ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່ງທ່ານຜູ້ຟັງຜູ້ຊົມໄດ້ສົ່ງເຖິງລາຍການ

 (vovworld)-ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ສືບ​ຕໍ່​ຮັບ​ຈົດ​ໝາຍ, ອີແມວ​ຫລາຍ​ສະ​ບັບ ແລະ ໂທ​ລະ​ສັບ​ຈາກ​ຜູ້​ຟັງ​​ລາວ. ໃນ​ລາຍ​ການ​​ພາກນີ້ ພວກ​ເຮົາ​ຂໍຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ​ຊື່ງ​ທ່ານ​ຜູ້​ຟັງ​ຜູ້​ຊົມໄດ້​ສົ່ງ​ເຖິງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

       

        ທ່ານ ບຸນ​ມີ ຢູ່ ແຂວງ ​ບໍ​ລິ​ຄຳ​ໄຊ ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດຍ​​ເວົ້າວ່າ: ຂ້າ​ພະ​ເຈົ້າເຄີຍ​ຕິດ​ຕາມ​ພາກ​ຂ່າວ​ໃນ​ຫ​ນ້າ​ເວັບ vovworld.vn ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ເພາະ​ວ່າ ລາຍ​ການຂ່າວ​ແມ່ນ​ອຸ​ດົມ​ສົມ​ບູນ, ອັບ​ເດັດ ແລະ ພິ​ເສດ ​ມີຂ່າວ​ຕ່າງ​ປະ​ເທດ​ຫລາຍ​ພໍ​ສົມ​ຄວນ. ນອກນັ້ນ ຂ້າ​ພະ​ເຈົ້າ​ມັກ​ອ່ານ​ບັນ​ດາ​ຄ​ໍ​ລຳ​ຄື: ວັດ​ທະ​ນະ​ທຳ, ຄົ້ນ​ຫາ​ຫວຽດ​ນາມ, ສີ​ສັນ 54 ຊົນ​ເຜົ່າ, ຊົນ​ນະ​ບົດ​ໃຫມ່.. ໃນ​ນັ້ນ ​ລາຍ​ການ ຊົນ​ນະ​ບົດ​ໃຫມ່ ຂ້າ​ພະ​ເຈົ້າ​ເຂົ້າ​ອ່ານ​ເປັນ​ປະ​ຈຳ. ຜ່ານ​​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ວ່າ ຢູ່​ເຂດ​ຊົນ​ນະ​ບົດ​ຫລາຍ​ແຫ່ງ​ຂອງ​ຫວຽດ​ນາມ ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ແລ້ວ, ພິ​ເສດ ພື້ນ​ຖານ​ໂຄງ​ລ່າງ​ນັບ​ມື້​ນັບ​ໄດ້​ຮັບ​ການກໍ່​ສ້າງ​​ທັນ​ສະ​ໄຫມກວ່າ. ປະ​ຊ​າ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ຫວຽດ​ນາມ ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໂດຍ​ລັດ​ຖະ​ບານ​ວາງ​ອອກ ແລະ ມີ​ຫລາຍ​ຄອບ​ຄົວ​ໄດ້​ປະ​ກອບ​ທີ່​ດິນ, ຊັບ​ສິນ​ເພື່ອ​ປະ​ກອບ​ສ່ວນ​ກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ​​ໃຫ້​ນັບ​ມື້​ນັບ​ສວຍ​ງາມກວ່າ. ນີ້​ກໍ​ແມ່ນ​ແບບ​ຢ່າງ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ທາບ​ທາມ ແລະ ຮ່ຳ​ຮຽນ​ຕາມ.

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ, ເພື່ອນ ບົວ​ໄລ ຢູ່ ແຂວງ ວຽງ​ຈັນ ເວົ້າ​ວ່າ: ຂ້າ​ພະ​ເຈົ້າແມ່ນ​ຜູ້ມັກ​ຖ່າຍ​ຮູບ ແລະ ຮຽບ​ຮຽງ​ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ທິວ​ທັດທຳ​ມະ​ຊາດ​ທີ່​ສວຍ​ງາມ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ເຄີຍ​ຊົມ​ພາບ​ສາ​ລະ​ຄະ​ດີ​ໃນ​ຫ​ນ້າ​ເວັບ vov5.vn. ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ ສະ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ທັນ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ເທື່ອ, ແຕ່​ຜ່ານ​ພາບ​ສາ​ລະ​ຄະ​ດີ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ຮູບ​ພາບກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​​ທີ່​ສວຍ​ງາມ​ຫລາຍ​ແຫ່ງ​ຢູ່​ຫວຽດ​ນາ​ມ ກໍ່​ຄື​ບັນ​ດາ​ຮູບ​ພາບ​ທີ່​ສ່ອງ​ແສງ​ເຖິງ​ຊີ​ວິດ​​ການເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ຜ່ານ​ບັນດາ​ພາບ​ສາ​ລະ​ຄະ​ດີ​ຂອງ vov 5 ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຮຽບ​ຮຽງ​ຮູບ​ພາບ​ທີ່​ສວຍ​ງາມ​ນັບ​ມື້​ນັບອຸ​ດົມ​ສົມ​ບູນກວ່າ.

        ທ່ານ​ຈັນ​ທີ ຢູ່ ເມືອງ ໂພນ​​ໂຮງ ແຂວງ ວຽງ​ຈັນ ສົ່ງ​ອີ​ແມວ​ເຖິງ​ລາຍ​ການ ໂດຍ​ແບ່ງ​ປັນ​ວ່າ: ກ່ອນນີ້ ຂ້າ​ພະ​ເຈົ້າ​ມ​ີ​ໂອ​ກາດ​ໄດ້​ເຮັດ​ວຽກ​ກັບ​ບັນ​ດາ​ເພື່ອນ​ຫວຽດ​ນາມ ​ໃນ​ເວ​ລາ​ຫລາຍ​ປີ. ເຖິງວ່າ ພາ​ສາ​ຫວຽດ​ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຫລາຍ​ປານ​ໃດ​ກໍ​ຕາມ, ແຕ່​ບັນ​ດາ​ບົດ​ເພງ​ຂອງ​ຫວຽດ​ນາມ ຂ້າ​ພະ​ເຈົ້າ​ມັກ​ຮັບ​ຟັງ​ທີ່​ສຸດ. ເພາະ​ສະ​ນັ້ນ ລາຍ​ການ​ເພງ​ຊື່ງ​ພາກ​ພາ​ສາ​ລາວ​ໄດ້​ອອກ​ອາ​ກາດ​ໃນ​ເວ​ລາ 30 ນາ​ທີ່​ຫລັງ​ພາກ​ຂ່າວ ຂ້າ​ພະ​ເຈົ້າ ມັກ​ທີ່​ສຸດ. ບັນ​ດາ​ທຳ​ນອງ​ເພງ​ໃນ​ລາຍ​ການ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ບັນ​ເທົາຄວາມ​ອິດ​ເມື່ອຍພາຍ​ຫລັງ​ເຮັດ​ວຽກ​​ໃນມື້​ຫ​ນື່ງ​.

        ໃນ​ອາ​ທິດ, ທ່ານ ວອນ​ຄຳ ຢູ່​ແຂວງ ຫົວ​ພັນ ໂທ​ລະ​ສັບ​ມາ​ຫາ​ລາຍ​ການ ໂດຍ​ເວົ້າ​ວ່າ: ​ໂດຍແມ່ນ​ປະ​ຊາ​ຊົນ​ຜູ້​ຫ​ນຶ່ງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແຂວງ ຫົວ​ພັນ ແລະ ໄດ້​ຮັບ​ການກວ​ດ, ປິ່ນ​ປົວ​ພະ​ຍາດ​ໂດຍບໍ່​ເສຍ​ຄ່າ ​ຈາກ​ທ່ານ​ໝ​ໍ​ຫ​ນຸ່ມ, ຊື່ງ​ແມ່ນ​ຊາວ​ຫ​ນຸ່ມ​ອາ​ສາ​ສະ​ໝັກ​ຫວຽດ​ນາມ. ມາ​ຮອດ​ປະ​ຈຸ​ບັນ ພະ​ຍາດ​ຂອງ​ຂ້າ​ພະ​ເຈົ້າ​ຄ່ອຍໆ​ຖື​ກ​ຫາຍ​​ໄປແລ້ວ, ສຸ​ຂະ​ພາບ​ຟື້ນ​ຟຸ​ເປັນ​ຢ່າງ​ດີ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີ​ມ​ສະ​ຫລອງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ຫ​ນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ ຄື​ວັນ​ທີ 26/3, ຂ້າ​ພະ​ເຈົ້າ​ຂໍສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ ແລະ ອວຍ​ພອນ​ໃຫ້​ຊາວ​ຫ​ນຸ່ມ​ຫວຽດ​ນາມ ເວົ້າ​ລວມ, ຊາວ​ຫ​ນຸ່ມ​ອາ​ສາ​ສະ​ໝັກ​ເວົ້າ​ສະ​ເພາະ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ຮ່ຳ​ຮຽນ​ເປັນ​ຢ່າງ​ດີ ແລະ ນັບ​ມື້​ນັບ​ມີ​ວຽກ​ງານ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງ, ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຫວຽດ​ນາມ ກໍ​ຄື​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ.

ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່ງທ່ານຜູ້ຟັງຜູ້ຊົມໄດ້ສົ່ງເຖິງລາຍການ - ảnh 1
ພາບປະກອບ:internet

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ! ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ແມ່ນເນື້ອ​ໃນ​ຈົດ​ໝາຍບາງ​ສະ​ບັບ​ຊື່ງ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ເຖິງ​ລາຍ​ການ​ພາກ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ. ​ພວກ​ເຮົາ ຂອບ​ອົກ​ຂອບ​ໃຈ​ພວກ​ທ່ານ​ທີ່​ໄດ້​ຕິດ​ຕາມ, ຍາດ​ເວ​ລາສົ່ງ​ຈົດ​ໝາຍ​ປະ​ກອບ​ຄຳ​ເຫັນເຖິງ​ລາຍ​ການ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່າ​ນ​ຜູ້​ຟັງ​ຈະ​ສືບ​ຕໍ່​ຕິດ​ຕາມ​ລາຍ​ການ​ຂອງ​ພວກ​ເຮົາ​ອອກ​ທາງ​ອາ​ກາດ​ກໍ​ຄື​ທາງ​ອິນ​ເຕີ​ແນັດ ແລະ ປະ​ກອບ​ຄຳ​ເຫັນໃຫ້​ລາຍ​ການ​ນັບ​ມື້ນ​ັບ​ຫລາຍກວ່າ. ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານ​ສາ​ມາດ​ຮັບ​ຟັງ ແລະ ຊົມ​ລາຍ​ການ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື  vov5.vn ແລະ ຢ່າລ​ືມ​ສົ່ງ​ຈົດ​ໝາຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ທີ່​ຢູ່:

ລາຍ​ການ​ພາກ​ພາ​ສາ​ລາວ- ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu, Ha Noi. Email: laovov@yahoo.com

 

 



ຕອບກັບ

ຂ່າວ/ບົດ​ອື່ນ