ປຸກລະດົມການເສັງ “ຊອກຮູ້ກ່ຽວກັບຫ້ອງ ອາຊຽນ - ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ”

(VOVWORLD) - ວັນທີ 1 ກໍລະກົດ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV). ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫ້ອງ ອາຊຽນ - VOV5” ທີ່ສະຫງວນໃຫ້ທ່ານຜູ້ຟັງ, ຜູ້ອ່ານຂອງຫ້ອງ ອາຊຽນ.

ລາງວັນເຊິ່ງລວມມີ:

-      ລາງວັນທີ 1: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 1 + ວິທະຍຸໜ່ວຍໜຶ່ງ

-      ລາງວັນທີ 2: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 2 + ວິທະຍຸໜ່ວຍໜຶ່ງ

-      ລາງວັນທີ 3: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 3 + ວິທະຍຸໜ່ວຍໜຶ່ງ

-      ນອກຈາກນັ້ນແລ້ວ, ຜູ້ເຂົ້າຮ່ວມການເສັງທຸກຄົນກໍ່ໄດ້ຮັບຂອງຂວັນຈາກ VOV5.

ບັນດາຄຳຖາມມີຢູ່ດັ່ງນີ້:

1 - ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ລວມມີບັນດາລາຍການກະຈາຍສຽງໃດແດ່? ຄໍລຳພິເສດຂອງຫ້ອງ ອາຊຽນ ແມ່ນລາຍການໃດ?

2 - ເພື່ອນຕີລາຄາຄືແນວໃດກ່ຽວກັບຄໍລຳພິເສດຂອງຫ້ອງ ອາຊຽນ?

3 - ມີເທົ່າໃດຄົນເຂົ້າຮ່ວມການເສັງນີ້?

ເວລາຮັບບົດເສັງນັບແຕ່ວັນທີ 21 ພຶດສະພາ 2018 ແລະ ສິ້ນສຸດລົງໃນວັນທີ 20 ມິຖຸນາ 2018. ບົດເສັງສົ່ງເຖິງ ອີແມວ: aseanvov5@gmail.com. ໝາກຜົນຂອງການເສັງຈະໄດ້ປະກາດໃນລາຍການກະຈາຍສຽງພິເສດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ (1 ກໍລະກົດ 2018). ທ່ານຜູ້ຟັງ, ຜູ້ອ່ານສາມາດຊອກຫາຄຳຖາມໃນລາຍການກະຈາຍສຽງ ແລະ ໃນແວບໄຊ vovworld.vn ຂອງພວກເຮົາ. ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຂໍອວຍພອນໃຫ້ທຸກໆທ່ານປະສົບຜົນສຳເລັດ.

                                                                                                  ຂໍຂອບໃຈ

ຕອບກັບ

ຂ່າວ/ບົດ​ອື່ນ