ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ

(VOVWORLD) - ການອຸທິດສ່ວນໃນຕະຫຼອດຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ພັກກອມມູນິດ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມືອຍເພື່ອນຳປະເທດ ຫວຽດນາມ ກ້າວໄປສູ່ຄວາມວັດທະນາຖາວອນ, ເອກະພາບ ໄດ້ສ້າງຂີດໝາຍທີ່ບໍ່ອາດຈືດຈາງໃນປະຫວັດສາດຂອງຊາດ ຫວຽດນາມ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 524 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ  - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ເພື່ອນ ສຸມາລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ; ເພື່ອນ ທອນສະໄໝ ຈະເລີນສຸກ, ຢູ່ນະຄອນຫຼວງວຽງຈັນ; ເພື່ອນ ພອນແສງ, ຢູ່ແຂວງ ຫົວພັນ… ໄດ້ໂທລະສັບ, ສົ່ງອີເມວມາຫາລາຍການ ແລະ ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມຄິດເຫັນຜ່ານສື່ສັງຄົມອອນລາຍ Facebook, ເວັບໄຊ VOV5 ສະແດງຄວາມໂສກເສົ້າເສຍໃຈ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ບັນດາທ່ານຜູ້ຟັງ, ຜູ້ອ່ານໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ປະຊາຊົນ ຫວຽດນາມ. ໃນນັ້ນ: ທ່ານ ວິໄລສຸກ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຕົກໃຈເມື່ອໄດ້ຮັບຂ່າວວ່າ ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈາກໄປ. ຂ້າພະເຈົ້າສະແດງວາມອາໄລອາວອນ ແລະ ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງຈິງໃຈເຖິງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ໝົດທຸກຄົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປ, ບໍ່ພຽງແຕ່ແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຄວາມໂສກເສົ້າເສຍໃຈຕໍ່ເພື່ອນມິດສາກົນ, ບັນດາຜູ້ມີຄວາມເອົາໃຈໃສ່, ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ ອີກດ້ວຍ. ໃນຕະຫຼອດຊີວິດຂອງຕົນ, ທ່ານເລຂາທິການໃຫຍ່ ຫງວຽນຝູ້ອງ ຍາມໃດກໍ່ຢຶດໝັ້ນຕໍ່ລັດທິ ມາກ - ເລນິນ, ແນວຄິດ ໂຮ່ຈີມິນ ແລະ ມີບັນດາການປະກອບສ່ວນພົ້ນເດັ່ນ ເຂົ້າໃນການພັດທະນາເສດຖະກິດ - ສັງຄົ, ຄວາມສະຖຽນລະພາບດ້ານການເມືອງ ແລະ ຍົກສູງທີ່ຕັ້ງສາກົນຂອງ ຫວຽດນາມ. ສຳລັບການພົພັນ ຫວຽດນາມ - ລາວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການເພີູ່ນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນ, ພັດທະນາຂຶ້ນສູ່ລະດັບສູງໃໝ່”.

ເພື່ອນ ພອນແກ້ວ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ໃຫ້ຮູ້ວ່າ: ການອຸທິດສ່ວນໃນຕະຫຼອດຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ພັກກອມມູນິດ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມືອຍເພື່ອນຳປະເທດ ຫວຽດນາມ ກ້າວໄປສູ່ຄວາມວັດທະນາຖາວອນ, ເອກະພາບ ໄດ້ສ້າງຂີດໝາຍທີ່ບໍ່ອາດຈືດຈາງໃນປະຫວັດສາດຂອງຊາດ ຫວຽດນາມ. ວິໄສທັດ, ພູມປັນຍາ ແລະ ບັນດາຫຼັກການຢືໝັ້ນຂອງທ່ານໄດ້ສ້າງແຫຼ່ງບັນດານໃຈໃຫ້ບໍ່ພຽງແຕ່ສຳລັບປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງມີຫຼາຍຄົນໃນໂລກທີ່ຖືສັນຕິພາບເປັນສຳຄັນ, ກ້າວໜ້າ ແລະ ສັດຊື່ບໍລິສຸດອີກດ້ວຍ.

ເພື່ອນ ດາລາວັນ ພິຈິດ, ຢູ່ແຂວງ ຈຳປາສັກ, ແບ່ງປັນວ່າ: “ໃນບັນດາພາຫະນະສື່ມວນຊົນຂອງ ລາວ ໃນຊຸມມື້ຜ່ານມາ ລ້ວນແຕ່ໃຫ້ຂ່າວກ່ຽວກັບ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຊີວິດທີ່ສະຫງ່າອົງອາດ, ຈິດໃຈ ແລະ ລະດົກຂອງສະຫາຍແມ່ນຊັບສົມບັດລວມຂອງພວກເຮົ. ພາຍໃຕ້ການຊີ້ນຳນຳພາຂອງທ່ານ, ພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ ບັນລຸຜົນງານທີ່ໜ້າຮັບຮູ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ກຳລັງແຮງຮອບດ້ານຂອງ ຫວຽດນາມ ນັບມື້ນັບໄດ້ຍົກູງຂຶ້ນ. ບັນດາຜົນງານດັ່ງກ່າວບໍ່ ພຽງແຕ່ສະແດງໃຫ້ເຫັນຜ່ານບັນດາົວເລກສະຖິຕິເທົ່ານັ້ນ, ຫາກຍັງຜ່ານບັນດາຄວາມຮູ້ສຶກທີ່ແທ້ຈິງກ່ຽວກັບຄວາມຜາສຸກຂອງປະຊາຊົນອີກດ້ວຍ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ  - ảnh 2ທີ່ກອງປະຊຸມສະຫຼຸບ
(ພາບ: TTXVN)

ເພື່ອນ ທິດາ ກິດຈະເລີນ, ພວມດຳລົງຊີວິດຢູ່ແຂວງ ຄຳມ່ວນ, ໄດ້ສົ່ງຂໍຄວາມຜ່ານ Facebook ຢາກຮູ້ຂໍ້ມູນວ່າ ປະຈຸບັນ, ຈຳນວນນັກສຶກສາ ລາວ ພວມຮ່ຳຮຽຢູ່ ຫວຽດນາມ ແມ່ນເທົ່າໃດ?

ເພື່ອນ ທິດາ ກິດຈະເລີນ ທີ່ຮັກແພງ, ທ່ານ ປອ ຄຳຕັນ ສົມວົງ - ທີ່ປຶກສາຝ່າຍສຶກສາ ແລະ ວັດທະນະທຳ, ສະຖານທູດ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ໃນສົກຮຽນ 2023 – 2024 ຈຳນວນນັກສຶກສາ ລາວ ພວມຮ່ຳຮຽນຢູ່ບັນດາຮາກຖານການສຶກສາ, ບຳລຸງສ້າງຢູ່ 54 ແຂວງ, ນະຄອນຂອງ ຫວຽດນາມ ແມ່ນ 10.190 ຄົນ. ຈຳນວນນັກຮຽນທຶນລັດຖະບານລະຫວ່າງ 2 ປະເທດແມ່ນ 3.417 ຄົນ, ບັນດາແຂວງແຮກສ່ຽວແມ່ນ 4.244 ຄົນ, ທຶນສ່ວນຕົວແມ່ນ 1.058 ຄົນ ແລະ ບໍລິສັດອຸປະຖຳທຶນການສຶກສາແມ່ນ 141 ຄົນ. ຂົງເຂດ ແລະ ລະດັບການຮຽນຂອງນັກຮຽນ ລາວ ກໍ່ມີຫຼາຍຮູບຫຼາຍແບບ. ໃນນັ້ນ, ມີນັກຄົ້ນຄວ້າ 170 ຄົນ, ນັກຮຽນສະເພາະຂະແໜງ 20 ຄົນ, ປະລິນຍາໂທ 1.637 ຄົນ, ປະລິນຍາຕີ 5.976 ຄົນ, ຊັ້ນສູງ 1.427 ຄົນ, ກຽມພາສາ ຫວຽດ 1.342 ຄົນ ແລະ ຮຽນລະດັບວັດທະນະທຳ 531 ຄົນ. ປະຈຸບັນ, ຫວຽດນາມ ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນໃຫ້ແກ່ລາວ ຫຼາຍທີ່ສຸດໃນບັນດາປະເທດ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາ ໃນກອງປະຊຸມສະຫຼຸບວຽກງານບຳລຸງສ້າງ ແລະ ຄຸ້ມຄອງນັກສຶກສາ ລາວ ສົກຮຽນ 2023 – 2024 ແລະ ແຜນການສົກຮຽນ 2024 – 2025 ຢູ່ ຫວຽດນາມ, ໂດຍສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ມະຫາວິທະຍາໄລ ກິວລອງ (ແຂວງ ວິງລອງ) ຈັດຂຶ້ນໃນວັນທີ 12 ກໍລະກົດ ຜ່ານມາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ  - ảnh 3 ເກາະ ຮ່ອນໂຄ ຍັງຮັກສາໄດ້ຈຸດຮົກເຮື້ອ, ທຳມະຊາດຢູ່
(ພາບ: .laodong.vn)

ໃນອາທິດຜ່ານມາ, ເພື່ອນ ວງມາລາ, ຢູ່ແຂວງ ຈຳປາສັກ ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບບັນດາຫາດຊາຍທະເລຢູ່ ກຸຍເຍິນ. ປະຈຸບັນ, ກຸຍເຍິນ ມີຫາດຊາຍທະເລຈັແຫ່ງ ແລະ ຫາດຊາຍທະເລໃດມີນ້ຳສີຟ້າໃສທີ່ສຸດ, ເໝາະກັບການດຳນ້ຳຊົມປະກາລັງ?

ເພື່ອນ ດວງມາລາ ທີ່ຮັກແພງ, ກຸຍເຍິນ ໄດ້ຮູ້ຈັກເຖິງດ້ວຍນະຄອນທະເລ, ມີຫຼາຍຫາດຊາຍທະເລທີ່ສວຍງາມແບບປະຖົມປະຖານ ແລະ ດຶງດູດໃຈ. ໃນນັ້ນ, ຕາມການຕີລາຄາຂອງເວັບໄຊທ່ອງທ່ຽວຈຳນວນໜຶ່ງ, ຄື: mia.vn, traveloka.com…ແລ້ວ, ກຸຍເຍິນ ມີຫາດຊາຍທະເລປະມານ 10 ແຫ່ງທີ່ໄດ້ຮັບການຕີລາຄາວ່າ ສວຍງາມ, ທິວທັດທຳມະຊາດດຶງດູດແຂກທ່ອງທ່ຽວ.

ໜຶ່ງໃນບັນດາຫາດຊາຍທະເລທຳອິດເຊິ່ງແຂກທ່ອງທ່ຽວເວົ້າເຖິງນັ້ນແມ່ນ ເກາະ ຮ່ອນໂຄ, ຫ່າງຈາກ ກຸຍເຍິນ ປະມານ 16 ກມ. ຫາດນີ້ຍັງຮັກສາໄດ້ຈຸດຮົກເຮື້ອ, ທຳມະຊາດຢູ່. ບໍ່ພຽງແຕ່ມີນ້ຳສີຟ້າໃສເທົ່ານັ້ນ, ຫາກເຂດເກາະຍັງມີບັນດາປະກາລັງຢູ່ອ້ອມເກາະທີ່ມີຫຼາຍສີສັນອີກດ້ວຍ. ການດຳນ້ຳຊົມປະກາລັງໄດ້ກາຍເປັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເກາະ ຮ່ອນໂຄ. ພ້ອມກັນນັ້ນ, ແຂກທ່ອງທ່ຽວ ຍັງໄດ້ຮັບປະທານບັນດາເຍື່ອງອາຫານທະເລສົດໆໂດຍປະຊາຊົນຢູ່ແຫ່ງນີ້ປຸງແຕ່ງອີກດ້ວຍ, ພິເສດແມ່ນ “ບັນແຊ່ວອາຫານທະເລ”.

ເພື່ອໃຫ້ມີຄວາມສະດວກແກ່ການໄປທ່ອງທ່ຽວ, ເພື່ອນຈົ່ງມາແຫ່ງນີ້ໃນລະດູຮ້ອນ, ລະອຽດແມ່ນແຕ່ເດືອນ ມີນາ ຫາເດືອນ ກັນຍາ. ເຖິງວ່າແມ່ນລະດູຮ້ອນ, ແຕ່ອາກາດຢູ່ແຫ່ງນີ້ກໍ່ບໍ່ຮ້ອນຫຼາຍ, ບໍ່ມີຝົນຕົກ, ນ້ຳທະເລມີສີຟ້າໃສ ເຊິ່ງເໝະສົມກັບການພັກຜ່ອນຫຼາຍມື້. ນີ້ກໍ່ແມ່ນຈຸດເວລາທີ່ໄດ້ຈັດງານບຸນປະເພນີຂອງ ກຸຍເຍິນ ຫຼາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ