ງານບຸນປະເພນີ ຢູ່ ຫວຽດນາມ ເຄີຍຈັດຂຶ້ນໃນລະດູບານໃຫມ່

ທ່າ​ນຜູ້​ຟັງ​ທີ່​ເຄົາລົບ!

ຂຶ້ນ​ຕົ້ນ​ລາຍການ​ຕອບ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ​ລາຍການທຳ​ອິດ​ໃນ​ປີ 2012, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຕິດຕາມຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ, ສົ່ງຈົດໝາຍ ອີ​ແມວ ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການ ​ແລະ ​ເຂົ້າ​ຮ່ວມ​ບການ​ເສັງ​ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປຸກລະດົມ​ໃນ​ໄລຍະ​ຜ່ານ​ມາ. ນີ້​ແມ່ນ​ກຳລັງ​ຫນູນ​ເພື່ອ​ຊ່ວຍ​ພວກ​ເຮົາສ້າງ​ລາຍການ​ໃຫ້​ນັບ​ມື້​ນັບ​ດູດ​ດື່ມ​ກວ່າ.

ທ່ານຜູ້​ຟັງທີ່​ເຄົາລົບ! ​ໃນ​ປີຜ່ານມາ ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ໄດ້​ຮັບ​ຈົດໝາຍ,​ ອີ​ແມວ​ກວ່າ 163 ສະບັບ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ ຊຶ່ງ​ແມ່ນ​ພະນັກງານ, ນັກຮົບ​ເກົ່າ, ນັກ​ສຶກສາ​ກໍ​ຄື​ປະຊາຊົນ​ລາວ​ຫລາຍ​ຄົນ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ລາວ, ຢູ່ ຫວຽດນາມ ​ແລະ ບາງ​ປະ​ເທດ. ​ໃນ​ຈົດໝາຍ, ອີ​ແມວ​ກໍ​ຄື​ໂທລະສັບ​​, ທ່ານ​ຜູ້​ຟັງ​ສ່ວນ​ຫລາຍ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກ​ດກ່ຽວ​ກັບ​ລາຍການ, ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງ​ບັນດາ​ຄໍ​ລຳ​ໃນ​ລາຍການ.

​ໃນ​ໄລຍະ​ປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ອະ​ດິດ​ເອກ​ອັກຄະ​ລັດຖະທູດ ສປປ ລາວ​ປະຈຳ​ຫວຽດນາມ ກໍ​ຍາດ​ເວລາ​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ. ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ລາຍການ, ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ເວົ້າ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເວົ້າ​ລວມ ​ແລະ ພາກ​ພາສາ​ລາວ​ເວົ້າ​ສະ​ເພາະ ​ແມ່ນ​ກະບອກ​ສຽງ​ສຳຄັນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຜົນສຳ​ເລັດ, ບັນດາ​ທິດ​ທາງ, ​ແນວທາງ​ຂອງ ສປປ ລາວ​ໃຫ້​ແກ່​ປຊຊ ຫວຽດນາມ ​ແລະ ຊາວ​ໂລກ​ຮັບ​ຮູ້. ​ໃນ​ໄລຍະ​ຜ່ານ​ມາ, ວິທະຍຸ​ຫວຽດນາມ ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຊ່ວຍ​ເຫລືອ​ພວກ​ຂ້າພະ​ເຈົ້າ​ໃນ​ການ​ໂຄສະນາ​ດ້ວຍ​ເນື້ອ​ໃນ​ອຸດົມສົມບູນ ​ແລະ ​ແທດ​​ເຖິງ​ຕົວ​ຈິງ.

​ໃນ​ຈົດໝາຍສົ່ງ​ເຖິງ​ລາຍການ, ​ເພື່ອນ​ສົມ​ດີ ຢູ່ ​ແຂວງ ຊຽງ​ຂວາງ ​ໄດ້​ຂຽນ​ວ່າ: ຂ້າພະ​ເຈົ້າ​ພວມ​ຮຽນ​ຢູ່​ຂະ​ແຫນງ​ສື່​ມວນ​ຊົນ, ສະ​ນັ້ນ ຂ່າວ​ຄາວ​ແມ່ນ​ອາຫານດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​​ໃນຊີວິດປະຈຳ​ວັນຂອງ​ຂ້າພະ​ເຈົ້າ. ກ່ອນ​ນີ້ ​ຢາກ​​ຮູ້​ຂ່າວ​ຄາວ​ກ່ຽວ​ກັບ​ຫວຽດນາມ ຂ້າພະ​ເຈົ້າ​ຕ້ອງຊັບ​ຊ້ອນ​ເວລາ​ເພື່ອ​ຕິດຕາມ​ລາຍການ​ພາ​ກພາສາ​ລາວ​ຜ່ານ​ຄື້ນກະຈາຍສຽງ, ​ແຕ່​ເມື່ອ​ໄດ້​ຮູ້​ວ່າ ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ ມີຫນ້າ​​ເວັບ​ສະ​ເພາະ, ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ຍ້ອນ​ມັນສ້າງ​ຄວາມ​ສະດວກ​ທີ່​ສຸດ​ສຳລັບ​ວຽກ​ງານ​ຂອງ​ຂ້າພະ​ເຈົ້າ,ບໍ່​ພຽງ​ແຕ່​ຊ່ວຍ​​ໃຫ້​ຂ້າພະ​ເຈົ້າອັບ​ເດັດ​ຂໍ້​ມູນ​ຂ່າວ  ​ຫລາ​ຍຢ່າງ​ເທົ່າ​ນັ້ນ ຫາກ​ຍັງຝຶກ​ຝົນ​ດ້ານ​ພາສາ​ຕ່າງປະ​ເທດ​ອີກ​ດ້ວຍ.

ນອກ​ນັ້ນ ​ໃນ​ຈົດໝາຍ, ອີ​ແມວ​ສົ່ງ​ເຖິງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ບັນດາ​ທ່ານ​ຜູ້​ຟັງ​ກໍ​ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ຊອກ​ຮູ້​ບາງ​ບັນຫາ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທາງ​ດ້ານ​ວັດທະນະທຳ,​ ສັງຄົມ, ​ເສດຖະກິດ ຢູ່ ຫວຽດນາມອີກ​ດ້ວຍ.

ອີກ​ຄັ້ງ​ຫນຶ່ງ​ພວກ​ເຮົາ​ຂໍ​ຂອບ​ອົກ​ຂອບ​ໃຈ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບ​ພວກ​ເຮົາ​ໃນ​ປີຜ່ານມາ.

ຕໍ່​ໄປ, ພວກ​ເຮົາ​ຂໍ​ຂັດສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ໃນ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​ສົ່ງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ.

ຈົດໝາຍ​ຂອງ​ເພື່ອນຄຳ​ພັນຈາກ​ແຂວງ ບໍ່​ແກ້ວ ສົ່ງ​ເຖິງ​ລາຍການ​ໄດ້​ເວົ້າ​ວ່າ: ​ໃນ​ອາທິດ​ຜ່ານ​ມາ ລາຍການ​ມີ​ບົດ​ສາລາ​ຄະດີ​ກ່ຽວ​ກັບ​ຕະຫລາດ​ສະ​ແຕມ ຮ່າ​ໂນ້ຍ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ຂ້າພະ​ເຈົ້າ. ຕະຫລາດ​ສະ​ແຕມ ບໍ່​ພຽງ​ແຕ່​ເພື່ອ​ຊື້​ຂາຍ​ສະ​ແຕມ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຜູ້​ສະ​ສົມ​ສະ​ແຕມ​ແລກປ່ຽນ, ​ໂອ້​ລົມ​ສົນທະນາ ​ແລະ ຮັບ​ຊົມ​ສະ​ແຕມອີກ​ດ້ວຍ ຜ່ານ​ນັ້ນ ຈະ​ເກັບ​ກຳ​​ເອົາ​ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄດ້, ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຈະ​ມີ​ໂອກາດ​ມາ​ຢ້ຽມຢາມ ຮ່າ​ໂນ້ຍ ​ເພື່ອ​ເຫັນ​ປະຈັກ​ຕາ​ຕະຫລາດ​ສະ​ແຕມ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ນີ້.

ທ່ານ​ ບຸນ​ທັນ ຢູ່ ​ແຂວງ ວຽງ​ຈັນ ​ໄດ້​ສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​​ໂດຍແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ຕິດຕາມ​ລາຍການ​ພາ​ກພາສາ​ລາວ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​​ເປັນ​ປະຈຳ ​ແລະ ​ແຕ່ລະ​ປີ ​ເມື່ອ​ໂອກ​າດບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ​ຫວຽດນາມວຽນມາ ຂ້າພະ​ເຈົ້າ​ກໍໄດ້​ຮັບ​ຟັງ​ບັນດບົດແນະນຳ​ຮີດຄອງ​ປະ​ເພນີ​ຕ້ອນ​ຮັບ​ບຸນ​ເຕັດ, ບັນຍາກາດ​ຂອງ​ບຸນ​ເຕັດ, ພິ​ເສດ​ແມ່ນ​ບັນດາ​ງານ​ບຸນ​ຢູ່ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຢູ່​ຫວຽດນາມ​ມີ​​ເທົ່າ​ໃດ​ງານ​ບຸນ ​ແລະ ​ໄລ​ຍະ​ຈັດ​ງານ​ບຸນ​ແມ່ນ​ເວລາ​ໃດ​ຂ້າພະ​ເຈົ້າ​ບໍ່​ທັນ​ຮູ້​ເຖິງ. ຫວັງ​ວ່າ ພວກ​ອ້າຍ​ເອື້ອຍບັນນາທິການ​ໃນ​ລາຍການ​ພາກ​ພາສາ​ລາວ ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ນີ້​​ແດ່.

ງານບຸນປະເພນີ ຢູ່ ຫວຽດນາມ ເຄີຍຈັດຂຶ້ນໃນລະດູບານໃຫມ່  - ảnh 1

ງານບຸນນະມັດສະການວັດເຮືອງ

ທ່ານ ບຸນ​ທັນ ທີ່​ຮັກ​ແພງ! ປະຈຸ​ບັນ ຢູ່ ຫວຽດນາມ ມີ​ກວ່າ 7.966 ງານ​ບຸນ, ​ໃນ​ນັ້ນ ງານ​ບຸນ​ປະ​ເພນີ​ກວມ 88,36%,​ ງານ​ບຸນ​ປະ​ຫວັດ​ສາດ​ກວມ 4,16%, ງານ​ບຸນ​ສາສະຫນາ​ກວມ 6,28%, ນອກ​ນັ້ນ​ມີ 10 ງານ​ບຸນ​ແມ່ນ​​ເຊື່ອມ​ເຂົ້າ​ຈາກ​ຕ່າງປະ​ເທດ ສ່ວນ​ຍັງ​ເຫລືອ​ແມ່ນ​ງານ​ບຸນ​ອື່ນ. ດ້ວຍ​ປະຫວັດສາດ​ກວ່າ 4 ພັນ ປີ, ຫວຽດນາມ ມີ​ພື້ນຖານ​ທາງ​ດ້ານ​ວັດທະນະທຳ​​ເຂັ້ມ​ຂົ້ນ​ໄປດ້ວຍຫລາຍສີສັນ ​ແລະ ງານ​ບຸນ ​ແມ່ນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່ ຫວຽດນາມ. ງານ​ບຸນ​ເກືອບ​ຄື​ວ່າ​ຖືກ​ຈັດ​ຂຶ້ນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ງານ​ບຸນ​ຢູ່​ຫວຽດນາມ ຍາມ​ໃດກໍ​​ໃຫ້​ທຸກ​ຄົນ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ມຸ້ງມີ​​ໃຈ​ບຸນ​ໃຈ​ກຸສົນ ​​ເພື່ອ​​ແນ​ໃສ່​ສ້າງ​ຊີວິດ​ອີ່ມ​ໜຳ​ສຳລານ ​ແລະ ສະຫງົບ​ສຸກ​ວ່າ. ງານ​ບຸນ​ປະ​ເພນີ ຢູ່ ຫວຽດນາມ ​ເຄີຍ​ຈັດ​ຂຶ້ນ​ໃນ​ລະ​ດູ​ບານ​ໃຫມ່ ​ແລະ ງານ​ບຸນ​ຈຳນວນ​ຫນຶ່ງ​ແມ່ນ​ຈັດ​ຂຶ້ນ​ໃນ​ລະດູ​ໃບ​ໄມ້​ຫລົ່ນ ຊຶ່ງ​ແມ່ນ​ສອງ​ລະດູ​ທີ່​ສວຍ​ງາມ​ກວ່າ​ໝູ່​ໃນ​ປີ ພ້ອມ​ທັງ​ກໍ​ແມ່ນ​​ເວລາ​ຊາວ​ກະສິກອນ​ມີ​ເວລາ​ຫວ່າງ. ​ໃນ​ຈຳນວນ​ງານ​ບຸນ​ຢູ່​ຫວຽດນາມ ນັ້ນ ຕ້ອງ​ເວົ້າ​ເຖິງ​ບັນດາ​ງານ​ບຸນ​ທີ່​ສຳຄັນ​ສຳລັບ​ທຸກ​ຄອບຄົວ​ຢູ່​ຫວຽດນາມ, ນັ້ນ​ແມ່ນ​ບຸນປີ​ໃຫມ່​ປະຈຳ​ຊາດ, ງານ​ບຸນ​ເຂົ້າປະດັບດິນ ​ແລະ ບຸນວັນ​ເພງ​ເດືອນ 8. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ມີ​ງານ​ບຸນ​ຈຳນວນ​ຫນຶ່ງ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່ ຈາກ​ລັດ ​ແລະ ປະຊາຊົນ​ຄື: ງານ​ບຸນ​ວິຫານ​ຮູ່ງ, ວັນ​ບຸນຄຼິດສະມາດ, ວັນ​ບຸນ​ວິສາຂະບູຊາ ​ແລະ​ອື່ນໆ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​​ເມື​ອ່​ໄດ້​ຮັບ​ຈົດໝາຍ, ອີ​ແມວ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ. ຫວັງວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່ສົ່ງ​ຈົດໝາຍ​ເຖິງ​ລາຍການ​ພາກ​ພາສາ​ລາວ​​ໃຫ້ນັບ​ມື້​ນັບ​ຫລາຍ​ກວ່າ. ຂໍ​ອວຍພອນ​ແດ່ທ່ານ​ຜູ້​ຟັງ​ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານ​ສາມາດ​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ຜ່ານ​ຫນ້າ​​ເວັບ: vovworld.vn ຫລື​ສາມາດ​ສົ່ງ​ຈົດໝາຍ​​​ຖິງລາຍການ​ຜ່ານ​ທີ່ຢູ່: ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ ຮ່າ​ໂນ້ຍ

​​ໂທລະ​ສັບ:​00843 8256631. email. laovov@hotmail.com

 


ຕອບກັບ

ຂ່າວ/ບົດ​ອື່ນ