ລາວໂຄ ແລະ ປະທານໄກສອນ ພົມວິຫານ - ນ້ຳໃຈອັນຊາບຊຶ້ງ

ສຳລັບ​ຊາວ​ເຜົ່າ​ມົ້ງຢູ່​ບ້ານ​ລາວ​ໂຄ, ຕາ​ແສງ​ພຽງ​ຄວາຍ, ​ເມືອງ ອຽນ​ເຈົາ, ​ແຂວງ ​ເຊີນ​ລາ ​ແລ້ວ, ນັກ​ເຄື່ອນ​ໄຫວ​ປະຕິວັດ, ເລຂາທິກາ​ນໃຫຍ່, ປະທານ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄກສອນ ພົມວິ​ຫານ, ຍາມ​ໃດ​ກໍ​ແມ່ນ​ລູກ​ຫຼານ​ຂອງ​ຊາວບ້ານ. ​ເຖິງ​ວ່າ, ປະທານ​ ໄກສອນ ພົມ​ວິຫານ ​​ໄດ້​ເຖິງ​ແກ່​ມໍລະນະ​ກຳ ​​ແລະ ​ອຳ​ລາ​ຈາກ​ໂລກ​ໄປແລ້ວ​ກໍ​ຕາມ, ​ແຕ່​ຮູບ​ພາບ​ຂອງ​​ເພິ່ນ​ໃນຊຸມ​​ເດືອນປີ​​ແຫ່ງ​ການເຄື່ອນ​ໄຫວ​ປະຕິວັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມລຳບາກກາກ​ກຳ​ແຕ່​ອົງສະຫງ່າ​ລາສີ​ຂອງ​ເພິ່ນ​ພ້ອມກັບ​ການ​ອຸ້ມຊູຊ່ວຍ​ເຫຼືອ​ຂອງ​ປະຊາຊົນ​ບ້ານ​ລາວ​ໂຄ ຍັງ​ຄົງຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ທຸກ​ຄົນຢູ່​ທີ່​ນີ້.

ໃນຊາຍຄາ​ເຮືອນ​ຂອງ​ທ່ານ Trang A Lu, ລູກ​ຊາຍ​ຂອງ​ພໍ່​ເຖົ້າ ລາວ​ໂຄ, ​ເຈົ້າ​ຂອງ​ຄອບຄົວ​ທີ່ເຄີຍ​ເບິ່ງ​ແຍງ​ດູ​ແລ, ອຸ້ມຊູ​ຊ່ວຍ​ເຫຼືອ ທ່ານເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄກສອນ ພົມ​ວິຫານ ​ໃນ​ຊຸມ​ເດືອນ​ປີ​​ແຫ່ງ​ການຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຮູບ​ພາບ​ຂອງ​ປະທານ​ໂຮ່ຈີ​ມິນ ​ແລະ  ​ທ່ານເລຂາທິການ​ໃຫຍ່ ໄກສອນ ພົມ​ວິຫານ ຖືກ​ແຂວນ​ໄວ້ເທິງ​ແທ່ນ​ບູຊາ​ບັນພະບຸ​ລຸດຂອງ​ຄອບຄົວຢ່າງ​ສົມ​ກຽດ. ແຕ່ລະເທື່ອ​ເມື່ອ​ຈູ​ດ​ທູບ​ທຽນ​​ບູຊາ, ທ່າ​ນ Trang Lao Lu, ລູກ​ຊາຍກົກ​ຂອງ​ພໍ່​ເຖົ້າ ລາວ​ໂຄ, ປະຈຸ​ບັນ​​ໄດ້ມີອາຍຸ​ກ່ວາ 70 ປີ​ແລ້ວ, ກໍມີຄວາມຕື້ນຕັນ​ໃຈຫຼາຍ. ທ່ານ​ໃຫ​້ຮູ້​ວ່າ: ​ໃນຊຸມ​ປີ, 1946 - 1949, ທ່ານ Lu ມີອາຍຸ​ພຽງ​ແຕ່ 9, 10 ປີ ​ເທົ່າ​ນັ້ນ,​​ ​ແຕ່​ທ່ານ​ຍັງ​ຈື່​ໄດ້ວ່າເຄີຍມີ​​ຄົນ​ລາວຜູ້​ໜຶ່ງ ​ແມ່ນ​ເພື່ອ​ນຂອງ​ພໍ່​ລາວ​ໂຄ ​ໄດ້ມາອາໄສຢູ່​ເຮືອນ​ຂອງ​ຕົນ. ຈົນກວ່າ​​ເຕີບ​ໃຫຍ່ຂື້ນມາ, ທ່ານ​ຈຶ່ງ​ຮູ້​ໄດ້ວ່າ​ນັ້ນ​ແມ່ນ​ຜູ້ນຳ​ຂອງ​ການ​ປະຕິວັດ​ລາວ ​ທີ່ມາ ລາວ​ໂຄ​ເຄື່ອນ​ໄຫວ​ປະຕິວັດ. ຄາວ​ນັ້ນ, ພໍ່​ຂອງ​ທ່ານ Lu ທັງສວມ​ບົດບາດ​ແມ່ນ​ຜູ້​ຕິດ​ຕໍ່, ​ທັງ​ເປັນ​ຜູ້​ປົກ​ປ້ອງ​ຜູ້​ນຳ ​ໄກສອນ ອອກ​ຈາກ​ການ​ຊອກຫາ, ສືບສວນ​ຂອງ​ພວກ​ສັດຕູ. ​ໂດຍ​ຮັບ​ຮູ້​ຄຸນງາ​ມຄວາມ​ດີ​ຂອງ​ພໍ່​ເຖົ້າ ລາວ​ໂຄ, ທ້ອງ​ຖີ່​ນ​ໄດ້​ເອົາ​ຊື່​ຂອງ​ພໍ່​ເຖົ້າ​ຕ້ັງເປັນຊື່​ຂອງ​ບ້ານ​ເຜົ່າ​ມົ້ງ​ແຫ່ງ​ນີ້:

ລາວໂຄ ແລະ ປະທານໄກສອນ ພົມວິຫານ - ນ້ຳໃຈອັນຊາບຊຶ້ງ - ảnh 1
ທ່ານ Trang A Lu ແນະນຳກ່ຽວກັບບ້ານລາວໂຄ
(ພາບ:nhandan.org.vn)

“ຄາວ​ນັ້ນ, ນ້ຳ​ໃຈ​ຂອງ​ທ່ານ​ ​ໄກສອນ ກັບ​ ທ່ານ​ລາວ​ໂຄ ​ແລະ ປະຊາຊົນ​ບ້ານ​ລາວ​ໂຄມີ​ຄວາມສະ​ໜິດສະໜົມ​ຫຼາຍ. ປະຊາຊົນ​ໄດ້​ນຳເອົາທັນ​ຍາ​ຫານ, ສະບຽງອາຫານ​ເຂົ້າ​ປ່າ​ເພື່ອສະໜອງໃຫ້​ພະນັກງານ​ຕໍ່ຕ້ານ​ຂອງ​ລາວ ​ແລະ ຫວຽດນາມ. ຄາວ​ນັ້ນ, ລຸງ​ໄກສອນ ຢູ່​ທີ່​ນີ້​ມີ​ຄວາມປອດ​ໄພທີ່ສຸດ​, ພວກ​ສັດຕູ​ບໍ່​ອາດຮູ້​ໄດ້

​ທ່ານ Lu ​ຍັງ​ເລົ່າ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ເຄື່ອນ​ໄຫວ, ກໍ່ສ້າງ​ຖານ​ທີ່​ໝັ້ນ​ການ​ປະຕິວັດ​ລາວ ຢູ່​ບ້ານ​ລາວ​ໂຄ, ຜູ້​ນຳ ​ໄກສອນ ພົມ​ວິຫານ ​ໄດ້​ກາຍ​ເປັນ​ລູກ​ຫຼານ​ຂອງ​ບ້ານ​ເຜົ່າມົ້ງຢ່າງ​ແທ້​ຈິງ. ທ່ານ​ນຸ່ງ​ຖື, ອອກ​ແຮງ​ງານ, ​ເວົ້າ​ພາສາ​ມົ້ງຄື​ພໍ່​ແມ່​ປະຊາຊົນຢູ່​ທີ່​ນີ້, ດັ່ງ​ນັ້ນ​ໃຜໆ​ກໍ​ຄິດ​ວ່າ​ທ່ານ​​ແມ່ນ​ຊາວບ້ານ. ທ່ານ​ແມ່ນ​ຄົນ​ໃຈດີ, ບໍ່​ມັກ​ເວົ້າຫຼາຍ, ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ທຸກ​ຄົນ ດັ່ງ​ນັ້ນ​ໃຜໆ ກໍ​ຮັກ​ແພງ. ຜູ້​ນຳ ​ໄກສອນ ຖືພໍ່​ເຖົ້າ ລາວ​ໂຄ ຄື​ເພື່ອ​ນ​ເປັນຕາຍຂອງ​ຕົນ, ພວກເພິ່ນເຄີຍເວ້ົາຄວາມໃນໃຈສູ່ກັນຟັງ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນ​ຫາຕ່າງໆ, ບໍ່​ພຽງ​ແຕ່​ເລື່ອງ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ປະຕິວັດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ດ້ານ​ຊີວິ​ດການ​ເປັນ​ຢູ່​ອີກ​ດ້ວຍ. ​ໃນ​ຊຸມ​ປີ​ນັ້ນ, ພ້ອມ​ກັບ​ຄອບ​ຄົວ​ພໍ່​ເຖົ້າ​ລາວ​ໂຄ, ພໍ່​ແມ່ນ​ປະຊາຊົນ​ບ້ານ ລາວ​ໂຄ​ ກໍ​ໄດ້​ປະ​ກອບ​ກຳລັງເຫື່ອ​​ແຮງ​ໃຫ້​ແກ່ການ​ປະຕິ​ວັດ 2 ປະ​ເທດ​ຫວຽດນາມ - ລາວ. ດ້ວຍ​ການ​ຊ່ວຍ​ເຫຼື​ອຂອງ​ພໍ່​ແມ່​ປະຊາຊົນ​ໃນບ້ານ, ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ ​ໄກສອນ ພົມວິຫານ, ກໍ​ຄື​ຖານ​ທີ່​ໝັ້ນ​ແຫ່ງການ​ປະຕິວັດ​ລາວ ​ໃນ​ຊຸມ​ເດືອນປີ​ທຳ​ອິດ​ຢູ່​ຫວຽດນາມ ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ຢ່າງ​ສິ້ນເຊີງ, ​ແມ່ນ​ປະຖົມ​ປັດ​ໄຈ​ໃຫ້​ແກ່​​ໄຊຊະນະ​ຄັ້ງ​ຕ່າງໆ​ໃນໄລຍະ​ຕໍ່​ມາ. ຮອດ​ປີ 1950, ຜູ້​ນຳ ​ໄກສອນ ພົມວິຫານ ​ໄດ້​ອອກ​ຈາກ​ບ້ານ​ລາວ​ໂຄ ກັບ​ເມືອ​ປະ​ເທດ ​ເພື່ອ​ພັດທະນາ​ຂະ​ບວນການ​ປະຕິວັດ​ພາຍ​ໃນ​ປະ​ເທດ. ຄາວ​ນັ້ນ, ​ເຖິງ​ວ່າ​ເງື່ອນ​ໄຂ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່​ພໍ່​ເຖົ້າ ລາວ​ໂຄ ​ໄດ້​ຂົນຂວາຍ​ພີ່ນ້ອງ​ໃນ​ຄອບຄົວສະໜັບສະໜູນ​ການ​ປະຕິ​ວັດ​ລາວ ​ແລະ ຜູ້​ນຳ ​ໄກສອນພົມວິຫານ ດ້ວຍເງິນຂາວ 50 ໝັນ ​ເພື່ອ​ຊື້​ອາວຸດ, ຍຸດໂທປະກອນ​ຮັບ​ໃຊ້​ໃຫ້​ແກ່​ການ​ປະຕິວັດ. ທ່ານ Lu ​ເລົ່າ​ສູ່​ຟັງ​ຕໍ່​ໄປ​ວ່າ:

“​ເມື່ອ​ທ່ານ​ກັບ​ເມືອ​ປະ​ເທດ, ທ່ານ​ໄດ້​ເວົ້າ​ນຳ​ທ່ານ ລາວ​ໂຄ ວ່າ: ປະຈຸ​ບັນ​ຂ້າພະ​ເຈົ້າ​ຈະ​ກັບ​ເມືອ​ປະ​ເທດ, ພວກເຮົາຕ້ອງຫ່າງໄກກັນ. ຍາມ​ໃດ​ປະ​ເທດ​ລາວ ​ໄດ້​ຮັບ​ການ​ປົດ​ປ່ອຍ​​ສົມບູນ, ທົ່ວ​ປະ​ເທດ​ໄດ້​ຮັບ​ສັນຕິພາບ​ແລ້ວ ຂ້າພະ​ເຈົ້າ​ຈະກັບຄືນ​ມາ​ຢ້ຽມຢາມທ່ານ ລາວ​ໂຄ ​ແລະ ພໍ່​ແມ່​ປະຊາຊົນ​​ໃນໝູ່ບ້ານ”

ລາວໂຄ ແລະ ປະທານໄກສອນ ພົມວິຫານ - ນ້ຳໃຈອັນຊາບຊຶ້ງ - ảnh 2
ຢ້ຽມຢາມສະຖານທີ່ສ້າງຕັ້ງກຳລັງ ອິດສະຫຼະ ຢູ່ລາວໂຄ
(ພາບ: baosonla.org)

ເຖິງ​ວ່າ, ​ໄດ້​ດຳລົງຕຳ​ແໜ່​ງທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ, ຂ້ອງຄາກັບວຽກ​ບ້ານການເມືອງຫຼາຍກໍ​ຕາມ, ​ແຕ່​ຮອດ​ປີ 1968, ຜູ້​ນຳ​ໄກສອນ ພົ​ມວິຫານ ຍັງ​ໄດ້ກັບຄືນ​ມາ​ຢ້ຽມຢາມ ລາວ​ໂຄ​. ຜູ້​ນຳ ​ໄກສອນ ພົມວິຫານ ກໍ​ໄດ້​ຕັກ​ເຕືອນ​ໃຫ້ພໍ່ແມ່ປະຊາຊົນ​ ໃນບ້ານລາວ​ໂຄວ່າ: ​ຄວນເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ສາມັກຄີ​ກັນສ້າງ​ສາ​ບ້ານ​ເກີດ​ເມືອງ​ນອນ ແລະ ປະ​ເທດ​ຊາດ ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ຕ້ອງ​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນຂະຫຍັນ​ພຽນ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ. ນ້ຳ​ໃຈ​ສາມັກຄີມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ອາລົມຈິດອັນເລິກ​ເຊິ່ງນັ້ນ ​ພໍ່​ເຖົ້າ ລາວ​ໂຄ ໄດ້​ເລົ່າ​ສືບໃຫ້​ລຸ້ນ​ລູກ​ຫຼານ​ໃນ​ບ້ານ​ຂອງ​ຕົນ. ນ້ອງ Trang Thi Xo, ບ້ານ​ລາວ​ໂຄ​ໃຫ້​ຮູ້​ວ່າ:

“ນ້ອງ​ໄດ້​ຮັບ​ຟັງ​ພໍ່​ເຖົ້າ​ແມ່​ເຖົ້າ​ໃນ​ບ້ານ ​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ມູນ​ເຊື້ອ​ປະຕິວັດ​ຂອງ​ບ້ານ, ​ແລະ ​ເລື່ອງ​ລາວ​ກ່ຽວ​ກັບ​ຜູ້ນຳ​ຂັ້ນ​ສູງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ທ່ານເລຂາທິການ​ໃຫຍ່ ​ໄກສອນ ພົມ​ວິຫານ ​ທີ່ໄດ້ມາ​ດຳລົງ​ຊີວິດຢູ່​ບ້ານ​ໃນ​ຊຸມ​ປີ​ທຳ​ການ​ຕໍ່ສູ້, ນ້ອງ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຫຼາຍ. ນ້ອງ ​ແລະ ​ເພື່ອນ​ມິດ​ໃນ​ບ້ານ​ໄດ້​ຕັກ​ເຕືອນ​ກັນ​ວ່າ: ຕ້ອງ​ພະຍາຍາມ​ຮ່ຳຮຽນ, ອອກ​ແຮງ​ງານ​ຢ່າງ​ດໝັນ​ຂະຫຍັນ​ພຽນ ​ຊ່ວຍ​ເຫຼືອ​ພໍ່​ແມ່​ເພື່ອ​ກາ​ເປັນ​ຄົນທີ່​ມີ​ປະ​ໂຫຍ​ດຕໍ່ສັງຄົມ

​​ໂດຍໄດ້​ຮັບຂ່າວ​ວ່າ: ພັກ, ລັດ ຈະ​ກໍ່ສ້າງ​ເຂດ​ປູຊະນີຍະສະຖານ​ປະຕິວັດ​ລາວ​ຢູ່ໃນ​ບ້ານ, ພໍ່​ແມ່​ປະຊາຊົນ​ບ້ານ ລາວ​ໂຄ ​ໃຜໆ​ກໍ​ມ່ວນ​ຊື່ນ. ​ແລະ​ຫວັງ​ວ່າ: ​ເຂດ​ປູຊະນີຍະສະຖານ​ຈະ​ໄດ້​ຮັບ​ການກໍ່ສ້າງ​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ຍາມ​ໃດ​ກໍ​ເຫັນ​ຮູບພາບ​​ທ່ານ ​ໄກສອນ ພົມວິຫານ ປະທານປະ​ເທດ​ລາວ​ ​ເພື່ອເປັນການປຸກລະດົມ ພໍ່​ແມ່​ປະຊາຊົນ ໃນບ້ານ ລາວ​ໂຄ ຕັ້ງໜ້າ​ອອກ​ແຮງ​ທຳ​ການ​ຜະລິດ, ສາມັກຄີ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ກັນ ​ເພີ່ມ​ພູນຄຸນ​ສ້າງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ​ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາອີກ.

                                                                                                                                

 

ຕອບກັບ

ເພັດສະຫັວນ ສີຊານົນ

ຂ້າພະເຈົ້າຮູ້ສຶກພາບພູມໃຈເປັນຢ່າງຍິ່ງຫາອັນປຽບບໍ່ໄດ້ໃນເມື່ອໄດ້ອ່ານຄວາມເປັນມາຂອງ ລາວໂຄແລະປະທານໄກສອນ ພົມວິຫານຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ຂໍສະແດງຄວາມຂອບອົກຂອບໃຈຢ່າງສູງນຳພໍ່ເຖົ້າລາວໂຄແລະປະຊາຊົນບ້ານລາວໂຄ ຕາແສງພຽງຄວາຍ ເມືອງອຽນເຈົາ ແຂວງເຊີນລາທີ່ໄດ້ອໍານວຍຄວາມສະດວກທຸກຢ່າງໃຫ້ແກ່ທ່ານປະທານໄກສອນພົມວິຫານໄດ້ເຄືອນໄຫວວຽກງານການປະຕິວັດໃນຄາວນັ້ນໄດ້ສຳເລັດຜົນຢ່າງສະຫງ່າງາມ.

ຂ່າວ/ບົດ​ອື່ນ