2 ທ່ານ​ມີ​ການ​ເຈລະຈາ, ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ ​ແລະ ບາງ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ຢ້ຽມຢາມ​ ແລະ ​ເຮັດ​ວຽກ​ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຂອງ​ທ່ານພົນ​ຈັດຕະວາ ​​ແອສະ​ໄໝ ​ເລືອງ​ວັນ​ໄຊ, ຮອງ​ຫົວໜ້າ​ກົ​ມ​ໃຫຍ່​ພະລາທິການ - ​ເຕັກນິກ​ກອງ​ທັບ​ປະຊາຊົນ ລາວ  ເມື່ອ​ວັນ​ທີ 17/6​. ຄະນະ​ພະນັກງນຄະນະ​ປະຕິບັດ​ງານ​ພິ​ເສດ​ລັດຖະບານ ລາວ ​ໂດຍ​ທ່ານ ພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິ​ເສດ ລັດຖະບານ ລາວ ​ເປັນ​ຫົວໜ້າ​ຄະນະ​ໄດ້​ມາ​ຢ້ຽມຢາມ​ກອງ​ບັນຊາ​ການ​ທະຫານ​ເຂດ 7. ​ແລະ ວັນ​ທີ 28/6, ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ກາ​ນ​​ເງິນ ຫວຽດນາມ, ​ໂດຍ​ທ່ານ​ ດິງຕ໋ຽນຢູ້ງ, ກຳມະການ​ສູນ​ກາ​ງພັກ, ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ນຳ​ໜ້າ​ໄດ້​ໄປ ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ບົດຮຽນ​ຕົວ​ຈິງ ຂອງ ຫວຽດນາມ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ເງິນ, ງົບປະມານ​ແຫ່ງ​ລັດ​ໂດຍ​ກະຊວງ​ການ​ເງິນ ລາວ ຈັດ​ຕັ້ງ​ໃນ​ວັນ​ທີ 27/6.

ການເຄື່ອນໄຫວຕ່າງໆລະຫວ່າງຫວຽດນາມ-ລາວໃນເດືອນ6/2014 - ảnh 1
​ພິທີ​ເປີດ​ສະຫຼອງ​ດ່ານ​ຊາຍ​ແດນ​ສາກົນ ລາ​ໄຮ (ກວາງ​ຈີ້) - ລາ​ໄຮ (ສາລາ​ວັນ)

    ນອກຈາກການ​ຢ້ຽມຢາມ​ຂັ້ນ​ສູງ​ນັ້ນ, ຍັງ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື:

    ຜູ້ຕາງໜ້າ​ລັດຖະບານ ລາວ ​ແລະ ທະນາຄານ​ລົງທຶນ​ພັດທະນາ ຫວຽດນາມ (BIDV) ​ໄດ້​ເຊັນ​ສັນຍາ​ສິນ​ເຊື່ອ​ກູ້​ຢືມ​ທຶນ​ກໍ່ສ້າງ​ເສັ້ນທາງ​ຈາກ​ ທ່າ​ເລົ່າ ​ໄປ ຊຳ​ໄຕ້ ຂຶ້ນ​ກັບ​ແຂວງ​ຫົວພັນ​ຂອງ ລາວ. ກະຊວງ​ການ​ເງິນ 2 ປະ​ເທດ ​ໄດ້ຈັດ​ຕັ້ງ​ພິທີ​ມອບ​ສົ່ງ, ນຳ​ເຂົ້າ​ເຄື່ອນ​ໄຫວ​ສະ​ຖາ​ບັນ​​ເສດຖະກິດ ການ​ເງິນ ດົງ​ຄຳ​ຊ້າງ (​ໄລຍະ 2) - ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ລັດຖະບານ ຫວຽດນາມ ທີ່ມອບ​ໃຫ້ ລາວ.

******

        ທ່ານ ບຸນ​ມາ, ຢູ່​ແຂວງ​ຫົວພັນ ​ໄດ້​ໂທລະສັບ​ເຖິງ​ລາຍການ​ໂດຍ​ຖາມ​ກ່ຽວ​ກັບ “ຂະ​ບວນການແດງ - ​ເຊື່ອມ​ຕໍ່​ສາຍ​ເລືອດຫວຽດນາມ”

    ລາຍການ​ບໍລິຈາກ​ເລືອດ​ອາ​ສາ​ສະໝັກ ຂະ​ບວນການ​ແດງ ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ຄັ້ງ​ທີ 2 ດ້ວຍ​ສານ​ທີ່​ວ່າ: “ຂະ​ບວນການ​ແດງ - ​ເຊື່ອມ​ຕໍ່​ສາຍ​ເລືອດຫວຽດນາມ” ​ຖືກຈັດ​ຕັ້ງ​ແຕ່​ວັນ​ທີ 1 – 28/7/2014. ​ລາຍການ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ເພື່ອ​ແນ​ໃສ່​ຂົນຂວາຍ​ຜູ້​ສະໝັກ​ໃຈບໍລິຈາກ​ເລືອດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 10.000 ຄົນ​ເພື່ອກຽມພ້ອມ​ບໍລິຈາກ​ເລືອດ​​ເມື່ອ​ຄົນ​ເຈັບ​​ໃນ​ທົ່ວປະ​ເທດມີ​ຄວາມ​ຕ້ອງການ​ເລືອດ. ລາຍການ​ໄດ້​ຮັບ​ການ​ປະຕິບັດ​​ແຕ່​ເໜືອ​ຮອດ​ໃຕ້​ດ້ວຍ 2 ຄະນະ​ເຊິ່ງລວມມີ​ບັນດາ​ບຸກຄົນ​ດີ​ເດັ່ນ, ​​ໄດ້​ຮັບ​ການ​ເລືອກ​ເຟັ້ນຈາກ​​ມະຫາ​ວິທະຍາ​ໄລ, ວິ​ທະຍາ​ໄລ​​ແຫ່ງ​ຕ່າງໆໃນ​ທົ່ວ​ປະ​ເທດ ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮ້ອງ, ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ. ຢູ່​ບັນດາ​ທ້ອງ​ຖີ່​ນ​ທີ່​ຄະນະ​ໄດ້​ຜ່ານ, ຄຽງ​ຂ້າງ​ເລື່ອງ​ຈັດ​ຕັ້ງ​ການ​ຈົດ​ທະບຽນສະໝັກ​ໃຈ​ບໍລິຈາກ​ເລືອດ​​ຂອງ​ປະຊາຊົນ​ແລ້ວ, ຍັງ​ຈັດ​ຕັ້ງງານ​ພົບ​ປະ​ແລກປ່ຽນ​ກັບ​ຜູ້​ບໍລິຈາກ​ເລືອດ​ດີ​ເດັ່ນ, ກັບ​ຜູ້​​ໄດ້​​ຮັບເລືອດ​ເປັນ​ຫຼາຍຄັ້ງ, ການ​ໂອ້​ລົມ​ສົນທະນາ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ຂົນຂວາຍ ​ແລະ ຈັດ​ຕັ້ງ​ບໍລິຈາກ​ເລືອດດ້ວຍ​ຄວາມ​ສະໝັກ​ໃຈ.​.​.​ ຄຽງ​ຂ້າງ​ຈຸດໝາຍ​​ເປີດ​ກ້ວາງເປົ້າ​ໝາຍບໍລິຈາກ​​ເລືອດ​ແລ້ວ, ​ລາຍການ​ຫວັງ​ວ່າ​ຈະ​ຮັບ​ປະລິມານເລືອດ​​ໄດ້ຫຼາຍ (​ກວມ 45% ​ປະຕິມາ​ນ​ເລືອດ​ຈະ​ໄດ້​ຮັບ​ໃນ​ປີ 2014 ນີ້) ຕອບ​ສະໜອງ​ຄວາມ​ຕ້ອງການ​ເລືອດ​​ເພື່ອປິ່ນປົວ​ພະຍາດ​ໃຫ້​ຄົນ​ເຈັບ, ປະກອບ​ສ່ວນ​ແກ້​ໄຂ​ສະພາບ​ຂາດ​ເລືອດ​ຢ່າງ​ແຮງ​ໃນ​ລະດູ​ຮ້ອນ​ປີ 2014.

*****

    ​​ໃນ​ອາທິດ, ພວກ​ເຮົາ​ກໍ່​ໄດ້​ຮັບ ອີ​ແມວ​ຈາກ ທ່ານ​ ສຸ​ບິນ ພິມ​ມະ​ສອນ, ບໍລິສັດ​ນ້ຳມັນ​ເຊຶ້ອ​ໄຟ​ລາວ, ສາ​ຂາ​ແຂວງ ຈຳປາ​ສັກ ທີ່​ຟາກ​ອີ​ແມວ ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບຂ່າວ​ຈາກ​ວິທະຍຸ​ກະຈາຍສຽງ ຫວຽດນາມ ທາງ​ ອີນ​​ເຕີ​ເນັດ​ວ່າ: ຍົນ MI 171 ຂອງ​ກອງ​ທັບ ອາກາດ ຫວຽດນາມ ຕົກ​ໃນ​ເວລາ​​ເຝິກ​ແອບ ​ໂດດ​ຈ້ອງ ​ເຮັດ​​ໃຫ້​ນາຍ ​ແລະ ພົນທະຫານ 18 ຄົນ​ເສຍ​ຊີວິດ, ນະ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ເສຍ​ໃຈ ​ແລະ ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ຊື້​ງ ມາ​ຍັງຄອບຄົວ, ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍ​ນ້ອງ. ຂໍ​ໃຫ້​ວິນ​ຍານ​ຂອງ​ຜູ້​ເສຍ​ຊີວິດ ຈົ່ງ​ໄປ​ສູ່​ສຸ​ຂະ​ຕິ​ດ້ວຍ​ເຖີດ.

    ພວກ​ເຮົາ​ຂໍ​ຂອບ​ໃຈ​​ເພື່ອນ ສຸ​ບິນ ພິມ​ມະ​ສອນ, ທີ່​ໄດ້​ເອົາ​ໃຈ​ໃສ່​ແຫ່ງ​ເປັນຄວາມ​ເສົ້າ​ສະຫຼົ​ດ​ໃຈ​ຕໍ່​ບັນດາ​ຄອບຄົວ​ນາຍ ​ແລະ ພົນທະຫານ ຫວຽດນາມ ​ທີ່​ໄດ້​ເສຍສະຫຼະຊີວິດ ​ໃນ​ກໍລະນີ​ເຮືອບິນ​ຕົກ. ກໍ່​ເຊັນ​ກຽວ​ກັນ​ກັບ​ເພື່ອນ, ຊາວ ຫວຽດນາມ ທຸກ​ຄົນ​ກໍ່​ຮູ້ສຶກ​ເສົ້າສະຫຼົດ​ໃນ​ຫຼາຍ ​ແລະ ຫວັງ​ວ່າວິນ​ຍານ​ຂອງ​​ເຂົາ​ເຈົ້າ​ຈະ​ໄປ​ສູ່​ສຸ​ຂະ​ຕິ.

ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈສາມາດ​ອ່ານ​ຄືນ, ​ທຸກໆ​ລາຍການ​ຂອງ​ພາກ​ພາສາ​ລາວ​ໃນ​​ເວັບ​ໄຊ vovworld.vn. ຫຼື​ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ກໍ​ຄື​ໂທລະສັບ​ໂດຍ​ກົງ​​ເຖິງ​ລາຍການ​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com. ຂໍ​ຂອບ​ໃຈ.

 

ຂ່າວ/ບົດ​ອື່ນ