ຕອບຄຳເຫັນຂອງທ່ານຜູ້ຟັງຜູ້ອ່ານ

ໃນ​ອາທິດ​ທີ່​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ-​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຮັບ​ຈົດໝາຍ, ອີ​ແມວ 16 ສະບັບ ​ແລະ ​ໂທລະສັບ​ຂອງ​ທ່ານ​ຜູ້​ຟັງ​ຜູ້ອ່ານລາວ​ທີ່ຝາກ​ມາ​ລາຍການ​,   ບັນດາ​ຈົດໝາຍມີ​ເນື້ອ​ໃນ​ອຸດົມສົມບູນ. ​ໃນ​ນັ້ນມີ​ບາງ​ຄົນ​ໄດ້​ຖາມ​ກ່ຽວ​ກັບ​ບົດ​ຕ່າງໆ​ຂອງ​ລາຍການ, ມີ​ບາງ​ຄົນ​ພັດ​ໄດ້​ຖາມ​ກ່ຽວ​ກັບ​ເຂດ​ປູ​ສະ​ນີຍະສະ​ຖານ​ທີ່​ລື​ຊື່​ຂອງ​ຫວຽດນາມ ​ແລະ ພິ​ເສດ ພວກ​ເຮົາ​ໄດ້​ຮັບ​ອີ​ແມວ ​ແລະ ​ໂທລະສັບ​ອວຍພອນຂອງ​ຫຼາຍ​ທ່ານ ​ເນື່ອ​ງໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ຄື​ວັນ​ທີ 8/3.

​   ເຖິງ​ວ່າ ວັນ​ແມ່ຍິງ​ສາກົນ​ໄດ້​ຜ່ານ​ໄປ​ແລ້ວ​ກໍ່ຕາມ ​ແຕ່ພວກ​ເຮົາ​ຍັງ​ໄດ້​ຮັບ​ຈົດໝາຍ​, ​ໂທລະສັບ​ອວຍພອນ​ວັນ​ແມ່ຍິງ​ສາກົນ​ຈາກ​ຫຼາຍ​ທ່ານ ຊື່​ງ​ໃນ​ນັ້ນມີບັນດາ​ທ່ານ​ເຄີຍ​ສະໜິດ​ຕິດ​ພັນ​ກັບ​ລາຍການ​ທີ່​ສຸດ​ຄື: ທ່ານ ບົວ​ສີ ລໍ່​ສັນ​ໄຊ ລັດຖະມົນຕີ​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ເພັດ​ສະໝອນ, ຢູ່​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ, ທ່ານ​ເພັດ​ສະຫວັນ​ຢູ່​ແຂວງ​ອັດ​ຕະປື…. ນອກຈາກ​ນັ້ນ​ແລ້ວ​ຍັງ​ມີ​ຜູ້​ຟັງ​ໃໝ່​ຂອງ​ລາຍການ​ຄື: ​ທ່ານໄຊ​ວົງ​ມະ​ຈັນ ຢູ່​ພະ​ແນ​ກຖະ​ແຫຼ​ງຂ່າວ-ວັດທະນະທຳ-​ ​ແລະ ​ການທ່ອງ​ທ່ຽວນະຄອນຫຼວງ​ວຽງ​ຈັນ, ​ເພື່ອ​ນສຸວັນ​ນົນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ. ​ຈົດໝາຍ​ສ່ວນ​ຫຼາຍລ້ວນ​ແຕ່​ມີ​ເນື້ອ​ໃນ​ອວຍພອນ​ບັນດາ​ພະນັກງານ​ຍິງ​ຂອງ​ລາຍການ​ພາກ​ພາສາ​ລາວ​ເວົ້າສະ​ເພາະ ​ແລະ ພະນັກງານ​ຍິງ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ເວົ້າລວມ ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ, ປະສົບ​ຜົນສຳ​ເລັດ​​ໃນໜ້າ​ທີ່​ວຽກ​ງານ.

   ພວກ​ເຮົາ​ມີ​ຄວາມ​ຕື້ນ​ຕັນ​ໃຈຫຼາຍ ​ແລະ ຂອບ​ອົກ​ຂອບ​ໃຈ​ອາລົມຈິດ​ອັນຈິງ​ໃຈ​ຊື່​ງບັນດາ​ທ່ານ​ຜູ້​ຟັງ​ສະຫງວນ​ໃຫ້​ແກ່​ພວກ​ເຮົາ. ຄຳ​ອວຍພອນ​ທີ່​ຈິງ​ໃຈ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍຈາກ​ບັນດາ​ທ່ານ​ຜູ້​ຟັງ ຈະ​ເປັນແຫຼ່ງລະດົມ​ກຳລັງ​ໃຈ, ສ້າງ​ກຳລັງ​ໜູນ​ອັນ​ໃຫ່ຍຫຼວງ ​ເພື່ອ​ໃຫ້​ພວກ​ເຮົາພະຍາຍາມ​ຜະລິດ​ລາຍການ​ໃຫ້​ນັບ​ມື້​ນັບ​ມ່ວນ ​ແລະ ດຶງ​ດູດ​ໃຈ​ຜູ້​ຟັງ​ກ່ວາ​ອີກ. ຫວັງ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາຈະ​ສືບ​ຕໍ່​ໄດ້​ຮັບ​ຈົດໝາຍ​ປະກອບ​ຄຳ​ເຫັນ ​ແລະ ຄຳ​ຂໍ​ຈາກ​ບັນດາທ່ານ​ຜູ້​ຟັງຜູ້ອ່ານ.

   ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເພື່ອນ​ລັດດາ​ພອນ ​ໄດ້ສົ່ງ​ອີ​ແມວ​ເຖິງ​ລາຍການ ​ໂດ​ຍ​ແບ່ງປັນ​ວ່າ: ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້, ຂ້າພະ​ເຈົ້າ​ເຄີຍຊົມ​ພາບ​ສາລະ​ຄະດີ​ໃນ​ເວັບ​ໄຊ​ຂອງ​ລາຍການ. ຂ້າພະ​ເຈົ້າ​ຮູ້ສຶກ​ຈັບ​ອົກ​ຈັບ​ໃຈ​ຫຼາຍ ຜ່ານ​ນັ້ນ ຂ້າພະ​ເຈົ້າສາມາດ​ຮູ້​ຈັກ​ເຖິງ​ບັນດາ​ເຂດແຄວ້ນໃນ​ທົ່ວ​ປະ​ເທດ​ຫວຽດນາມ.  ພິ​ເສດ, ​ໃນ​ອາທິດ​ທີ່​ຜ່ານ​ມາ, ຂ້າພະ​ເຈົ້າຮູ້ສຶກຕົກສະ​ເງີ້​​ເພື່ອ​ໄດ້​ຮັບ​ຊົມພາບ​ສາລະ​ຄະດີ​ກ່ຽວ​ກັບ​ການ​ແຂ່ງຂັນ​ແຕ່ງ​ກິນ​ຂອງລະບົບ​ບັນດາລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງ​ປະ​ເທດ, ​ໂດ​ຍ ສະ​ເພາະ​ແມ່ນ​ພວກ​ເພື່ອນ​ໄດ້​​ແຕ່ງ​ອາຫານ​ພື້ນ​ເມືອງ​ລາວຫຼາຍ​ເຍື່ອງ ​ເພື່ອ​ແນະນຳ​ໃຫ້​ເພື່ອນ​ຮ່ວມ​ງານ ກໍ​ຄື​ເພື່ອນ​ມິດປະ​ເທດຕ່າງໆ ກ່ຽວ​ກັບ​ວັດທະນະທຳ​ດ້ານ​ອາຫານ​ການ​ກິນ​ຂອງ​ປະ​ເທດ​ລາວ​ພວກ​ຂ້າພະ​ເຈົ້າ. ​ເມື່ອ​ເຫັນ​ບັນດາ​ເຍື່ອງ​ອາຫານ​ໂດຍ​ພວກ​ເພື່ອນ​ແຕ່ງ​ເອງ ​ແລະ ຈັດວາງ....​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ບໍ່​ຕ່າງ​ຫຍັງ​ກັບ​ເຍື່ອງ​ອາຫານ​ໂດຍ​ຄົນ​ລາວ​ແຕ່ງ. ຂໍ​ຂອບ​ໃຈ​ພວກ​ເພື່ອນ​ທີ່ໄດ້​ນຳ​ເອົາ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ອາຫານ​ພື້ນ​ເມືອງລາວມາສູ່​ການ​ແຂ່ງຂັນ​ແຕ່ງກິນ​ຂອງ​ພວກ​ເພື່ອນ ​ເພື່ອ​ແນະນຳ​ກັບ​ໝູ່​ເພື່ອນ.

ຕອບຄຳເຫັນຂອງທ່ານຜູ້ຟັງຜູ້ອ່ານ - ảnh 1

ອາຫານ​ລາວ​ຈັດວາງໃນການ​ແຂ່ງຂັນ​ແຕ່ງກິນ

   ​ເພື່ອນລັດດາ​ພອນທີ່​ຮັກ​ແພງ! ຂໍ​ຂອບ​ໃຈ​ເພື່ອນໄດ້​ຮັບ​ຊົມພາບ​ສາລະ​ຄະດີຂອງ​ພວກ​ເຮົາ. ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເມື່ອ​ເຂົ້າຮ່ວມ​ການ​ແຂ່ງຂັນ​ແຕ່ງກິນ ພວກ​ເຮົາມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດທີ່​ໄດ້​ແນະນຳ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ລາວ​ກັບ​ເພື່ອນ​ຮ່ວມ​ງານ. ຈົ່ງອ່ານ ​ແລະ ຊົມບັນດາ​ລາຍການ​ຂອງ​ພວກ​ເຮົາ, ຜ່ານ​ນັ້ນ ​ແລະ ​ເພື່ອນ​ຈະ​ພົບເຫັນ​ຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ດູດ​ດືມ​ໃຈ​ກ່າ​ວາອີກ.

   ​ໃນ​ຈົດໝາຍ​ຝາກ​ເຖິງ​ລາຍການ​ເມື່ອ​ອາທິດ​ທີ່​ຜ່ານ​ມາ, ​ເພື່ອນ​ແສງ​ອາ​ລຸນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​​ມີ​ຄວາມ​ສົນ​ໃຈທີ່​ສຸດ​ຕໍ່​ວັນ​ບຸນໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ​ ເພື່ອນຢາກ​ໄດ້​ຮັບ​ການ​ແນະນຳ​ບາງ​ຢ່າງ​ກ່ຽວ​ກັບ​ວັນ​ສຳຄັນ​ດັ່ງກ່າວ.

ຕອບຄຳເຫັນຂອງທ່ານຜູ້ຟັງຜູ້ອ່ານ - ảnh 2

ວິຫານ​ຮຸ່ງ​ຢູ່​ແຂວງ​ຟູ​ທໍ້

(ພາບ: dulichphuonghoang.com)

   ​ເພື່ອນ​ແສງ​ອາ​ລຸນທີ່​ຮັກ​ແພງ, ວັນບຸນ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ຊາວ​ຫວຽດນາມ ຊື່​ງ​ຖືກ​ຈັດຂຶ້ນ​ໃນ​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ. ປີ​ນີ້, ວັນ​ບຸນໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ ກົງ​ກັບວັນ​ທີ 31/3/2012. ຖ້າ​ເພື່ອ​ນມີ​ຄວາມ​ສົນ​ໃຈ, ຈົ່ງ​ມາ​ຫວຽດນາມ, ​ໄປຢ້ຽມຢາມ​ແຂວງ​ຟູ​ທໍ້ ​ເພື່ອ​ນສາມາດ​ເຫັນ​ປະຈັກ​ຕາ​ພິທີຈັດງານ​ບຸນ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ. ສ່ວນ​ເນື້ອ​ໃນ​ລະອຽດ​ເພື່ອ​ນສາມາດ​ອ່ານ ​ແລະ​ ຟັງ​ໃນ​ເວັບ​ໄຊ: http//:vovworld.vn ​ເລືອກ​ເອົາພາກ​ພາສາ​ລາວ.

     ທ່ານ​ຜູ້​ອ່ານທີ່​ເຄົາລົບ!

  ລາຍການ​ຕອບ​​ຄຳ​ຖາມ​ຕໍ່​ທ່ານ​ຜູ້​ຟັງ​ຂອງ​ພວກ​ເຮົາ​ຂໍ​ສີ້​ນສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ມີ​ຄວາມ​ສົນ​ໃຈທ່ານ​ສາມາດ​ຝາກ​ຈົດໝາຍ​ມາ​ລາຍການຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ​ວິທະຍຸ​ກະຈາຍສຽງຫວຽດນາມ-ພາກ​ພາສາ​ລາວ, ​ເຮືອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ-ຮ່າ​ໂນ້ຍ. ອີ​ແມວ: laovov@yahoo.com ຫລື​ໄທ​ລະ​ສັບ: 00844.38256631.

ຕອບກັບ

ຂ່າວ/ບົດ​ອື່ນ