ຂັດສະເໜີຄຳເຫັນຂອງທ່ານຜູ້ຟັງແລະຕອບບາງຄຳຖາມຂອງ​ທ່ານ​ຜູ້​ຟັງ


ໃນ​ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍຂັດ​ສະ​ເໜີ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ ແລະ ຕອບ​ບາງ​ຄ​ຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍການໃນ​ອາ​ທິດ​ຜ່ານ​ມາ.

        ໃນ​ອາ​ທິດ, ພວກ​ເຮົາ​ໄດ້​ຮັບ ອີ​ແມວ​ຂອງ​ທ່ານ ຫງວຽນ​ວັນ​ແຕ້ວ, ຈາກໄທຝາກ​ມາ. ໃນ​ອີ​ແມວ​ທ່ານ ແຕ້ວ​ ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ແມ່ນ​ຊາວ ໄທ ເຊື້ອ​ຊາດ ຫວຽດ​ນາມ, ເຖິງວ່າ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໄທ ແຕ່​ຄາວ​ຍັງ​ນ້ອຍບໍ່​ໄດ້​ຮຽນ​ພາ​ສາ ໄທ, ສ່ວນພາ​ສາ ຫວຽດ​ຮູ້​ບໍ່​​​ເລິກ​ເຊິ່ງປານ​ໃດ, ມີ​ແຕ່​ພໍ​ໃຊ້​ເທົ່າ​ນັ້ນ. ແຕ່​ຂ້າ​ພະ​ເຈົ້າ​ພັດແມ່ນ​ຜູ້​ຟັງ​ທີ່​ສະ​ໜິດ​ສະ​ໜົມ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເວົ້າ​ລວມ ແລະ ​ລາຍການ​ກະຈາຍສຽງພາກ​ພາ​ສາ ລາວ ເວົ້າ​ສະ​ເພາະ, ປະຈຸ​ບັນ​ຂ້າ​ພະ​ເຈົ້າ​ພວມ​ພະ​ຍາ​ຍາມ​ແຕ່ງ​ບົດ​ເພື່ອ​ເຂົ້າ​ຮ່ວມ​ການ​ເສັງ “ເພື່ອນ​ຮູ້​ຫຍັງ​​ແດ່ກ່ຽວ​ກັບ ຫວຽດ​ນາມ” ປີ 2015 ໂດຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປຸກ​ລະ​ດົມ. ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ຂໍ້​ມູນ​ທາງ ອີນ​ເຕີ​ເນັດ​ແຕ່​ຫຍຸ້ງ​ຍາກຫຼາຍ ແລະ ຄິດ​ວ່າ​ມັນບໍ່​ຊັດ​ເຈນ ແລະ ບໍ່ຄົບ​ຖ້ວນ​ເທື່ອ. ແຕ່​ຜ່ານ​ບັນ​ດາ​ບົດ​ຂຽນທີ່​ກ່ຽວຂ້ອງ​​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ​ເຊິ່ງອອກ​ອາ​ກາດ​ໃນ​ວັນ​ພະ​ຫ​ັດ​ທຸກ​ໆອາ​ທິ​ດ ​ໄດ້​ຊ່ວຍຂ້າ​ພະ​ເຈົ້າ​ແຕ່ງ​ບົດ​ເສັງ​ສຳ​ເລັດ​ໄດ້. ຂໍ​ຂອບ​ໃຈ​ລາຍ​ການ​ທີ່​ໄດ້ມີການ​ແນະນຳ​ຢ່າງ​ລະອຽດ​ຄື​ແນວນັ້ນ.”

        ຂອບ​ໃຈ​ທ່ານ ແຕ້ວ ທີ່​ໄດ​້​ຝາກ​ຈົດ​ໝາຍ​ປະ​ກອບ​ຄ​ຳ​ເຫັນ​ໃຫ້​ລາຍ​ການ. ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ແນະ​ນຳ​ບັນ​ດາ​ບົດ​ຂຽນ​ກ່ຽວ​ຂ້ອງ​ເຖິງ​ 5 ຄຳ​ຖາມ​ຂອງການ​ເສັງ “ເພື່ອນ​ຮູ້​ຫຍັງ​​ແດ່ກ່ຽວ​ກັບ ຫວຽດ​ນາມ” ນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍ່​ປາດ​ຖະ​ໜາ​ຢາກ​ໃຫ້​ທ່ານ​ຜູ້​ຟັງ​ເອົາ​ໃຈ​ໃສ່​ເຖິງ​ການ​ເສັງ​ ແລະ ອີງ​ໃສ່​ບັນ​ດາ​ຂໍ້​ມູນ​ຂ່າວນັ້ນ​​ເພື່ອ​ເຮັດ​ໃຫ້​ບົດ​ເສັງ​​ຂອງ​ຕົນດີ​ທີ່​ສຸດ. ປະ​ຈຸ​ບັນ, ບັນ​ດາ​ບົດ​ທີ່​ກ່ຽວຂ້ອງ​ເຖິງການ​ເສັງຍັງ​ຖືກ​ຮັກສາ​ໄວ້​ໃນ​ລາຍ​ການ “ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ຟັງ” ໃນ​​ເວັບ​ໄຊ vovworld.vn, ຖ້າຜູ້​ຟັງ​ທ່ານ​ໃດ​ມີ​ຄວາມ​ສົນ​ໃຈ​ສາ​ມາດ​ເຂົ້າ​ອ່ານ​ໄດ້. ​ກຳ​ນົດ​​ເວ​ລາຮັບ​ບົດ​ເສັງ​​ແມ່ນຮອດວັນ​ທີ 30/6/2015 (​ໄລ່​ຕາມ​ກາ​​ໄປສະນີ​ບ່ອນ​ຝາກ), ຫວັງ​ວ່າ​ບັນ​ດາ​ທ່ານ​ຜູ້​ຟັງ​ຈະ​ຝາກ​ບົດ​ເສັງ​ຖືກ​ກັບ​ເວ​ລາ​ກຳ​ນົດ.

ຂັດສະເໜີຄຳເຫັນຂອງທ່ານຜູ້ຟັງແລະຕອບບາງຄຳຖາມຂອງ​ທ່ານ​ຜູ້​ຟັງ - ảnh 1

        ໃນ​ອາ​ທິດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ເພື່ອນ ຕູ​ຕີ ອິ​ນ​ທະ​ວົງ, ແຂວງ ຫຼວງ​ພະ​ບາງ, ເພື່ອນ​ຖາມ​ວ່າ: “ທິດ​ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂອງ​ຂວັນ​ຈາກ​ເພື່ອນ ຫວຽດ​ນາມ ຜູ້​ໜຶ່ງ. ໃນ​ນັ້ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດນັ້ນ​ແມ່ນ​ຊາ​ຖົງ​ໜຶ່ງ, ​ເພາະວ່າຊານີ້​ທັງມີລົດ​ແຊບ​ສະ​ເພາະ, ທັງ​ມີ​ກິ​ນ​ຫອມ​ຂອງດອກ​ບົວ. ຂ້າ​ພະ​ເຈົ້າ​ຫວັງ​ວ່າທາງ​ລາຍ​ການຈະ​ແນະ​ນຳ​​ໃຫ້​ຮູ້ກ່ຽວ​ກັບ​ຊາ​ຊະ​ນິດນີ້​?”

        ເພື່ອນ ຕູ​ຕີ ທີ່​ຮັກ​ແພງ, ຢູ່ ຮ່າ​ໂນ້ຍ ມີ​ຊາ​ຫຼາຍຊະ​ນິດ​, ​ໃນ​ນັ້ນ​ໂ​ດ່ງ​ດັງກວ່າ​ໝູ່​ແມ່ນ​ຊາ​ທີ່ກັບ​ດອກ​ບົວ​​ໃນໜອງ ໂຮ່​ໄຕ. ບາງ​ເທື່ອທ່ານ​ຈະຄິດ​ເລີຍ​ວ່າ, ດອກ​ບົວ​ຢູ່​​ແຫ່ງໃດ​ກໍ່​ຄື​ກັນ​, ແຕ່​ຄວາມ​ເ​ຈິງພັດບໍ່​ແມ່ນ​ແນວນັ້ນ​, ດອກ​ບົວ​ຢູ່ໜອງ ໂຮ່​ໄຕ ຫຼື ເອີ້ນ​ວ່າ​ດອກ​ບົວ​ຮ້ອຍກີບ ມີ​ກິ່ນ​ຫອມ​ພິ​ເສດ​ຕ່າງ​ກັບ​ດອກ​ບົວ​​​ຢູ່​ບ່ອ​ນ​ອື່ນ ຍ້ອນ​ເງື່ອນ​ໄຂ​ດິ​ນ​ຟ້າ​ອາ​ກາດສະ​ເພາະ​ຢູ່​ໜອງ ໂຮ່​ໄຕ, ​ຖ​້າ​ຫາກ​ນຳແນວ​ພັນ​ດອກ​ບົວ​ຢູ່​ທີ່ນີ້​ໄປ​ປູກ​ຢູ່​ບ່ອນ​ອື່ນ ​ມັນ​ກໍ່ບໍ່​ມີ​ກິ່ນຫອມ​ຄື​ດອກ​ບົວ​​ທີ່ປູກ​ຢ່​ູ​ໜອງ ໂຮ່​ໄຕ ໄດ້. ໃນ​ເດືອນ 6 ຫາ ເດືອນ 8 ​ດອກ​ບົວ​ບານຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ ​ນີ້ກໍ່​ແມ່ນ​ຈຸດ​ເວ​ລາ​ທີ່​ເຂົ​າ​ເຈົ້າ ເອືອບ​ຊາ. ວິ​ທີ​ເອືອບ​ຊາ​ລະ​ອຽດ​ລະ​ອ​ໍ ແລະ ຕ້ອງ​ເຮັດ​ດ້ວຍ​ມື. ຊາ​ທີ່​ເອົາ​ມາເອືອບ​ຕ້ອ​ງ​ແມ່ນ​ຊາ​ຊະ​ນິດ​ແຊບ​ທີ່​ສຸດ ແລະ ​ມີ​ຊື່​ສຽງໂດ່ງ​ດັງ​ຂອງ ຫວຽດ​ນາມ ຄື​ຊາ: ຕາ​ສົ່ວ, ຊາ ເຕີນ​ເກືອງ… ດອກ​ບົວ​ຢູ່​ໜອງ ໂຮ່​ໄຕ ຕ້ອງ​ເກັບດອກບໍ່​ທັນ​ບານ​​ໃນຍາມຕາ​ເວັນ​ບໍ່​ທັນ​ຂຶ້ນ, ຖ້າ​​ຫາກເກັບ​ເອົາ​ດອກ​ທີ່​​ບານ​ແລ້ວ ເມື່ອ​​ເອືອບ​ຊາ ມັນ​ຈະ​ບໍ່​ມີ​ກິ່ນ​ຫອມ. ວິ​ທີ​ເອືອບກໍ່​ຕ້ອງ​​ລະ​ອຽດລະ​ອໍ, ​ພາຍຫຼັງ​ເອົາເກ​ສອນດອກ​ບົວ​ອອກ​ແລ້ວ​​ແມ່ນ​ຕ້ອງ​ຍັດ​ຊາ​​​ເຂົ້າໃນ​ທັນ​ທີ​ ແລະ ​ເອືອບ​ເກ​ສອນນັ້ນ​ກັບ​ຊາ​ໃນ​​​ເວລາ 2 ຫາ 3 ວ​ັນ. ຕ້ອງ​ເອືອບ​ຄື​ແນວນັ້ນ 3 ເທື່ອ​ຊາຈຶ່ງ​​ຫອມ ​ແລະ ແຊບ​ທີ່​ສຸດ.

+++

            ທ່ານ ໝອນ​ແກ້ວ, ແຂວງ ອັດ​ຕະ​ປື ໄດ້​ໂທ​ລະ​ສັບ​​ມາຫາ​ລາຍ​ການ​ໂດຍ​ແບ່ງ​ປັນ​ວ່າ: “ອາ​ທິດ​ຜ່ານ​ມາ, ແຂວງ ອັດ​ຕະ​ປື ໄດ້​ເປີດ​ສ​ະຫຼອງ​ສະ​ໜາ​ມ​ບິນ​ສາ​ກົນ​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ ຫວຽດ​ນາມ ​ພິ​ເສດ, ກຸ່ມ​ບໍ​ລິ​ສັດ ຮ່​ວາງ​ແອງ​ຢາ​ລາຍ​ໄດ້ອຸ​ປະ​ຖຳ ດ້ວຍຍອດ​ຈຳ​ນວນ​ເງິນ 36 ຕື້ USD, ພາຍຫຼັງ​​ໄດ້ຮັບ​ການກໍ່​ສ້າງ​ມາ​ເປັນ​ເວ​ລາ 24 ເດືອນ​ ​ເຊິ່ງ​ເລີ່ມແຕ່​ເດືອນ 5/2013 ມາ​ຮອດ​ປະ​ຈຸ​ບັນ​ໄດ້​ກໍ່ສ້າງສຳ​ເລັດ. ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ແຂວງ ອັດ​ຕະ​ປື ເວົ້າ​ສະ​ເພາະ ແລະ ຂອງ​ປະ​ຊາ​ຊົນ ລາວ ເວົ້​າ​ລວມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນ່ວ​ແນ​່ວ່າ​ ສະ​ໜາມ​ບິນ​ແຫ່ງໃໝ່​ນີ້​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ສັງ​ຄົມ​ອັນ​ໃຫຍ່ຫຼວງ, ແມ່ນ​ຂົວ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ເສດ​ຖະ​ກິດ, ການ​ເມືອງ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ”

        ສະ​ໜາມ​ບິນ​ສາ​ກົນ ອັດ​ຕະ​ປື ໄດ້​ຮັບ​ການ​ເປີດ​ສະຫຼອງ​ເມື່ອ​ວັນ​ທີ 30/5, ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ແລະ ທ່ານ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ເຈືອງ​ເຕີນ​ຊາງ. ໃນ​ບົດ​ກ່າ​ວ​ປາ​ໄສ​ທີ່​ພິ​ທີ​ເປີດ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈູມ​ມາ​ລີ ໄຊ​ຍະ​ສອນ ໄດ້​ຕີ​ລາ​ຄາ​ສ​ູງ​ກຸ່ມ​ບໍ​ລິ​ສັດ ຮ່​ວາງ​ແອງ​ຢາ​ລາຍ ໄດ້​ຜັນ​ຂະ​ຫຍາຍ​ການ​ລົງ​ທຶນ ແລະ ສ້າງ​ສຳ​ເລັດ​ໂຄງ​ການ​ສະ​ໜາມ​ບິນ ສາ​ກົນ ອັດ​ຕະ​ປື, ເຊິ່ງ​ແມ່ນ​ກິດ​ຈະ​ກຳ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ - ເສດ​ຖະ​ກິດ​ສຳ​ຄັນ, ຊ່ວຍ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ບໍ່​ພຽງ​ແຕ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖີ່ນ​ຂອງ ລາວ ເທົ່າ​ນັ້ນ ຫາກ​ຍັງ​ລະ​ຫວ່າງ ລາວ ​ກັບ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ອີກ​ດ້ວຍ. ສ່ວນ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: ເລື່ອງ​ເປີດ​ສະຫຼອງ​ສະ​ໜາມ​ບິນສາ​ກົນ ອັດ​ຕະ​ປື ຕາມ​ຮູບ​ແບບກໍ່​ສ້າງ ແລະ ມອ​ບ​ສົ່ງ​ໄດ້​ສະ​ແດງ​​​​​ເຖິງລັກສະນະປະ​ສິດ​ທິ​ຜົນ, ແທດ​ຈິງ ແລະ ​ອຸ​ດົມ​ສົມ​ບູນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວ​ມ ແລະ ລ​ະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ  2 ປະ​ເທ​ດເວົ້າ​ສະ​ເພາະ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.
ຂ່າວ/ບົດ​ອື່ນ