ຕອບຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການກ່ຽວກັບເວບໄຊ vovworld

ຕອບຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການກ່ຽວກັບເວບໄຊ vovworld - ảnh 1

ພາຍຫຼັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ເປີດ​ສະຫຼອງ​ເວ​ບ​ໄຊລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ເປັນ​ເວລາ 1 ກວ່າເດືອນ ຄື​ວັນ​ທີ 15/1/2012 ມາ​ຮອດ​ປະຈຸ​ບັນ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ໄດ້​ຮັບ​ຄຳ​ເຫັນຈາກ​ຜູ້​ຟັງ​ຫຼາຍ​ທ່ານ. ​ໃນ​ລາຍການ​ຕອບ​ຈົດໝາຍ​ຈາກ​ທ່ານ​ຜູ້​ຟັງ​ອາທິດ​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ​ຈາກ​ທ່ານ​ຜູ້​ຟັງ​ທີ່​ຝາກ​ມາລາ​ຍການ. ​ເຊີນ​ທ່ານ​ຮັບ​ຟັງ.

   ເພື່ອນ​ເພດ​ສະຫວັນ ສີ​ຊາ​ນົນ, ຫົວໜ້າ​ອະນຸສອນ​ສະຖານ ​ໄກສອນ ພົມວິຫານ, ​ແຂວງອັດ​ຕະປື, ​ໃຫ້​ຮູ້​ວ່າ. ກ່ອນ​ນີ້, ​ເມື່ອ​ຍັງ​​ເປັນ​ຮອງ​ປະທານ​ກຳມະບານ​ແຂວງ​ອັດ​ຕະປື, ຂ້າພະ​ເຈົ້າ​ມີ​ໂອກາດ​ມາ​ຫວຽດນາມ​ ​ເຂົ້າ​ຮ່ວມ​ຊຸດ​ເຝິກອົບ​ຮົມ​ດ້ານ​ວິຊາ​ການ​ຢູ່​ມະຫາ​ວິທະຍາ​ໄລ​ກຳມະບານ​ທີ່​ນະຄອນຫຼວງຮ່າ​ໂນ້ຍ, ພາຍຫຼັງ​ຊຸດ​ເຝິກອົບຮົມ, ທັງ​ໄດ້​ຮຽນ​ດ້ານ​ທິດ​ສະ​ດີ, ທັງ​ໄດ້​ໄປ​ທັດສະນະ​ສຶກສາ​ຕົວ​ຈິ່ງຢູ່​ບາງ​ທ້ອງ​ຖິ່ນ, ຂ້າພະ​ເຈົ້າ​ຍິ່ງ​ມີ​ຄວາມ​ຮັກ​ປະເທດ​ຊາດ ​ແລະ​ ຊາວ​ຫວຽດນາມ ກວ່າ. ນັບ​ແຕ່​ນັ້ນ, ຍາມ​ໃດ​ຂ້າພະ​ເຈົ້າ​ກໍ່​ໄກ້​ສິດ​ຕິດ​ພັນ​ກັບ​ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມກວ່າ. ​ແຕ່​ຫວ່າງ​ແລ້ວ​ນີ້, ຍ້ອນ​​ໄດ້​ຮັບຜິດຊອບ​ໜ້າ​ທີ່​ໃໝ່, ​ຂ້າພະ​ເຈົ້າ​ບໍ່​ສາມາດ​ຮັບ​ຟັງ​ລາຍການ​ເປັນ​ປະຈຳ​ໄດ້. ​ແຕ່​ໂຊກ​ດີ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ເປີດ​ສະ​ຫຼອງ​ເວ​ບ​ໄຊບັນດາ​ລາຍການກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ທາງອິນ​ເຕີ​ເນັດ​ໃນ​ເວລາ​ໜຶ່ງ​ສັບປະດາ, ​ແລະ​ເມື່ອ​ເຂົ້າ​​ເວ​ບ​ໄຊ ​ແມ່ນ​ສາມາດ​ອ່ານ ​ແລະ ​ຮັບ​ຟັງ​ບັນດາ​ຂ່າວ, ກໍ່​ຄື​ຄໍ​ລຳ​ເຊິ່ງຕົນ​ມີ​ຄວາມ​ສົນ​ໃຈ​ໄດ້. ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ ​ເພາະວ່າ​ຕົນ​ເອງ​ສາມາດ​ໄດ້​ອ່ານ​ ​ແລະ​ ຮັບ​ຟັງ​ຂ່າວ​ຢ່າງ​ຄົບ​ຖ້ວນ ​ແລະ ກໍ່​ດີ​ໃຈ​ຫຼາຍ​ຕໍ່​ການ​ພັດທະນາ​ຂອງ​ລະບົບ​ບັນດາ​ລາຍການພາກ​ພາສາ​ຕ່າງປະ​ເທດຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ.

    ສ່ວນ​ເພື່ອນ​ ສຸວັນ​ທິບ​ພະຈັນ, ຫົວໜ້າ​ຫ້ອງການ​ທ່ອງ​ທ່ຽວ​ເມືອງປາກ​ລາຍ, ​ແຂວງ​ໄຊ​ຍະ​ບູລີ ກໍ່​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ, ຂ້າພະ​ເຈົ້າ​ຮັບ​ຟັງ​ລາຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ, ລາຍການ​ມ່ວນ​, ມີ​ເນື້ອ​ໃນ​ອຸດົມສົມ​ບຸນ, ຂ່າວ​ຄາວ​ກໍ່​ໃໝ່. ພິ​ເສດ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ແມ່ນ​ມີ​ປະ​ໂຫຍ​ດທີ່​ສຸດ​ສຳ​ລັບ​ວຽກ​ງານ​ຂອງ​ຂ້າພະ​ເຈົ້າ​ໃນ​ປະຈຸ​ບັນ. ຫວ່າງ​ແລ້ວ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ເປີດ​ສະຫຼອງ​ເວ​ບ​ໄຊ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ, ​ແຕ່​ກໍ່​ຢາກ​ແບ່ງປັນ​ຄວາມ​ຈິ່ງ​​ທີ່​ວ່າ, ປະຈຸ​ບັນ, ຍ້ອນ​ພື້ນຖານ​ດ້ານ​ວັດຖຸ​ຂອງ​ລາວ​ຍັງ​ຈຳກັດ​ຢູ່, ພະນັກງານ​ຄື​ພວກ​ຂ້າພະ​ເຈົ້າ​ເກືອບ​ຄື​ວ່າ​ບໍ່​ເຄີຍ​ສຳ​ພັດ​ກັບ ອິນ​ເຕີ​ແນ​ດ, ຢາກ​ເຂົ້າ​ ​ເວ​ບ​ໄຊ ​ແມ່ນ​ຕ້ອງ​ອາ​ໄສ​ຫ້ອງ ອິນ​ເຕີ​ແນ​ດຂອງ​ຫ້ອງການ, ຫຼື​ອາ​ໄສໝູ່​​ເພື່ອນ, ດັ່ງ​ນັ້ນ​ມາ​ຮອດ​ປະຈຸ​ບັນ, ວິທະຍຸ​ຍັງ​ຄົງ​ແມ່ນ​ອຸປະກອນ​ຕົ້ນ​ຕໍ່​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ຮັບຟັງ​​ຂ່າວ​ຄາວ​ຂອງ​ຫວຽດນາມ.

    ​ເພື່ອນ​ ອາ​ເລັກ ພະນັກງານ​ສະຖານທູດ​ລາວ​ປະຈຳ​ຫວຽດນາມ​​ໃຫ້​ຮູ້​ວ່າ, ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ຖືກ​ຮັກສາ​ໄວ້​ທາງ​ອິນ​ເຕີ​​ເນັດ ​ເປັນ​ເວລາໜຶ່ງ​ສັບປະດາ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຜູ້​ທີ່​​ມັກ​ຕິດ​ຄາກັບວຽກ​ງານ​ຄື​ຂ້າພະ​ເຈົ້າ ສາມາດ​​ອ່ານ, ຮັບ​ຟັງ​ໃນ​ບໍ່​ວ່າ​ເວລາ​ໃດ. ກ່ອນ​ນີ້, ມີ​ຫຼາຍ​ເຫດການ​ສຳຄັນ​ທີ່​ຂ້າພະ​ເຈົ້າຢາກ​ຮັບ​ຟັງ, ​ແຕ່​ຍ້ອນ​ຄາ​ວຽກ​ກົງກັບ​ເວລາອອກ​ອາກາດ​ລາຍການ, ດັ່ງ​ນັ້ນ​ບໍ່​ໄດ້​ຮັບ​ຟັງ​ເທື່ອ. ປະຈຸ​ບັນ, ຂ້າພະ​ເຈົ້າ​ສາມາດ​ອ່ານ, ຮັບ​ຟັງ​ຄືນ​ໃໝ່​ບັນດາ​ຂ່າວທີ່​ຕົນ​ມີ​ຄວາມ​ສົນ​ໃຈ. ຂ້າພະ​ເຈົ້າ​ດີໃຈ​ຫຼາຍ ​ແລະ​ ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເວົ້າ​ລວມ ​ແລະ ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ.

    ​ເພື່ອນ​ ອຸດອນ ສອນ​ສຸ​ລິດ, ພະນັກງານ​ຂະ​ແໜງ​ສື່​ມວນ​ຊົນ, ​ແຂວງ​ໄຊ​ຍະ​ບູລີ, ປະຈຸ​ບັນ​ພວມ​ຮຽນ​ປະລິຍາ​ໂທ ຢູ່​ມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ, ລາວ​ເຄີຍຕິດຕາມ​ຮັບ​ຟັງ​ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ​ເປັນ​ປະຈຳ. ເພື່ອນ​ ອຸດອນ ສອນ​ສຸ​ລິດ, ເວົ້າວ່າ

    ຂ້າພະ​ເຈົ້າ​ເຂົ້າ​​ເວ​ບ​ໄຊ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ ​ແລະ​ ເຫັນ​ວ່າ ​ເວ​ບ​ໄຊ​ນີ້​ໄດ້​ຊ່ວຍ​ຂ້າພະ​ເຈົ້າ​ກໍ່​ຄື​ບັນດາ​ນັກ​ສຶກສາລາວ​ຫຼາຍ​ທີ່​ສຸດ, ​ເພາະວ່າ, ​​ໃນເວ​ບ​ໄຊ​ນີ້​ມີ 12 ພາສາ. ທຸກ​ຄົນ​ສາມາດ​ອ່ານ​ບັນດາ​ລາຍການ​ພາກ​ພາສາ​ຫວຽດນາມ ​ແລະ ​ແລະ​ພາສາ​ລາວ, ຈາກ​ນັ້ນ​ປຽບທຽບ, ຮ່ຳຮຽນ ​ແລະ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ພາສາ​ຫວຽດ. ເວ​ບ​ໄຊ​ນີ້​ຖືກ​ຈັດ​ງາມ, ນຳ​ໃຊ້​ງ່າຍ, ມີ​ເນື້ອ​ໃນ​ອຸດົມສົມ​ບຸນ, ​ໃນ​ນັ້ນ​ມີ​ບັນດາ​ຄໍ​ລຳທີ່​ຊ່ວຍ​ໃຫ້​ພວກ​ເຮົາ​ສາມາດຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ຊີວິດ​ສັງຄົມ, ປະ​ເທດ​ຊາດ ​ແລະ​ ຊາວ​ຫວຽດນາມ.. ​ຂ້າພະ​ເຈົ້າ​​ເອງເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ. ຂ້າພະ​ເຈົ້າ​ຄິດ​ວ່າ, ​ເວ​ບ​ໄຊ​ນີ້​ຈະ​ມີ​ປະ​ໂຫຍ​ດທີ່​ສຸດ​ສຳ​ລັບ​ບັນດາ​ນັກ​ສຶກສາ​ທີ່​ພວມ​ຮ່ຳຮຽນ​ຢູ່​ຫວຽດນາມ​ຄື​ຂ້າພະ​ເຈົ້າ.

  ນີ້​ແມ່​ນບາງ​ຄຳ​ເຫັນຂອງ​ທ່ານ​ຜູ້​ຟັງທີ່​ກ່ຽວຂ້ອງ​ເຖິງ​ເວ​ບ​ໄຊ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ. ພວກ​ເຮົາ​ຂໍ​ຂອບ​ອົກ​ຂອບ​ໃຈ​ບັນດາ​ຄວາມ​ເຫັນ​ທີ່​ຈິງ​ໃຈ, ສຸດ​ຈິດ​ສຸດ​ໃຈ​ຂອງ​ທ່ານ​ຜູ້​ຟັງ ​ແລະ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​​ຄົງ​ຈະສືບຕໍ່​ໄດ້​ຮັບ​ຄວາມ​ເຫັນ​ປະກອບ​ຂອງ​ທ່ານ​ຜູ້​ຟັງ ​ເພື່ອ​ໃຫ້​ເວ​ບ​ໄຊ​ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ເນື້ອ​ໃນ​ອຸດົມສົມ​ບຸນ, ດຶງ​ດູດ​ໃຈ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ທ່ານ​ຜູ້​ຟັງ​ກວ່າ​ອີກ. ພວກ​ເພື່ອນ​ຢ່າ​ລືມ​ເຂົ້າ ​ເວ​ບ​ໄຊ ຂອງ​ພວກ​ເຮົາຕາມ​ລະຫັດ vovworld.vn ​ເລືອກ​ພາສາ​ລາວ. ​ໃນ​ເວ​ບ​ໄຊ​ນີ້ ​ພວກ​ເພື່ອ​ສາມາດ​ຊອກ​ໄດ້​ບັນດາ​ຂ່າວ​ທີ່​ມີ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ.​

 

ຕອບກັບ

ຂ່າວ/ບົດ​ອື່ນ