ເນື້ອໃນຈົດໝາຍບາງສະບັບ ທີ່ທ່ານຜູ້ຟັງສົ່ງເຖິງລາຍການ ໃນອາທິດຜ່ານມາ.

ເນື້ອໃນຈົດໝາຍບາງສະບັບ  ທີ່ທ່ານຜູ້ຟັງສົ່ງເຖິງລາຍການ  ໃນອາທິດຜ່ານມາ. - ảnh 1

ໃນອາທິດຜ່ານມາ, ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກພາສາລາວ ໄດ້ຮັບຈົດໝາຍຈາກ​ທ່ານ​ຜູ້ຟັງຫລາຍສະບັບ, ​ໃນ​ຈົດໝາຍ ທ່ານ​ຜູ້​ຟັງ​ສ່ວນ​ຫລາຍ​​ສົ່ງ​ຄຳ​ອວຍພອນ​ປີ​ໃຫມ່​ປະຈຳ​ຊາດ​ຫວຽດນາມ​ເຖິງ​ນັກ​ຂ່າວ, ບັນນາທິການ ​ແລະ ພະນັກງານ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ໃນ​ລາຍການ​ຕອບ​ຈົດໝາຍ​ທ່ານ​ຜູ້​ຟັງ​ພາກ​ນີ້ ພວກ​ເຮົາ​ຈະນຳສະເຫນີ​ເນື້ອໃນຈົດໝາຍ​ບາງ​ສະບັບ​ທີ່​ທ່ານ​ຜູ້​ຟັງ​​ໄດ້​ສົ່ງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ.

        ​ເມື່ອ​ໄດ້​ຮັບ​ບັດ​ອວຍພອນ​ປີ​ໃຫມ່​ຈາກ​ພາກ​ພາສາ​ລາວ, ທ່ານ ສຸ​ວັນ ທິບ​ພະຈັນ ພະນັກງານ​​ພວມເຮັດ​ວຽກຢູ່​ແຂວງ ​ໄຊ​ຍະ​ບູລີ ​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ລາຍການ​ເພື່ອຂອບ​ອົກ​​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເມື່ອ​ເຫັນ​ໄດ້ວ່າ ຍາມ​ໃດ​ທາງລາຍການ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ທ່ານ​ຜູ້​ຟັງ​ທຸກຄົນ, ທ່ານ​ກໍ​ປາດ​ຖະຫນາ​ວ່າ ​ໃນ​ປີຫນ້າ​ຈະ​ໄດ້​ຮັບ​ຂອງ​ຂວັນ​ທີ່​​ລະນຶກ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​​ໃນ​ນັ້ນ​ມີເສື້ອ​ຢືດຕີກາໂລ​ໂກ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ປະຕິທິນ​ຂອງ​ລະບົບ​ກະ​ຈາ​ຍສຽງ​ພາກພາສາ​ຕ່າງ​ປະ​ເທດ.

        ທ່ານ ສຸວັນ ທິບ​ພະຈັນ ​ແມ່ນ​ຜູ້​ຕິດຕາມ​ລາຍການພາກ​ພາສາ​ລາວ​ເປັນ​ປະຈຳ ​ແລະ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜູ້​ຟັງ​ໄດ້​ຮັບ​ໃບ​ຢັ້ງຢືນ​ແມ່ນ​ຜູ້​​ຕິດຕາມ​ລາຍການພາກ​ພາສາ​ລາວ​ໃນ​ຕະຫລດ 3 ປີ ຢ່າງ​ລຽນ​ຕິດ. ທ່ານ​ກໍ​ໄດ້​ໂທ​ມາ​ຫາ​ລາຍການ​ເປັນ​ປະຈຳ ​ແລະ ຢາກ​ຮັບ​ຟັງ​ບັນດາ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ປະ​ເທດ​ຫວຽດນາມ, ບົດ​ເພງ​ກ່ຽວ​ກັບ​ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ ລາວ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ລາຍການ​ພາກ​ພາສາ​ລາວ.​ ​ພວກ​ຂ້າພະ​ເຈົ້າ​ຂໍຂອບ​ອົກ​ຂອບ​ໃຈ​ທ່ານ​ສຸວັນ​. ປີຫນ້າ ພວກ​ເຮົາ​ຈະ​ສົ່ງ​ຂອງ​ຂັວນຂອງ​ລະບົບ​ກະ​ຈາ​ຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ໄປ​ໃຫ້​ທ່ານ ​ແລະ ຫວັງ​ວ່າ ທ່ານ ຈະ​ສືບ​ຕໍ່​ປະກອບ​ຄຳຄິດຄຳ​ເຫັນ​​ໃຫ້​ແກ່​ລາຍການຫລາຍ​ກວ່າ​ອີກ.

        ສ່ວນ​ທ່ານ ທອງ​ວັນ ກັນ​ຍາ​ວົງ, ​ພະນັກງານ​ ພວມປະຕິບັດງານຢູ່ ພະແນກການສຽງ ແລະ​ ເຕັກ​ໂນ​ໂລ​ຊີ​ຂໍ​ມູນ​ຂ່າວສານ(ໄອທີ) ສັງກັດວິທະຍຸກະຈາຍ

ສຽງແຫ່ງຊາດລາວ​​ໄດ້ສົ່ງ​ອີ​ແມ​ວມາ​ຫາ​ລາຍການ ​ໃນ​ນັ້ນ​ທ່ານ​ໄດ້​ຂຽນ​ວ່າ: ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່​ປະຈຳ​ຊາດ​ຂອງ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ຕາງຫນ້າ​ໃຫ້​ພະແນກການ​ສຽງ ​ແລະ ​ໄອ​ທີ ຂອງ​ວິທະຍຸ​ກະຈາ​ຍ​ແຫ່ງ​ຊາ​ດລາວ ຂໍ​ຝາກຄຳອວຍພອນໄຊອັນ​ປະ​ເສີດ​ມາ​ຍັງ​ພະນັກງານ​ ລັດຖະກອນ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​ເວົ້າ​ລວມ ​ແລະ ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມພາກພາສາລາວ ​ເວົ້າ​ສະ​ເພາະ. ອວຍພອນ​ໃຫ້​ພວກ​ສະຫາຍ ປີ​ໃຫມ່​ມີ​ໂຊກ​ມີ​ໄຊ ມີ​ສຸຂະພາບ​ເຂັ້​ມ​ແຂງ, ສຳ​ເລັດ​ຫນ້າ​ທີ່​ວຽກ​ງານ ​ແລະ ອວຍພອນໃຫ້ຄອບຄົວບັນດາສະຫາຍຈົ່ງສົມບູນພູນສຸກ, ສະຫນຸກສະຫນານ ແລະໂດຍສະເພາະແມ່ນ​ຂໍ​ອວຍພອນ​ໃຫ້​ຄວາມ​ສາມັກຄີ​ລະຫວ່າງ​ວິທະຍຸ​ກະຈາຍ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ນັບ​ມື້​ນັບ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນກ່ວາ. ພວກ​ເຮົາ​ຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່ຄຳ​ອວຍພອນ​ຂອງ​ທ່ານ​ທອງ​ວັນ​ທີ່​ໄດ້​ສະຫງວນ​ໃຫ້​ແກ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ.

        ​ໃນ​ອາທິດ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ບັດ​ອວຍພອນ​ປີ​ໃຫມ່​ຈາກ​ທ່ານ ບົວ​ເງິນ ຊາພຸວົງ ຮອງລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ, ທ່ານ ອີນປັນ ພະນັກງານ​ພວມ​ເຮັດ​ວຽກ​ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ພ້ອມ​ກັບ​ຜູ້​ຟັງ​ຈຳນວນ​ຫນຶ່ງ​ ​. ຂໍ​ຂອບ​ອົກ​ຂອບ​ໃຈ​ພວກ​ທ່ານ​ທີ່​​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ລາຍການ, ຫວັງ​ວ່າ ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຍັງຈະ​ໄດ້​ຮັບ​ຄຳ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ພວກ​ທ່ານ​ຫລາຍ​ກວ່າອີກ.

        ພວກ​ເຮົາ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ ​ເພາະວ່າ ​ໃນ​ໄລຍະ​ຜ່ານໄດ້​ຮັບ​ຄຳ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຜູ້​ຟັງ​ຫລາຍ​ທ່ານ, ​ໃນ​ນັ້ນມີ​ທ່ານ ຫງວຽນ​ວັນ​​​ເບົາ ອະດີດ​ຜູ້​ຊ່ຽວຊານ​ການ​ທະຫານ​ຫວຽດນາມ​ຢູ່​ລາວ. ທ່ານ​ເບົາ​ໄດ້​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ລາຍການ​ພາກ​ພາສາ​ລາວ​ເປັນ​ປະຈຳ. ​ເນື້ອ​ໃນ​ຂອງ​ລາຍການ​ແມ່ນ​ອຸດົມສົມ​ບຸູນ ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ຫລາຍ. ​ເປັນ​ຕົ້ນ​ແມ່ນ​ລາຍການ​ບ້ານ​ນາ​ຫວຽດນາມ. ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ ​ເພ​າະວ່າ ປະຈຸ​ບັນ ລາຍ​ການ​ພາກ​ພາສາ​ລາວ​ໄດ້​ມີຫນ້າ​ແວບ. ​ເພື່ອນ​ລາວ​ທີ່​ຂ້າພະ​ເຈົ້າ​ລື້​ງ​ເຄີຍ ​ໃຜໆກໍຕີລາຄາສູງ ກ່ຽວ​ກັບ​ລາຍການ​ພາກ​ພາສາ​ລາວ ​ແລະ ຖື​ວ່າ ລາຍການ ​ແມ່ນ​ຂົວ​ເຊື່ອມຕໍ່​ລະຫວ່າງ ຫວຽດນາມ ​ແລະ ລາວ, ປະກອບສ່ວນ​​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຂ້າພະ​ເຈົ້າ​ຮູ້ຈັກ​ວ່າ ມີ​ຫລາຍ​ຄົນ​ຮັບ​ຟັງ​ພາສາ​ລາວ​ໄດ້, ສະ​ນັ້ນ ຂ້າພະ​ເຈົ້າ​ຈະ​ແນະນຳ​ ​​ລາຍການ​ກະຈາຍສຽງພາກ​ພາລາວໃຫ້​ພວກ​ເພື່ອນ ​ເພື່ອ​​ໃຫ້​ທຸກ​ຄົນຮູ້​ຈັກ​ເຖິງ​ຊ່ອງ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍ​ດນີ້.”

        ຂໍຂອບ​ອົກ​ຂອບ​ໃຈ​ທ່ານຫງວຽນວັນ​ເບົາ ​ໄດ້​ມີ​ຂໍ້​ສັງ​ເກດ​ທີ່​ປະ​ໂຫຍ​ດ​ໃຫ​້​ແກ່​່ລາຍການ ຫວັງ​ວ່າ ທ່ານ​ຈະ​ສືບ​ຕໍ່​ຕິດຕາມ ​ແລະ ມີ​ຄຳ​ຄິດ​ເຫັນປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ລາຍການ.

        ລາຍການ​ຕອບ​ຈົດໝາຍທ່ານ​ຜູ້​ຟັງ​ຂອງ​ພວກ​​ເຮົາ​ຂໍ​ຈົບ​ລົງ​ພຽງ​ເທົ່າ​ນີ້. ​ເຖິງ​ວ່າ ​ເວລາ​ບໍ່​ມີ​ຫລາຍ ​ແຕ່​ພວກ​ຂ້າພະ​ເຈົ້າ​ກໍ​ພະຍາຍາມ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຢ່າງ​ວ່ອງ​ໄວ ​ແລະ ຄົບ​ຖ້ວນ​ທີ່​ສຸດ.

ທ່ານ​ຜູ້​ຟັງ​ສາ​ມາດ​ຕິດ​ຕໍ່​ກັບ​ພວກ​ຂ້າພະ​ເຈົ້າ​ຜ່ານ​ທີ່ຢູ່:

ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ພາກ​ພາສາ​ລາວ, ​ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ ຮ່າ​ໂນ້ຍ.  ​ໂທລະສັບ 0084.4.38256631. email: laovov@hotmail.com

ຂໍ​ຂອບ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ