ຄັດສະເໜີ ແລະ ຕອບບາງຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) –ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ຈົດໝາຍ, ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​ເຖິງ​ວັນ​ຄ້າຍ​ວັນ​ເກີດຂອງ​ປະທານ​ໂຮ່ຈິ​ມິນ, ​ການ​ກໍ່ສ້າງໂຮງງານ​​ໄຟຟ້າ​ນິວ​ເຄຼຍຂອງ​ຫວຽດນາມ ກໍ່​ຄື​ທີ່ຢູ່​ຂອງ​ຫໍ​ສະໝຸດ​ໃຫຍ່ທີ່​ຮ່າ​ໂນ້ຍ.

      ເພື່ອນ ບູນມີ, ຢູ່​ແຂວງ ບໍລິ​ຄຳ​ໄຊ, ​ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຖິງ​ບັນດາ​ຂ່າວ ​ແລະ ບົດ​ກ່ຽວ​ກັບ​​ໄຊຊະນະ​ດ້ຽນບຽນ​ຝູ ​ເຊິ່ງ​ໄດ້ອອກ​ອາກາດ​ໃນ​ອາທິດ​ຜ່ານ​ມາ​, ຂໍຂອບ​ໃຈ VOV ທີ່​ໄດ້​​ໃຫ້ຂ່າວ ​ແລະ ບົດ​ສາລະ​ຄະດີ​ຢ່າງ​ວ່ອງ​ໄວທັນ​ການ ​ເພື່ອ​ໃຫ້​ຜູ້​ຟັງ​ຄື​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ຕໍ່ສູ້​ຂອງກອງທັບ ​ແລະ ປະຊາຊົນ​ຫວຽດນາມ.

ຄັດສະເໜີ ແລະ ຕອບບາງຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1


     ເພື່ອນ ວຽງ​ຄຳ, ​ຢູ່ແຂວງ​ຄຳ​ມ່ວນ ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ:  ປີ 2014 ​ແມ່ນ​ສະ​ເຫຼີ​ມສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈິ​ມິນ ຄັ້ງ​ທີເທົ່າ​ໃດ. ຂ້າພະ​ເຈົ້າ​ຢາກ​ຮູ້​ຊື່​ບາງ​ບົດ​ເພງ​ທີ່​ດົ່ງ​ດັງ​ເຊິ່ງ​ໄດ້​​ເວົ້າ​ເຖິງເພີ່ນ.

  ເພື່ອນ ວຽງ​ຄຳ ທີ່​ຮັກ​ແພງ, ປະທານ​ໂຮ່ຈິ​ມິນ ຜູ້​ຍິ່ງ​ໃຫຍ່​ເກີດ​ເມື່ອ​ວັນ​ທີ 19/05/1890, ​ໄລ່​ມາ​ຮອດວັນ​ທີ 19/05/2014 ​ແມ່ນ​ວັນ​ຄ້າຍ​ວັນ​ເກີດ​ຄັ້ງ​ທີ 124 ຂອງ​ເພີ່ນ. ​ໃນ​ຈຳນວນ​​ບົດ​ເພງ​ມ່ວນ​ທີ່​ຂຽນ​ກ່ຽວ​ກັບ​ເພີ່ນ​ແມ່ນ​ມີ​ຫຼາຍ, ​ໃນ​ນັ້ນ​ອາດ​ເວົ້າ​ເຖິງ​ບັນດາ​ບົດ​ເພງ​ຄື:  ບ໋າ​ກ​ໂຮ່ ໝົ​ດຕິ່ງ​ອຽວບາ​ວລາ (​ແປ່​ວ່າ ລຸງ​ໂຮ່ ຄວາ​ມຮັກ​ທີ່​ຍິ່ງ​ໃຫຍ່), ​ເລີ່ຍ​ບ໋າ​ກຢັ້ນ​ເຈື໋ອກລູ໋ກ​ດີ​ຊາ (ແປ່​ວ່າ ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ກ່ອນ​ທີ່​ລວງ​ລັບ​ໄປ​), ຕ໋ຽງຫ໋າດຕື່​ແທ່ງ​ໂພ໋ມາງ​ເຕັນ​ເງື່ອຍ (ແປ່​ວ່າ ສຽງ​ເພງ​ຈາກ​ນະຄອນ​​ໃສ່​ຊື່​ເພີ່ນ), ບ໋າກດາງ​ກຸ່ງຈຸ໋ງ​ເຈົ໋າ​ແຫ່ງ​ກວນ (ແປ່​ວ່າ ​ລຸງ​ໂຮ່​ພ້ອມ​ກັບ​ພວກ​ທະ​ຫານ​ເຄື່ອນ​ທັບ), ຍຶ໋​ເອີນ​ໂຮ່ຈິ​ມິນ (​ແປ່​ວ່າ ຄວນ​ຮູ້​ບຸນຄຸນ​ຕໍ່ປະທານ​ໂຮ່ຈິ​ມິນ)... ເພື່ອນ ວຽງ​ຄຳ ທີ່​ຮັກ​ແພງ, ​ໃນ​ລາຍການ​ເພງ​ປະຈຳ​ທຸກໆວັນອາທິດ ​ແລະ ວັນ​ຈັນ​ເຊິ່ງຈະ​ອອກ​ອາກາດ​ໃນ​ວັນ​ທີ 18 – 19/05, ພວກ​ຂ້າພະ​ເຈົ້າ​ຈະ​ແນະນຳບັນດ​າບົດ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ຫຼາຍ​ກວ່າ​ອີກ. ​ເຊີນ​ເພື່ອນ​ຕິດຕາມ​ຮັບ​ຟັງ ​ແລະ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​ເພື່ອ​ແບ່ງປັນ, ປະກອບ​ຄຳ​ເຫັນ​ຂອງ​ຕົນ ກ່ຽວ​ກັບ​ບັນດາ​ລາຍການ​​ເຊິ່ງພວກ​ເຮົາ​ໄດ້​ອອກ​ອາກາດ.

     ເພື່ອນ ດາລາ​ວັນ ສີຫະລາດ, ຢູ່​ແຂ​ວງຫົວພັນ ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ ຫວຽດນາມ ຈະ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ​ເພື່ອ​ຮັບປະກັນຄວາມຕ້ອງ​ການນຳ​ໃຊ້​​ພະລັງງານ​ໄຟ​ຟ້າ​ຄືປະຈຸ​ບັນ. ຂ້າພະ​ເຈົ້າ​ຢາກ​ຖາມ​ວ່າ ປະ​ເທດ​ໃດ​ທີ່​ຈະ​ພ້ອມ​ກັບ​ຫວຽດນາມ ກໍ່ສ້າງ​ໂຮງງານ​​ໄຟຟ້າ​ນິວ​ເຄຼຍ? ​ໂຮງງານ​​ໄຟຟ້າ​ນິວ​ເຄຼີຍ ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ປີ​ໃດ?

     ເພື່ອນ ດາລາ​ວັນ ສີຫະລາດ ທີ່​ຮັກ​ແພງ, ຕາມ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ແລ້ວ, ຫວຽດນາມ ຈະ​ຄັດ​ເລືອກ​ເຕັກ​ໂນ​ໂລ​ຊີ​ຂອງ​ລັດ​ເຊຍ ​ເພື່ອ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນິງທ້ວນ 1. 2 ຝ່າຍ​ໄດ້​ເຫັນ​ດີ​ມອບ​ໃຫ້​ກຸ່ມ​ບໍລິສັດ​ພະລັງງານ​ປະລະມະ​ນູ​ແຫ່ງ​ຊາດ​ລັດ​ເຊຍ ປະຕິບັດ​ໂຄງການ​ສຳຄັນ​ດັ່ງກ່າວ. ຫວຽດນາມ ຄັດ​ເລືອກ​ເຕັກ​ໂນ​ໂລ​ຊີ​ຂອງ​ລັດ​ເຊຍ ເພື່ອ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນິງທ້ວນ 1 ກໍ່​ຍ້ອນຫວຽດນາມ ​ເຂົ້າ​ໃຈ​​ແຈ້ງວ່າ ສະຫະພັນ​ລັດ​ເຊຍ ມີ​ປະສົບ​ການ​ຫຼາຍ​ປີ​ໃນ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ, ​ໃນ​ນັ້ນ​ມີ​ການກໍ່​ສ້າງ​ບັນດາ​ເຕົາ​ນິວ​ເຄຼຍ​ລຸ້ນ​ໃໝ່. ກ່ຽວ​ກັບ​​ແຜນ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຂອງ​ຫວຽດນາມ, ຫວຽດນາມ ຄາດ​ວ່າຈະ​​ເລີ່​ມລົງມື​ກໍ່ສ້າງ​​​ໃນ​ປີ 2014 ນີ້, ​ແຕ່​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ, ​ຫວຽດນາມ ຈະ​​ເລື່ອນ​ເວລາການ​ກໍ່ສ້າງ​ໂຮງງານ​ນີ້​ຮອດ​ປີ 2020.

​     ເພື່ອນ ກຽງ​ແກ້ວ ວິ​ໄລ​ຈິດ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ, ​ຮ່າ​ໂນ້ຍ ​​ໄດ້ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​ຖາມ​ວ່າ: ປະຈຸ​ບັນ​ຂ້າພະ​ເຈົ້າ​ຢາກ​​ໄປ​ຮອດບັນດາ​ຫໍ​ສະໝຸດ​ໃຫຍ່ ​ໃນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເພື່ອ​ຊອກ​ປື້​ມຮັບ​ໃຊ້​ການ​ຮໍ່າຮຽນ​ຂອງ​ຕົນ. ຂ້າພະ​ເຈົ້າ​ຢາກ​ຂໍທີ່ຢູ່​ຂອງຫໍ​ສະໝຸດ​ແຫ່ງ​ຊາດ​ຫວຽດນາມ ​ແລະ ຫໍ​ສະໝຸດ ຮ່າ​ໂນ້ຍ.

ເພື່ອນ ກຽງ​ແກ້ວ ວິ​ໄລ​ຈິດ ທີ່​ຮັກ​ແພງ, ທີ່ຢູ່​ຂອງຫໍ​ສະໝຸດ​ແຫ່ງ​ຊາດ​ຫວຽດນາມ ​ແມ່ນຕັ້ງຢູ່​​ເຮືອນເລກທີ 31 ຖະໜົນ ຈ່າງ​ທີ, ​ເມືອງ ຮ່ວານ​ກ໋ຽມ, ​ໂທລະສັບ 04.3.825.5397. ຫໍ​ສະໝຸດ​ຮ່າ​ໂນ້ຍ ແມ່ນຢູ່ເຮືອນເລກທີ 47, ຖະໜົນ ບ່າ​ຈ້ຽວ, ​ເມືອງ​ຮ່ວານ​ກ໋ຽມ, ໂທລະສັບ 04.3.825.4817. ຂໍຂອບ​ໃຈ​ທີ່​ເພື່ອນ​ໄດ້​ສົ່ງ​ອີ​ແນວ​ມາ​ຍັງ​ລາຍການ, ຖ້າ​ຫາກ​ເພື່ອນ​ຢາກ​ຊອກ​ຮູ້​ຂໍ້​ມູນ​ໃດ ​ເພື່ອນ​ສາມາດ​ສົ່ງ​ອີ​ແນວ​ມາ​ຍັງ​ລາຍການ, ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ຕອບ​ບັນດາ​ຄຳ​ຖາມ​ເຊິ່ງ​ເພື່ອນ​ກໍ່​ຄື​ຜູ​້ຟັງຄົນ​ອື່ນທີ່​ຝາກ​ມາລາຍການ.

     ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com.
ຂ່າວ/ບົດ​ອື່ນ