ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ: ການ​ຢ້ຽມ​ຢາມ​ ລາວ ຂອ​ງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່

(VOVWORLD) - ນັບແຕ່ວັນທີ 11 - 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ມີການຢ້ຽມຢາມທາງລັດຖະກິດຢູ່ລາວ. ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເລືອກເອົາ ລາວ ເປັນປະເທດທຳອິດ ທີ່ໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່ຂອງຕົນນັ້ນ ໄດ້ເປັນການຢັ້ງຢືນແກ່ການສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ມີຄວາມໝາຍສຳຄັນລະຫວ່າງສອງປະເທດ. ລາວ ມີຄວາມເປັນກຽດ ຕ້ອນຮັບປະທານປະເທດ ຫວຽດນາມ ມາຢ້ຽມຢາມຄັ້ງນີ້” - ນີ້ແມ່ນການຕີລາຄາຂອງທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ໃນການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ  ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ.

ນັກຂ່າວ: ຂໍຮຽນທ່ານນາງ, ການຢ້ຽມຢາມທາງລັດຖະກິດຢູ່ລາວ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ.  ການຢ້ຽມຢາມຄັ້ງນີ້ມີຄວາມໝາຍແນວໃດສຳລັບການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ?

ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ: ການ​ຢ້ຽມ​ຢາມ​ ລາວ ຂອ​ງ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ໃນ​ຍຸກ​ສະ​ໄໝ​ໃໝ່ - ảnh 1ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ

ເອກອັກຄະລັດຖະທູດ: ຂ້າພະເຈົ້າຕີລາຄາສູງຕໍ່ການໃຫ້ຄວາມໝາຍຄວາມສຳຄັນທີ່ສຸດຂອງຢ້ຽມຢາມຄັ້ງນີ້ ເພາະວ່າ ສສ. ຫວຽດນາມ ແລະ ສປປ. ລາວ ແມ່ນສອງປະເທດມີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນບັນດາເຜົ່າຂອງສອງປະເທດ  ເຖິງວ່າມີມູນເຊື້ອຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ສະໄໝດຶກດຳບັນ, ບໍ່ວ່າແຕ່ສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກາ, ສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ຖືວ່າ ເລື່ອງປະທານປະເທດ ຫວຽດນາມ ໂຕເລິມ ເລືອກເອົາ ລາວ ເປັນປະເທດທຳອິດມາຢ້ຽມຢາມນີ້ ເປັນການສະແດງໃຫ້ເຫັນການສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດ ແລະ ມີຄວາມໝາຍຄວາມສຳຄັນຕໍ່ກັບປະເທດ ລາວ ຂອງພວກເຮົາ. ພວກເຮົາກໍມີຄວາມຮູ້ສຶກພາກພູມໃຈທີ່ສຸດ ຕໍ່ການຕ້ອນຮັບທ່ານປະທານປະເທດ ໂຕເລິມ ໃນການຢ້ຽມຢາມຄັ້ງນີ້. ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຄັ້ງນີ້ ຈະເປັນການຢ້ຽມຢາມທີ່ມີຄວາມໝາຍເລິກເຊິ່ງທີ່ສຸດໃນໂອກາດທີ່ທ່ານໄດ້ເປັນປະທານປະເທດ. ມັນໄດ້ສ່ອງແສງໃຫ້ພວກເຮົາເຫັນວ່າ ການພົວພັນສອງຝ່າຍລະຫວ່າງ ລາວ - ຫວຽດນາມ ຍາມໃດກໍມີຄວາມໃກ້ຊິດຕິດແທດ, ມີຄວາມສະໜັບສະໜູນ ແລະ ຍາມໃດກໍໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການນຳທຸກຂັ້ນ ເວລາເປັນປະທານປະເທດ ຫຼືວ່າເປັນນາຍົກ ຫຼືວ່າເປັນປະທານສະພາເຮົາກໍຕ້ອງໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ. ອັນນີ້ກໍເພື່ອເປັນການສົ່ງເສີມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດຂອງພວກເຮົາ. ຍັງອີກອາທິດກວ່າ ກໍຈະຮອດວັນຄົບຮອບວັນເຊັນສັນຍາຮ່ວມມືມິດຕະພາບ ລະຫວ່າງລາວ - ຫວຽດນາມ ໃນວັນທີ 18 ກໍລະກົດ ຈະມາເຖິງນີ້, ສະນັ້ນ, ການຢ້ຽມຢາມປະເທດ ລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ກໍເປັນການຢ້ຽມຢາມທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນການຢັ້ງຢືນອີກເທື່ອໜຶ່ງວ່າ ການເຊັນສັນຍາຮ່ວມມືມິດຕະພາບລະຫວ່າງສອງພັກ, ສອງລັດ ຍິ່ງມີຄວາມໝາຍອັນສຳຄັນ ເພື່ອປະກອບສ່ວນເຂົ້າໃນການສ້າງສາຍພົວພັນຮ່ວມມືມິດຕະພາບຂອງພວກເຮົາໃນປັດຈຸບັນ. ຂ້າພະເຈົ້າຫວັງວ່າ ພາຍຫຼັງການຢ້ຽມຢາມຂອງປະທານປະເທດ ໂຕເລິມ ແລ້ວ, ສອງປະເທດພວກເຮົາຈະສືບຕໍ່ຮັດແໜ້ນສາຍພົວພັນອັນຍິ່ງໃຫຍ່ຂອງພວກເຮົານີ້ໃຫ້ເຂົ້າສູ່ລວງເລິກ ແລະ ລວງກວ້າງ, ໂດຍສະເພາະແມ່ນສືບຕໍ່ພົວພັນຮ່ວມມືໃນຂົງເຂດການຄ້າ, ການລົງທຶນ ອີງໃສ່ຍຸກສະໄໝນີ້ ການພັດທະນາແມ່ນມີຄວາມສຳຄັນ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງຊາດລາວ - ຫວຽດນາມ ກໍໄດ້ຮັບການພັດທະນາ, ໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

ນັກຂ່າວ: ຂໍຮຽນທ່ານ, ໃນສະພາບການໂລກ ແລະ ພາກພື້ນໃນປັດຈຸບັນ, ຫວຽດນາມ ແລະ ລາວ ຕ້ອງເຮັດຫຍັງແດ່ເພື່ອຮັກສາ ແລະ ພັດທະນາການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ?

ເອກອັກຄະລັດຖະທູດ: ພວກເຮົາໄດ້ຮູ້ແລ້ວວ່າ, ສອງປະເທດພວກເຮົາໄດ້ມີການຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຄຽງບ່າຄຽງໄຫຼ່ກັນໃນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດລາວ - ຫວຽດນາມ ໃນເມື່ອກ່ອນ. ເຂົ້າເມັດຫັກ, ຜັກເສັ້ນດຽວກໍແບ່ງກັນກິນ ເໝືອນອ້າຍ ແລະ ນ້ອງຢູ່ໃນຂຸມຄອງອັນດຽວກັນ, ເຮັດໃຫ້ພວກເຮົາສາມາດປົດປ່ອຍປະເທດພ້ອມກັນ ໃນປີ 1975 ລາວ ແລະ ຫວຽດນາມ ກໍຖືວ່າໄດ້ປົດປ່ອຍປະເທດຢ່າງສົມບູນນັ້ນ ກໍຍ້ອນມີຄວາມສາມັກຄີອັນໜັກແໜ້ນ, ສະນັ້ນເຮັດແນວໃດເພື່ອໃຫ້ພວກເຮົາສືບຕໍ່ເສີມຂະຫຍາຍ ແລະ ຮັກສາມູນເຊື້ອອັນດີງາມລະຫວ່າງສອງປະເທດພວກເຮົາທີີ່ມີມາແຕ່ດົນນານແລ້ວນັ້ນ ໃນສະພາບເງື່ອນໄຂໂລກ ແລະ ພາກພື້ນມີການຜັນແປຢ່າງສະຫຼັບສັບຊ້ອນ, ສັບສົນຍາກທີ່ຄາດຄະເນໄດ້ນີ້ ສ່ວນຕົວຂ້າພະເຈົ້າຄິດວ່າ:

ທີໜຶ່ງ, ພວກເຮົາສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນ, ທະຫານ, ພະນັກງານ, ນັກສຶກສາ, ຊາວໜຸ່ມ, ລຸ້ນໜຸ່ມລຸ້ນຫຼັງໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈສາເຫດອັນຕົ້ນຕໍ ຫຼືວ່າ ຄວາມສະໜິດແໜ້ນສະໜິດຕິດແທດ ແລະ ມູນເຊື້ອຄວາມສາມັກຄີຂອງສອງປະເທດຂອງພວກເຮົາ, ໃຫ້ເຂົາເຈົ້າເຂົ້າໃຈວ່າ ຄວາມສາມັກຄີ ລາວ - ຫວຽດນາມ ມັນບໍ່ແມ່ນມາແບບງ່າຍໆ ໂດຍໄດ້ມາດ້ວຍເລືອດເນື້ອເຫື່ອແຮງ, ຄວາມເສຍສະຫຼະຂອງການນຳລຸ້ນກ່ອນ, ຜູ້ນຳຜູ້ຕໍ່ໆມາ ກໍຄືປະຊາຊົນບັນດາເຜົ່າຂອງສອງຊາດລາວ - ຫວຽດນາມ. ຂ້າພະເຈົ້າຖືວ່າ ບັນຫານີ້ແມ່ນສຳຄັນຫຼາຍ, ເພື່ອສຶກສາອົບຮົມໃຫ້ຄົນລຸ້ນໃໝ່ໄດ້ຮັບຮູ້ກ່ຽວກັບສາຍພົວພັນນີ້.

ທີສອງ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍໃນການຮ່ວມມື, ສາມັກຄີກັນໃນການປົກປັກຮັກສາສັນຕິພາບຂອງສອງປະເທດທີ່ພວກເຮົາຍາດມາໄດ້ດ້ວຍເລືອດເນື້ອ ແລະ ຢອດເຫື່ອໃນໄລຍະເວລາຫຍຸ້ງຍາກລຳບາກໃນເມື່ອກ່ອນ, ໂດຍສະເພາະແມ່ນການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເພື່ອເຮັດແນວໃດສອງປະເທດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ສ້າງສະພາບແວດລ້ອມເພື່ອເອື້ອອຳນວຍແກ່ການພັດທະນາເສດຖະກິດ - ສັງຄົມຂອງພວກເຮົາໃຫ້ດີຂຶ້ນ.

ທີສາມ, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງເພີ່ມທະວີທີ່ສຸດແມ່ນການຄ້າ, ການລົງທຶນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ຕ່າງປະເທດກໍຕ່າງມີຄວາມພັດທະນາໃຫ້ດີຂຶ້ນ. ສະນັ້ນ, ສອງປະເທດພວກເຮົາຕ້ອງສືບຕໍ່ຮ່ວມມືເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນບັນດາບັນຫາດັ່ງກ່າວນີ້ ແລະ ຫວັງວ່າ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດສືບຕໍ່ຮ່ວມມືກັນໃນການຄົ້ນຄວ້າປຶກສາຫາລື, ເຮັດແນວໃດຂະແໜງການດັ່ງກ່າວນີ້ໄດ້ມີການພັດທະນາໄປພ້ອມໆກັນ. ສຸດທ້າຍ ແມ່ນຂົງເຂດການທ່ອງທ່ຽວ, ຂ້າພະເຈົ້າຄິດວ່າພວກເຮົາຕ້ອງສະໜັບສະໜູນກັນພັດທະນາດ້ານການທ່ອງທ່ຽວ, ການພັດທະນາໃນການໃຫ້ການບໍລິການ ເພື່ອໃຫ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດນັບມື້ນັບພັດທະນາ.

ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ