ການແນະນຳເນື້ອໃນຈົດໝາຍ ແລະ ຄຳເຫັນຂອງຜູ້ຟັງບາງທ່ານທີ່ຝາກມາ​ລາຍ​ການ


(vovworld) – ​​​ໃນ​ອີ​ແມວ, ໂທ​ລະ​ສັບ ແລະ ຈົດໝາຍ​ສ​ະ​ບັບ​ຕ່າງໆ​ທີ່​ທ່ານ​ຜູ້​ຟັງ​ຝ​າກ​ມາ​ລາຍ​ການກະຈາຍສຽງ​ພາກ​ພາສາ​ລາວ, ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ສັບປະດາ​ຜ່ານ​ມາ, ທ່ານ​ຜູ້​ຟັງ​ໄດ້​ເອົາ​ໃຈ​ໃສ່​​ເຖິງ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີຫຼາຍຂ່າວ ​ແລະ ບົດຂອງ​ພວກ​ເຮົາ. ໃນ​ລາຍ​ການ  “ໂອ້​ລົມ​ກັບ​ເພື່ອນ​ລາວມື້ນີ້” ພວກ​ເຮົາ​ຂໍ​ແນະ​ນຳ​ເນື້ອ​ໃນ​ຈົດ​ໝາຍ ແລະ ຄຳ​ເຫັນ​ຂອງ​ຜູ​້​ຟັງ​ບາງ​ທ່ານ​ທີ່ຝາກ​ມາ​ໃນ​ສັບປະດາ​ຜ່ານ​ມາ.

ການແນະນຳເນື້ອໃນຈົດໝາຍ ແລະ ຄຳເຫັນຂອງຜູ້ຟັງບາງທ່ານທີ່ຝາກມາ​ລາຍ​ການ - ảnh 1

ທ່ານຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາ​ລົບ, ຍັງ​ມີເວ​ລາ​ພຽງ​ ​ 10 ກ່​ວາມື້​ອີກເທົ່າ​ນັ້ນ ແມ່ນ​ຈະ​ຮອດ​ກຳ​ນົດ​ເວ​ລາສຸດ​ທ້າຍ (30/6) ​ເພື່ອ​ສົ່ງ​ຄຳ​ຕອບ​​ກ່ຽວ​ກັບ​ການ​ເສັງ “ເພື່ອ​ນ​ຮູ້​ຫ​ຍັງ​ແດ່​ກ່​ຽ​ວ​ກັບ ຫວຽດ​ນາມ”. ຖ້າ​ຫາກຜູ້​ຟັງ​ທ່ານ​ໃດ​ຢາກ​ເຂົ້າ​ຮ່ວມ​ການ​ເສັງ, ຂໍ​ສົ່ງ​ຄຳ​ຕອບ​ໃຫ້​ລາຍ​ການ​​​​ໂດຍ​ໄວ​ໃຫ້​ທັນກັບ​ເວລາ. ທ່ານ​ຜູ້​ຟັງ​ສາ​ມາດ​ຝາກ​ຄຳ​ຕອບໃຫ້​ພວກ​ຂ້າ​ພະ​ເຈົ້າ​ທາງ​ໄປສະນີໂດຍ​ຈ່າ​ໜ້າ​ຊ່ອງວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ, ພາກ​ພາ​ສາ​ລາວ, ເຮືອນ​ເລກ​ທີ 45 ຖະ​ໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດ​ນາມ, ຫຼືທາງ​ອີ​ແມວຜ່ານ​ອີ​ແມວ laovov5@gmail.com ຫຼື laovov@yahoo.com.  ​ເພື່ອ​ໃຫ້​ການ​ຕອບ​ຄຳ​ຖາມ​ຊັດ​ເຈນ, ທ່ານສາ​ມາດ​ຊອກ​ຫາ​ບັນ​ດາ​ຂໍ້​ມູນ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ​​ໃນ​ລາຍ​ການ “ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ຟັງ​” ດ້ວຍແວບ​ໄຊ vovworld.vn ຂອງ​ພວກ​ເຮົາ.

***

​ທ່ານ ວັນ​ໄຊ, ແຂວງ ຊຽງ​ຂວາງ ຝາກ​ອີ​ແມວ​ມາ​ຍັງ​ລາຍ​ການ​ໂດຍ​ແບ່ງປັນ​ວ່າ ໃນ​ອາ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ຂຽນ​ກ່ຽວ​ກັບ​ຕຶກ Bitexco ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ຮັບ​ຟັງບົດ​ຂຽນ​ຍ້ອນ​ຕຶກ​ອາ​ຄານນີ້​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ພິ​ເສດ.       ເພື່ອນ​ວັນ​ໄ​ຊ ທີ່​ເຄົາ​ລົບ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ ຍ້ອນທ່ານ​​ໄດ້​ຕິດຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ. ຖ້າຜູ້​ຟັງ​ທ່ານໃດ​ມີ​ຄວາມ​ສົນ​ໃຈ​​ເຖິງ​ບົດ​ຂຽນ ແລະ ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສວຍ​ງາມ​ນີ້ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ​ສາ​ມາດ​ອ່ານ​ຄືນ​ໃນ​ແວບ​ໄຊ vovworld.vn ຫຼື vov5.vn. ຖ້າ​ຫາກ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈີ​ມິນ ທ່ານ​ຢ່າ​ລື່ມ​ມາ​ຢາມ​ກິດ​ຈະ​ກຳ​ພິ​ເສດນີ້​ແດ່​ເດີ.

***

          ທ່ານ ວຽງ​ຄຳ, ແຂວງ ວຽງ​ຈັນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​​ໂດຍຖາມ​ວ່າ “ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ກັບ​ສຳ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ” ເຊິ່ງ ຫວຽດ​ນາມ ຫາກໍ່​ລົງ​ນາມ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ຄື​ແນວ​ໃດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ?

          ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ເຖິງ​ຄຳ​ຖາມ​ທີ່​ມ່ວນໆ​ຂອງ​ທ່ານ ວຽງ​ຄຳ, ຜ່ານ​ຄ​ຳ​ຖາມນີ້​ພວ​ກ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທ່າ​ນ​ໄດ້​ເອ​ົ​າ​ໃຈ​ໃສ່​ເຖິງ​ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ເສດ​ຖະ​ກິດ​ໂລກ​ເວົ້າ​ລວມ.  ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ໃນ​ນັ້ນ ລວມ​ມີ​ບັນ​ດາ​ປະ​ເທດ​ຄື: ລັດ​ເຊຍ, ອາກ​ເມ​ນີ​ອາ, ເບ​ລາ​ຣຸດ, ກາ​ຊັກ​ສະ​ຖານ ແມ່ນ​ອົງ​ການ​ເສດ​ຖະ​ກິດ​ທີ່ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ແຕ່​ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ມຸ່ງ​ໄປ​ເຖິງ​ເຂດ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ. ສັນ​ຍາ​ສະ​ບັບ​ນີ້ ຈະ​ຊ່ວຍ​ໃຫ້ບັນ​ດາວິ​ສາ​ຫະ​ກິດ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ສຳ​ພັດ​ກັບ​ຕະ​ຫລາດ​ຈຳ​ຫນ່າຍ​ທີ່ກວ້າງ​ໃຫຍ່, ໄດ້​ຊົມ​ໃຊ້​ຫລາຍ​ເງື່ອ​ນ​ໄຂ​ບຸ​ລິ​ມະ​ສິດ, ຫັນ​ດ້ານ​ພາ​ສີ​ເປັນ​ງ່າຍ​ດາຍ, ຊ່ວຍ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ​້າ, ບໍ​ລິ​ການ ແລະ ການ​ລົງ​ທ​ຶນ​ຂອງ​ຫວຽດ​ນາມ. ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຈະ​ສະ​ຫງວນ​ໃຫ້​ກັນ​​ໃນ​ການ​ເປີດ​ປະ​ຕູ​ຕະ​ຫລາດ​ສິນ​ຄ້າ​​ດ້ວຍປະ​ມານ 90% ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ.

        ສຳ​ລັບ​ຫວຽດ​ນາມ, ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້ານີ້ ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ ໃນ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ໃນ​ການ​ລົງ​ນາ​ມ​​ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ແນ​ໃສ່​ບັນ​ລຸ​ຜົນ​ປະ​ໂຫຍດ​ພື້​ນ​ຖານ​ດ້ານ​ເສດ​ຖະ​ກິດ ຜ່ານ​ການ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ການ​ຜ​ະ​​ລິດ​ພາຍ​ໃນ​ປະ​ເທດ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້ແກ່​ການ​ຊຸກ​ຍູ້​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ, ການ​ລົງ​ທຶນ, ຫັນ​ບັນ​ດາ​ຕະ​ຫລາດ​ນຳ​ເຂົ້າ​ສົ່ງ​ອອກ​ເປັນ​ຫລາຍ​ຮ​ູບ​ຫລາຍ​ແບບ, ຫລີກ​ລ້ຽງ​ການ​ຂຶ້ນ​ກັບ​ຕະ​ຫ​ລາດ​ຫນຶ່ງ.

ການແນະນຳເນື້ອໃນຈົດໝາຍ ແລະ ຄຳເຫັນຂອງຜູ້ຟັງບາງທ່ານທີ່ຝາກມາ​ລາຍ​ການ - ảnh 2

          ທ່ານ​​ແສງ​ພະຈັນ, ຢູ່​ແຂວງ​ຫຼວງ​ພະ​ບາງ ​ໄດ້​ໂທລະສັບ​ຫາ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ແມ່ນ​ຜູ້​ມັກ​ກິລາ, ​ແຕ່​ຄາ​ວຽກ​ຫຼາຍ​ດັ່ງ​ນັ້ນ​ບໍ່​ຕິດຕາມ​ງານ​ມະຫາ​ກຳ​ກິລາ​ຊີ​ເກັມ 28 ​ເຊິ່ງຈັດ​ຈຶ້ນຢູ່​ສິງ​ຄະ​ໂປ ​​ເປັນ​ປະຈຳໄດ້. ດັ່ງ​ນັ້ນ​ຜ່ານ​ລາຍການ, ຂ້າພະ​ເຈົ້າ​ຢາກ​ຮູ້​ຜົນ​​ແຫ່ງການ​​ແຂ່ງ​ຂັນ​ກິລາ​ຄັ້ງ​ນີ້ຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ. ພິ​ເສດ​ແມ່ນ​ຜົນງານ​ຂອງ​ຫວຽດນາມ

          ພິ​ທີ​ອັດງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ 28 ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 16/6 ດ້​ວຍ​ຜົນ​ການ​ແຂ່ງຂັນ​ຖືກ​ຈັດ​ອັນ​ດັບ​ດັ່ງ​ຕໍ່​ໄປ​ນີ້​: ​ຄະນະ​ກິລາໄທ​ໄດ້ຈັດ​ອັນ​ດັບ​ 1 ດ້ວຍຫຼຽນ​ຄຳ 92 ຫຼຽນ, ຈາກນັ້ນ​ແມ່ນ​ສິງ​ກາ​ໂປ ດ້ວຍຫຼຽນ​ຄຳ 83 ຫຼຽນ. ສະ​ເພາະ ຫວຽດ​ນາມ ​ແມ່ນ​ຍືນ​ຢູ່ອັນ​ດັບ​ທີ 3 ດ້ວຍຫຼຽນ​ຄຳ 73 ຫຼຽນ, ຫຼຽນ​ເງິນ 52 ຫຼຽນ ແລະ ຫຼຽນ​ທອງ 60 ຫຼຽນ. ​ຢືນ​ອັນ​ດັບ​ທີ 4 ແມ່ນ​ ​ມາ​ເລ​ເຊຍ, ດ້ວຍຫຼຽນ​ຄຳ 60 ຫຼຽນ, ອິນ​ໂດ​ເນ​ເຊຍ ຖືກ​ຈັດ​ອັນ​ດັ​ບ 5 ດ້ວຍຫຼຽນ​ຄຳ 45 ຫຼຽນ, ຟີ​ລິບ​ປິນ​ຖືກ​ຈັດ​ອັນ​ດັ​ບ​ທີ 6, ດ້ວຍຫຼຽນ​ຄຳ 28 ຫຼຽນ, ມຽນ​ມາ ​ຢືນ​ອັນ​ດັບ​ທີ 7 ດ້ວຍຫຼຽນ​ຄຳ 12, ກຳ​ປູ​ເຈຍ ​ຢືນ​ອັນ​ດັບ​ທີ 8, ດ້ວຍຫຼຽນ​ຄຳ 1 ຫຼຽນ. ສ່ວນ ລາວ ແລະ ບ​ຣູ​ໄນ ບໍ່​ຄວ້າໄດ້​ຫຼຽນ​ຄຳ.  

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ


ຕອບກັບ

ຂ່າວ/ບົດ​ອື່ນ