(VOVWORLD) - ໃນອາທິດຜ່ານມາ ມີຈົດໝາຍ 487 ສະບັບ ໄດ້ສົ່ງມາຍັງ VOV5 , ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.
ເພື່ອນ ຄຳແພງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງລາຍການພາກພາສາລາວ ດ້ວຍຄຳແບ່ງປັນວ່າ: “ຄໍລຳ Media ຂອງພວກເພື່ອນນັບມື້ນັບອຸດົມສົມບູນ ດ້ວຍຫຼາຍພາບຖ່າຍທີ່ງາມສະດຸດຕາ ແລະ ວິທີປຸງແຕ່ງບັນດາເຍື່ອງອາຫານອັນແຊບຊ້ອຍ”.
ຈາກ ອິນເດຍ, ເພື່ອນ Radhakrishna Pillai ແບ່ງປັນວ່າ: “ເນື້ອໃນ ແລະ ວິທີການຈັດທຳຂອງບັນດາຄໍລຳແມ່ນມີຄວາມສະເໝີຕົ້ນສະເໝີປາຍ ແລະ ມີຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງ. ຂ້າພະເຈົ້າຂໍຊົມເຊີຍຖັນແຖວນັກຂ່າວ, ບັນນາທິການຂອງ VOV ທີ່ໄດ້ແບ່ງປັນບັນດາຈຸດວັດທະນະທຳ ແລະ ປະຫວັດສາດທີ່ເປັນເອກະລັກຂອງ ຫວຽດນາມ ຢ່າງເດັ່ນຊັດຜ່ານບົດຂຽນຕ່າງໆ”.
ຜ່ານການຕິດຕາມຫຼາຍຄໍລຳ ນັບແຕ່ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳຂອງ VOV5, ເພື່ອນ José Ignacio Cos Lezama, ຢູ່ ແອັດສະປາຍ ໄດ້ຕີລາຄາສູງບັນດາບາດກ້າວອັນຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ, ດ້ວຍຂໍ້ສັງເກດວ່າ: “ພ້ອມກັບລັດຖະບານ ຫວຽດນາມ, ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ພວມຢັ້ງຢືນວ່າ ຫວຽດນາມ ເປັນຕົວແບບພັດທະນາທີ່ເປັນໜ້າຊື່ນຊົມ. ບັນດາຄວາມມານະພະຍາຍາມ, ຂໍ້ລິເລີ່ມ ແລະ ຈິດໃຈ startup ພວມຊຸກຍູ້ການບຸກທະລຸຂອງພື້ນຖານເສດຖະກິດ. ນີ້ແມ່ນຂ່າວທີ່ດີ ເຊິ່ງພວກເຮົາລ້ວນແຕ່ປາດຖະໜາວ່າຈະປະກົດຜົນເປັນຈິງຢ່າງສົມບູນ”.
ຄຳຖາມທຳອິດ ແມ່ນຂອງເພື່ອນ ວິໄລວອນ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນ ວິໄລວອນ ຢາກໃຫ້ລາຍການແນະນຳກ່ຽວກັບໝູ່ບ້ານເຮັດພາບ ດົງໂຮ່.
ພາບພື້ນເມືອງ ດົງໂຮ່ ຫຼື ຍັງເປັນທີ່ຮູ້ຈັກກັນດີວ່າ ເປັນພາບແກະຄວັດສະຫຼັກໄມ້ພື້ນເມືອງ ຕັ້ງຢູ່ບ້ານ ດົງໂຮ່, ແຂວງ ບັກນິງ. ນີ້ແມ່ນໜຶ່ງໃນບັນດາສິລະປະທີ່ເປັນມູນເຊື້ອ ແລະ ມີຊື່ສຽງຂອງ ຫວຽດນາມ. ໝູ່ບ້ານເຮັດພາບ ດົງໂຮ່ ມີກ່ອນນີ້ 400 ກວ່າປີແລ້ວ, ດ້ວຍກວ່າ 17 ວົງຕະກຸນເຮັດອາຊີບພາບແກະຄວັດສະຫຼັກໄມ້ພື້ນເມືອງ. ນັກສິລະປະການເຮັດພາບ ດົງໂຮ່ ຍາມໃດກໍໄດ້ຮັບການຕີລາຄາສູງກ່ຽວກັບລະດັບຄວາມສາມາດ ແລະ ສີມືອັນຄ່ອງແຄວ້. ເດືອນ ມີນາ 2013, ອາຊີບເຮັດພາບ ດົງໂຮ່ ໄດ້ຮັບການຮັບຮອງວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ນອນໃນບັນຊີລາຍຊື່ບັນດາອາຊີບທີ່ຕ້ອງໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນ. ປັດຈຸບັນນີ້, ໝູ່ບ້ານເຮັດພາບ ດົງໂຮ່ ທັງເປັນບ່ອນຜະລິດພາບສິລະປະທີ່ເປັນເອກະລັກ ທັງເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກມາຢ້ຽມຊົມ ແລະ ຄົ້ນຫາເປັນຈຳນວນຫຼາຍ.
ຖັນແຖວພະນັກງານຮັບໃຊ້ຢູ່ເທິງຖ້ຽວລົດໄຟ (ພາບ: VOV) |
ພາຍຫຼັງທີ່ວາລະສານທ່ອງທ່ຽວ Lonely Planet ຄັດເລືອກ ຖ້ຽວລົດໄຟ ຖົງເຍິດ ເໜືອ - ໃຕ້ ຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາການເດີນທາງດ້ວຍລົດໄຟທີ່ສຸດຍອດກວ່າໝູ່ໃນໂລກ ທີ່ບໍ່ຄວນພາດໃນປີ 2025 ນັ້ນ, ມີທ່ານຜູ້ຟັງຫຼາຍທ່ານຂອງ VOV ຢາກຊອກຮູ້ກ່ຽວກັບຖ້ຽວລົດໄຟດັ່ງກ່າວ. ຂໍ້ມູນກ່ຽວກັບຖ້ຽວລົດໄຟນີ້ ຈະໄດ້ຮັບການເປີດເຜີຍຕໍ່ໄປນີ້. ເຊີນທ່ານຕິດຕາມຮັບຟັງພ້ອມກັນເລີຍ.
ຖ້ຽວລົດໄຟ ຖົງເຍິດ ເໜືອ - ໃຕ້ ຫຼື ຖ້ຽວລົດໄຟ ເໜືອ - ໃຕ້ ເອກະພາບ ໄດ້ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ກັບ ຮ່າໂນ້ຍ ໂດຍໃຊ້ເວລາ 30 – 35 ຊົ່ວໂມງ, ດ້ວຍຄວາມຍາວກວ່າ 1.700 ກິໂລແມັດ ທີ່ແລ່ນຜ່ານບັນດາເຂດດິນແດນ, ນັບແຕ່ເຂດຕົວເມືອງທີ່ຄຶກຄັກຕະຫຼອດຮອດເຂດບ້ານນາທີ່ສະຫງົບງຽບ. ຈາກໃຈກາງນະຄອນ ໂຮ່ຈີມິນ ທີ່ອຶກກະທຶກຄຶກໂຄມ, ຂະບວນລົດໄຟກໍເລີ່ມອອກເດີນທາງ. ໂດຍຕ່າງກັບບັນດາຖ້ຽວບິນທີ່ວ່ອງໄວ ຫຼື ການເດີນທາງດ້ວຍລົດເມລົດໂດຍສານທີ່ອິດເມື່ອຍ, ການເດີນທາງດ້ວຍລົດໄຟໄດ້ສ້າງໂອກາດໃຫ້ເພື່ອນໄດ້ໃຊ້ຊີວິດທີ່ຊ້າກວ່າ. ເພື່ອນສາມາດເລືອກນອນຫ້ອງແອເຢັນເພື່ອພັກຜ່ອນຕາມສະບາຍ ຫຼື ນັ່ງຕັ້ງ ສຳລັບຜູ້ໃດທີ່ມັກຊົມທິດທັດທຳມະຊາດ ທັງໂອ້ລົມກັນ. ຢູ່ເທິງລົດໄຟຖ້ຽວນີ້, ເພື່ອນສາມາດພົບປະກັບຜູ້ໂດຍສານທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ລົດໄຟຖ້ຽວນີ້ໄດ້ຈອດຢູ່ຫຼາຍສະຖານີທີ່ພົ້ນເດັ່ນຄື ຍາຈາງ, ດ່າໜັງ, ເຫວ້, ວິງ, ແທັງຮວ໊າ… ນອກຈາກໄດ້ຮັບຊົມທິວທັດທຳມະຊາດຂອງ ຫວຽດນາມ ແລ້ວ, ຜູ້ໂດຍສານກໍສາມາດຊິມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງແຕ່ລະເຂດພາກຢູ່ສະຖານີລົດໄຟເລີຍ. ຄືດັ່ງຄຳແບ່ງປັນຂອງວາລະສານ Lonely Planet ວ່າ: “ຖ້າເພື່ອນຢາກສຳຜັດໄດ້ເຖິງຄວາມງາມຂອງ ຫວຽດນາມ ແບບຊ້າໆ, ເລິກເຊິ່ງ ແລະ ເຕັມໄປດ້ວຍຄວາມງົດງາມດັ່ງໃນຝັນ, ບໍ່ມີອັນໃດທີ່ສຸດຍອດກວ່າການຂຶ້ນຖ້ຽວລົດໄຟ ຖົງເຍີດ ເໜືອ - ໃຕ້”. ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຟັງຄວາມຮູ້ສຶກຂອງເພື່ອນ ເມື່ອເປັນຜູ້ໂດຍສານຂອງຖ້ຽວລົດໄຟດັ່ງກ່າວໃນໄວໆນີ້.
ພວກຂ້າພະເຈົ້າ ຂໍແນະນຳກ່ຽວກັບຮີດຄອງປະເພນີການແຕ່ງງານຂອງຄົນ ຫວຽດນາມ. ນີ້ກໍແມ່ນຄຳຖາມຂອງເພື່ອນ ຈຽມສີ ຢູ່ນະຄອນຫຼວງ ວຽງຈັນ.
ການແຕ່ງງານແມ່ນວຽກງານທີ່ສຳຄັນໃນຊີວິດຂອງຄົນເຮົາ. ຢູ່ ຫວຽດນາມ, ຮີດຄອງແຕ່ງງານ ປະກອບມີຫຼາຍພິທີກຳ ແລະ ຂຶ້ນກັບແຕ່ລະເຂດ, ພາກ ຈະມີບັນດາພິທີກຳທີ່ບໍ່ຄືກັນ. ຮີດຄອງແຕ່ງງານປະກອບມີບັນດາພິທີກຳດັ່ງນີ້: ພິທີພົບປະເຈົ້າພາບສອງຝ່າຍ; ພິທີຂໍ (ງານໝັ້ນ); ງານວິວາ, ພິທີແຕ່ງງານ ລວມມີ ພິທີໄປຮັບໄພ້ຢູ່ເຮືອນເຈົ້າສາວ ແລະ ງານແຕ່ງງານ ຮັບໄພ້ເຂົ້າເຮືອນຢູ່ເຮືອນເຈົ້າບ່າວ. ໂດຍຂຶ້ນກັບຮີດຄອງປະເພນີຂອງແຕ່ລະເຂດ, ພາກ ເຊິ່ງບັນດາພິທີດັ່ງກ່າວຈະມີເຄື່ອງຂອງບູຊາ ແລະ ການກະກຽມທີ່ແຕກຕ່າງກັນ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.