ຂ່າວໂຄສະນາການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”

(vovworld) - ປີ 2015 ​ແມ່ນ​ປີ​ທີ່​ຫວຽດນາມມີຫຼາຍ​ເຫດການ​ສຳຄັນຍິ່ງເຊັ່ນ: 70 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ, 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈິ​ມິນ, 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ (VOV) ກໍ່ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ.​ ​ໃນ​ໂອກາດ​ນີ້​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈັດ​ຕັ້ງ​ການ​ເສັງ “​ເພື່ອນ​ຮູ້​ຫຍັງ​​​ແດ່ກ່ຽວ​ກັບ​ຫວຽດນາມ“, ທີ່ສະຫງວນ​ໃຫ້ຜູ້​ຟັງ​ VOV ທຸກ​ທ່ານ, ​ເຊິ່ງ​​ແມ່ນ​ຊາວ​ຕ່າງປະ​ເທດ​ຢູ່​ທຸກ​ທະວີບ ​ແລະ ຊາວ​ຫວຽດນາມ ​ທີ່​ພວມ​ດຳລົງ​ຊີວິດ​ ​ແລະ ທຳ​ມາ​ຫາ​ກິນຢູ່​ຕ່າງປະ​ເທດ. ຄະນະ​ຈັດ​ຕັ້ງຮັບ​ບົດ​ເສັງ​ເລີ່​ມ​ແຕ່​ວັນ​ທີ 01/02/2015 ​ແລະ ສິ້ນ​ສຸດ​ລົງໃນ​ວັນ​ທີ 30/06/2015 (​ໄລ່​ຕາມ​ກາ​​ໄປສະນີ​ບ່ອນ​ຝາກ).

        ນັບ​ແຕ່​ການ​ປຸກລະດົມ​ມາ​ຮອດ​ປະຈຸ​ບັນ, ທຸກ​ອາທິດ, VOV ລ້ວນ​ແຕ່​ໄດ້​ຮັບ​ບັນດາ​ບົດ​ເສັງ​ຂອງ​ຜູ້​ຟັງ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ຝາກ​ມາ. ປະຈຸ​ບັນ​ມີ​ຜູ້​ຟັງເກືອບ 100 ຄົນ ​​ໄດ້ສົ່ງ​ບົດ​ເສັງ​ມາ​ຍັງ​ບັນດາ​ລາຍການກະຈາຍສຽງ​ຂອງ​ລະບົບ​ກະຈາຍສຽງພາກ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ (VOV5). ສິ່ງດັ່ງກ່າວ, ສະ​ແດງ​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ຜູ້​ຟັງ​ເຖິງ​ການ​ເສັງ. ພ້ອມ​ກັບ​ບົດ​ເສັງ, ຜູ້​ຟັງ​ຫຼາຍ​ທ່ານ​ກໍ່​ຝາກ​ຈົດໝາຍ​ແບ່ງປັນ​ຄວາມ​ເຫັນ​ຂອງ​ຕົນ​ຕໍ່​ການ​ເສັງ​ນີ້.

        ຕາ​ມຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ທ່ານ​ຜູ້​ຟັງ, ນັບ​ແຕ່​ອາທິດ​ນີ້ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ອອກ​ອາກາດ​ບັນດາ​ບົດ​ຂຽນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເສັງ​ຄືນ​ໃໝ່​ ​ເພື່ອ​ຊ່ວຍ​ທ່ານ​ຜູ້​ຟັງ​ໃນ​ການ​ຕອບ​ຄຳ​ຖາມ​​ໃຫ້ການ​ເສັງ “​ເພື່ອ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດນາມ” ​ໃນ​ລາຍການ​ຕິດ​ຕໍ່​ພົວພັນ​ກັບທ່ານ​ຜູ້​ຟັງ, ທີ່ອອກ​ອາກາດ​​​ໃນ​ວັນ​ພະຫັດ​ຂອງ​ທຸກ​ອາທິດ, ​ເວລາແຕ່​ເວລາ 18 ​ໂມງ - 19 ໂມ​ງໃນ​ຄວາມ​ຖີ່ 7285 KHZ ​ແລະ ​ແຕ່ 20​ໂມງ30​ນາທີ- 21ໂມງ30​ນາທີ​ໃນ​ຄວາມ​ຖີ່ 1242 KHZ  ​ຫຼື ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​​​ແນັດ Web vovworld.vn./.

ຕອບກັບ

ຂ່າວ/ບົດ​ອື່ນ