​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູຮ້ອນຢູ່​ຮ່າ​ໂນ້ຍ

(VOVWORLD) - ໄຊຊະນະ ວັນທີ 30 ເມສາ 1975 ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນມະຫາໄຊອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ນີ້ກໍ່ແມ່ນໄຊຊະນະລວມຂອງທັງສາມປະເທດ ອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ

ອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 463 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 25 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບບາງຄຳຖາມໂດຍທ່ານຜູ້ຟັງໄດ້ສົ່ງມາ VOV 5 ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູຮ້ອນຢູ່​ຮ່າ​ໂນ້ຍ - ảnh 1ພາບປະກອບ

ທ່ານ Juan Diez ມາຈາກ ແອັດສະປາຍ ໄດ້ອວຍພອນວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ: “ນະຄອນໂຮ່ຈີມິນ ທີ່ມີສະເໜ່, ຄ້າຍຄືກັນກັບຜູ້ສາວທີ່ສວຍງາມໃນວັນບຸນໃຫຍ່ ນຸ່ງຊຸດທີ່ມີຫຼາຍສີສັນພົ້ນເດັ່ນທີ່ສຸດ, ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນເພື່ອຕ້ອນຮັບວັນບຸນໃຫຍ່ຂອງຊົນຊາດ - ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ປະຊາຊົນນະຄອນມີຄວາມເບີກບານມ່ວນຊືນທີ່ສຸດ, ຮ່ວມແຮງຮ່ວມໃຈກັບບັນດາບາດກ້າວທີ່ໝັ້ນແກ່ນຂອງກອງເດີນສວນສະໜາມ, ສາຍຕາທີ່ມິດຈິດມິດໃຈຂອງການນຳ, ກໍ່ຄືການມີໜ້າຂອງບັນດາຄະນະຜູ້ແທນສາກົນ - ທຸກສິ່ງທຸກຢ່າງໄດ້ເຕົ້າໂຮມກັນເພື່ອແບ່ງປັນຄວາມຜາສຸກທີ່ສັກກະລະບູຊານັ້ນ ກັບປະຊາຊົນ ຫວຽດນາມ ໃນວັນທ້ອນໂຮມປະເທດເປັນເອກະພາບ”.

ຈາກ Bolivia, ທ່ານ Mario Munoz Mendoza ແບ່ງປັນວ່າ: “ອາທິດຜ່ານມາເມື່ອໄດ້ເບິ່ງບັນດາບົດສາລະຄະດີພາບທີ່ໄດ້ເອົາລົງໃນເວັບໄຊ vovworld.vn ທີ່ເວົ້າເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຂ້າພະເຈົ້າເຫັນວ່າ, ນະຄອນໂຮ່ຈີມິນ ຫົວໃຈທາງທິດໃຕ້ຂອງ ຫວຽດນາມ - ຄືໄດ້ຫົ່ມເສຶ້ອໃໝ່ທີ່ສວຍງາມ. ບັນດາຖະໜົນຫົນທາງເຕັມໄປດ້ວຍສີແດງຂອງທຸງຊາດ, ປະສົມປະສານກັບຄຳຂວັນ, ປ້າຍໂຄສະນາທີ່ມີຫຼາກຫຼາຍສີສັນ, ເຂັ້ມຂົ້ນໄປດ້ວຍຈິດໃຈຮັກຊາດ. ທົ່ວນະຄອນກາຍເປັນເວທີທີ່ມີຊີວິດຊີວາ, ເຊິ່ງແມ່ນສະຖານທີ່ແຫ່ງຄວາມເອກອ້າງທະນົງໃຈຂອງຊາດ ໄດ້ປະກາຍຜ່ານລົມຫາຍໃຈ, ສາຍຕາ ແລະ ຮ້ອຍຍິ້ມຂອງປະຊາຊົນແຕ່ລະຄົນ. ຈາກບ່ອນທີ່ຢູ່ຫ່າງໄກ, ດ້ວຍຈິດໃຈຂອງຕົນ, ພວກຂ້າພະເຈົ້າ - ສະໂມສອນຄົ້ນຄ້ວາ Rene Zavaleta - ຂໍຝາກນ້ຳໃຈທີ່ອົບອຸ່ນ, ກໍ່ຄືຄຳອວຍພອນທີ່ຈິງໃຈທີ່ສຸດເຖິງປະຊາຊົນ ຫວຽດນາມ. ຂໍອວຍພອນ ຫວຽດນາມ - ປະເທດຂອງຄວາມອົງອາດກ້າຫານ, ຂອງຄວາມຫວັງສັນຕິພາບ ແລະ ປະເທດຂອງອະນາຄົດທີ່ສົດໃສ” .

ທ່ານ ດວງໃຈ ມາຈາກນະຄອນຫຼວງວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍແບ່ງປັນວ່າ: ໄຊຊະນະ ວັນທີ 30 ເມສາ 1975 ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນມະຫາໄຊອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ນີ້ກໍ່ແມ່ນໄຊຊະນະລວມຂອງທັງສາມປະເທດ ອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບສາມປະເທດ ອິນດູຈີນ, ແມ່ນປະຖົມປັດໄຈເພື່ອໃຫ້ ລາວ ລຸກຮື້ຂຶ້ນຍາດເອົາສິດອຳນາດການປົກຄອງ. ອີງຄັ້ງໜຶ່ງ ຂ້າພະເຂົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອໃຫ້ພວກເຮົາໄດ້ດຳລົງຊີວິດໃນຍຸກສະໄໝສັນຕິພາບປັດຈຸບັນ.

ທ່ານ ຄຳພັນ ມາຈາກແຂວງ ຊຽງຂວາງ, ລາວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຍາມລະດູຮ້ອນຢູ່ຮ່າໂນ້ຍ.

ເພື່ອນ ຄຳພັນ ທີ່ຮັກແພງ! ຮ່າໂນ້ຍ ແມ່ນສະຖານທີ່ດຶງດູດໃຈສຳລັບແຂກທ່ອງທ່ຽວ, ຮ່າໂນ້ຍບໍ່ພຽງແຕ່ມີຫຼາຍສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເທົ່ານັ້ນ ຫາກຍັງແມ່ນອູ່ຂອງພື້ນຖານອາຫານການກິນ ຫວຽດນາມ ດ້ວຍອາຫານທີ່ແຊບນົວຫຼາຍເຍື່ອງ. ເມື່ອແວ່ຢາມນະຄອນຫຼວງຍາມລະດູຮ້ອນ,  ບໍ່ແມ່ນຜູ້ໃດກໍ່ຮູ້ບັນດາເຍື່ອງອາຫານທີ່ແຊບ ແລະ ເໝາະສົມກັບອາກາດ, ຕໍ່ໄປນີ້, ລາຍການພາກພາສາລາວ ຈະແນະນຳເຖິງທ່ານຜູ້ຟັງ ບາງເຍື່ອງອາຫານຍາມລະດູຮ້ອນຢູ່ຮ່າໂນ້ຍ ເຊິ່ງມີແຕ່ຊາວທ້ອງຖິ່ນຈຶ່ງຮູ້ຈັກເຖິງ.

​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູຮ້ອນຢູ່​ຮ່າ​ໂນ້ຍ - ảnh 2ເຂົ້າປຸ້ນຫອຍ (ພາບ: internet)

ທີໜຶ່ງ ກະແລມ ຈ່າງຕຽນ: ກະແລມ ຈ່າງຕຽນ ແມ່ນສິ່ງທີ່ບໍ່ແປກສຳລັບຊາວນະຄອນຫຼວງ ເວົ້າສະເພາະ ແລະ ແຂກທີ່ມາຈາກທົ່ວທຸກສາລະທິດ ເວົ້າລວມ. ດ້ວຍມູນເຊື້ອໃນການຜະລິດ ແລະ ຄ້າຂາຍກະແລມມາເປັນເວລາກ່ວາ 60 ປີ, ຈ່າງຕຽນ ຢັ້ງຢືນໄດ້ຖານະບົດບາດຂອງຕົນຄືເຍື່ອງທີ່ບໍ່ສາມາດຂາດໄດ້ຍາມລະດູຮ້ອນຢູ່ຮ່າໂນ້ຍ.

ທີສອງ ເຕົ້າຮ້ວຍ: ເວົ້າເຖິງລະດູຮ້ອນຢູ່ຮ່າໂນ້ຍ ແມ່ນຕ້ອງຄິດເຖິງ ເຕົ້າຮ້ວຍ ທີ່ມີກີ່ນຫອມຫວນຂອງ ດອກມະລິ. ເຍື່ອງອາຫານທີ່ເຢັນໆນີ້ໄດ້ຊ່ວຍບັນເທົາຄວາມຮ້ອນຂອງແດດຍາມຕອນບ່າຍ, ຄວາມອິດເມື່ອຍຢູ່ນະຄອນທີ່ມີຄົນຄັບຄາໜາແໜ້ນ. ມາຮ່າໂນ້ຍ ຍາມລະດູຮ້ອນ ແຕ່ບໍ່ກິນເຍື່ອງອາຫານນີ້, ອາດຈະແມ່ນສິ່ງທີ່ຜິດພາດສຳລັບບໍ່ວ່າຜູ້ໃດທີ່ຢາກຊອກຮູ້ວັດທະນະທຳອາຫານການກິນຂອງນະຄອນຫຼວງ.

ທີສາມເຂົ້າປຸ້ນຫອຍ: ເຂົ້າປຸ້ນຫອຍທີ່ຫອມແຊບ, ກິນກັບແຈ່ວທີ່ສົ້ມໆຫວານໆເຜັດໆ ດັ່ງນັ້ນພຽງແຕ່ກິນເທື່ອໜຶ່ງກໍ່ຮູ້ສຶກມັກເລີຍ. ເພື່ອນອາດສາມາດກິນເຍື່ອງອາຫານນີ້ຢູ່ບັນດາສະຖານທີ່ທີ່ມີຊື່ສຽງຢູ່ ຮ່າໂນ້ຍ ຄື ເຂົ້າປຸ້ນຫອຍ ຝູ່ດົງທຽນເວືອງ, ເຂົ້າປຸ້ນຫອຍ ປ້າລານ, ເຂົ້າປຸ້ນຫອຍ ເຮວ. ຫອຍໂຕຕຸ້ຍໆ, ມັນໆ, ກອບໆ ກິນກັບນ້ຳແຈ່ວເຮັດໃຫ້ເຍື່ອງອາຫານນີ້ມີຄວາມດູດດື່ມ. ຢ່າລືມກິນເຍື່ອງອາຫານນີ້ເມື່ອມາ ຮ່າໂນ້ຍ ເດີ.

ທີສີ່ ໝາກເສົາແຊ່ນ້ຳຕານ: ໝາກເສົາແມ່ນໝາກໄມ້ທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ, ຕິດພັນກັບຊາວຮ່າໂນ້ຍ. ໝາກເສົາແຊ່ນ້ຳຕານແມ່ນເຄື່ອງດື່ມທີ່ມີຫຼາຍຄົນນິຍົມຊົມຊອບ, ພິເສດແມ່ນໃນຊຸມວັນທີ່ຮ້ອນເອົ້າຍາມລະດູຮ້ອນ. ນອກຈາກມີຜົນປະໂຫຍດຊ່ວຍຜ່ອນຄາຍຄວາມຮ້ອນ, ເສົາແຊ່ນ້ຳຕານ ຍັງມີລົດຊາດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ. ດ້ວຍລົດຊາດສົ້ມໆຫວານໆ ພ້ອມກັບນ້ຳຕານຂ້ຽວ ແນ່ນອນວ່າຈະດຶງດູດໃຈຂອງແຂກທ່ອງທ່ຽວຫຼາຍຄົນ .

ທີຫ້າເຝີພັນ: ເຝີພັນແມ່ນເຍື່ອງອາຫານທີ່ມີຊື່ສຽງຂອງຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ແຊບ ແລະ ດຶງດູດໃຈທີ່ສຸດ. ເຝີພັນໄດ້ເຮັດຈາກແຜ່ນເຝີພັນກັບຊີ້ນງົວຂົ້ວ, ໝູຕົ້ມ, ກາຣົດ, ຢໍ່, ຜັກຫອມ…ກິນກັບແຈ່ວ. ເຍື່ອງອາຫານທີ່ມີທັງຊິ້ນ ແລະ ພັກ ແມ່ນເຍື່ອງອາຫານທີ່ດີໃຫ້ແກ່ລະດູຮ້ອນນີ້.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ