ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

        ​ໃນ​ອາທິດ​ຜ່ານ​ມາ, ລຸງ ຫວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​​ໄສ​ຢູ່​​ໄທ, ​ເພື່ອນ​ພອນ​ສະ​ໄໝ, ອົງການ​ກາ​ແດງ​ລາວ ​ແລະ ທ່ານ​ເພັດ​ສະຫວັນ ສີ​ຊາ​ນົນ ຢູ່​ແຂວງ​ອັດ​ຕະປື​ໄດ້​ຝາກ​ອີ​ແມວ ມາລາ​ຍການ​ໂດຍ​​ໃຫ້​ຮູ້​ວ່າ: ຂ້າພະ​ເຂົ້າ​ໄດ້​ຮັບ​ປະຕິທິນ ​ແລະ       ຄຳອວຍພອນ​ປີ​ໃໝ່​​ໂດຍລາຍການ​ມອບໃຫ້​. ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ ​ແລະ ຂໍອວຍພອນ​​ໃຫ້​ທຸກ​ຄົນ​ໃນ​ໜ່ວຍ​ງານ ມີ​ສຸຂະພາບ​ເຂັ້ມ​​ແຂງ, ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ພ້ອມ​ກັບ​ຄອບຄົວ​.

ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
​ບັ້ນ​ຮົບ ດ້ຽນບຽນຝຸທາງ​ອາກາດ​ປີ 1972 ​ໃນ 12 ວັນ ​ແລະ ຄືນ
(ພາບ: TTXVN)

   ນອກຈາກ​ນັ້ນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ. ລຸງ​ ຫງວຽນ​ວັນ​ແຕ້​ວ, ກໍ່ໄດ້​ແບ່ງປັນ​ວ່າ: ​ໃນ​ພາລະກິດ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດກອງທັບ ​ແລະ ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​ຫຼາຍ​ຢ່າງ. ​ພິ​ເສດ​ແມ່ນ​ໃນ​ບັ້ນ​ຮົບ ດ້ຽນບຽນຝຸທາງ​ອາກາດ​ປີ 1972 ​ໃນ 12 ວັນ ​ແລະ ຄືນ, ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ອັນ​ພິລະ​ອາດ​ຫານ, ຕັດສິນ​ໃຈ​ຕໍ່ສູ້​ ຍອມ​ເສຍສະຫຼະ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃຫ້​ແກ່​ປະ​ເທດ​ຊາດ. ດ້ຽນບຽນ​ຝຸ ທາງ​ອາກາດ ນັ້ນ​ແມ່ນ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ກອງທັບ ​ແລະ ປະຊາຊົນ​ຮ່າ​ໂນ້ຍ ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວທຸກ​ດ້ານ​ຂອງ​ກອງທັບ ​ແລະ​ ປະຊາຊົນ​ຫວຽດນາມ.

   ​ເພື່ອນ ສຸວັນ ທິບ​ພະຈັນ, ຮອງ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່​ອງທ່ຽວ, ​ເມືອງ​ປາກ​ລາຍ, ​ແຂວງ​ໄຊ​ຍະ​ບູລີ ​ໄດ້​ຝາກ​ຈົດໝາຍອວຍພອນ​ປີ​ໃໝ່​ທຸກໆ​ຄົນ​ໃນ​ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ​ພ້ອມ​ທັງແຈ້ງ​ໃຫ້​ຮູ້​ວ່າ: ​​ໃນ​ໄລຍະ​ຜ່ານ​ມາ, ​ເພື່ອນ​ໄດ້​ຕິດຕາມ​ຮັບ​ຟັງລາຍການ​ກະຈາຍສຽງພາກ​ພາສາ​ລາວ ​​ເປັນ​ປະຈຳ ​ໃນ​ຄື້ນ AM 1242 KHz ​ເວລາ 20 ​ໂມງ 30 ນາທີ - 21 ​ໂມງ 30 ນາທີ.

   ລາຍການ​ພາກ​ພາສາ​ລາວ ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ຂໍ​ຂອບ​ໃຈເພື່ອນ ສຸວັນ ທິບ​ພະຈັນ ​ທີ່​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​​ໃຫ້​ບັນນາທິການ​​ໃນ​ໜ່ວຍ​ງານ ​ແລະ ​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະ​ຈຳ. ຫວັງ​ຢ່າງ​ຍິ່ງ​ວ່າ ​ເພື່ອນ​ຈະ​ຄົງ​ສືບ​ຕໍ່​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ ​ແລະ ປະກອບ​ຄວາມ​ເຫັນ ​ເຮັດ​​ໃຫ້​ລາຍການ​ນັບ​ມື້​ນັບ​ດີ​ຂຶ້ນ ​ແລະ ຕອບ​ສະ​ໜອງ​ໄດ້ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ​ທຸກ​ທ່ານ.

   ໃນ​ໂອກາດ​ບຸນປີ​ໃໝ່​ສາກົນພວມ​ວຽນມາ, ບັນນາ​ທິການພາກ​ພາສາ​ລາວ ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ຂໍ​ອວຍ​ພອນ​ໃຫ້​​ຜູ້​ຟັງ​ທຸກໆ​ທ່ານຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ.

    ເພື່ອນ ລັດ​ດາ​ພອນ ພົມມາ​ຈັນ, ​ແຂວງ​ວຽງ​ຈັນ ​​ໄດ້​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​ໂດຍຖາມ​ວ່າ. ຂ້າພະ​ເຈົ້າ​ໄດ້ຮັບ​ຂ່າວ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ໃຫ້​ຜູ້​ທີ່​ຮັບ​ຟັງ​ລາຍການ​​ເປັນ​ປະຈຳ. ​ເພື່ອ​ໄດ້​ຮັບ​ຂອງຂວັນ​ນັ້ນ​ຜູ້​ຟັງ​ຕ້ອງ​ມີ​ມາດຖານ​ຄື​ແນວ​ໃດ​ແດ່?

   ກ່ອນອື່ນ​ໝົດ​ພວກ​ຂ້າພະ​ເຈົ້າ​ຂໍຂອບ​ໃຈ​​ເພື່ອນ ລັດ​ດາ​ພອນ ພົມມາ​ຈັນ ທີ່​ໄດ້​ມີ​ຄວາມສົນໃຈ ​ແລະ ຕິດຕາມຮັບ​ຟັງລາຍການຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ເພື່ອນ ລັດ​ດາ​ພອນ ທີ່​ຮັກ​ແພງ, ​ແຕ່ລະ​ປີ ລະບົບ​ກະຈາຍສຽງ​ພາກ​ພາສາຕ່າງປະ​ເທ​ດ ​ເຄີຍ​ມີ​ຂອງຂວັນ​​ຜູ້​ຟັງ​ທີ່​ຮັບ​ຟັງ ​ແລະ ຕິດ​ຕໍ່​ພົວພັນ​ກັບ​ລາຍການ​ເປັນ​ປະຈຳ ​ໃນ​ໄລຍະ​ 3 ປີ, 5 ປີ ​ແລະ 10 ປີ. ​ດັ່ງ​ນັ້ນ, ຫວັງ​ວ່າໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອນ​ຈະ​ສືບ​ຕໍ່​ຮັບ​ຟັງ​ລາຍການ​ທາງ​ວິທະຍຸ​ກະຈາຍສຽງ​ ຫຼື ອິນ​ເຕີ​ແນ​ດ ​ແລະ ສົ່ງ​ຈົດໝາຍ, ​ໂທລະສັບ ມາ​ຍັງ​ລາຍການເປັນ​ປະຈຳ, ​ເພື່ອ​ໄດ້​ຮັບ​ຂອງຂວັນ​ເປັນ​ທີ່​ລະນຶກ​ຂອງ​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ VOV5.

    ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ