ຄັດສະເໜີບາງຄຳເຫັນແລະຕອບຈົດໝາຍ ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

        ​ເພື່ອນ ຈັນ​ທິດາ ຢູ່​ແຂວງ ຈຳ​ປະ​ສັກ ​ໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ມັກ​ອ່ານ​ລາຍການ ຊົນນະບົດ​ໃໝ່, ຜ່ານ​ບັນດາ​ບົດ​ຂຽນ, ຂ້າພະ​ເຈົ້າ​ເຫັນ​ວ່າ ປະຊາຊົນ​ຫວຽດນາມ ມີ​ຫົວຄິດ​ປະດິດ​ສ້າງໃນ​ການນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​​​ເຮັດການ​ຜະລິດ​​ໄດ້​ຮັບ​ຜົນ​ດີ.

        ເພື່ອນ ດາລາ​ວັນ ສີ​ຫາ​ລາດ, ​ແຂວງ​ຫ​ົວພັນ ​ໃຫ້​ຮູ້​ວ່າ: ຜ່ານລາຍ​ການ​ຂ່າວ ​ແລະ ບົດ​ຂຽນຕ່າງໆ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂ້າພະ​ເຈົ້າ​​ເຫັນ​ວ່າ ນ້ຳ​ໃຈ​ສາມັກຄີ​ລະຫວ່າງ ຫວຽດນາມ - ລາວ ນັບ​ມື​ນັບ​ໄດ້​ຮັບ​ການ​ຮັດ​ແໜ້ນ, ຂໍ​ອວຍ​ພອນ​ໃຫ້​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ນັບ​ມື​ນັບ​ພັດທະນາ​ຢ່າງ​ຈົບງາມ.

​​     ສ່ວນເພື່ອນ ສູນ​ທອນ (ອີ​ແມວ sunthonnetwa@gmail.com) ​ກໍ່​ໃຫ້​ຮູ້​ວ່າ: ຜ່ານ​ບົດ​ສະຫຼຸບ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ຫວຽດນາມ - ລາວ ​ໃນ​ເດືອນ 06/2014, ທາງເວັບ​ໄຊ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍເມື່ອ​ເຫັນ​ວ່າ ພັກ, ລັດ, ຂະ​ແໜງ​ການ​ທຸກ​ຂັ້ນ​ໄດ້ມານະ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ​ລາວ ​ແລະ ຫວຽດນາມ.

         ຂໍ​ຂອບ​ໃຈ​ເພື່ອນ ສູນ​ທອນ ທີ່​​​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ ​ໃນ​ໄລຍະ​ຜ່ານ​ມາ. ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ນຈະ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ໃຫ້​ລາຍການ​ຫຼາຍ​ກວ່າ​ອີກ.


ຄັດສະເໜີບາງຄຳເຫັນແລະຕອບຈົດໝາຍ ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ພາບປະກອບ)

    ເພື່ອນ ສີສະ​ມຸດ ​ແຂວງ ຈຳ​ປະ​ສັກ ສົ່ງ​ອີ​ແມວ ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ປະຈຸ​ບັນມີ​ຄະນະ​ຊາວ​ໜຸ່ມ​ອາສາ​ສະໝັກ​ຂອງ​ຫວຽດນາມ ​ໄປ​ຍັງ​ລາວ ​ເພື່ອ​​ໜູນ​ຊ່ວຍ​ປະຊາຊົນ​ລາວ. ​ແຕ່​ຂ້າພະ​ເຈົ້າ​ຢາກ​ຮູ້ຄະນະ​ຊາວ​ໜຸ່ມ​ອາສາ​ສະໝັກ​ຫວຽດນາມ ຈະ​ຊ່ວຍ​​ເຫຼືອ​ປະຊາຊົນ​ລາວ ​ໃນ​ຂົງ​ເຂດ​ໃດ ​ແລະ ຢູ່​ແຂວງ​ໃດ?

  ເພື່ອນ ສີສະ​ມຸດ ​ທີ່​ຮັກ​ແພງ, ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ອອກ​ເດີນທາງ​​ໄປ​ປະຕິບັດ​ວຽກ​ງານອາສາ​ສະໝັກ​ສາກົນ​ຢູ່​ປະ​ເທດ​ລາວ. ລາຍການ​ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 29/07 – 09/08 ຢູ່ 2 ​ແຂວງ​ແມ່ນ ອັດ​ຕະປື ​ແລະ ຈຳ​ປາ​ສັກ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງຊາວ​ໜຸ່ມ ​ແລະ ນັກ​ສຶກສາກ​ວ່າ 82 ຄົນ. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍຂອງ​ຊາວໜຸ່ມ​ອາ​ສາ​ສະໝັກ​ໃນ​ຄັ້ງ​ນີ້​ແມ່ນ: ​ຈັດ​​ການກວດ, ປິ່ນປົວ​ພະຍາດ, ​ແຈກ​ຢາຍຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ ​ໃຫ້​ປະຊາຊົນ​ 3.500 ຄົນ; ມອບ​ປື້​ມ 7.000 ຫົວ, ກອມ​ພິວເຕີ 5 ໜ່ວຍ, ທຶນ​ສຶກສາ​ໃຫ້​ນັກຮຽນ​ທຸກ​ຍາກ 15 ຄົນ; ​ປຸກ​ສ້າງເຮືອນ​ມິດຕະພາບ​ໄວ​ໜຸ່ມ​ຫວຽດນາມ - ລາວ 2 ຫຼັງ ​ແລະ ມອບຂອງຂວັນ​ໃຫ້​ຄອບຄົວ​ທຸກ​ຍາກ 160 ພູ​ດ. ນອກຈາກ​ນັ້ນ, ຄະນະ​ຊາວ​ໜຸ່ມ​ຍັງ​ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ຄວາມ​ຮູ້​ທາງ​ດ້ານການ​ລ້ຽງສັດ, ການປູກຝັງ; ການ​ນຳ​ໃຊ້​ໄຟຟ້າ​ຢ່າງ​ປອດ​​ໄພ, ຈັດງານ​ພົບ​ປະແລກປ່ຽນ​ວັດທະນະທຳ, ສິລະ​ປ​ະ​ໃຫ້​ຊາວ​ໜຸ່ມ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​.

ຄັດສະເໜີບາງຄຳເຫັນແລະຕອບຈົດໝາຍ ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
(​ບ້ານ​​ເດັກ SOS ຫວຽດນາມ)

     ເພື່ອນ ວົງ​ຄຳ, ​ແຂວງ​ຫົວພັນ ​ໄດ້​ສົ່ງ​ອີ​ແມວມາ​ຍັງ​ລາຍການ​ໂດຍ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ​ຢູ່​ຫວຽດນາມ ມີ​ບ້ານ​​ເດັກ SOS ຢູ່​ນະຄອນ​ຮ່າ​ໂນ້ຍ. ​ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ, ບ້ານ​​ເດັກ SOS ​ໄດ້​ສ້າງ​ຕັ້ງ​ແຕ່​ປີ​ໃດ? ປະ​ຈຸ​ບັນ​ຢູ່​ຫວຽດນາມ​ມີບ້ານ​​ເດັກ SOS ຈັກ​​ແຫ່ງ? ​ແລະ ຂໍ​ໃຫ້​ທາງລາຍການແນະນຳ​​ໂດຍ​ຫຍໍ້​ກ່ຽວ​ກັບ​​ບ້ານ​​ເດັກ SOS ດັ່ງກ່າວ.

     ເພື່ອນ ວົງ​ຄຳ ທີ່​ຮັກ​ແພງ, ​ບ້ານ​​ເດັກ SOS ຫວຽດນາມ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ແຕ່​ປີ 1987 ​ເພື່ອ​ແນ​ໃສ່​ຊ່ວຍ​​ເຫຼືອ​ບັນດາ​ເດັກ​ກ່ຳພ້າ, ​ເດັກ​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ, ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ​້ງຍາກ​ເປັນ​ພິ​ເສດ ​ເພື່ອ​ຊ່ວຍ​ພວກ​ນ້ອງ​ໄດ້​ດຳລົງ​ຊີວິດ​ໃນ​ຄອບ​ຄົວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ. ​ແຕ່ລະຄອບຄົວ​ໃນ​ບ້ານ​​ເດັກ SOS ​ມີ​ເດັກ​ປະມານ 8 – 10 ຄົນ ​ໃນ​ເກນ​ອາຍຸ​ແຕກ​ຕ່າງ​ກັນ ພວກ​ນ້ອງຮ່ວມ​ດຳລົງ​ຊີວິດ​ຄື​ດັ່ງອ້າຍ​ເອື້ອຍນ້ອງ​ຄີງ ​ແລະ ​ໄດ້​ຮັບ​ການ​ເບິ່ງ​ແຍ​ງດູ​ແລ​ຈາກ​ແມ່​ຄົນ​ໜຶ່ງ​ໃນ​ບ້ານ​​ເດັກ SOS. ປະຈຸ​ບັນ, ຢູ່​ຫວຽດນາມ ມີ​ບ້ານ​​ເດັກ SOS 14 ​ແຫ່ງດ້ວຍ​ເດັກ​ກວ່າ 3.500 ຄົນ ​ທີ່ພວມ​ໄດ້​ຮັບ​ການ​ລ້ຽງ​ດູ. ຢູ່​​ທີ່​ນີ້, ພວກ​ນ້ອງ​ຈະ​ໄດ້​ຮັບ​ວັດຖຸ​ເຄື່​ອງນຳ​ໃຊ້​ປະຈຳ​ວັນ​ຢ່າງ​ພຽງພໍ, ​ກໍ່​ຄືໄດ້​ຮໍ່າຮຽນ​ເພື່ອ​ສາມາດ​ຫາ​ເງິນ​ລ້ຽງ​ຊີບ, ກຸ້ມ​ຕົນ​ເອງ​ໃນ​ພາຍ​ພາກ​ໜ້າ. ຫ້ອງການຂອງ​ບ້ານເດັກ​​ SOS ​ຫວຽດນາມ ​ຢູ່ ຮ່ອມ​ບ້ານ 1, ຖະໜົນ ຟ້າມວັນ​ດົ່ງ, ຕາ​ແສງ ມາຍ​​ຢີກ, ​ເມືອງ​ເກົ່າ​​ໄຢ, ນະຄອນຮ່າ​ໂນ້ຍ. ​ໂທລະສັບ 0084.4.37644019/ 0084.4.37641229; Fax : +84.4.37644020.

  ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com, laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ