ຕອບ​ຄຳ​ຖາມ​ຂອງຜູ້​ຟັງ,ຜູ້​ອ່ານ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່າ​ນ​ມາ

(vovworld)- ໃນ​ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ 7 ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ. ໃນ​ນັ້ນ​ທ່ານ​ຜູ້​ຟັງ​ໄດ້​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ ຫວຽດ​ນາມ - ລາວ ແລະ ບັນດາບົດ​​ທີ່ອອກ​ອາ​ກາດ​ໃນ​ອາ​ທິດຜ່ານ​ມາ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ສົນ​ໃຈ.

        ທ່ານ​ກິ​ແກ້ວ, ແຂວງ ຫົວ​ພັນ​ໄດ້​ຝາກ​ອ​ີ​ແມວ​ເຖິງ​ລາຍ​ການ​ໂດຍ​ຖາມ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ຜູ​້​ໜຶ່ງ​ເຮັດ​ວຽກ​ຢູ່​ທະ​ນາ​ຄານ​ການ​ຄ​້າຫຸ້ນ​ສ່ວນ ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV), ສາ​ຂາ​ລາວ. ລາວ​ໄດ້​ແຈ້ງ​ໃຫ້​ຂ້າພະ​ເຈົ້າຮູ້​ວ່າ, ທະ​ນາ​ຄານ​ແຫ່ງນີ້​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ພັດ​ທະ​ນາ​ລະ​ບົບ​ເຕັກ​ໂນ​ໂລຢ​ີ ຂໍ້​ມູນ​ຂ່າວ​ສານ​ໃຫ້​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ. ຜ່ານລາຍ​ການ​ຂ້າພະ​ເຈົ້າ​ຢາກຮູ​ຂໍ້​ມ​ູນ​ຂ່າວລະອຽດ​ກ່ຽວ​ກັບ​ເຫດ​ການນີ້​.”

ຕອບ​ຄຳ​ຖາມ​ຂອງຜູ້​ຟັງ,ຜູ້​ອ່ານ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່າ​ນ​ມາ - ảnh 1
ພິ​ທີກວດຢັ້ງ​ຢືນ, ມອບ​ສົ່ງ​ໂຄງ​ການ​ໜ​ູນ​ຊ່ວຍ​ພັດ​ທະ​ນາ​ລະ​ບ​ົບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​(​ໄອ​ທີ)ໃຫ້​ແກ່​ຫ້ອງວ່າ​ການ​ລັດ​ຖະ​ບານ​ລາວ
(ພາບ: Petrotimes)


        ທ່ານ ກິ​ແກ້ວ ທີ່​ຮັກ​ແພງ, ອາ​ທິດ​ຜ່ານ​ມາ, ທະ​ນາ​ຄານ​ການ​ຄ​້າຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV) ໄດ້​ຈັດ​ຕັ້ງ​​ການ​ກວດຢັ້ງ​ຢືນ, ມອບ​ສົ່ງ​ໂຄງ​ການ​ໜ​ູນ​ຊ່ວຍ​ພັດ​ທະ​ນາ​ລະ​ບ​ົບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​(​ໄອ​ທີ)ໃຫ້​ແກ່​ຫ້ອງວ່າ​ການ​ລັດ​ຖະ​ບານ​ລາວ. ໂຄງ​ການ​ດັ່ງ​ກ່າວ​ລວມ​ມີ​ບັນ​ດາ​ພາກ​ສ່ວນ​ຄື: ບຳ​ລຸງ​ສ້າງ​ຍົກ​ສູງ​ລະ​ດັບ​ໃຫ້​ແກ່​ພະ​ນັກ​ງານ​​ໄອ​ທີ, ປະກອບອຸ​ປະ​ກອນ ແລະ ສ້າງລະ​ບົບ​ອີ​ແມວ​ສະ​ເພາະ​ໃຫ້​ແກ່​ຫ້ອງວ່າ​ການ. ດ້ວຍຈຸດ​ປະ​ສົງ​ໜູນ​ຊ່ວຍ​ຫ້ອງວ່າ​ການ​ລັດ​ຖະ​ບານ​ລາວ ມີ​ພື້ນ​ຖານ​​ໄອ​ທີ ​ທັນ​ສະ​ໄໝ​ຮັບ​ໃຊ້​ໃຫ້ການ​ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ, BIDV ໄດ້​ຜັນ​ຂະ​ຫຍາຍ​ບ້ວງ​ເງິນ​ໜູນ​ຊ່ວຍ​ພັດ​ທະ​ນາ​​ໄອ​ທີ​ເຊິ່ງ​ລວມ​ມີ: ບ​ຳ​ລຸງ​ສ້າງ​​ໄອ​ທີ ແລະ ສ້າງ​​ລະ​ບົບ​ອີ​ແມວ​ໃຫ້​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ, ລວມຍອດ​ມູ​ນ​ຄ່າ​ກ່​ວາ 83.000 USD. ດ້ວຍ​ການ​ໜູນ​ຊ່ວຍ​ຈາກ BIDV, ພື້​ນ​ຖານ​​ໄອ​ທີ​ຂອງ​ຫ​້ອງວ່າ​ການ​ລັດ​ຖະ​ບານ ລາວ ໄດ້​ຮັບ​ກາ​ນ​ຍົກ​ລະ​ດັບ, ທັນ​ສ​ະ​ໄໝ, ​ຮັບປະກັນ​ຄວາມ​ລັບ, ຮັບ​ໃຊ້​ການ​ເຄ​ື່ອນ​ໄຫວ​ຂອງ​ອົງການ. ລັດ​ຖະ​ບານ ລາວ ມີ​ຄວາມ​ປາດ​ຖະ​ໜາຢາກ​ຍູ້​ແຮງ​ການ​ນຳ​ໃຊ້​​ໄອ​ທີ, ຜັນ​ຂະ​ຫຍາຍ​ລະ​ບົບ​ຫ້ອງວ່າ​ການ​ເອ​ເລັກ​ໂຕ​ນິກ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ບໍ​ລິ​ຫານ​ຂອງ​ລາວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍທີ່​ມີ​ຄວາມ​ໝາຍ, ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ເດີນ​ທາງ​ຂອງ BIDV ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ. ໂຄງ​ການ​ໜູນ​ຊ່ວຍ​​ເລີ່​ມໄດ້​ຮັບ​ການ​ປະ​ຕິ​ບັດ​​ແຕ່​ເດືອນ 2/2015 ແລະ ສຳ​ເລັດ​​ໃນ​ເດືອນ 6/2015. ຕາມ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ຝ່າຍ, BIDV ທັງ​ໜູນ​ຊ່ວຍບ​ຳ​ລຸງ​ສ້າງ​ຍົກ​ລະ​ດັບ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ໄອ​ທີ​ໃຫ້​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ, ທັງ​ອຸປະຖຳ​ອຸ​ປະ​ກອນ​ເຕັກ​ໂນ​ໂລຢ​ີ​ພື້ນ​ຖານ, ສ້າງ​​ລະ​ບົບອີ​ແມວ​ສະ​ເພາະ​ໃຫ້​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ. BIDV ໄດ້​ຜັນ​ຂະ​ຫຍາຍ 5 ຊຸດ​ບຳ​ລຸງ​ສ້າງ​ໃຫ້​ແກ້​ພະ​ນັກ​ງານ​ໄອ​ທີ​​ໃນ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ. ບົນ​ພື້ນ​ຖານ​ຂໍ້​ສະ​ເໜີ​ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, BIDV ກໍ່​ພິ​ຈາ​ລະ​ນາ​ກ່ຽວ​ກັບການ​ໜູນ​ຊ່ວຍ​ໄລ​ຍະ 2 ໃຫ້​ແກ່​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ BIDV. ນີ້​ແມ່ນການ​​ຮັບຮູ້, ຕີ​ລາ​ຄາ​ສູງ​ຂອງ​ລັດ​ຖະ​ບານ​ລາວທີ່​ມີ​ຕໍ່ BIDV ​ໃນ​​ກາ​ນ​ເຄ​ື່ອນ​ໄຫວ​ໜູນ​ຊ່ວຍ​ລັດ​ຖະ​ບານ​ລາວ​ຢ່າງຕັ້ງ​ໜ້າ ​ແລະ ມ​ີ​ປະ​ສິດ​ທິ​ຜົນ​​.

        ​ເພື່ອນ​ຈັນ​ສະ​ໝອນ, ຢ​ູ່​ແຂວງບໍ່​ແກ້ວ​ໄດ້​ຝາ​ກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​​ດ້ວຍ​ເນື້ອ​ໃນ​ວ່າ “​ອາ​ທິດ​ແລ​້ວນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງບົດ​ກ່ຽວ​ກັບ​ຫ້ອງ​ຮຽນ​ຂອງ​ບ​ັນ​ດາ​ຄູ​ສອນ​ຢູ​່​ແຂວງ ດັກ​ລັກ. ສິ່​ງ​ພິ​ເສດ​ແມ່ນ​, ຢູ່ຫ້ອງ​ຮຽນ​ດັ່ງ​ກ່າວບັນ​ດາ​ຄູ​ສອນ​ແມ່ນ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ນັກ​ຮຽນ​ແມ່ນ​ປະ​ຊາ​ຊົນ​ຂອງ​ຕາ​ແສງ Ia Rve, ເມືອງ Ea Sup. ຂ້າ​ພະ​ເຈົ້າ​ຮູ້​ສຶກນັບ​ຖື​ພວກ​ອ້າຍຫຼາຍ, ຍ້ອນ​ວ່າ​ນອກ​ຈາກ​ເລື່ອງ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ຊາຍ​ແດນ​ສຳ​ເລັດ​ແລ້ວ, ພວກ​ອ້າຍ​ຍັງ​ສະ​ຫງວນ​ເວ​ລາ​ເພື່ອ​ນຳ​ຕົວ​ໜັງ​ສື​ມາ​ໃຫ້​ປະ​ຊາ​ຊົນ​ອີກ​ດ້ວຍ. ຂ້າ​ພະ​ເຈົ້າ​ຢາກ​ຮັບ​ຟັງ​ຄືນ​ບົດ​ຂຽນ​ດັ່ງ​ກ່າວ.”

        ເພື່ອນ​ຈັນ​ສະ​ໝອນ ທີ່​ເຄົາ​ລົບ, ຫ້ອງ​ຮຽ​ນ​ລົບ​ລ້າງ​ໄພ​ກຶກ​ໜັງ​ສື​ໂດຍ​ບັນ​ດາ​ອ້າຍ​ຄູ​ທີ່​ເປັ​ນ​ທະ​ຫານ​ຈັດ​ຂຶ້ນນັ້ນ​ມີ​ນັກ​ຮຽນ​ທັງ​ໝົດ 22 ຄົນ​ຢູ່​ບ້ານ​ຕ່າງໆ​ໃນ​ຕາ​ແສງ Ia Rve, ເມືອງ Ea Sup. ຜູ້ມ​ີ​ອາ​ຍຸ​ສູງ​ກ່​ວາ​ໝູ່​ແມ່ນ 40 ປີ, ​ຕ່ຳ​ກ່​ວາ​ໝູ່​ແມ່ນ 15 ປີ, ສ່ວນຫຼາຍ​ເຂົາ​ເຈົ້າ​ແມ່ນ​ຜູ້​ສ້າງ​ເສດ​ຖະ​ກິດ​ໃໝ່​ທີ່​ມາ​ຈາກ​ບັນ​ດາ​ແຂວງ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ແລະ ແຂວງ ເບັນ​ແຈ. ​ສຳລັບ​ນັກ​ຮຽນ​ສ່ວນຫຼາຍ​ແມ່ນ​ຊາວ​ກະ​ສິ​ກອນນັ້ນ, ສິ່ງ​ສຳ​ຄັນ​ກ່​ວາ​ໝູ່​ແມ່ນ​ຕ້ອງຮູ້​ຕົວ​ໜັງ​ສື​ເພື່ອ​ສາມາດອ່ານ​ໄດ້​ຄຳ​ແນະ​ນຳກ່ຽວ​ກັບ​ວິ​ທີ​ນຳ​ໃຊ້​ຢາ​ບົວ​ລະ​ບັດ​ຕົ້ນ​ໄມ້. ເຖິງວ່າ​ນີ້​ແມ່ນວຽກ​ງານ​ນ້ອຍໆ ແລະ ງ່າຍ​ດາຍ​ສຳ​ລັບ​ທ​ຸກ​ຄົນກໍ່ຕາມ, ແຕ່​ສຳ​ລັບ​ຊາວ​ກະ​ສິ​ກຳ​ນັ້ນ​ແມ່ນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ.ເຊີນ​ເພື່ອນ​ຈັນ​ສະ​ໝອນ ແລະ ຜູ້​ຟັງ​ທີ່​ສົນ​ໃຈ​ເຖິງ​ບົດ​ຂຽນ​ດັ່ງ​ກ່າວ​ສາ​ມາກ​ຮັບ​ຟ​ັງ​ຄືນ​ລາຍ​ການ​​ພາກ​ພາສາ​ລາວ, ວັນ​ທີ 14/6 ໃນ​ແວບ​ໄຊ vovworld.vn ຫຼື vov5.vn.

        ຍັງ​ມີເວ​ລາ​ພຽງ​ ​ 2, 3 ກ່​ວາມື້​ອີກເທົ່າ​ນັ້ນ ແມ່ນ​ຈະ​ຮອດ​ກຳ​ນົດ​ເວ​ລາສຸດ​ທ້າຍ (30/6) ​ເພື່ອ​ສົ່ງ​ຄຳ​ຕອບ​​ກ່ຽວ​ກັບ​ການ​ເສັງ “ເພື່ອ​ນ​ຮູ້​ຫ​ຍັງ​ແດ່​ກ່​ຽ​ວ​ກັບ ຫວຽດ​ນາມ”. ຖ້າ​ຫາກຜູ້​ຟັງ​ທ່ານ​ໃດ​ຢາກ​ເຂົ້າ​ຮ່ວມ​ການ​ເສັງ, ຂໍ​ສົ່ງ​ຄຳ​ຕອບ​ໃຫ້​ລາຍ​ການ​​​​ໂດຍ​ໄວ​ໃຫ້​ທັນກັບ​ເວລາ. ທ່ານ​ຜູ້​ຟັງ​ສາ​ມາດ​ຝາກ​ຄຳ​ຕອບໃຫ້​ພວກ​ຂ້າ​ພະ​ເຈົ້າ​ທາງ​ໄປສະນີໂດຍ​ຈ່າ​ໜ້າ ​ຊ່ອງວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ, ພາກ​ພາ​ສາ​ລາວ, ເຮືອນ​ເລກ​ທີ 45 ຖະ​ໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ, ຫວຽດ​ນາມ, ຫຼືທາງ​ອີ​ແມວຜ່ານ​ອີ​ແມວ laovov5@gmail.com ຫຼື laovov@yahoo.com.  ​ເພື່ອ​ໃຫ້​ການ​ຕອບ​ຄຳ​ຖາມ​ຊັດ​ເຈນ, ທ່ານສາ​ມາດ​ຊອກ​ຫາ​ບັນ​ດາ​ຂໍ້​ມູນ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ​​ໃນ​ລາຍ​ການ “ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ຟັງ​” ດ້ວຍແວບ​ໄຊ vovworld.vn ຂອງ​ພວກ​ເຮົາ.

        ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.


ຕອບກັບ

ຂ່າວ/ບົດ​ອື່ນ