ສົ່ງຄຳອວຍພອນປີໃຫມ່ຂອງທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ

ສົ່ງຄຳອວຍພອນປີໃຫມ່ຂອງທ່ານ ຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ - ảnh 1
ທ່ານ ຫງວຽນ​ດັງ​ຕຽນ, ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ

ຂໍ​ຮຽນທ່ານ​ຜູ້​ຟັງ​ຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ

ປີ 2012, ​ໃນ​ສະພາບການໂລກ ມີການຜັນແປຢ່າງສັບສົນຫລາຍ​ຢ່າງ, ເສດຖະກິດໂລກພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ດ້ວຍ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ຕຳ່. ວິ​ກິດ​ການ​ຫນິ້ສາທາລະນະ​ຢູ່ ​ເອີ​ລົບ, ​ເຖິງ​ວ່າ​ໄດ້​ປະກົດ​ມີ​ບັນດາ​ສັນຍານ​ອັນ​ຕັ້ງຫນ້າກໍ​ຕາມ ​ແຕ່​ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​​ແມ່ນ​ຄວາມ​ສ່ຽງ​ອັນໃຫຍ່​ຫລວງ​ສຳລັບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ຫວຽດນາມ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນຈາກ​ວິ​ກິດ​ການ​ດັ່ງກ່າວ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ,  ຫວຽດນາມ ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ຍ້ອນ​​ປະຕິບັດ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ເສດຖະກິດ​ການ​ເງິນ​ຢ່າງ​ໄຫວ​ພິບ. ລະດັບ​ຈະ​ເລີ​ນ​ເຕີ​ບ​ໂຕ​ເສດຖະກິດບັນລຸ​ປະມານ​ກວ່າ 5% ​ເຖິງ​ວ່າ​ ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ປີ 2011 ກໍ​ຕາ​ມ ​ແຕ່​ເສດຖະກິດ​ມະຫາ​ພາກ​ຍັງ​ຄົງ​ຮັກສາ​​ເປັນ​ປົກກະຕິ, ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​​ໄດ້​ຮັກສາ​ຢ່າງ​ໝັ້ນຄົງ. ຢືດໝັ້ນ​ແນ​ວທາງ​ການ​ຕ່າງປະ​ເທດ, ​ເປັນ​ເຈົ້າ​ການ, ​ເປີດກວ້າງ​ເພື່ອ​ສັນຕິພາບ​ການ​ຮ່ວມ​ມື ​ແລະ ພັດທະນາ, ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, ​ເຊື່ອມ​ໂຍງ​​ເຂົ້າກັບ​ສາກົນ​ເທື່ອ​ລະ​ກ້າວ, ປີ 2012 ການ​ທູດ​ຂອງ ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫລາຍ​ຢ່າງ, ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ ຫວຽດນາມ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນ, ສ້າງ​ສະພາບ​ແວດ​ລ້ອມສາກົນ​ທີ່ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື, ພັດທະນາ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຂະ​ແຫນງ​ການ​ທູດ​​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກວ່າ 4 ລ້ານ​ຄົນ​ທີ່ພວມອ່ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ.

        ປີ 2012, ວິທະຍຸ​ກະຈາຍສຽງ ຫວຽດນາມ ສື​ບທອດ​ມູນ​ເຊື້ອ ​ແລະ ພັດທະນາ. ​ໂດຍ​ແມ່ນ​ອົງການ​ສື່​ມວນ​ຊົນ​ຫລາຍຮູບ​ການ​, ຊຶ່ງລວມມີ​: ວິທະຍຸ, ຫນັງສືພິມ, ​ໂທລະພາບ, ສື່​ເອ​ເລັ​ກ​ໂຕ​ນິກ,  ດ້ວຍ​ວິທີ​ການ​ສື່ສານທີ່​ກ້າວຫນ້າ ​ແລະ ທັນ​ສະ​ໄຫມ, ວິທະຍຸ​ກະຈາຍສຽງຫວຽດນາມ ສືບ​ຕໍ່​ຢືນຢັນ​ບົດບາດ​ທີ່​ຕັ້ງ​ຂອງ​ຕົນ​​ໃນ​ວົງ​ການ​ສ່ື​ມວນ​ຊົນ​ປະຕິວັດ ຫວຽດນາມ, ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບັນດາ​ລາຍການ​ຂອງ​ວິທະຍຸ​ກະຈາຍ​ຫວຽດນາມ​ນັບ​ມື້​ນັບ​​ຍົກ​ສູງຄຸນ​ນະພາ​ບສູງ​ ​ແລະ ​ໃກ້ຊິດ​ສະຫນິດສະຫນົມ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ທ່ານຜູ້​ຟັງ. ​ໃນ​ປີຜ່ານມາ ບັນດາ​ບັນນາທິການ, ນັກ​ຂ່າວ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ພະຍາຍາມ​ເພື່ອ​ນຳ​ມາ​ໃຫ້​ທ່ານຜູ້​ຟັງ​ພາບ​ພົດຢ່າງ​ຮອບດ້ານ​ກ່ຽວ​ກັບ​ຊີວິດ​ທາງດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ຂອງ ຫວຽດນາມ,​​ແນະນຳ​ໃຫ້​ທ່ານ​ຜູ້​ຟັງ​ກ່ຽວ​ກັບປະ​ເທດ ຫວຽດນາມ ທີ່ຂະຫຍັນ​ຂັນ​ເຄື່ອນ, ​ແມ່ນ​ຈຸດ​ນັດ​ພົບ​ທີ່ປອດ​ໄພ, ​ແມ່ນ​ສະຖານ​ທີ່​ລົງທຶນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ກ່ຽວ​ກັບຊາວ​ຫວຽດນາມ ​ທີ່​ກ້າ​ຄົງ​ອົງອາດ, ​ໃກ້ຊິດ​ສະຫນິດສະຫນົມ, ຮັກ​ແພງ​ແຂກ. ພິ​ເສດ, ຫນ້າ​​ເວັບ vovworld.vn ຂອງ​ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ, ​ເຖິງ​ວ່າ ຫາ​ກໍ່​ເປີດ​ນຳ​ໃຊ້​ໃນ​ປີ​ຫນຶ່ງ​ກໍ​ຕາມ ​ແຕ່​ໄດ້​ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ​ທ່ານ​ຜູ້​ຟັງ​ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ວິທະຍຸ​ກະຈາຍສຽງ ຫວຽດນາມ​. ທ່ານ​ຜູ້​ຟັງ​ຕ່າງປະ​ເທດ​ ​ແລະ ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ຕ່າງປະ​ເທດ ສາມ​າດຮັບ​ຟັງບັນດາ​ລາຍການ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ​ຂອງ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ  ທັງ​ຮັບ​ຊົມ​ບັນດາ​ຄໍ​ລຳ​ທີ່​ນິຍົມ ​ແລະ ຄົ້ນ​ຫາ​ຂໍ້​ມູນ​ຂ່າວທີ່​ມີ​ປະ​ໂຫຍ​ດ​ຕ່າງ​ໆ.

        ກ້າວ​ເຂົ້າ​ສູ່​ປີ 2013, ວິທະຍຸ​ກະຈາ​ຍສຽງ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປ່ຽນ​ໃຫມ່​ເນື້ອ​ໃນ ​ແລະ ຮູບ​ການສະ​ແດງ ​ເພື່ອ​ຮັບ​ໃຊ້​ທ່ານ​ຜູ້​ຟັງ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ, ​ເພື່ອ​ໃຫ້ ວິທະຍຸ​ກະຈາຍສຽງ ຫວຽດນາມ ນັບ​ມື້​ນັບ​ໃກ້ຊິດ​ສະຫນິດສະຫນົມ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ທ່ານ​ຜູ້​ຟັງ​ກວ່າ.

   ​ເນ່ືອງ​ໃນ​ໂອກາດ​ກ້າວ​ເຂົ້າ​ສູ່ປີ​ໃຫມ່,  ຕາງຫນ້າ​ໃຫ້​ພະນັກງານ, ນັກ​ຂ່າວ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ຂໍ​ອວຍພອນ​ທ່ານ​ຜູ້​ຟັງ​ຕ່າງປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ວັດທະນາ​ຖາວອນ ​ແລະ ມີ​ຄວາມ​ຜາ​ສຸກ.



ຕອບກັບ

ຂ່າວ/ບົດ​ອື່ນ