ແນະ​ນຳ​ບົດ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ "ເພື່ອນ​ຮູ້​ຫ​ຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ" 1

ແນະ​ນຳ​ບົດ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ
ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ​າງ​ອານ
ພາບ:travel.com.vn

* 10 ເຫດ​ການ​ພົ້ນ​ເດັ່ນ​ພາຍ​ໃນ​ປະ​ເທດ​ປີ 2014

    ເຫດ​ການ​ທີ 1 : ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ, ມະ​ຕິ​ເພື່ອ​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ.

  ປີ 2014 , ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ 29 ສະ​ບັບ​ແນ​ໃສ່​ສືບ​ຕໍ່​ສ້າງລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຫັນ​ບັນ​ດາ​ເນື້ອ​ໃນລັດ​ຖະ​ທຳ​ມະ​ນູນ​ປີ 2013 ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດເປັນ​ລະ​ອຽດ; ປົກ​ປ້ອງ ແລະ ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ, ບັນ​ດາ​ສິດ ແລະ ພັນ​ທະ​ໂດຍ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ. ສະ​ພາ​ແຫ່ງ​ຊາດ​ຍັງຮັບ​ຮອງ​ເອົາ​ ມະ​ຕິ 13 ສະ​ບັບ​ທີ່​ສຳ​ຄັນ, ໃນ​ນັ້ນ ມີ​ການ​ປັບ​ປຸງ​ເພີ່ມ​ເຕີມ​ມະ​ຕິ 35 ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ​ບັນ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ຊຶ່ງ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງຫຼື​ໃຫ້​ສັດ​ຕະ​ຍາ​ບັນ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ. ນັບ​ແຕ່ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ 8, ສະ​ພາ​ແຫ່ງ​ຊາດ​ເລີ່ມ​ຕົ້ນ​ເຮັດ​ວຽກ​ຢູ່​ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ຕຶກ​ໃໝ່.

   ເຫດ​ການ​ທີ 2 . ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ​ສ້າງເສດ​ຖະ​ກິດ​ມະ​ຫາ​ພາກເປັນ​ປົກ​ກະ​ຕິ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່; ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລ​ະ​ກິດ ແລະ ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ.

    ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ເພີ່ມ​ຂຶ້ນ​ເກືອບ 6%. ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ເພີ່ມ​ຂຶ້ນ​ກ່​ວາ 4%, ຕ່ຳ​ກວ່າ​ໝູ່​ໃນ​ໄລ​ຍະ 10 ປີ​ຜ່ານ​ມາ. ​ການສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ສ່ວນ​ລວມຄືນ​ໃໝ່, ​ການສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື​ອ່​ຖະ​ກິດ​ຄືນ​ໃໝ່, ການສ້າງ​ໂຄງ​ປະ​ກອບ​​ລັດວິ​ສາ​ຫະ​ກິດຄືນ​ໃໝ່ ແລະ ການສ້າງ​ໂຄງ​ປະ​ກອບ​ກະ​ສິີກຳຄືນ​ໃໝ່ຕິດ​ພັນ​ກັບ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ຮັບ​ການ​ຍູ້​ແຮງ. ຂະ​ແໜງ​ກະ​ສີ​ກຳ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ​ໃນ​ລະ​ດັບ​ສະ​ຖີ​ຕິ​ຄື ກວ່າ 30 ຕື້ USD . ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ທົດ​ສອບຫຼາຍ​ປະ​ການ ແລະ ໄດ້​ປະ​ກອບ​ສ່ວນ​ໃຫ້​ແກ່​ເສດ​ຖະ​ກິດ. ໃນ​ເງື່ອນ​ໄຂ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນັ້ນ, ເສດ​ຖະ​ກິດ​ຫວຽດ​ນາມ​ກໍ​ພວມ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ​້າ.

    ເຫດ​ການ​ທີ 3 : ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາ​ດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂ​ອງ​ປະ​ເທດ​ຊາດ.

   ໃນ​ກ່​ວາ 2 ເດືອນ​ຄື​ແຕ່​ວັນ​ທີ 1 ຫາ​ວັນ​ທີ 15/7/2014, ຈີນ​ໄດ້​ຕັ້ງ​ໃຈ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ນ່ານ​ທະ​ເລ​ຫວຽດ​ນາມ, ອັນ​ໄດ້​ລະ​ເມີດ​ສັນ​ທິ​ສັນ​ຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ທີ່​ບໍ​ລິ​ເວນ​ຕົວ​ຈິງ ກໍ​ຄື​ດ້ວຍ​ເສັ້ນ​ທາງ​ຕໍ່​ສູ້​ທາງ​ການ​ທ​ູດ, ຕໍ່​ສູ້​ທາງ​ຫາງ​ສຽງ ແລະ ຕໍ່​ສູ້​ນິ​ຕິ​ທຳ, ຫວຽດ​ນາມ​ຮຽກ​ຮ້ອງ​ຈີນ​ຕ້ອງ​ຖອນຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ນ່ານ​ທະ​ເລ​ຫວຽດ​ນາມ, ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາ​ດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂ​ອງ​ປະ​ເທດ​ຊາດ. ຫວຽດ​ນາມ​ມີ​ພະ​ຍານຫຼັກ​ຖານ​ດ້ານ​ກົດ​ໝາຍ​ຢ່າງ​ພຽງ​ພໍ​ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ເຈືອງ​ຊ​າ ແລະ ຮ່​ວາງ​ຊາ.

   ເຫດ​ການ​ທີ 4 : ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ 60 ປີ​ແຫ່ງວັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ

   ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພວມ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ 60 ປີ​ແຫ່ງວັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ, ໃນ​ນັ້ນ​ມີ​ພິ​ທີ​ຊຸມ​ນຸມ​ມິດ​ຕິງ​ລະ​ດັບ​ຊາດ​ຖືກ​ຈັດຂຶ້ນ​ຢູ່ຮ່າ​ໂນ້ຍ ແລະ ນະ​ຄອນ​ດ້ຽນ​ບຽນ. ຜ່​ານນີ້ ກໍ​ເພີ່ມ​ທະ​ວີ​ຄວາມ​ເອກ​ອ້າງ​ທະ​ນ​ົງ​ໃຈ​ຂອງ​ປະ​ເທດ​ຊາດ, ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ ແລະ ກຳ​ລັງ​ແຮງ​ຂອງ​ທັງ​ຊາດ​ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ.

ເຫດ​ການ​ທີ 5 : ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ 8

   ກອງ​ປະ​ຊຸມ​ໃຫຍ່​ໄດ້​ວາງ​ອອກ​ຈຸດ​ໝາຍ​ດຳ​ເນີນ​ງານ​ໃນ​ອະ​ຍຸ​ການ 2014-2019 ແມ່ນ​ເລັ່ງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ​ເຄື່ອນ​ໄຫວ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ເປັນ​ຜູ້​ຕາງ​ໜ້າ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂ​ອງ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ທາງ​ສັງ​ຄົມ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ຕັ້ງ​ໜ້າ​ເຂົ້າ​ຮ່ວມການກໍ່​ສ້າງ​ພັກ, ອຳ​ນາດ​ການ​ປົກ​ຄອງ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ກອບ​ສ່ວ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

    ເຫດ​ການ​ທີ 6 : ຫວຽດ​ນາມ​ມີ​ຕື່ມ​ອີກ 2 ມໍ​ລະ​ດົກວັດ​ທະ​ນະ​ທຳ​ໂລກ

  ວັນ​ທີ 23/6, ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ​າງ​ອານ ໃນ​ແຂວງ​ນິງ​ບີງ ໄດ້​ຖືກ​ອົງ​ການ UNESCO ຈັດ​ເຂົາ​ບັນ​ຊີ​ລາຍ​ຊື່ “ມໍ​ລະ​ດົກໂລກ”. ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ​າງ​ອານ ແມ່ນ ເຂດມໍ​ລະ​ດົກປະ​ສົມໂລກເຂດ​ທຳ​ອິດ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮອງ​ນັບ​ທັງ​ມາ​ດ​ຖານ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ. ຖັດ​ຈາກນັ້ນ, ແມ່ນ​ຮອດ​ວັນ​ທີ 27/11, ອົງ​ການ UNESCO ໄດ້​ເຊີດ​ຊູ​ຂັບ​ຫວິ, ຢ້ຳ​ຂອງ​ຫວຽດ​ນາມ​ແມ່ນ ມໍ​ລະ​ດົກວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງເປັນ​ຕົວ​ແທນ​ຂອງ​ມ່ວນ​ມະ​ນຸດ.

   ເຫດ​ການ​ທີ 7 : ​ຂົງ​ເຂດ​ການ​ສຶກ​ສາ ແລະ ກໍ່​ສ້າງ​ມີ​ການ​ຫັນ​ປ່ຽນແຂງ​ແຮງ.

     ໂດຍ​ຫັນ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກ​ສາ ແລະ ກໍ່​ສ້າງ​ໂດ​ຍ​ພື້ນ​ຖານ ແລະ ຮອບ​ດ້ານ, ຂະ​ແໜງ​ສຶກ​ສາ ແລະ ກໍ່​ສ້າງ​ໄດ້​ສະ​ເໜີ​ຜັນ​ຂະ​ຫຍາຍຫຼາຍ​ແຜນ​ແມ່​ບົ​ດ, ໂຄງ​ການ​ປ່ຽນ​ແປງ​ໃໝ່​ໃຫຍ່, ໃນ​ນັ້ນ​ມີແຜນ​ແມ່​ບົດ : ຈັດ​ຕັ້ງ​ການ​ເສັງ​ຈົບຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ຄັ້ງ​ດຽວ ທັງ​ເປັນ​ການຢັ້ງ​ຢືນ​ຮຽນ ຈົບຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ, ທັງ​ເປັນຫຼັກ​ຖານ​ເພື່ອ​ຄັດ​ເລືອກ​ເຂົ້າ​ຮຽນ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ; ປ່ຽນ​ໃໝ່ຫຼັກ​ສູດ​ປື້ມ​ແບບ​ຮຽນ ແລະ ປ່ຽນ​ໃໝ່​ວິ​ທີ​ຕີ​ລາ​ຄາ​ນັກ​ຮຽນ​ຊັ້ນ​ປະ​ຖົມ.

ເຫດການ​ທີ 8: ປະ​ກາດ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ວັນ “ວິທະຍາສາດ ​ແລະ ​               ເຕັກ​ໂນ​ໂລ​ຊີ​ຫວຽດນາມ” 18/5.

        ວັນ “ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ” ​ໄດ້​ກຳນົດ​ໃນ​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໄດ້​ຈັດ​ຕັ້ງ​ຂຶ້ນ​ເປັນ​ປະຈຳ​ປີ ​ເພື່ອ​ແນ​​ໃສ່​ເຊີດ​ຊູ​ບັນດາ​ນັກວິທະຍາສາດ ​ແລະ ຜົນງານ​ດ້າ​ນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ໂຄສະນາ​, ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ວິທະຍາສາດ; ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽກັບ​ພູມ​ປັນຍາ​ຫວຽດນາມ, ນ້ຳ​ໃຈ​​ຫ້າວ​ຫັນໃນ​ການ​ອອກ​ແຮງ​ງານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ບັນດາ​ຊັ້ນ​ຄົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຫວຽດນາມ. ​ໃນ​ປີ ຜະລິດ​ຕະພັນ​ເກ​ມທີ່​ມີ​ຊື່ວ່າ : “ Flappy Bird ‘’ ຂອງ​ນັກ​ປ​ະດິດສ້າງ ຫງວຽນ​ຮ່າ​ດົງ ​ໄດ້​ສ້າງ​ສິ່ງ​ທີ່​ໂດດ​ເດັ່ນ​ໃນ​ວົງ​ການ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ໂລກ.

ເຫດການ​ທີ ​9: ຂະ​ແໜງ​ສາທາລະນະ​ສຸກ​ຫວຽດນາມ​ບັນລຸ​ບາດກ້າວ​ໃນ​   ການຜ່າຕັດປ່ຽນ​ອະ​ໄວ​ຍະ​ວະ

       ພາຍຫຼັງກວ່າ 20 ປີ ​ທຳການຜ່າຕັດປ່ຽນ​ອະ​ໄວ​ຍະ​ວະ, ​ປີ 2015 ເປັນ​ຄັ້ງ​ທຳ​ອິດ,​ໂຮງໝໍ 103 ( ວິທະຍາຄານ​ເສນາ​ຮັກ ) ປະຕິບັດ​ສຳ​ເລັດ​ການຜ່າຕັດ​ໝາກ​ໄຂ່ຫຼັງ ​ແລະ ຕັບ​ອ່ອນພ້ອມ​ດຽວ​ກັນ. ​ໂຮງໝໍ​ສູນ​ກາງ ​ເຮ້ວ ​ໄດ້​ຜ່າຕັດ​ປ່ຽນ​ຫົວ​ໃຈ​ທຽມ​ເປັນ​ຄັ້ງ​ທຳ​ອິດ​ໃຫ້​ຄົນ​ເຈັບ​ຢູ່​ຫວຽດນາມ. ຜົນສຳ​ເລັດ​ນີ້​ສືບ​ຕໍ່​​ເປັນ​ການຢັ້ງຢືນ​ລະດັບການ​ແພດ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ສູງ, ​ເປີດບັນດາ​ກາລະ​ໂອກາດ​ກອບກູ້​ເອົາ​ຊີວິດ​ຂອງ​ຄົນ​ເຈັບທີ່​ຕິດພະຍາດ​ຮຸນ​ແຮງ.

ເຫດການ​ທີ ​10 : ພັກ ​ແລະ ລັດ​ສືບ​ຕໍ່​ຍູ້​ແຮງ​ຕໍ່ສູ້​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ; ​ເພີ່ມ​ທະວີ​ຂໍ້​ກຳ​ນົດກົດ​ລະບຽບ, ຂໍ້​ບັງຄັບ

       ມີຫຼາຍ​ບຸກຄົນ​ໄດ້​ຖືກສານ​ຕັດສິນ​ລົງ​ໂທດ​​ໃນ​ບັນດາ​ຄະດີ​ສໍ້​ຫຼາດ​ບັງ​ຫຼວງ​ລາຍ​ໃຫຍ່, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ການ​ເງິນ, ທະນາຄານ. ຫງວຽນ​ດຶກ​ກຽນ, ຮິງ​ທິຮວ່ຽນຍື ​ແລະ ມີ​ຈຳ​ເລີຍ​ອື່ນໆ​ໄດ້​ຮັບ​ການ​ຕັດ​ສິນ​ລົງ​ໂທດ​ຕາມ​ລະ​ບຽບ​ກົດ​ໝາຍ. ຄວາມ​ເດັດ​ດຽວ​ຂອງ​ພັກ ແລະ ລັດ​ມີ​ມີ​ຄຸນ​ປະ​ໂຫຍດ​ທີ່​ຕ​ັ້ງ​ໜ້າ​ເພື່ອ​ຍູ້​​ໄພສໍ້​ຫຼາດ​ບັງ​ຫຼວງຖອຍໄປ, ອັນ​ໄດ້​ນຳ​ຄວາມ​ເຊື່ອ​ໝັ້ນ​ມາ​ສູ່​ປະ​ຊາ​ຊົນ./.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ