ເອກະລາດ, ເສລີພາບ, ອະທິປະໄຕ ແມ່ນສິ່ງສັກກະລະບູຊາ ສຳລັບແຕ່ລະປະເທດ

ເອກະລາດ, ເສລີພາບ, ອະທິປະໄຕ ແມ່ນສິ່ງສັກກະລະບູຊາ ສຳລັບແຕ່ລະປະເທດ - ảnh 1
(ອະດີດຮອງ​ປະທານ​ປະ​ເທດ​ຫວຽດນາມ ທ່ານ​ນາງຫງວຽນ​ທິບິ່ງ)

(vovworld) – ອະດີດຮອງ​ປະທານ​ປະ​ເທດ​ຫວຽດນາມ ທ່ານ​ນາງຫງວຽນ​ທິບິ່ງ, ປະທານ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ​ຫວຽດນາມ ສັງກັດ​ສະຫະ​ພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ, ຫາ​ກໍ່ຝາກ​ຈົດໝາຍ​ເຖິງ​ເພື່ອນ​ມິດ​ຂອງ​ທ່ານ​ນາງ​ໃນ​ທົ່ວ​ໂລກ ​ເພື່ອ​ແບ່ງປັນບັນດາ​ຂໍ້​ມູນ​ຕົວ​ຈິງ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ເລີ່​ມຕົ້ນ​ຈົດໝາຍ, ທ່ານ​ນາງ ຫງວຽນ​ທິບິ່ງ ຊີ້​ແຈ້ງວ່າ: “ຄື​ພວກ​ເພື່ອນ​ໄດ້​ຮູ້​ແລ້ວ​ວ່າ, ວັນ​ທີ 02/05 ຜ່ານ​ມາ, ຈີນ ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນຂະໜາດ​ໃຫຍ່ ​ເພື່ອ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ດ້ວຍ​ການ​ໜູນຊ່ວຍ​ຂອງ​ກຳ​ປັ່ນ​ກວ່າ 100 ລຳ, ​ໃນ​ນັ້ນ​ມີ​ກຳ​ປັ່ນ​ທະຫານ ​ແລະ ​ເຮືອບິ​ນ. ນີ້​ແມ່ນ​ການ​ກະທຳ​ທີ່​ຮ້າຍ​ແຮງ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ລະ​ເມີດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982. ສຳລັບ​ຝ່າຍ​ຫວຽດນາມ, ດ້ານ​ໜຶ່ງ ພວກ​ຂ້າພະ​ເຈົ້າ​ໄດ້​ຜ່ານທາງ​ການ​ທູດ ​ແລະ ບັນດາ​ຊ່ອງ​ພົວພັນ​ອື່ນໆ, ພ້ອມ​ທັງ​ຈັດ​ໃຫ້ກຳ​ປັ່ນ​ປະຕິບັດ​ໜ້າ​ທີ່​ບາງ​ລຳ​ອອກ​ສູ່ທະ​ເລເພື່ອ​ຮຽກຮ້ອງ​ຈີນ ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ຖອນ​ຮ້ານ​ເຈາະນ້ຳມັນ​ອອກ. ມາ​ຮອດ​ປະຈຸ​ບັນ, ຈີນ ບໍ່​ພຽງ​ແຕ່​ ບໍ່​ຕອບ​ສະໜ​ອງ​ຕາມ​ເຈດ​ຕະນາ​ດີ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກຍັງ​ມີ​ການ​ກະທຳ​ທີ່​ຮ້າຍ​ກາດກວ່າ​ອີກ”. ທ່ານ​ນາງ ຫງວຽນ​ທິບິ່ງ ສະ​ແດງ​​ໃຫ້​ເຫັນວ່າ “​ເມື່ອ​ເຫັນ​​​ກຳ​ປັ່ນ​​ໃຫຍ່ຂອງຈີນຫຼາຍ​ລຳ, ​ຕຳ​ໃສ​ກຳ​ປັ່ນ​ປະຕິບັດ​ໜ້າ​ທີ່​ຂອງ​ຫວຽດນາມ ທີ່​ມີ​ຂະໜາດນ້ອຍ​ກວ່າ ​ເພື່ອ​ບຸກ​ໂຈມ​ຕີ​​ມ້າງ​ທຳລາຍ, ຂ້າພ​ະ​ເຈົ້າ​​ຮູ້ສຶກເຈັບ​ໃຈ​ຫຼາຍ. ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ຕໍ່​ໄປອີກ?”.

        ທ່ານ​ນາງ ຫງວຽນ​ທິບິ່ງ ຂຽນ​ວ່າ “ຫາງ​ສຽງ​ສາກົນ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ກະທຳ​ຂອງ​ຈີນ ​ເຊິ່ງໄດ້ສົ່ງ​ຜົນ​ສະ​ທ້ອນ​ເຖິງຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນການ​ເດີນ​ທະ​ເລ​ສາກົນ, ນາບ​ຂູ່​ເຖິງ​​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ຂອງ​ທັງ​ພາກ​ພື້ນ. ຝ່າຍ​ຈີນ ຍັງ​ຖິ້ມ​ໂທດ​ວ່າ, ​ເຫດການ​ທີ່ພວມ​ເກີດ​ຂຶ້ນ​ແມ່ນ​ຍ້ອນ​ຝ່າຍຫວຽດນາມ ​ເກາະ​ຜິດ. ​ຜູ້​ໃດ​ຈະເຊື່ອ​ໄດ້​ວ່າ ປະ​ເທດ​ຫວຽດນາມ ດ້ວຍຈຳນວນ​ພົນລະ​ເມືອງ​ພຽງ​ເທົ່າກັບ 1/15 ຈຳນວນພົນລະ​ເມືອງ​ຂອງ​ຈີນ, ລະ​ດັບ GDP ຕຳ່ກວ່າ​ຈີນ ​ແຕ່ 50 60 ​ເທົ່າ, ພວມ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດທະນານັ້ນ ສາມາດ​ເກາະ​ຜິດ​ກັບ​ຈີນ​ໄດ້? ”. ສຳລັບເລື່ອງ​ບັນດາ​ການ​ນຳ​ຂອງຈີນ ເວົ້າ​ວ່າ ນະ​ໂຍບາຍ​ຂອງ​ຈີນ ​ແມ່ນ “ປຸກລຸກ​ສັນຕິພາບ”, ​ແລະໃນ​ສາຍ​ເລືອດ​ຂອງ​ຈີນ ບໍ່​ມີ “​ gen ​ຮຸກ​ຮານ ​ແລະ ​ແຜ່​ອຳນາດ​” ນັ້ນ, ທ່ານ​ນາງ ຫງວຽນ​ທິບິ່ງ ​​ໄດ້​ຕັ້ງ​ຄຳ​ຖາມວ່າ “ຈີນ ຈະ​ຕ້ອງອະທິ​ບາຍ​ຄື​ແນວ​ໃດ​ກ່ຽວ​ກັບ​ຖະ​ແຫຼ​ງອະທິປະ​ໄຕ “​ເສັ້ນ​ລີ້ນ​ງົວ 9 ຕອນ” ​ເພື່ອ​​ແນໃສ່​ຢືດ​ເອົາ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ແກ່​ຕົນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາກົດໝາຍ​ວ່າ​ດ້ວຍ​ທະ​ເລ​ 1982 ຂອງ​ສະຫະປະຊາ​ຊາດ,  ​ແລະ ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ທົ່ວໂລກ?”

        ​ໃນ​ຈົດໝາຍ​ຂອງຕົນ, ທ່ານ​ນາງ ຫງວຽນ​ທິບິ່ງ ​​ເນັ້ນ​ໜັກວ່າ “​ເອກະລາດ, ​ເສລີພາບ, ​ອະທິປະ​ໄຕ ​ແມ່ນ​ສິ່ງ​ສັກກະ​ລະບູຊາ​ສຳລັບ​ແຕ່ລະ​ປະ​ເທດ. ປະຊາຊົນ​ຫວຽດນາມ ຈະ​ເດັດ​ດ່ຽວຕໍ່​ສູ້ເພື່ອ​ປົກ​ປັກ​ຮັກສາ​ຄາດໝາຍ​​ເຫຼົ່ານັ້ນ. ພ້ອມ​ກັນ​ນັ້ນ, ປະຊາຊົນພວກ​ຂ້າພະ​ເຈົ້າຢາກ​ມີ​ສັນຕິພາບ ​ແລະ ມິດຕະພາບ​ເພື່ອ​ພັດທະນາ, ​ເພື່ອ​ໃຫ້​ຊາວ​ຫວຽດນາມ, ​ແມ່ຍິງ ​ແລະ ​ເດັກນ້ອຍ​ມີ​ຊີວິດ​ດີກ​ວ່າ”

        ສຳລັບບັນດາ​ເພື່ອນ​ມິດສາ​ກົນ​, ທ່ານ​ນາງ ຫງວຽນ​ທິບິ່ງ ​ສະ​ແດງ​​ໃຫ້​ເຫັນວ່າ: “ພວກ​ຂ້າພະ​ເຈົ້າ​ຢາກ​ມີ​ສັນຕິພາບ​ແຫ່ງຄວາມ​ຍຸຕິ​ທຳ​, ສັດຈະທຳ, ຍາວ​ນານ​ໃຫ້​ແກ່​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອື່ນ​ໆໃນ​ພາກ​ພື້ນ​ ​ແລະ ໃນ​ໂລກ. ພວກ​ຂ້າພະ​ເຈົ້າ​ກໍ່​ປາຖະໜາຢາກມີ​ຄວາມ​ມິດຕະພາບກັບ​ຈີນ ​ແລະ ປະ​ເທດ​ອື່ນໆ, ​ແຕ່​ຕ້ອງ​​ແມ່ນ​ຄວາມ​ມິດຕະພາບ​ທີ່​ຈິງ​ໃຈ, ​​ເຄົາລົບ​ນັບຖືເຊິ່ງກັນ ​ແລ​ະ ກັນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ດ້ວຍ​ຖາ​ນະ​ຕຳ​ແໜ່ງຂອງ​ພວກ​ເພື່ອນ, ພວກ​ເພື່ອນ​ກໍ່​ຄິດ​ຄື​ແນວ​ນັ້ນ. ສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ພວກເພື່ອ​ນ​ຈະ​ສະໜັບສະໜູນ​ພວກ​ຂ້າພະ​ເຈົ້າ​ຄື​​ໃນເມື່ອ​ກ່ອນ​. ​ໃນ​ຕໍ່​ໜ້າ, ຮຽກຮ​້ອງ​ໃຫ້ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ໄຫຼ່​ທະວີ​ບຂອງ​ຫວຽດນາມ, ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ຕາມ​ກົດໝາຍ​ສາກົນ”.

        ສຸດ​ທ້າຍ, ທ່ານ​ນາງ ຫງວຽນ​ທິບິ່ງ ຢືນຢັນ​ວ່າ “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ພວກ​ເຮົາ​ສາມັກຄີ​ກັນ, ມີ​ການ​ກະທຳ​ຢ່າງ​​ແຮງ, ຄວາມ​ຍຸຕິ​ທຳ ​ແລະ ກົດໝາຍ​ຈະ​ໄດ້​ຮັບ​ການ​ປະຕິບັດ”.

ຕອບກັບ

ຂ່າວ/ບົດ​ອື່ນ