ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເປັນກຽດໄດ້ຮັບຫຼຽນໄຊອິດສະຫຼະ

(VOVWORLD) - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບັນດາການເຄື່ອນໄຫວຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເປັນກຽດໄດ້ຮັບຫຼຽນໄຊອິດສະຫຼະ - ảnh 1(ພິທີປະດັບຫຼຽນໄຊ)

        ວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ. ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ແມ່ນເອກອັກຄະລັດຖະທູດຊາວຕ່າງປະເທດຄົນທຳອິດຢູ່ ລາວ ໄດ້ຮັບການປະດັບຫຼຽນໄຊອິດສະຫຼະຂອງລັດ ລາວ. ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ໄດ້ປະດັບຫຼຽນໄຊອິດສະຫຼະ ຍ້ອນບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ - ຫວຽດນາມ, ຫວຽດນາມ - ລາວ ຂອງທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໃນໄລຍະເກືອບ 8 ປີຜ່ານມາ. ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບັນດາການເຄື່ອນໄຫວຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ຢືນຢັນວ່າ, ຫຼຽນໄຊອິດສະຫຼະອັນສູງສົ່ງນີ້ຈະແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ເພື່ອໃຫ້ທ່ານເອງ ແລະ ບັນດາເພື່ອນຮ່ວມງານສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍມູນເຊື້ອອັນດີງາມຢ່າງບໍ່ຢຸດຢັ້ງ, ພ້ອມກັນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ໝັ້ນຄົງໜັກແໜ້ນ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ