ພວກຂ້າພະເຈົ້າຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ

ໃນ​​​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ຫວຽດນາມພາກ​ພາສາ​ລາວ ​ໄດ້​ຮັບ​ຈົດໝາຍ​, email ຫລາຍ​ສະບັບ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ​ໃນ​ຈົດໝາຍ, ບັນດາ​ທ່ານ​ຜູ້​ຟັງ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງ​ແຕ່ລະ​ຄໍ​ລຳ​ໃນ​ລາຍການ ​ແລະ ຢາກ​ຮູ້​ຂໍ້​ມູນ​ຂ່າວກ່ຽວ​ກັບ​ນະຄອນຫລວງ ຮ່າ​ໂນ້ຍ. ​ໃນ​ລາຍການ​ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ ​ແລະຕອບ​ບາງຄຳ​ຖາມ​​ຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ​                                                   

        ​ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ, ​ເພື່ອນ​ ສີ​ພອນ ຢູ່ ​ແຂວງ ບໍ​ແກ້ວໄດ້​ເວົ້າ​ວ່າ: ນ້ອງ​ຕິດ​ຕາມ​ບັນດາ​ຄໍ​ລຳ​ໃນ​ລາຍການ​ກະ​ຈາ​ຍສຽງ​ພາກ​ພາສາ​ລາວ​ເປັນ​ປະຈຳ, ພິ​ເສດ ​ແມ່ນ​ລາຍການ​ຊາຍ​ຄາ​ອາ​ຊຽນ. ຜ່ານ​ຄໍ​ລຳ​ນີ້ ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ​ກຸ່ມ ອາ​ຊຽນ ກໍ​ຄື​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຂດ​ພາກ​ຢູ່​ປະ​ເທດ​ສະມາຊິກ​ ອາ​ຊຽນຈຳນວນ​ຫນຶ່ງ. ​ໃນ​ອາທິດ​ຜ່ານ​ມາ, ພາຍຫລັງ​ໄດ້​ຮັບ​ຊົມ​ຄໍ​ລຳ​ “ຊາຍ​ຄາ​ອາ​ຊຽນ” ຜ່ານ​ຫນ້າ​ເວັບ vov5 ​ໂດຍ​ຂຽນ​ກ່ຽວ​ກັບ“ວັນ​ສາຍຮູບ​ເງົາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້- ຂົວ​ຕໍ່​ພົວພັນ​ແລກປ່ຽນ​ວັດທະນະທຳ ອາ​ຊຽນ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ ​ມາ​ຈາກ ອິນ​​ໂດ​ເນ​ເຊຍ, ກຳປູ​ເຈຍ, ມຽນມາ, ​ໄທ ​ແລະ ຫວຽດນາມ. ຜ່ານ​ບົດ​ຂຽນ​ນີ້, ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ມີ​ຮູບ​ເງົາ​ມ່ວນ​ຫລາຍ​​ເລື່ອງ​ຂອງ​ບັນດາ​ຜູ້​ກຳກັບ​ການສະ​ແດງ​ຫນຸ່ມ ອາ​ຊຽນ ຖືກ​ນຳມາສາຍ​ໃນ​ໂອກາດ​ນີ້​ເພື່ອ​ແນະນຳ​ໃຫ້​ຜູ້​ຊົມ​ຫວຽດນາມ. ຮູບ​ເງົາ​ແຕ່​ລະ​ເລື່ອງ​ມີ​ເນື້ອ​ໃນ ​ແລະ ສານ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ທັງ​ໝົດ​ເຫລົ່າ​ນັ້ນ ລ້ວນ​ແຕ່​ສ່ອງ​ແສງ​ບັນດາ​ບັນຫາ​ຕົວ​ຈິງ​ໃນຊີວິ​ດການ​ເປັນ​ຢູ່. ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ໄລຍະ​ຈະມາ​ເຖິງ, ​ເຫດການ​ວັດທະນະທຳ​ນີ້ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ລາວ ​ເພື່ອ​ໃຫ້​ຜູ້​ຊົມ​ລາວ​ໄດ້​ຮັບ​ຊົມ​ບັນດາ​ຮູບ​ເງົາ​ມ່ວນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ພວກຂ້າພະເຈົ້າຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ - ảnh 1

        ​ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ, ​ເພື່ອນ ພອນ​ທະວີ ຢູ່ ​ແຂວງ ສາລາ​ວັນ ​ເວົ້າ​ວ່າ: ​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ​ໄດ້​ແນະນຳ​ບົດ​ທ່ີ​ມີ​ຫົວ​ຂໍ້​ວ່າ: “ຄຸນ​ຄ່າ​ປື້​ມບູຮານ​ຂອງ​ຊາວ​ເຜົ່າ​ຢາ​ວ” ​ແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​​ຮູ້ສຶກ​ແປກ​ປະຫລາດ, ບໍ່​ຄິດ​ວ່າ ຊາວ​ເຜົ່າ​ຢາ​ວ ຢູ່ ຫວຽດນາມ ສາມາດ​ຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ສຳຄັນ​ຄື​ແນວ​ນັ້ນ. ​ແຕ່​ລະ​ບ້ານ​ຂອງ​ຊາວ​ເຜົ່າ​ຢາ​ວ​ໃນ​ເມ່ືອ​ກ່ອນ​ຄື​ດັ່ງ​ຫໍສະຫມຸດ​ຂະຫນາດ​ນ້ອຍ​ເພ່ືອ​ຮັກສາ​ບັນດາ​ປື້​ມບູຮານ. ​ແຕ່​ລະ​ວົງ​ຕະກຸນ, ​ແຕ່​ລະ​ຄອບຄົວ​ລ້ວນ​​ແຕ່​ມີ​ປື້​ມປະຫວັດ​ວົງ​ຕະກຸນ​ເພື່ອ​ບັນທຶກ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ວົງ​ຕະກຸນ​ຕົນ. ນອກ​ນັ້ນ ປື້​ມບູຮານ ​ຍັງ​ແມ່ນ​ເຄື່ອງມື​ເພື່ອ​ສອນ​ບົດຮຽນ​ກ່ຽວ​ກັບ​ການ​ປະ​ພຶດ​ໃນ​ການ​ພົວພັນ​ໃນ​ສັງຄົມ, ບັນດາ​ຄວາມ​ຮູ້​ກ່ຽວ​ກັບ​ດິນ​ຟ້າ​ອາກາດ, ການ​ເລືອ​ກ​ເຟັ້ນທີ່​ດິນ​ປູກຝັງ, ການ​ຢາ ​ແລະ ການ​ປິ່ນປົວ​ພະຍາດ​ຂອງ​ຊາວ​ເຜົ່າ​ຢາ​ວ. ນີ້​ແມ່ນ​ແຫ​ລ່ງ​ເອກະສານ​ອັນ​ລ້ຳ​ຄ່າ​ຢ່າງ​ແທ້​ຈິງ.

ພວກຂ້າພະເຈົ້າຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ - ảnh 2
ນັກທ່ອງທ່ຽວໄປຢ້ຽມຢາມຄຸ້ມເມືອງເກົ່າ ຮ່າໂນ້ຍ
ພາບ:internet

        ​ເພື່ອນ ບຸນ​ເຮືອງ ຢູ່ ​ແຂວງ ຄຳ​ມ່ວນ ສົ່ງ​ອີ​ແມວ ມາ​​ເຖິງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ​ໄລ​ຍະ​ຈະ​ມາ​ເຖິງ ນ້ອງ​ພ້ອມ​ກັບ​ຄອບຄົວ​​ມາ​ຢ້ຽມຢາມ ນະຄອນຫລວງ ຮ່າ​ໂນ້ຍ. ສະ​ນັ້ນ ​ເພື່ອ​ກະກຽມ​ໃຫ້​ລາຍການ​ທ່ອງ​ທ່ຽວ​ຂອງ​ຕົນ, ນ້ອງ​ຢາກ​ຮູ້​ກ່ຽວ​ກັບ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍຢ່າງ​ລະອຽດ​ກວ່າ. ພວກ​ອ້າຍ​ເອື້ອຍ​​ໃນ​ພາກ​ພາສາ​ລາວຊ່ວຍ​ນ້ອງ​​ແດ່.

        ​ເພື່ອນ​ບຸນ​ເຮ​ືອງທີ່​ຮັກ​ແພງ! ຄຸ້ມ​ເມື​ອງ​ເກົ່າ​ຮ່າ​ໂນ້ຍ ​ແມ່ນ​ຊື່​ເອີ້ນ​ຂອງ​ເຂດ​ຕົວ​ເມືອງ​ຫນື່ງ​ ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່ ຮ່າ​ໂນ້ຍ. ​ປຊຊ ຢູ່​ເຂດ​ນີ້ ສ່ວນ​ຫລາຍ​ແມ່ນຜະ​ລິດ​ເຄື່ອງ​ຫັດຖະກຳ ​ແລະ ຄ້າຂາຍ​ສິນຄ້າ, ສ້າງ​ເປັນ​ບັນດາ​ຖະໜົນ​ທີ່​ມີ​ອາຊີບ​ເປັນ​ເອກະລັກ​ສະ​ເພາະ. ຊື່​​ເອີ້ນຂອງ​​ຖະໜົນສາຍ​ຕ່າງ​ໆ​ຢູທີ່​ນີ້​​ແມ່ນຕິດ​ພັນ​ກັບ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ໄດ້​ຮັບ​ການ​ຜະລິດ​, ຕົວຢ່າງ​ຄື: Hàng Đường (ຮ່າງ​ເດືອ​ງ) ​ແປວ່າ ຖະໜົນ​ນ້ຳຕານ​ ຂາຍ​ປະ​ເພດ​ສິນຄ້າ​ທີ່​ເຮັດ​ດ້ວຍ​ນ້ຳຕານ,  Hàng Gà (ຮ່າງກາ) ​ແປ​ວ່າ​ຖະໜົນ​ໄກ່, ປຊຊ ຢູ່​ທີ່​ນີ້​ຂາຍສັດ​ປີກ​, Hàng Lược (ຮ່າງ​ເລືອກ) ​ແປ​ວ່າ ຖະໜົນ​ຫວີ ຂາຍ​ຫວີ​​ຊະນິດຕ່າງໆ. ຄຸ້ມ​ເມືອງ​ເກົ່າ   ຮ່າ​ໂນ້ຍ ຂຶ້ນ​ກັບ​ບໍລິ​ເວນ​ເມືອງ ຮວານ​ກຽມ ດ້ວຍ​​ເນື້ອ​ທີ່ທັງ​ໝົດ​ປະມານ 100 ​ເຮັກຕາ, ມີ​ຖະໜົນ 76 ສາຍ. ​ເຖິງ​ວ່າ ບັນດາ​ຄຸ້ມຖະໜົນ​ເກົ່າ​ຂອງ​ຮ່າ​ໂນ້ຍ ຍັງ​ຕັ້ງຢູ່​ນອກ​ເຂດ​ນີ້​ກໍ​ຕາມ, ​ແຕ່​ຍ້ອນ​ວ່າ ​ເຂດ​ນີ້​​ມີ​ຖະໜົນ​ເກົ່າ​ຫລາຍ​ສຸດ ​ແລະ ຍັງ​ຮັກສາ​ໄດ້​ບັນດາ​ຈຸດ​​ເອກະລັກ​ສະ​ເພາະ ສະ​ນັ້ນ ຄຸ້ມ​ເມືອງ​ເກົ່າພຽງ​ແຕ່​​ໄດ້​ຮັບ​ການ​ຮັກສາ, ປະຕິສັງຂອນ​ເທົ່າ​ນັ້ນ​. ​ຖ້າ​ມີ​ໂອກາດ​ມາ​ຢາມ​ຄຸ້ມ​ເມືອງ​ເກົ່າ, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ບັນດາ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ບັນດາ​ຫລັງຄາ​ເຮືອນ​ບູຮານ ຢູ່ ຖະຫນົນ​ຮ່າງ​ເດືອ​ງ, ຮ່າງ​ບາກ, ໝາ​ໄມ… ​ຊື່​ງໄດ້​ຮັບ​ການ​ກໍ່ສ້າງ​ນັບ​ແຕ່​ສັດຕະວັດ​ທີ່ 19. ​ ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ນັບ​ແຕ່​ສະ​ໄຫມລາຊະວົງຫລີ -​ເຈ​ີນ ​ແຕ່​ສັດຕະວັດ​ທີ 11 ຮອດ​ສັດຕະວັດ​ທີ່ 15. ​ເຂດ​ຊຸມ​ຊົນ​ດຳ​ລົງ​ຊີວິດ ​ແລະ ຄ້າຂາຍ​ຢ່າງ​ຄັບຄາ​ໜາ​ແຫນ້ນ​ນີ້ ຕັ້ງຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງກຸງ​​ເກົ່າ ທັງ​ລອງ ຈົນ​​ເຖິງໃກ້​ກັບ​ແມ່ນ້ຳ​ແດງ. ສະ​ໄຫມລາຊະວົງ ຫລີ ​ເຈີ​ນ, ປະຊາຊົນ ຈາກ​ບັນດາ​ໝູ່​ບ້ານ​ອ້ອມ​ຂ້າງ​ເຂດ​ທ່ົ່ງ​ພຽງ​ພາກ​ເໜືອ ​ໄດ້​ເຕົ້າ​ໂຮມ​ຢູ່​ເຂດ​ນີ້​ເພື່ອ​ດຳລົງ​ຊີວິດ, ສ້າງ​ເປັນ​ຄຸ້ມ​ເມືອງ​ທີ່​ຄັບຄາ​ຫນາ​ແຫນ້ນ​ທີ່​ສຸດ​ຢູ່​ເມືອງ​ຫລວງ ທັງ​ລອງ. ປະຈຸບັນ, ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ດູດ​ດື່ມ ສຳລັບ​ນັກ​ທ່ອງ​ທ່ຽວ​ຜູ້​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ທັງ​ລອງ-​ດົງ​ໂດ​ຮ່າ​ໂນ້ຍ.    

ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານຜູ້​ຟັງທີ່​ໄດ້​ຮັບ​ຟັງ​ລາຍ​ຂອງ​ພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍການ. ທ່ານ​ສາມາດ​ຮັບ​ຟັງ ​ແລະ ອ່ານ​ບັນດາ​ລາຍການ​ຂອງ​ພວກ​ເຮົາ ຜ່ານ​ຫນ້າ​ເວັບ: vov5.vn ຫລື vovworld.vn.

ທ່ານ​ຜູ້​ຟັງ​ສາມາດ​ສົ່ງ​ຈົດໝາຍ​ເຖິງ​ພວກ​ເຮົາ, ​ໂດຍ​ຈ່າຫນ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ເຮືອ​ນ​ເລກທີ 45 ຖະຫນົນ Ba Trieu Ha Noi, ຫລື​ໂທລະສັບມາ​ໂດຍ​ກົງ​ກໍ່​ໄດ້​ຕາມ​ເບີ: 0084-4-38256631. Email: Laovov@yahoo.com. ຂໍ​ຂອບ​ໃຈ​ຫລ່ວງ​ຫນ້າ​.

 ​ສຸດ​ທ້າຍ, ພວກ​ຂ້າພະ​ເຈົ້າ ຂໍ​ອວຍພອນ​​ໃຫ້​ທ່ານ​ຜູ້​ຟັງ​ຜູ້ອ່ານຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ