ກອງ​ປະ​ຊຸມ​ ອາ​ຊຽນ: ຫວຽດ​ນາມ ສະ​ເໜີ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຍຸດ​ທະ​ສາດ​ຮ່ວມ​ມື ແມ່​ຂອງ

(VOVWORLD) -     ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM 57) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ (ລາວ), ວັນທີ 26 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 15 (MJC 15) ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 12 (MKC 12).
ກອງ​ປະ​ຊຸມ​ ອາ​ຊຽນ: ຫວຽດ​ນາມ ສະ​ເໜີ​ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເສົາ​ຄ້ຳ​ຂອງ​ຍຸດ​ທະ​ສາດ​ຮ່ວມ​ມື ແມ່​ຂອງ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ 

ກ່າວຄຳເຫັນທີ່ກອງປະຊຸມ MJC 15, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ສະເໜີບັນດາມາດຕະການເພື່ອຜັນຂະຫຍາຍ 3 ເສົາຄ້ຳຂອງຍຸດທະສາດຮ່ວມມື MJC ໄລຍະໃໝ່. ທີໜຶ່ງ, ຊຸກຍູ້ສັງຄົມເຊື່ອມຕໍ່ຜ່ານການພັດທະນາເຄືອຂ່າຍຄົມມະນາຄົມ ແລະ logistics ລຽບຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ແລະ ແລວເສດຖະກິດທາງທິດໃຕ້. ທີສອງ, ກ່ຽວກັບການຫັນເປັນດີຈີຕອນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງດີຈີຕອນ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ໜູນຊ່ວຍ MSME ຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນຂະແໜງອຸດສາຫະກຳ. ທີສາມແມ່ນ, ຮ່ວມມືຢ່າງມີປະສິດທິຜົນໃນການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳຂ້າມຊາຍແດນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ - ພະລັງງານ, ຫຼຸດຜ່ອນໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ຢູ່ກອງປະຊຸມ MKC 12, ທ່ານຮອງລັດຖະມົນຕີ ໂດ໊ຫວຽດຮຸ່ງ ໄດ້ສະເໜີບາງບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ. ທີໜຶ່ງ, ຊຸກຍູ້ການເຕີບໂຕສີຂຽວຜ່ານການລະດົມແຫຼ່ງເງິນອຸປະຖຳຈາກບັນດາໂຄງການຫັນປ່ຽນພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລົງທຶນພັດທະນາພື້ນຖານໂຄງລ່າງ. ທີສອງແມ່ນ, ຍູ້ແຮງວິວັດການຫັນເປັນດີຈີຕອນຂອງອະນຸພາກພື້ນແມ່ນ້ຳຂອງ, ເພີ່ມທະວີການຮ່ວມມືກ່ຽວກັບດ້ານການຄ້າເອເລັກໂຕນິກ, ພັດທະນາເຕັກໂນໂລຢີດີຈີຕອນ, ຜັນຂະຫຍາຍເວທີປາໄສດີຈີຕອນ ແມ່ຂອງ - ສ.ເກົາຫຼີ. ທີສາມ, ພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ໂຄງການຕ່າງໆ ແນໃສ່ບຳລຸງສ້າງ ແລະ ຍົກສູງສີມືການຊ່າງໃຫ້ແກ່ກຳລັງແຮງງານຂອງເຂດແມ່ນ້ຳຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ