(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ ທັງໝົດ 389 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.
ກ່ອນຈະເປີດອ່ານຈົດໝາຍສະບັບຕ່າງໆທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ, ພວກຂ້າພະເຈົ້າຈະອັບເດດຂໍ້ມູນກ່ຽວຂ້ອງເຖິງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ. ໄລ່ຮອດວັນທີ 24 ມິຖຸນາ, ລາຍການພາກພາສາລາວ ໄດ້ຮັບບົດເຂົ້າຮ່ວມການເສັງຈຳນວນ 13 ບົດ. ບັນດາລາຍການອື່ນໆຄື ອິນໂດເນເຊຍ, ອັງກິດ, ຝລັ່ງ, ລັດເຊຍ, ສ.ເກົາຫຼີ, ຈີນ, ກຳປູເຈຍ, ເຢຍລະມັນ ກໍຍັງສືບຕໍ່ໄດ້ຮັບບົດເຂົ້າຮ່ວມການເສັງເປັນຈຳນວນຫຼາຍບົດ, ມີບາງບົດມີຄວາມຍາວເຖິງ 20 – 30 ໜ້າ.
ທາງຄະນະຈັດຕັ້ງໄດ້ກະກຽມລາຍການທ່ອງທ່ຽວ, ຄົ້ນຫາ ຫວຽດນາມ 5 ວັນ 4 ຄືນ ແລະ ຫຼາຍລາງວັນທີ່ຈັບອົກຈັບໃຈອື່ນໆເປັນທີ່ຮຽບຮ້ອຍແລ້ວ ເພື່ອກຽມພ້ອມມອບໃຫ້ບັນດາຜູ້ເຂົ້າຮ່ວມການເສັງທີ່ດີເດັ່ນ. ຍັງເຫຼືອບໍ່ພໍເທົ່າໃຈມື້, ຄະນະຈັດຕັ້ງກໍຈະຢຸດຮັບບົດເຂົ້າຮ່ວມການເສັງແລ້ວ, ສະນັ້ນ ທ່ານຈົ່ງເຮັດບົດເສັງໃຫ້ສຳເລັດ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ກ່ອນວັນທີ 30 ມິຖຸນາ 2025. ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.
ນອກຈາກໄດ້ຮັບບັນດາບົດເຂົ້າຮ່ວມການເສັງແລ້ວ, ໃນອາທິດຜ່ານມາ ພວກຂ້າພະເຈົ້າກໍມີຄວາມປະຕິຊົມຊື່ນ ຍ້ອນໄດ້ຮັບຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ເປັນຈຳນວນຫຼວງຫຼາຍອີກດ້ວຍ. ໃນນັ້ນ, ເພື່ອນ ຫຸມແພງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນໃນບົດເຂົ້າຮ່ວມການເສັງຂອງຕົນວ່າ: “ຂ້າພະເຈົ້າເປັນຜູ້ຟັງທີ່ສະໜິດສະແໜ້ນຂອງ VOV ມາແຕ່ດົນ. ຂ້າພະເຈົ້າລໍຄອຍຮອດວັນທີ 21 ມິຖຸນາ ຈຶ່ງສົ່ງບົດເຂົ້າຮ່ວມ ການເສັງ ແລະ ຂໍອວຍພອນບັນດາບັນນາທິການຂອງ VOV ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ 80 ປີແຫ່ງການສ້າງຕັ້ງ VOV. ຂໍຂອບໃຈສຳລັບການໃຫ້ຂ່າວ, ບົດໃນແຕ່ລະມື້”.
ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງນ້ຳໃຈ ແລະ ຄຳອວຍພອນໄຊອັນປະເສີດຂອງທ່ານຜູ້ຟັງທຸກໆທ່ານ. ຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີພາລະນາໄມສົມບູນ ແລະ ສົມຫວັງໃນຊີວິດ.
ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມຂອງຜູ້ຟັງ, ຜູ້ອ່ານທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄຳຖາມທຳອິດ ແມ່ນຂອງເພື່ອນ ຄຳຫຼ້າ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ: ໝາກລີ້ນຈີ່ທ່ຽວ ຂອງ ຫວຽດນາມ ໄດ້ປູກຢູ່ເຂດໃດແດ່ ແລະ ສົ່ງອອກໄປຍັງປະເທດໃດແດ່?
ສວນໝາກລີ້ນຈີ່ຢູ່ເມືອງ ລູກງ້ານ, ແຂວງ ບັກຢາງເກົ່າ (ພາບ: nhandan.vn) |
ຕາມ ທ່ານ ຮວິ່ງເຕິນດາດ - ຫົວໜ້າກົມປູກຝັງ ແລະ ປ້ອງກັນພືດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ), ຫວຽດນາມ ແມ່ນປະເທດທີ່ມີປະລິມານໝາກລີ້ນຈີ່ຢືນອັນດັບທີ 2 ໃນໂລກ. ໃນນັ້ນ, ແຂວງ ບັກຢາງ ແລະ ຫາຍເຢືອງ ເກົ່າ ແມ່ນບັນດາທ້ອງຖິ່ນທີ່ປູກໝາກລີ້ນຈີ່ຫຼາຍກວ່າໝູ່ໃນທົ່ວປະເທດ. ນອກຈາກນັ້ນແລ້ວ, ໝາກລີ້ນຈີ່ ຍັງໄດ້ປູກຢູ່ບັນດາແຂວງອື່ນຄື ຮຶງອຽນ, ລ້າງເຊີນ, ກວາງນິງ ແລະ ດັກລັກ… ອີກດ້ວຍ ແລະ ກໍໃຫ້ສະມັດຕະພາບດີ. ປັດຈຸບັນ, ຫວຽດນາມ ມີ 469 ລະຫັດເຂດປູກ, ດ້ວຍ 55 ລະຫັດກຽມພ້ອມສົ່ງອອກໄປຍັງຫຼາຍປະເທດຄື: ຈີນ, ອົດສະຕາລີ, ໄທ, ຍີ່ປຸ່ນ, ຝລັ່ງ…..
ຄຳຖາມຕໍ່ໄປທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ ພອນມະນີ ກໍຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ. ເພື່ອນ ພອນມະນີ ຢາກຮູ້ວ່າ, ນອກຈາກຫາດຊາຍທະເລ ເກືອຫຼໍ່ ແລ້ວ, ຫວຽດນາມ ຍັງມີຫາດຊາຍທະເລໃດແດ່ທີ່ຢູ່ໃກ້ຊາຍແດນ ລາວ - ຫວຽດ?
ດ້ວຍເສັ້ນຊາຍແດນລວມຍາວກວ່າ 2.000 ກິໂລແມັດ, ຢູ່ບັນດາແຂວງພາກກາງຂອງ ຫວຽດນາມ ກໍ່ມີຫາດຊາຍທະເລທີ່ສວຍງາມຈຳນວນໜຶ່ງທີ່ໃກ້ກັບຊາຍແດນລາວ.
ທະເລທຽນເກີ່ມ ແຂວງ ຮ່າຕິງ (ພາບ: baohatinh.vn) |
ນອກຈາກຫາດຊາຍທະເລ ເກືອຫຼໍ່ ທີ່ເປັນທີ່ຮູ້ຈັກກັນດີສຳລັບຄົນລາວຫຼາຍຄົນແລ້ວ, ຍັງມີທະເລ ເຍີດເລະ, ບ໋າວນິງ ຢູ່ແຂວງ ກວ໋າງບິ່ງ ເກົ່າ (ເຊິ່ງຕິດກັບແຂວງ ສະຫວັນນະເຂດ) ດ້ວຍຫາດຊາຍທະເລຂາວນິ້ມ ແລະ ນ້ຳຂຽວໃສ. ຫຼືວ່າທະເລ ທຽນເກີ່ມ ຢູ່ແຂວງ ຮ່າຕິງ ຕິດກັບແຂວງ ບໍລິຄຳໄຊ ກໍແມ່ນຫາດຊາຍທະເລທີ່ສວຍງາມ ແລະ ມີຊື່ສຽງ ດ້ວຍຄວາມງາມແບບປະຖົມປະຖານ, ນ້ຳຂຽວໃສ ແລະ ບັນດາຜາຫີນທີ່ມີຮູບຊົງເປັນເອກະລັກ. ບັນດາຫາດຊາຍທະເລຢູ່ພາກກາງ ແລະ ພາກໃຕ້ ຫວຽດນາມ ຄື ຍາຈາງ, ດ່າໜັງ, ຝູກວັກ ກໍໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຈຳນວນຫຼາຍ.
ຫວັງວ່າ ບັນດາສະຖານທີ່ທີ່ກ່າວມາຂ້າງເທິງ ຈະແມ່ນໜື່ງໃນທາງເລືອກຂອງເພື່ອນໃນແຜນການໄປທ່ອງທ່ຽວຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!