ຕອບຄຳຖາມຂອງທ່ານຜູ້ຟັງ, ຜູ້ອ່ານ

(VOVWORLD) - “ອິດທິພົນຊື່ສຽງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ສື່ມວນຊົນສາກົນ, ນັບທັງບັນດາປະເທດມະຫາອຳນາດໃນໂລກ ກໍ່ສະແດງຄວາມໂສກເສົ້າ, ເສຍດາຍຕໍ່ການຈາກໄປຂອງການນຳ ຫວຽດນາມ..."

ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 322 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບ. ທ່ານຜູ້ຟັງ, ຜູ້ອ່ານໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ທ່ານ ວອນແສງ, ຢູ່ແຂວງ ຫົວພັນ ໄດ້ສະແດງຄວາມຄິດເຫັນໃນແວັບໄຊຂອງລາຍການດ້ວຍເນື້ອໃນວ່າ: “ອິດທິພົນຊື່ສຽງຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ສື່ມວນຊົນສາກົນ, ນັບທັງບັນດາປະເທດມະຫາອຳນາດໃນໂລກ ກໍ່ສະແດງຄວາມໂສກເສົ້າ, ເສຍດາຍຕໍ່ການຈາກໄປຂອງການນຳ ຫວຽດນາມ, ສິ່ງດັ່ງກ່າວນັ້ນໄດ້ສະແດງໃຫ້ເຫັນວ່າເຂົ້າເຈົ້າຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເວົ້າສະເພາະ ແລະ ກິດຈະການຕໍ່ສູ້ໃຫ້ແກ່ສັນຕິພາບສາກົນຂອງ ຫວຽດນາມ ເວົ້າລວມ.”

ຈາກແຂວງ ວຽງຈັນ, ເພື່ອນ ມາລີວົງ ໄດ້ຂຽນວ່າ: “ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານ. ຂ້າພະເຈົ້າໄດ້ອ່ານບັນດາຂ່າວຄາວກ່ຽວກັບ, ພິທີໄວ້ອາໄລ, ງານເຄົາລົບສົບເຊິ່ງ VOV ໄດ້ເອົາລົງໃນອິນເຕີເນັດ. ຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງປະຊາຊົນ ຫວຽດນາມ, ຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານ ເຈິ່ນດ້າຍກວາງ ດ້ວຍ.”

ສ່ວນເພື່ອນ ຄຳໄຊ, ຢູ່ແຂວງ ຫົວພັນ ໄດ້ແບ່ງປັນວ່າ: “ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວຄາວກ່ຽວກັບ, ພິທີໄວ້ອາໄລ ຈັດງານເຄົາລົບສົບທ່ານປະທານປະເທດ ເຈິ່ນດ້າຍກວາງ, ໃນນັ້ນມີພາບສາລະຄະດີ ກ່ຽວກັບການນຳ ລາວ ໄປວາງພວງມາລາໄວ້ອາໄລເພິ່ນທັງຢູ່ ຫວຽດນາມ, ຢູ່ລາວ ແລະ ຢູ່ບັນດາສະຖານທູດຫວຽດນາມ ປະຈຳປະເທດຕ່າງໆ ທີ່ໄດ້ເອົາລົງໃນອິນເຕີເນັດຂອງພາກພາສາລາວອີກດ້ວຍ. ເພິ່ນຈາກໄປ, ໄດ້ເຮັດໃຫ້ທຸກຄົນມີຄວາມໂສກເສົ້າເສຍດາຍທີ່ສຸດ. ຂ້າພະເຈົ້າຫວັງວ່າຍາດຕິພີ່ນ້ອງ, ຄອບຄົວຂອງເພິ່ນ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າຄວາມໂສກເສົ້ານີ້ໄປໄດ້.”

ຕອບຄຳຖາມຂອງທ່ານຜູ້ຟັງ, ຜູ້ອ່ານ - ảnh 1 ພາບປະກອບ

ສ່ວນໃນການສະແດງຄວາມຄິດເຫັນທີ່ມາຍັງລາຍການ, ເພື່ອນ ຄຳສີ ປ່ຽງວໍລະວົງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມສົນໃຈເຖິງການປະຕິວັດອຸດສາຫະກຳ 4.0 ທີ່ສຸດ, ຍ້ອນວ່າຢູ່ ສປປ ລາວ ຂອງພວກຂ້າພະເຈົ້າ, ລັດຖະບານຫາກໍ່ເລີ່ມປະຕິບັດ ແລະ ມຸ່ງໄປເຖິງປະເທດຊາດພັດທະນາຕາມແນວທາງນີ້. ຖ້າເປັນໄປໄດ້ຢາກໃຫ້ບັນນາທິການຂອງພາກພາສາລາວ ໃຫ້ຂ້າພະເຈົ້າຮູ້ແຈ້ງກ່ວາຄຳນິຍາມກ່ຽວກັບການປະຕິວັດຄັ້ງທີ 4 ນີ້ໄດ້ບໍ່, ຂໍຂອບໃຈ.”

ເພື່ອນ ຄຳສີ ປ່ຽງວໍລະວົງ ທີ່ຮັກແພງ, ຕາມ Gartner - ເຊິ່ງແມ່ນບໍລິສັດຄົ້ນຄ້ວາ ແລະ ໃຫ້ຄຳປຶກສາດ້ານເຕັກໂນໂລຊີຂໍ້ມູນຂ່າວສານແຖວໜ້າຂອງໂລກ ໃຫ້ນິຍາມກ່ຽວກັບການປະຕິວັດອຸດສາຫະກຳ 4.0 (ຫຼືເອີ້ນວ່າການປະຕິວັດອຸດສາຫະກຳຄັ້ງທີ 4) ວ່າແມ່ນໄດ້ເລີ່ມມາຈາກນິຍາມຂອງຄຳວ່າ “Industrie 4.0”. “Industrie 4.0” ໄດ້ເຊື່ອມຕໍ່ກັບບັນດາລະບົບ ແລະ ຮາກຖານຜະລິດຕະພັນສະຫຼາດເພື່ອສ້າງການລວມສູນຂອງເຕັກນິກດີຈີຕອນລະຫວ່າງອຸດສາຫະກຳ, ການດຳເນີນທຸລະກິດ, ພາລະບົດບາດ ແລະ ຂັ້ນຕອນພາຍໃນ. ສ່ວນທ່ານ Klaus Schwab, ເຊິ່ງແມ່ນຜູ້ສ້າງຕັ້ງ ແລະ ເປັນປະທານບໍລິຫານເວທີປາໄສເສດຖະກິດໂລກພັດມີມູມມອງງ່າຍດາຍກ່ວາກ່ຽວກັບນິຍາມຂອງການປະຕິວັດອຸດສາຫະກຳ 4.0 ຄືດັ່ງນີ້: “ການປະຕິວັດອຸດສາຫະກຳຄັ້ງທຳອິດແມ່ນນຳໃຊ້ພະລັງງານຈາກນ້ຳ ແລະ ອາຍນ້ຳເພື່ອຜະລິດເຄື່ອງກົນຈັກ. ການປະຕິວັດຄັ້ງທີ 2 ໄດ້ດຳເນີນຕໍ່ຍ້ອນໄດ້ໝູນໃຊ້ພະລັງງານໄຟຟ້າເຂົ້າໃນການຜະລິດ. ການປະຕິວັດຄັ້ງທີ 3 ແມ່ນນຳໃຊ້ເອເລັກໂຕນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຫັນການຜະລິດເປັນອັດຕະໂນມັດ. ປະຈຸບັນ, ການປະຕິວັດອຸດສາຫະກຳຄັ້ງທີ 4 ພວມເກີດຂຶ້ນຈາກການປະຕິວັດຄັ້ງທີ 3, ມັນໄດ້ສົມທົບບັນດາເຕັກໂນໂລຊີນັ້ນເຂົ້າກັນ, ເຮັດໃຫ້ມີເຂດແດນລະຫວ່າງຟິຊິກ, ດີຈີຕອນ ແລະ ຊີວະສາດ.”

ພວກຂ້າພະເຈົ້າໄດ້ຮູ້ວ່າ, ໃນການຕອບສຳພາດຕໍ່ສື່ມວນຊົນຫວ່າງແລ້ວນີ້, ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ເຕັກໂນໂລຊີ ສປປ ລາວ ໃຫ້ຮູ້ວ່າ: ການຮັບເອົາການປະຕິວັດອຸດສາຫະກຳ 4.0 ຂອງລາວ ອາດຈະປະສົບກັບຄວາມຫຍຸ້ງຍາກຫຼາຍກ່ວາເມື່ອທຽບໃສ່ບັນດາປະເທດພັດທະນາ, ແຕ່ວ່າ ລາວ ຫວັງວ່າດ້ວຍການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ພິເສດແມ່ນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີລະຫວ່າງ ລາວ ແລະ ຫວຽດນາມ, ການໝູນໃຊ້ເຕັກໂນໂລຊີຂອງລາວໃນການປະຕິວັດ 4.0 ຈະປະສົບຜົນສຳເລັດ. ສິ່ງສຳຄັນແມ່ນເລີ່ມຕົ້ນຈາກການປ່ຽນແປງຈີນຕະນາການ, ຄວາມຮັບຮູ້ກ່ຽວກັບການປະຕິວັດນີ້, ພ້ອມກັນນັ້ນ, ຕ້ອງມີການກະກຽມດ້ານນິຕິກຳເພື່ອດັດປັບບັນດາກົນໄກນະໂຍບາຍໃຫ້ເໝາະສົມ. ໄປຄຽງຄູ່ກັນນັ້ນ, ແມ່ນຕັ້ງໜ້າກະກຽມແຫຼ່ງຊັບພະຍາກອນມະນຸດລຸ້ນໃໝ່, ມີລະດັບຄວາມຮູ້, ມີກຳລັງຄວາມສາມາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການນຳໃຊ້ເຕັກໂນໂລຊີຂອງການປະຕິວັດ 4.0.

ຫວັງວ່າ ບັນດາຂໍ້ມູນທີ່ກ່າວມາຂ້າງເທິງນັ້ນຈະເຮັດໃຫ້ທ່ານມີຄວາມເພິ່ງພໍໃຈ, ເຖິງວ່າບໍ່ທັນພຽງພໍກໍ່ຕາມ, ແຕ່ພວກຂ້າພະເຈົ້າກໍ່ຫວັງວ່າ ທ່ານ ຄຳສີ ແລະ ທ່ານຜູ້ຟັງຈະມີຄວາມເຂົ້າໃຈກ່ວາກ່ຽວກັບ “ການປະຕິວັດ 4.0”. ຂໍຂອບໃຈທ່ານທີ່ໄດ້ສະແດງຄວາມຄິດເຫັນມາຍັງລາຍການຂອງພວກເຮົາ, ຫວັງວ່າ, ໄລຍະຈະມາເຖິງຈະໄດ້ຮັບຈົດໝາຍຂອງທ່ານຜູ້ຟັງຫຼາຍກ່ວາອີກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ