ແນະ​ນຳເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງນິງບິ່ງ, ຫ​ວຽດ​ນາມ

(VOVWORLD) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 256 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 41 ປະເທດ ແລະ ເຂດແຄ້ວນ.
 

ແນະ​ນຳເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງນິງບິ່ງ, ຫ​ວຽດ​ນາມ - ảnh 1 (ພາຍຸ Doksuri ໄດ້ກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງທາງດ້ານຊັບສິນວັດຖຸ ແລະ ຊີວິດອີນຊີ ເມື່ອພັດເຂົ້າບັນດາແຂວງທາງພາກກາງ)

ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, VOV ໄດ້ຮັບບັນດາຄຳຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ແບ່ງປັນຈາກທ່ານຜູ້ຟັງລາວ ກ່ຽວກັບພາຍຸ Doksuri ທີ່ພັດເຂົ້າບັນດາແຂວງທາງພາກກາງຂອງຫວຽດນາມ. ໃນນັ້ນ, ເພື່ອນ ສຸກດາວັນ, ຢູ່ແຂວງ ຫົວພັນ ໄດ້ແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ພາຍຸ Doksuri ໄດ້ກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງທາງດ້ານຊັບສິນວັດຖຸ ແລະ ຊີວິດອີນຊີ ເມື່ອພັດເຂົ້າບັນດາແຂວງທາງພາກກາງ, ຫວຽດນາມ. ຂ້າພະເຈົ້າຂໍແບ່ງປັນຄວາມເສົ້າສະຫຼົດໃຈ ແລະ ຫວັງວ່າ ບັນດາຄອບຄົວຖືກເສຍຫາຍນັ້ນ ຈະຜ່ານຜ່າຄວາມຫຍຸ້ງຍາກເພື່ອກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

        ເພື່ອນສຸກສາຄອນ, ຢູ່ແຂວງຫົວພັນ, ໄດ້ສົ່ງອີແມວມາລາຍການຖາມວ່າ: ວັນບຸນໄວ້ພະຈັນຂອງບັນດານ້ອງນ້ອຍເຍົາວະຊົນ, ອະນຸຊົນຫວຽດນາມ ແມ່ນມື້ໃດ? ພວກນ້ອງນ້ອຍຈະເຮັດຫຍັງແດໃນມື້ນັ້ນ.

        ເພື່ອນສຸກສາຄອນ ທີ່ຮັກແພງ, ຕາມຮີດຄອງປະເພນີຂອງຊາວຫວຽດນາມ ແຕ່ສະໄໝບູຮານຈົນມາຮອດປະຈຸບັນ, ວັນບຸນໄວ້ພະຈັນ ໄດ້ຮັບການຈັດຕັ້ງໃນກາງລະດູໃບໄມ້ຫຼົ່ນ, ເຊິ່ງກົງກັບວັນທີ 15 ເດືອນ 08 (ໄລ່ຕາມຈັນທະປະຕິທິນ). ໃນໂອກາດນີ້, ບັນດາຄອບຄົວເຄີຍຈັດພາເຂົ້າບຸຊາບັນພະບຸລຸດ ແລະ ຢາຍເຂົ້າໜົມຢູ່ຕາມເດີນບ້ານເພື່ອບູຊາດວງພະຈັນ. ຄ່ຳຄືນວັນບຸນໄວ້ພະຈັນ ພວກເດັກນ້ອຍຈະໄດ້ແຫ່ໂຄມໄຟເບິ່ງເຊີດສິງໂຕ, ໄດ້ຮ້ອງບັນດາເພງໄວ້ພະຈັນ ແລະ ກິນເຂົ້າໜົມ, ໝາກໄມ້ທີ່ພໍ່ແມ່ໄດ້ຢາຍບູຊາຢູ່ເດີ່ນບ້ານ, ພາຍໃຕ້ຮູບການແມ່ນພາເຂົ້າ. ຕາມຮີດຄອງປະເພນີ້ແລ້ວ, ເລື່ອງເດັກນ້ອຍກິນເຂົ້າໜົມ, ໝາກໄມໃນຄ່ຳຄືນວັນບຸນໄວ້ພະຈັນນັ້ນໄດ້ເອີ້ນວ່າ “ຮັບບຸນ”. ແລະ ວັນບຸນໄວ້ພະຈັນປີນີ້ແມ່ນກົງກັບວັນທີ 04 ຕຸລາ 2017.

ແນະ​ນຳເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງນິງບິ່ງ, ຫ​ວຽດ​ນາມ - ảnh 2 (ນັກຮ້ອງ ຄຳປະສົງ ທິລະສັກ, ມາຈາກລາວ ມີຄວາມຕົກສະເງີ້ກ່ຽວກັບຄວາມງາມຂອງຈ່າງອານ)

        ເພື່ອນສຸກມາລີ ທຳມາວົງສາ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ເບິ່ງພາບສາລະຄະດີຂອງພວກເພື່ອນໃນເວັບໄຊ vovworld.vn, ເມື່ອມີນັກຮ້ອງລາວ 2 ຄົນເຂົ້າຮ່ວມງານປະກວດສຽງເພງອາຊຽນ +3 ຢູ່ຫວຽດນາມ ໃນໄລຍະຜ່ານມາ. ຂ້າພະເຈົ້າເຫັນວ່າ, ບັນດານັກຮ້ອງໄດ້ໄປຢ້ຽມຢາມເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງນິງບິ່ງ. ຜ່ານຮູບພາບຖ່າຍນັ້ນ, ຂ້າພະເຈົ້າເຫັນ ທິວທັດທຳມະຊາດຢູ່ທີ່ນີ້ສວຍງາມທີ່ສຸດ ແລະ ດຶງດູດໃຈຫຼາຍ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບເຂດທ່ອງທ່ຽວດັ່ງກ່າວ.

        ເພື່ອນ ສຸກມາລີ ທຳມາວົງສາ ທີ່ຮັກແພງ, ເຂດທ່ອງທ່ຽວຊີວະພາບ ຈ່າງອານ, ນອນໃນກຸ່ມທັດສະນີຍະພາບຈ່າງອານ, ແຂວງນິງບິ່ງ, ມີເນື້ອທີ່ທັງໝົດ 2168 ເຮັກຕາ, ຫ່າງຈາກນະຄອນຫຼວງຮ່າໂນ້ຍ ໄປທາງທິດໃຕ້ກວ່າ 90 ກ.ມ, ໄດ້ກາຍເປັນສະຖານທີ່ລື້ງເຄີຍສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຢ່າງແທດຈິງ. ເຂດທ່ອງທ່ຽວ ຈ່າງອານ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ ນັບແຕ່ປີ 2014. ຈ່າງອານແມ່ນໜຶ່ງໃນບັນດາເຂດທີ່ມີທິວທັດທຳມະຊາດລວມມີບັນດາພູຫີນປູນຖືກນ້ຳໄຫຼເຊາະມີບັນດາລະບົບຖ້ຳດ້ວຍນົມຜາ, ໜໍ່ຫີນ, ແມ່ນ້ຳຫຼອດພື້ນຖ້ຳ… ທີ່ສວຍງາມ ແລະ ດຶງດູດໃຈທີ່ສຸດໃນໂລກ. ຄຽງຂ້າງນັ້ນແມ່ນເຂດພູຜາປ່າດົງສະລັບຊັບຊ້ອນດ້ວຍຄວາມສູງ 200 ມ, ມີລະບົບແມ່ນ້ຳຫຼອດພື້ນຖ້ຳອ້ອມຮອບດ້ວຍສາຍພູຕິດຕໍ່ໃສ່ກັນດ້ວຍລວງຍາວເຖິງ 1 ກ.ມ. ຄວາມປະສົມກົມກຽວຂອງຫີນ, ແມ່ນ້ຳລຳເຊ, ພູຜາປ່າໄມ້… ຢູ່ຈ່າງອານ ໄດ້ສ້າງເປັນໂລກທຳມະຊາດທີ່ມີຊີວິດຊີວາ. ນອກນັ້ນ, ສ່ວນໜຶ່ງຂອງເຂດນີ້ກໍ່ແມ່ນບ່ອນຖ່າຍຖຳຮູບເງົາ King Kong 2017 ຂອງຜູ້ກຳກັບການສະແດງຊາວອາເມລິກາ Vogt Roberts. ຍ້ອນທິວທັດທຳມະຊາດທີ່ສວຍງາມຂອງເຂດນີ້ໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມນັບມື້ນັບຫຼາຍ, ໃນນັ້ນມີທັງນັກທ່ອງທ່ຽວລາວອີກດ້ວຍ. ແລະໃນການໄປຢ້ຽມຢາມຈ່າງອານ ເມື່ອມາຫວຽດນາມ ເຂົ້າຮ່ວມງານປະກວດສຽງເພງອາຊຽນ +3 ຜ່ານມາ, ໄດ້ນັ່ງເທິງເຮືອຢ້ຽມຊົມເຂດທ່ອງທ່ຽວດັ່ງກ່າວ, ນັກຮ້ອງ ຄຳປະສົງ ທິລະສັກ, ມາຈາກລາວ ມີຄວາມຕົກສະເງີ້ກ່ຽວກັບຄວາມງາມຂອງຈ່າງອານ.

(ນັກຮ້ອງ ຄຳປະສົງ ທິລະສັກ)

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ