ໃນອາທິດຜ່ານມາ,ລາຍການກະຈາຍສຽງພາກພາສາລາວສືບຕໍ່ໄດ້ຮັບຈົດໝາຍ,ອິແມວແລະໂທລະສັບຈາກຜູ້ຟັງລາວຫຼາຍຄົນ

ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ສືບ​ຕໍ່​​ໄດ້ຮັບ​ຈົດ​ໝາຍ, ອິ​ແມວ​ ແລະ ໂທ​ລະ​ສັບ​ຈາກ​ຜູ້​ຟັງ​​ລາວຫຼາຍ​ຄົນ.​ໃນ​ລາຍການ​ພາກ​ນີ້,​ພວກ​ເຮົາ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດໝາຍ​ບາງ​ສະບັບ ​ແລະ ຕອບ​ບາງ​ຄຳ​ຖາມ ຊື່​ງຜູ້​ຟັງ​ສ່ົງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ​ ​             

              

ໃນອາທິດຜ່ານມາ,ລາຍການກະຈາຍສຽງພາກພາສາລາວສືບຕໍ່ໄດ້ຮັບຈົດໝາຍ,ອິແມວແລະໂທລະສັບຈາກຜູ້ຟັງລາວຫຼາຍຄົນ - ảnh 1
ອ່າວ ຮ້າລອງ
ພາບ:internet

        ທ່ານ ວັນ​ດີ ຢູ່ ແຂວງ ບໍລິ​ຄຳ​ໄຊ ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດຍ​​ເວົ້າວ່າ: ຂ້າ​ພະ​ເຈົ້າ ​​​​​​ເຄີຍຕິດຕາມ​ຂ່າວ​ໃນ​ຫນ້າ​ເວັບ vovwolrd.vn ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ລາຍການ​ຂ່າວຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ອຸດົມສົມບູນ, ອັບ​ເດດ ​ແລະ ພິ​ເສດ​ແມ່ນ​ສ່ອງ​ແສງ​ບັນດາ​ເຫດການ​ຮ້ອນ​ເຮັ່ງ​ໃນ​ໂລກ​ຢ່າ​ງທັນ​ການ. ນອກ​ນັ້ນ ຂ້າພະ​ເຈົ້າ​ກໍ​ເຄີຍ​ເຂົ້າ​ອ່ານ​ຄໍ​ລຳ​ຕ່າງໆ​ຄື: ວັດທະນະທຳ​ຫວຽດນາມ, ຄົ້ນ​ຫາ​ຫວຽດນາມ, ສີສັນ 54 ຊົນ​ເຜົ່າ, ຊົນນະບົດ​ໃຫມ່… ​ໃນ​ນັ້ນ ຂ້າພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ລາຍການ​ຄົ້ນ​ຫາ​ຫວຽດນາມ.  ຜ່ານ​ລາຍການ​ນີ້, ຂ້າພະ​ເຈົ້າ​ໄດ້​ຮູ້​ຈັກ​ເຖິງ​ຫລາຍ​ເຂດ​ແຄ້ວ​ນ, ​ເຂດປູຊະນີຍະສະຖານປະຫວັດສາດ​ວັດທະນະທຳ​, ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ຫລາຍ​ແຫ່ງ​ຢູ່​ຫວຽດນາມ ຊື່​ງ​ແມ່ນ​ບັນດາ​ແຫ່ງ​ທີ່​ຂ້າພະ​ເຈົ້າ​ບໍ່​ທັນ​ມີ​ໂອກາດ​ໄດ້​ມາ​ຢ້ຽມຢາມ​ເທື່ອ.

        ​ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ,         ທ່ານ ຄຳ​ພັນ ຢູ່ ​ວຽງ​ຈັນ ​ ​​ເວົ້າ​ວ່າ:  ຜ່ານ​ໄລຍະ​ຫນຶ່ງ​ທີ່​ ຕິດຕາມລາຍການ​ພາກ​ພາສາລາ​ວ​, ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ຮູບ​ພາບ​ກ່ຽວ​ກັບ​ບັນດາ​ໝູ່​ບ້ານ​ອາຊີບ​ຫັດຖະກຳຫລາຍ​ແຫ່ງຂອງ​ຫວຽດນາມ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ຢາກ​ຮູ້​ວ່າ ປະຈຸ​ບັນ ນະຄອນຮ່າ​ໂນ້ຍ ມີ​ ​ໝູ່​ບ້ານ​ອາຊີບ​ຫັດຖະກຳເທົ່າ​ໃດ​ແຫ່ງ ​ແລະ ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ໝູ່​ບ້ານ​​ເຫຼົ່ານັ້ນ​ຄື​ແນວ​ໃດ?.

        ທ່ານ​ຄຳ​ພັນ​ທີ່​ຮັກ​ແພງ! ປະຈຸ​ບັນ ຢູ່​ຮ່າ​ໂນ້ຍ ມີໝູ່​ບ້ານ​ອາຊີບຫັດຖະກຳ​ກວ່າ 200 ​ແຫ່ງ ດ້ວຍ 47 ​ອາຊີບ(​ໃນ​ຍອດ​ຈຳນວນ 52 ອາຊີບ​ໃນ​ທົ່ວ​ປະ​ເທດ) ຄື: ໝູ່​ບ້ານ​ຜະລິດ​ເຂົ້າ​ປຸ້ນ ຟູ​ໂດ, ໝູ່​ບ້ານ​ຕຳ່​ແຜ່ນ ​ຈຽວ​ຄຸກ, ໝູ່​ບ້ານ​ຜະລິດ​ເຄື່ອງ​ເຟນີ​ເຈີ ທຽດອື​ງ, ໝູ່​ບ້ານ​ຜະລິດ​ເຄື່ອງ​ດົນຕີ​ພື້ນ​ເມືອງ ດາວ​ຊາ, ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ,ໝູ່​ບ້ານ​ແພ​ໄຫມ ຫວ້ານ​​​​​​ຟຸກ… ​ແລະ​ສ່ວນ​ຫລາຍ​ແມ່ນ​ເຕົ້າ​ໂຮມ​ຢູ່ບາງ​ເມືອງຊານ​ກຳ​ແພງ​ນະຄອນ​ຮ່າ​ໂນ້ຍ ຄື: ຟູ​ຊວຽນ, ​ເທື່ອ​ງຕີນ, ​ເຈືອງ​ໝີ, ອື​ງຮ່ວາ, ​ແທງ​ອວາຍ. ໝູ່​ບ້ານ​ອາຊີບຫັດຖະກຳມີ​ອາຍຸ​ຢ່າງ​ຫນ້ອຍ​ສຸດ 50 ປີ. ບາງ​ໝູ່​ບ້ານອາຊີບ​ໄດ້​ມີ​ອາຍຸ 500-700 ປີ; ໝູ່​ບ້ານ​ຜະລິດ​ເຄ່ືອງ​ປັ້ນດິນ​ເຜົາ ບາດ​ຈ່າງ ມີອາຍຸ​ເກືອບ 500 ປີ. ບັນດາ​ໝູ່​ບ້ານ​ເຫຼົ່ານີ້ ປະຈຸ​ບັນ ຍັງຄົງ​ຮັກສາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​​ເຊື້ອ, ມີ​ຜະລິດ​ຕະພັນ​ຫລາຍ​ຢ່າງ​ຈະ​ແຈ້ງ​ຈຸດ​ວັດທະນະທຳ​ຂອງ​ຊາດ​ຢ່າງ​ຈະ​ແຈ້ງ​​ໃນແຕ່ລະ​ໄລຍະ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ໝູ່​ບ້ານອາຊີບ​ຫັດຖະກຳ​ ຮ່າ​ໂນ້ຍ ​ໄດ້​ປະກອບສ່ວນ​ໃນ​ການ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ກວ່າ 740.000 ຄົນ(ກວມ​ເອົາ 65% ຈຳນວນ​ພົນລະ​ເມືອງ​ຢູ່​ເຂດ​ຊົນນະບົດ ​ແລະ 42% ຍອດ​ຄົນ​ງານ​ໃນ​ເຂດ​ອຸດສາຫະກຳ-​ອຸດສາຫະກຳ​ນ້ອຍ​ຢູ່​ຮ່າ​ໂນ້ຍ). ລາຍ​ຮັບ​ສະ​ເລ່ຍຂອງ​ຄົນ​ງານ​ບັນລຸ ປະມານ 2 ລ້ານ​ດົງ/​ເດືອນ. ການ​ພັດທະນາ​ຂອງ​ໝູ່​ບ້ານ​ອາຊີບ ​ໄດ້​ປະກອບສ່ວນ​ເພີ່ມ​ອັດຕາ​ສ່ວນ​ຂະ​ແຫນງ​ອຸດສາຫະກຳ, ການ​ຄ້າ ຂຶ້ນ​ເຖິງ 80%, ກວມ​ເອົາ 10% ຍອດ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ-​ອຸດສາຫະກຳ​ນ້ອຍ​ຂອງ​ນະຄອນຫລວງ.

ໃນອາທິດຜ່ານມາ,ລາຍການກະຈາຍສຽງພາກພາສາລາວສືບຕໍ່ໄດ້ຮັບຈົດໝາຍ,ອິແມວແລະໂທລະສັບຈາກຜູ້ຟັງລາວຫຼາຍຄົນ - ảnh 2
ຖ້ຳ ຊືງຊົດ ຢູ່ ຮ້າລອງ
ພາບ: internet

        ​ໃນ​ອິ​ແມວ​ສົ່ງ​ເຖິງ​ລາຍການ​ໃນ​ອາທິດ​ຜ່ານ​ມາ, ທ່ານ ພອນ​ທະວີ ຢູ່ ​ແຂວງ ຫົວພັນ ​ເວົ້າ​ວ່າ: ​​ໃນ​ຍາມ​ພັກ​ແລ້ງປີ​ນີ້ ຂ້າພະ​ເຈົ້າ​ຢາກ​ພາ​ຄອບຄົວ​ໄປ​ທ່ອງ​ທ່ຽວ​ຢູ່​ຫວຽດນາມ, ​ແລະ ສະຖານ​ທີ່​ຂ້າພະ​ເຈົ້າ​ເລືອກ​ເຟັ້ນນັ້ນ​ແມ່ນ ອ່າວ​ຮ້າ​ລອງ. ​ເພື່ອ​ກະກຽມ​ໃຫ້​ແກ່​ລາຍການ​ທ່ອງ​ທ່ຽວ​ຂອງ​ຕົນ, ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ຂໍ້ມູນ​ຂ່າວສານ​ກ່ຽວ​ກັບ​ອ່າວ​ຮ້າ​ລອງ, ຫວັງ​ວ່າ ພວກ​ອ້າຍ​ເອື້ອຍ​ໃນ​ລາຍການ​ພາກ​ພາສາ​ລາວ​ຊ່ວຍ​ຂ້າພະ​ເຈົ້າ​ແດ່.

        ທ່ານ​ພອນ​ທະວີ ທີ່​ຮັກ​ແພງ! ອ່າວ​ຮ້າ​ລອງ ຖືກ​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ​ຫວຽດນາມ, ​ແມ່ນ​ສ່ວນ​ຫນຶ່ງ​ທາງ​ທິດຕາ​ເວັນ​ຕົກ​ອ່າວ​ພາກ​ເຫນືອ. ອ່າວຮ້າ​ລອງ ມີ​ ເນື້ອ​ທີ່ທັງໝົດ1553 ກິ​ໂລ​ຕາ​ແມັດ, ຊື່​ງລວມມີ​ເກາະ​ໃຫຍ່​ນ້ອຍ 1969 ​ແຫ່ງ, ​ໃນ​ນັ້ນ 989 ​ແຫ່ງ​ຖືກຕັ້ງ​ຊື່​ແລ້ວ ​ແລະ 980 ​ແຫ່ງ​ບໍ່ທັນຕັ້ງ​ຊື່. ອ່າວ​ຮ້າ​ລອງ ​ແມ່ນ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ ມີ​ຮ່ອງຮອຍ​ສຳຄັນ​ຫລາຍ​ຢ່າງ​ຂອງ​ວິວັດທະນາ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ປະຫວັດສາດ​ຫນ່ວຍ​ພິພົບ ພ້ອມ​ທັງ​ແມ່ນ​ຜະລິດ​ຕະພັນ​ສິລະ​ປະ​ປະຕິມາ​ກຳ​ອັນ​ຍິ່ງ​ໃຫຍ່ຂອງ​ທຳມະ​ຊາດ ດ້ວຍ​ການ​ປະກົດ​ອອກ​ຂອງ​ຖ້ຳ​ຫລາຍ​ແຫ່ງຢ່າງມະຫັດສະຈັນ, ທັງມີ​ຊີວິດ​ຊີວາ ທັງ​ເລິກ​ລັບ. ຄຽງ​ຄູ່​ກັນ​ນັ້ນ ອ່າວ​ຮ້າ​ລອງ ຍັງ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ຊີວະ​ນາໆ​ພັນ ດ້ວຍ​ລະບົບ​ຊີວະນາໆ​ພັນ​ທີ່​ພົ້ນ​ເດັ່ນ​ຫລາຍ​ຢ່າງ ພ້ອມ​ກັບ​ສັດສາ​ວາ​ສິ່ງ​ນັບ​ພັນ​ໆຊະນິດ. ຢູ່​ທີ່​ນີ້ ຍັງຕິດ​ພັນ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ ປະຫວັດສາດ​ອັນ​ສະຫງ່າ​ອົງ​ອາດ​ຂອງ​ຊາດ​ຫວຽດນາມ.​ ​ເມື່ອ​ມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງ ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ສິ່ງ​ມະຫັດສະຈັນ​ຂອງ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ຢ້ຽມຢາມພິພິດທະພັນ​ທໍລະນີ​ສາດອັນ​ລ້ຳ​ຄ່າ​ຊ່ື​ງ​ໄດ້​ຮັບ​ການ​ຮັກສາ​ຢູ່​ກາງ​ແຈ້ງ​ເຖິງ 300 ປີ​ອີກ​ດ້ວຍ.

ລາຍ​ການ​ພາກ​ພາ​ສາ​ລາວ ຂອບ​ອົກ​ຂອບ​ໃຈ​ພວກ​ທ່ານ​ທີ່​ໄດ້​ຍາດ​ເວລາຕິດ​ຕາມ, ສົ່ງ​ຈົດ​ໝາຍ​ປະ​ກອບ​ຄຳ​ເຫັນເຖິງ​ລາຍ​ການ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່າ​ນ​ຜູ້​ຟັງ​ຈະ​ສືບ​ຕໍ່ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ນັບ​ມື້ນ​ັບ​ຫລາຍກວ່າ. ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານ​ສາ​ມາດ​ຮັບ​ຟັງ ແລະ ຊົມ​ລາຍ​ການ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື  vov5.vn ແລະ ຢ່າ​ລ​ືມ​ສົ່ງ​ຈົດ​ໝາຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​​ໂດຍ​ຈ່າຫນ້າ​ຊອງ​ວ່າ:

ລາຍ​ການ​ພາກ​ພາ​ສາ​ລາວ- ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu, Ha Noi, ຫລື​ສົ່ງ​ຈົດໝາຍ​ທາງ​ອິ​​ແມວ ດ້ວຍ​ລະຫັດ laovov@yahoo.com ຫລື​ໂທ​ລະ​ສັບ ຕາມ​ເບີ 0084438256631.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ