ຄຳອວຍພອນປີໃໝ່ 2016 ຂອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

ຄຳອວຍພອນປີໃໝ່ 2016 ຂອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ  - ảnh 1

 ທ່ານ ຫງວຽນດັງຕ໋ຽນຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

ຂໍ​ຮຽນ​ທ່ານ​ຜູ້​ຟັງຊາວ​ຕ່າງປະ​ເທດ ​ແລະຊາວ​ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ!

        ປີ 2015 ຫາ​ກໍ່​ສິ້ນຸດ​ລົງດ້ວຍ​ບັນດາ​ຂ່າວ​ດີ, ຂ່າວ​ມ່ວນ​ກ່ຽວ​ກັບ​ເລື່ອງ​ຫວຽດນາມ​ບັນລຸ​ໄດ້​ຂີດ​ໝາຍ​ທີ່​ພົ້ນ​ເດັ່ນ​ບົນ​ເສັ້ນທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຫວຽດນາມ​ໄດ້​ຮັບ​ມື​ກັບ​ບັນດາ​ຄວາມ​ຫຍຸ​້ງຍາກ, ການ​ທ້າ​ທາຍ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ​ທາງ​ດ້ານ​ເສດຖະກິດ, ສັງຄົມ. ຫວຽດນາມໄດ້​ປະຕິບັດ​ຄາດໝາຍ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະດັບ​ຕຳ່ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບສຳ​ເລັດ​ຜົນ. ປີ 2015, ລະດັບ​ເຕີບ​ໂຕ ຈີ​ດີ​ພີ ຂອງ​ຫວຽດນາມ​ບັນລຸ 6,68%, ສູງ​ກວ່າ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ເມື່ອ​ຕົ້ນ​ປີ​ແມ່ນ 6,2%, ນີ້​ແມ່ນ​ລະດັບ ຈີ​ດີ​ພີ ສູງ​ສຸດໃນ 8 ປີ​ມໍ່ໆ​ມາ​ນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງຟື້ນ​ຕົວຢ່າງ​ໝັ້ນຄົງ ພາຍຫຼັງ​ຊຸມ​ປີ​ທີ່​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ລະບົບ​ທະນາຄານ, ວິ​ສາ​ຫະກິດ, ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ ​ແລະ ການ​ເຄື່ອນ​ໄຫວ​ລົງທຶນ. ໃນ​ປີ​ນີ້, ສັນຍາ​ການ​ຄ້າ​ເສລີ​ ຫວຽດນາມ - ສ​ເກົາຫຼີ​ເລີ່​ມມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ; ຫວຽດນາມ​ໄດ້ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີ​ລົບ. ຫວຽດນາມ​ກໍ່​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ​ປາຊີ​ຟິກກັບ​ ສະມາຊິກ​ທັງ​ໝົດ ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ, ສ້າງ​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນສຳ​ເລັດ​ຜົນ. ບັນດາ​ເຫດການ​ນີ້​ເປັນ​ຂີດ​ໝາຍທີ່​ວ່າ​ ພື້ນຖານ​ເສດຖະກິດ​ ຫວຽດນາມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ​ແລະ ທີ່​ຕັ້ງ​ຂອງ​ປະ​ເທດ​ ຫວຽດນາມ​ໃນ​ປະຊາ​ຄົມ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ຍືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ກຸ້ມ​ຕົນ​ເອງ, ​ເປີດ​ກວ້າງ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເທື່ອ​ລະ​ກ້າວ, ປີ 2015, ການ​ທູດ​ຫວຽດນາມ​ບັນລຸ​ໄດ້ຜົນ​ງານສຳຄັນ​ຫຼາຍ​ຢ່າງ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ ຫວຽດນາມ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນ, ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື, ພັດທະນາ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ​ກໍ່​ຄືກະຊວງ, ຂະ​ແໜງ​ການຕ່າງໆ​​ແລະຂະ​ແໜງ​ການ​ທູດຂອງ​ ຫວຽດນາມ​ໄດ້​​ຜັນ​ຂະຫຍາຍ​​ແນວທາງ​ການ​ທູດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ແລະເຊື່ອ​ມ​ໂຍງ​ຢ່າງ​ແຮງ, ກາຍ​ເປັນ​ຂົວ​​ເຊື່ອມ​ຕໍ່​ຊາວ​ ຫວຽດນາມ​ຢູ່​ຕ່າງປະ​ເທດ 4 ລ້ານ​ກວ່າ​ຄົນ​ໃຫ້​ອ່ວາຍ​ເມືອ​ຫາ​ປະ​ເທດ​ຢ່າງ​ແທ​້ຈິງ.

ປີ 2015, ວິທະຍຸ​ກະຈາຍສຽງ​ ຫວຽດນາມ ສືບ​ຕໍ່​ຢືນຢັນ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ​ໃນ​ໝູ່​ຜູ້​ອ່ານ,​ ຜູ້​ຟັງ, ຜູ້​ຊົມ ​ແລະ ປະຊາຊົນ​ພາຍ​ໃນ​ປະ​ເທດ, ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບັນດາ​ຂໍ້​ມູນ​ໄດ້​ຮັບ​ການ​ໂຄສະນາ​ຢ່າງ​ໄວ, ຊັດ​ເຈນ, ຮອບດ້ານ, ອຸດົມສົມ​ບຸນ​ໃນ​ບັນດາພາຫະນະ​ສື່​ມວນ​ຊົນ​ເຊັ່ນ: ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ສື່​ສ່ິງ​ພິ​ມ, ສື່​ເອ​ເລັກ​ໂຕ​ນິກຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ຂອງ​ປະ​ເທດຊາດ, ຊາວ​ຫວຽດນາມ, ຊີວິດ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ​ຂອງ​ ຫວຽດນາມ​ໄດ້​ຮັບ​ການ​ສ່ອງ​ແສງ​ຢ່າງຮອບດ້ານ, ​ເລິກ​ເຊິ່ງ ​ແລະ ມີ​ຊີວິດ​ຊີວາ​ໃນ​ບັນດາ​ລາຍການ​ຂອງ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ. ບັນດາ​ເວັບ​ໄຊ www.vovworld.vn, www.vov.vn, ​ແລະ www.radiovietnam.vn ​ແມ່ນ​ເວັບ​ໄຊ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ຟັງ, ຜູ້​ອ່ານພາຍ​ໃນ ​ແລະ ຕ່າງປະ​ເທດ ​ເມື່ອ​ຊອກ​ຫາ, ອັບ​ເດັດ​ຂໍ້​ມູນ​ທາງ​ການກ່ຽວ​ກັບປະ​ເທດ​ຫວຽດນາມ. ທ່ານ​ຜູ້​ຟັງ​ສາມາດ​ຟັງ​ລາຍການ​ກະຈາຍສຽງ​ທັງ​ໝົດ​ຂອງ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ, ຂອງ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ດ້ວຍ 11 ພາສາ​ຕ່າງປະ​ເທດ, ພາສາ​ຫວຽດນາມ ​ແລະ 12 ພາສາ​ຊົນ​ເຜົ່າ. ​ໃນ​​ເວັບ​ໄຊ​ຂອງ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ, ຜູ້ອ່ານ, ຜູ້​ຟັງ​ສາມາດ​ຊົມ​ລາຍການ​ໂທລະພາບ, ອານ​ຂ່າວ​ທາງ​ອິນ​ເຕີ​ແນ​ດ, ທັງ​ຟັງ​ຄືນ​ບັນດາ​ລາຍການ​ທີ່​ຕົນ​ນິຍົມ ​ແລະ ຊອກ​ຫາ​ບັນດາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍ​ດ​ໄດ້. ພິ​ເສດ, ປີ 2015, ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ໄດ້​​ເປີດ​ສະຫຼອງຊ່ອງ​ພາສາ​ອັງກິດ 24/7, ​ເຊິ່ງ​​ອອກ​ອາກາດ​ຕະຫຼອດ​ເວລາ 24 ຊົ່ວ​​ໂມງ/ວັນຢູ່​ຫວຽດນາມ, ​ເພື່ອ​ຮັບ​ໃຊ້​ໃຫ້​ຜູ້​ຟັງ​ຊາວ​ຕ່າງປະ​ເທດ​ຢູ່​ທະວີບ​ຕ່າງໆ, ຊາວ ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ ຫວຽດນາມ​ຮູ້​ພາສາ​ອັງກິດ ກໍ່​ຄື​ຊາວ​ຕ່າງປະ​ເທດ​ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ທ່ອງ​ທ່ຽວ​ຢູ່​ ຫວຽດນາມ. ຫວັງ​ວ່າ ຊ່ອງ​ພາສາ​ອັງກິດ 24/7 ຈະ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ ຫວຽດນາມ​ຂອງ​ຫວຽດນາມ​ເຖິງ​ຜູ້​ຟັງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຂອງ​ຫວຽດນາມ.

ປີ 2016, ວິທະຍຸ​ກະຈາຍສຽງ​ ຫວຽດນາມຈະ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ມີ​ຊີວິດ​ຊີວານັບ​ທັງ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ຂໍ້​ມູນ​ຂ່າວ, ຄຸນ​ນະພາ​ບເນື້ອ​ໃນອຸດົມສົມ​ບຸນ, ​ເລິກ​ເຊິ່ງ, ຮູບ​ການສະ​ແດງ, ພາຫະນະ​ສື່ສານ, ບໍລິ​ເວນ​ສົ່ງ​ສັນຍາ, ດ້ວຍ​ຄວາມ​ປາຖະໜາ​ວ່າ, ວິທະຍຸ​ກະຈາຍສຽງ​ ຫວຽດນາມ​ຈະ​ສົ່ງສັນຍານ​​ເຖິງ​​ເພື່ອ​ມິດສາ​ກົນ​ ​ແລະ​ ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ທັງ 5 ທະວີບ​ໄດ້.

​ເນື່ອງ​ໃນ​ໂອກາດ​ນີ້, ​ໃນ​ນາມ​ພະນັກງານ, ນັກ​ຂ່າວ, ບັນນາທິການ, ນັກ​ເຕັກນິກ ​ແລະ ນັກ​ສິລະ​ປິນຂອງ​ວິທະຍຸ​ກະຈາຍສຽງ ​ຫວຽດນາມ, ຂໍ​ອວຍພອນ​ໃຫ້​ຜູ້​ຟັງ, ຜູ້​ອ່ານ​ຊາວຕ່າງປະ​ເທດ ​ແລະ ຊາວ​ ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ,ມີ​ຄວາມ​ວັດທະນາ​ຖາວອນ ​ແລະ ມີ​ຄວາມຜາສຸກ​ໃນ​ປີ 2016 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ