ແນະ​ນຳ​ບົດ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ "ເພື່ອນ​ຮູ້​ຫ​ຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ" 2

(vovworld)-ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ແມ່​ນ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ ແລະ ເງື່ອນ​ໄຂທີ່​ຈຳ​ເປັນ​ຂອງ​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຂອ​ງ​ປະ​ເທດ​ຊາດ. ປີ 2014, ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່ ມີຫລາຍນ​ະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ຫວຽດ​ນາມ ຍັງ​ຄົງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ສິດ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ​ໃຫ້​ປະ​ກົດ​ຜົນ​ ເປັນ​ຈິງ.

ຈຸດ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ ຄົມປີ 2014 ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຈຳ​ນວນ​ຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ, ຈຳ​ນວນ​ຜ​ູ້​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ໄດ້​ຮັບ​ການ​ປັບ​ປຸງ, ​ຕັດ​ສິນເພີ່ມ​ເງິນ​ເດືອນ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ​ຜູ້​ອອກ​ກິນ​ເບ້ຍ​ບຳ​ນານ, ຜູ້​ມີ​ລະ​ດັບ​ເງິນ​ເດືອນ​ຕ່ຳ…

ແນະ​ນຳ​ບົດ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ
ພາບ​ປະ​ກອ​ບ

       ບັນ​ດາ​ຕ​ົວ​ເລກ​ຫນ້າ​ປະ​ທັບ​ໃຈ

        ໃນ​ຂົງ​ເຂດ​ແຮງ​ງານ, ປີ 2014 ຄາດ​ວ່າ​​ໄດ​້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ​້ານ​ຄົນ​, ເພີ່ມ​ຂຶ້​ນ 3,7 % ເມື່ອ​ທຽບ​ໃສ່​ປີ 2013, ໃນ​ນັ້ນ ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 105.000 ຄົນ, ລື່ນ​ກາຍ​ຄາດ​ໝາຍ​ທີ່ວາງ​ອອກກວ່າ 20%. ແລະ ໃນ​ປີຜ່ານ​ມາ, ບັນ​ດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ກໍ​ໄດ້​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທະ​ນາ​ຄານ​ແຫ່ງ​ລັດ ເບີກ​ຈ່າຍ​ຈຳ​ນວນ​ເງິນ ກວ່າ 12.000 ຕື້​ດົງ ເພື່ອ​ຊື້​ບັດປະ​ກັນ​ສຸ​ຂ​ະ​ພາບ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 6 ປີ, ຫນູນ​ຊ່ວຍ​ຄ​ອ​ບ​ຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ, ນັກ​ຮຽນ, ນັກ​ສຶກ​ສາ. ຫວຽດ​ນາມ ກໍ​ຍູ້​ແຮງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ທີ່​ດິນ​ທຳ​ການ​ຜະ​ລິດ, ນ້ຳ​ສະ​ອາດ​ໃຫ້​ແກ່​ຊາວ​ຊົນ​ເຜົ່​າ​ສ່ວນ​ຫນ້ອຍ, ປະ​ຕິ​ບັດ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາ​ກໄດ້​ກູ້​ຢືມ​ທຶນ ​ນັບ​ແສນໆ​ຄັ້ງ ດ້ວຍ​ຈຳ​ນວນ​ເງິນ​ເກືອບ 10.000 ຕື້​ດົງ. ປະ​ສິດ​ທິ​ຜົນ​ຂອງ​ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ ຍາກ​ຂອງ​ທັງ​ປະ​ເທດ ແລະ ບັນ​ດາ​ເມືອງ, ຕາ​ແສງ​ທຸກ​ຍາກ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ. ຮອດ​ທ້າຍ​ປີ 2014, ອັດ​ຕາ​ສ່ວ​ນ​ຄອບ​ຄົວ​ທຸກ​ຍາກ​ຂອງ​ທັງ​ປະ​ເທດ ຫລຸດ​ລົງ 1,8-2%/ປີ ເມື່ອ​ທຽບ​ໃສ່​ທ້າຍ​ປີ 2013(​ແຕ່ 7,8% ລົງ​ເຫລືອ​ພຽງ 5,8-6%), ສະ​ເພາະ​ບັນ​ດາ​ເມືອງ​ທຸກ​ຍາກ​ຫລຸດ​ລົງ​ສະ​ເລ່ຍ 5%/ປີ.

        ເລື່ອງຕັດ​ສິນ​ເພີ່ມ​ເງິນ​ເດືອນໃນ​ສະ​ພາ​ວະ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ ​ຫຍຸ້ງ​ຍາກ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​ ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໃນ​ຄວາມ​ພະ​ຍາ​ຍາມ​ຫນູນ​ຊ່ວຍ 3 ໝວດ​ເປົ້າ​ໝາຍ​ຄື: ຜູ​້​ມີ​ຄຸນ​ງາມ​ຄວາມ​ດີ, ຜູ​້​ອອກ​ກິນ​ເບ້ຍ​ບຳ​ນານ, ຜູ້​ມີ​ລະ​ດັບ​ເງິນ​ເດືອນ​ຕ່ຳ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        ປີ 2014 ເຖິງວ່າ​ຍັງ​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ ແຕ່​ລັດ​ຫວຽດ​ນາມ ໄດ້​ຕັດ​ສິນ​ສະ​ຫງວນ​ຈຳ​ນວນ​ເງິນ 11.000 ຕື້​ດົງ ເພື່ອ​ແກ້​ໄຂ​ເງິນ​ເດືອ​ນສ່ວນ​ຫນຶ່ງ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ລັດ​ຖະ​ກອນ​ມີ​ລະ​ດັບ​ເງິນ​ເດືອນ​ຕ່ຳ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ນີ້​ແມ່ນ​ຄຳ​ຕັດ​ສິນ​ມີ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດ. ຍ້ອນ​ເງື່ອນ​ໄຂ​ເສດ​ຖະ​ກິດ ແລະ ງົບ​ປະ​ມານ​ຍັງ​ຈຳ​ກັດ​ຢູ່ ສະ​ນັ້ນ ພວກ​ເຮົາ​ຕ້ອງ​ແກ້​ໄຂ​ເທື່ອ​ລະ​ກ້າວ, ກ້າວ​ໄປ​ເຖິງ​ຈຸດ​ໝາຍ ເງິນ​ເດືອນ​​ຕ້ອງຮັບ​ປະ​ກັນ​ລະ​ດັບ​ຄອງ​ຊີບ.”

        ແລະ​ກໍ​ໃນ​ປີ 2014, ຫວຽດ​ນາມ ສືບ​ຕໍ່​ລົງ​ທຶນກໍ່​ສ້າງ​ໃຫມ່ ແລະ ຍົກ​ລະ​ດັບ​ເປີດ​ກວ້າງ​ໂຮງ​ໝ​ໍ​ຫລາຍ​ແຫ່ງ, ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ​ເຂດ​ທະ​ເລ​ໝູ່​ເກາະ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກນອກ​ລັດ. ບັນ​ດາ​ຮູບ​ການ​ປະ​ກັນ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ດ້ວຍ​ຜະ​ລິດ​ຕະ​ພັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ ແລະ ປະ​ກັນ​ຫວ່າງ​ງານ ນັບ​ມື້ຶ້​ນັບ​ເພີ່ມ​ຂຶ້ນ ແລະ ໄດ້​ຊົມ​ໃຊ້​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ ແລະ ສິດ​ຜົນ​ປະ​ໂຫຍດ​ຕາມ​ການ​ກຳ​ນົດ. ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ ບັນ​ລຸກວ່າ 11,5 ລ້ານ​ຄົນ. ອັດ​ຕາ​ສ່ວນ​ຜູ້​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ​ບັນ​ລຸ​ປະ​ມານ 72% ຍອດ​ຈຳ​ນວນ​ພົນ​ລະ​ເມືອງ. ທ່ານ ບຸ່ຍ​ຊີ້​ເລີ້ຍ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ໃນ​ປີຜ່ານ​ມາ, ລັດ​ຖະ​ບານ​ສຸມ​ໃສ່​ແກ້​ໄຂ​ນະ​ໂຍ​ບາຍ​ສັງ​ຄົມ​ເປັນ​ຢ່າງ​ດີ. ພວກ​ເຮົາ​ສະ​ຫງວ​ນ 18% ງົບ​ປະ​ມານ​ເພື່ອ​ເບີກ​ຈ່າຍໃຫ້​ແກ່​ສະ​ຫວັດ​ດີ​ການ​ສັງ​ຄົມ, ນະ​ໂຍ​ບາຍ​ສັງ​ຄົມ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ນະ​ໂຍ​ບາຍ​​ສຳ​ລັບຜູ້​ມີ​ຄຸນ​ງາມ​ຄວາມດີ. ຈຸດ​ພົ້ນ​ເດັ່ນ​ນັ້ນ​ແມ່ນ ພວກ​ເຮົາ​ຮັບ​ປະ​ກັນ​ນະ​ໂຍ​ບາຍ​​ສຳ​ລັບຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ເປັນ​ຢ່າງ​ ດີ.”

        ປ​ະ​ຖົມ​ປັດ​ໄຈ​ສະ​ດວກ​ໃຫ້​ແກ່​ປີ 2015

        ປີ 2015, ຫວຽດ​ນາມ​ໄດ້​ວາງ​ຈຸດ​ໝາຍ​ສັງ​ຄົມ​​ສຳ​ຄັນ, ໃນ​ນັ້ນ ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ​ແຕ່ 1,7-2%, ສ້າງວ​ຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ້​ານ​ຄົນ, ອັດ​ຕາ​ສ່ວນ​ຜູ້​ຫວ່າງ​ງານ​ຢູ່​ເຂດ​ຕົວ​ເມືອ​ຕ່ຳ​ກວ່າ​ລະ​ດັບ 4%. ເພື່ອ​ບັນ​ລຸ​ບັນ​ດາ​ຈຸດ​ໝາຍ​ດັ່ງ​ກ່າວ, ລັດ​ຖະ​ບານ ຈະ​ສືບ​ຕໍ່​ສຸມ​ໃສ່​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສອນ​ວິ​ຊາ​ຊີບ, ແກ້​ໄຂວຽກ​ເຮັດ​ງານ​ທຳ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ພິ​ເສດ ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວ​ນ​ຫນ້ອຍ, ເຂດ​ຫ່າງ​ໄກ​ສອກ​ຫລີກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຮູ້​ວ່າ:

        ການ​ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ, ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ຈາກ​ການ​ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ປ່າ, ຕິດ​ພ​ັນ​ກັບ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ ແລະ ຫັນ​​ຜົນ​ລະປູກ​​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ທີ່​ມີ​ຢູ່​ແລ້ວ, ເປັນ​ຕົ້ນ​ກ່ຽວ​ກັບ​ທີ່​ດິນ​ທຳ​ການ​ຜະ​ລິດ, ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ນ້ຳ​ສະ​ອາດ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ພັດ​ທະ​ນາ​ຂະ​ແຫນງ​ອາ​ຊີບ, ສົ່ງ​ເສີມ​ກະ​ສິ​ກຳ, ປ່າ​ໄມ້ ແລະ ໝູນ​ໃຊ້​ບັນ​ດາ​ຄວາມ​ຄືບ​ຫນ້າ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະ​ ລິດ. ລັດ​ຖະ​ບານ​ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ດຳ​ລັດ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ດັ່ງ​ ກ່າວ ແລະ ພວມ​ຊີ້​ນຳ​ສ້າງ​ໃຫ້​ສົມ​ບູນ​ແບບ​ເພື່ອ​ປະ​ກາດ​ໃຊ້​ໂດຍ​ໄວ.”

        ພ​້ອ​ມ​ກັບ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ, ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ​ມີ​ຜົນ​ສັກ​ສິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ​ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ວິ​ຊາ​ຊີບ ຈະ​ແມ່ນ​ບັນ​ດາ​ກອບ​ກົດ​ໝາຍ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃຫ້​ແກ່​ປະ​ ຊາ​ຊົນ. ເລື່ອງ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ ຜົນ ໃນ​ສະ​ພາ​ວະ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ນັ້ນ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​ຂອງ​ອຳ​ນາດ​ການ​ປົ​ກ​ຄອງ​ໃນ​ ປີ 2014. ສິ່ງ​ດັ່ງ​ກ່າວ​ຢືນ​ຢັນການ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໂດຍບໍ່​ຮູ້​ອິດ​ຮູ້​ເມື່ອຍ ໃນ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ​ຫວຽດ​ນາມ, ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຫັນ​ບັນ​ດາ​ສິດ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ