ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 547 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ວຽກງານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຂອງພັກ, ລັດໄດ້ນຳມາເຊິ່ງຄວາມໝາຍມະນຸດສະທຳຫຼາຍຢ່າງ
(ພາບ: VGP)
|
ເພື່ອນ ວິໄລວັນ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຍັງລາຍການ, ດ້ວຍເນື້ອໃນທີ່ວ່າ: “ຜ່ານຂ່າວທີ່ເອົາລົງໃນເວັບໄຊ VOV5, ຂ້າພະເຈົ້າເຫັນວ່າ ເລື່ອງ ຫວຽດນາມ ປະຕິບັດແຜນນະໂຍບາຍຂອງພັກ, ລັດ ໃນວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນຕະຫຼອດ 78 ປີຜ່ານມາ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ລະບົບຂໍ້ກຳນົດກົດໝາຍ, ນະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດກໍ່ນັບມື້ນັບໄດ້ຮັບການສ້າງໃຫ້ສົມບູນແບບ; ເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ຮັບການເປີດກວ້າງ; ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ... ນອກນັ້ນ, ບັນດາວຽກງານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຂອງພັກ, ລັດ ຊ່ວຍເຫຼືອໃຫ້ແກ່ບັນດາຄອບຄົວທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເຊິ່ງ ຫວຽດນາມ ທີ່ພວມປະຕິບັດໄດ້ນຳມາເຊິ່ງຄວາມໝາຍມະນຸດສະທຳຫຼາຍຢ່າງ. ຂ້າພະເຈົ້າຂໍອວຍພອນໃຫ້ ຫວຽດນາມ ນັບມື້ນັບພັດທະນາຢ່າງວັດທະນາຖາວອນ, ປະຊາຊົນອ່ີມໜຳສຳລານ, ມີຄວາມຜາສຸກ”.
ເພື່ອນ ແສງ ດາວົງ, ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມມາຫາລາຍການ, ແບ່ງປັນວ່າ: “ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນແຫຼ່ງສະໜອງຂໍ້ມູນທີ່ລ້ຳຄ່າ, ຊ່ວຍໃຫ້ຜູ້ຟັງ, ຜູ້ອ່ານຫຼາຍຄົນຊອກຮູ້ໄດ້ຫຼາຍແງ່ມູມທີ່ເປັນຫຼາຍຮູບຫຼາຍແບບຂອງ ຫວຽດນາມ, ພ້ອມກັນນັ້ນ, ກໍອັບເດດບັນດາເຫດການ ແລະ ການເຄື່ອນໄຫວສຳຄັນໃຫ້ຜູ້ຟັງ. ໜຶ່ງໃນບັນດາຈຸດທີ່ດຶງດູດໃຈທີ່ສຸດໃນບັນດາລາຍການຂອງ VOV ແມ່ນຄວາມສາມາດສົ່ງຂໍ້ມູນມໍລະດົກວັດທະນະທຳທີ່ອຸດົມສົມບູນຂອງ ຫວຽດນາມ ຢ່າງມີຊີວິດຊີວາ, ນຳມາໃຫ້ຜູ້ຟັງເຊິ່ງໂອກາດທີ່ພິເສດເພື່ອຄົ້ນຫາມູນເຊື້ອ, ວັດທະນະທຳພື້ນເມືອງ ກໍຄືບັນດາບາດກ້າວພັດທະນາທີ່ທັນສະໄໝຂອງ ຫວຽດນາມ”.
ເພື່ອນ Bosu ສົ່ງຈົດໝາຍມາຈາກ ອິນເດຍ, ໄດ້ເນັ້ນໜັກເຖິງການພົວພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ອິນເດຍ ແລະ ການສະໜັບສະໜູນຂອງປະຊາຊົນ ອິນເດຍ ທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຕະຫຼອດໄລຍະສົງຄາມ. “ໃນຊຸມມື້ປະຕິວັດຂອງສົງຄາມຕໍ່ສູ້ປົດປ່ອຍຊາດແຕ່ປີ 1945 ຮອດປີ 1975, ປະຊາຊົນ Kolkata ໄດ້ເຕົ້າໂຮມກັນຢູ່ທາງຫຼັງ ຫວຽດນາມ, ຮ້ອງໂຮຄຳຂວັນດ້ວຍພາສາ Bengal ກັບຮູບພາບປະທານ ໂຮ່ຈິມິນ ສະແດງໃຫ້ເຫັນຈິດໃຈສາມັກຄີກັນ”.
ເພື່ອນ ຄຳສີ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນຂໍ້ມູນທີ່ວ່າ: “ຫວ່າງມໍ່ໆມານີ້, Kingsport ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດພິທີມອບ - ຮັບເຄື່ອງອຸປະກອນການແພດໃຫ້ແກ່ບັນດາແຂວງທາງພາກໃຕ້ຂອງ ລາວ. ການເຄືຶ່ອນໄຫວດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ 4 ແຂວງ, ຄື: ຈຳປາສັກ, ອັດຕະປື, ເຊກອງ ແລະ ສາລະວັນ. ຕາມນັ້ນແລ້ວ, ມີເຄື່ອງອຸປະກອນການແພດນັບຮ້ອຍຢ່າງໄດ້ມອບໃຫ້ບັນດາແຂວງ, ສຸກສາລາ ຂັ້ນຮາກຖານ ເພື່ອຈຸດປະສົງປະກອບສ່ວນປັບປຸງເງື່ອນໄຂເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.
ໃນຈຳນວນເຄື່ອງອຸປະກອນ 120 ຢ່າງທີ່ໄດ້ມອບຢູ່ໂຮງໝໍແຂວງ ຈຳປາສັກ ໂດຍກົງແລ້ວ, ຈຳນວນທີ່ຍັງເຫຼືອໄດ້ຈັດແບ່ງໄປ 3 ແຂວງທີ່ຍັງເຫຼືອເທົ່າກັນ. ທີ່ພິທີມອບ - ຮັບ, ຫົວໜ້າໂຮງໝໍແຂວງ ຈຳປາສັກ ໃຫ້ຮູ້ວ່າ, ນີ້ແມ່ນການໜູນຊ່ວຍທີ່ຖືກເວລາສຳລັບທ້ອງຖິ່ນ. ບັນດາເຄື່ອງອຸປະກອນດັ່ງກ່າວບໍ່ພຽງແຕ່ຕອບສະໜອງຖືກຕ້ອງຕາມຄວາມຕ້ອງການຕົວຈິງຢູ່ຮາກຖານການແພດເທົ່ານັ້ນ, ຫາກຍັງສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງຈາກຝ່າຍ ຫວຽດນາມ ອີກດ້ວຍ. ຕາມຂ້າພະເຈົ້າແລ້ວ, ນີ້ແມ່ນການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍ ແລະ ມະນຸດສະທຳຈາກບັນດາອົງການ, ສ່ວນບຸກຄົນຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ປະຊາຊົນ ລາວ”.
ກອງທັບ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
(ພາບ: tienphong.vn)
|
ເພື່ອນ ສຸພະພອນ, ຢູ່ແຂວງ ອັດຕະປື, ໄດ້ສົ່ງຂໍ້ຄວາມມາທາງ Facebook, ດ້ວຍເນື້ອໃນທີ່ວ່າ: “ເດືອນ ເມສາ ຜ່ານມາ, ບັນດາກອງທັບ ຈີນ, ລາວ, ກຳປູເຈຍ ໄດ້ເຂົ້າຮ່ວມພິທີເດີນສວນສະໜາມ, ສະແດງກ້ອນກຳລັງລະດັບຊາດທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ນີ້ແມ່ນວຽກງານສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງບັນດາປະເທດເວົ້າລວມ ແລະ ລະຫວ່າງ ລາວ - ຫວຽດນາມ ເວົ້າສະເພາະ. ຂ້າພະເຈົ້າກໍ່ໄດ້ຮັບຂ່າວວ່າ, ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ, ລາວ ກໍແມ່ນໜຶ່ງໃນຈຳນວນປະເທດທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເຫດການດັ່ງກ່າວ. ນອກນັ້ນ, ຂ້າພະເຈົ້າຢາກຊອກຮູ້ວ່າ, ມີປະເທດໃດແດ່ທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເຫດການທີ່ຈະມາເຖິງນີ້. ຂໍຂອບໃຈ”.
ເພື່ອນ ສຸພະພອນ ທີ່ຮັກແພງ, ເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍເຊື້ອເຊີນລັດຖະມົນຕີກະຊວງປ້ອງກັນປະເທດຂອງ 8 ປະເທດ, ລວມມີ: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ຈັດສົ່ງກ້ອນກຳລັງເຂົ້າຮ່ວມການເດີນຂະບວນສວນສະໜາມທີ່ພິທີສະເຫຼີມສະຫຼອງ. ພິທີສະເຫຼີມສະຫຼອງແມ່ນໂອກາດເພື່ອຕອບບຸນແທນຄຸນການສະໜັບສະໜູນ, ໜູນຊ່ວຍຂອງເພ່ືອນມິດສາກົນ, ປະຊາຊົນຜູ້ກ້າວໜ້າໃນໂລກ - ປັດໄຈສຳຄັນສ້າງຜົນສຳເລັດຂອງການປະຕິວັດເດືອນ ສິງຫາ ກ່ອນນີ້ ແລະ ຫວຽດນາມ ໃນປະຈຸບັນ